ສາຂາ ການຕະຫຼາດ
ຫຼັກສູດຊັ້ນສູງ 3 ປີ
ວິທະຍາໄລເຕັກນິກປາກປ່າສັກ
ການຕະຫຼາດ ໝາຍເຖິງຂະບວນການທີ່ເຮັດໃຫ້ເກີດການເຄື່ອນຍ້າຍສິນຄ້າ ແລະ ບໍລິການ ຈາກຜູ້ຜະລິດໄປເຖິງຜູ້ບໍລິໂພກ. ສາຂານີ້ ມີຄວາມສໍາຄັນຫຼາຍຕໍ່ຫົວໜ່ວຍທຸລະກິດ ເນື່ອງຈາກ ການຕະຫຼາດຈະຊ່ວຍຊູຈຸດເດັ່ນຂອງຜະລິດຕະພັນ ແລະ ສາມາດສ້າງຄວາມເຂັ້ມແຂງທາງການແຂ່ງຂັນຂອງທຸລະກິດ ໂດຍສະເພາະໃນຍຸກໂລກາພິວັດ ທີ່ຫົວໜ່ວຍທຸລະກິດຕ້ອງປະເຊີນກັບການແຂ່ງຂັນທັງຈາກຄູ່ແຂ່ງພາຍໃນ ແລະ ຕ່າງປະເທດ.
ສາຂານີ້ຮຽນກ່ຽວກັບຫຼັກການຕະຫຼາດເຊັ່ນ: ການບໍລິຫານທາງດ້ານການຕະຫຼາດ, ການສ້າງຄ່ານິຍົມ ແລະ ຄວາມເພິ່ງພໍໃຈໃຫ້ແກ່ລູກຄ້າ, ວິເຄາະໂອກາດທາງການຕະຫຼາດ, ຮຽນຮູ້ການວິໄຈຕະຫຼາດເຊັ່ນ: ວິທີການເຮັດແບບສອບຖາມ ແລະ ພຶດຕິກຳຂອງຜູ້ບໍລິໂພກ, ຄວາມຮູ້ ແລະ ຍຸດທະສາດໃນການຂາຍ. ນອກນີ້ຍັງຮຽນກ່ຽວກັບການນຳເຂົ້າ-ສົ່ງອອກ, ການບໍລິຫານການເງິນ ແລະ ການຕະຫຼາດລະຫວ່າງປະເທດ.
ວິທີການສິດສອນລວມມີການສອນທິດສະດີເປັນສ່ວນໃຫຍ່ ໂດຍເນັ້ນໃສ່ຄວາມຮູ້ກ່ຽວກັບການຂາຍເຊັ່ນ: ການບໍລິຫານການຂາຍຍ່ອຍ ເປັນຕົ້ນ. ນອກນີ້, ຍັງມີພາກການປະຕິບັດຕົວຈິງ ເພື່ອໃຫ້ນັກຮຽນໄດ້ຝຶກນໍາໃຊ້ທິດສະດີທີ່ຮຽນມາ ແລະ ສໍາຜັດບັນຍາກາດການເຮັດທຸລະກິດຕົວຈິງເຊັ່ນ:ການຈັດຕັ້ງກິດຈະກໍາເປັນກຸ່ມຂາຍເຄື່ອງພາຍໃນໂຮງຮຽນທີ່ຈະໄດ້ແຂ່ງຂັນກັນຂາຍ ແລະ ມີການລົງຝຶກງານຢູ່ຕາມສະຖານປະກອບການ ແລະບໍລິສັດຕ່າງໆ.
ນັກສຶກສາທີ່ຮຽນສາຂານີ້ຄວນມີ
ຄວາມຮູ້ພື້ນຖານດ້ານຄະນິດສາດແລະພາສາອັງກິດ;ມີທັກສະໃນການໂນ້ມນ້າວຈິດໃຈ,ແກ້ໄຂບັນຫາສະເພາະໜ້າ ແລະ ເຮັດວຽກຮ່ວມກັບຄົນອື່ນ; ເປັນຄົນ ມີມະນຸດສໍາພັນດີ, ມັກສັງເກດ, ມີແນວຄິດສ້າງສັນແລະຫ້າວຫັນ; ມີຄວາມສົນໃຈ ໃນການຂາຍ, ການສຶກສາພຶດຕິກໍາຜູ້ບໍລິໂພກ ແລະ ການເຮັດທຸລະກິດ.
ຄວາມສາມາດຫຼັງຈາກຈົບການສຶກສາ
ຮູ້ວິທີການ, ຍຸດທະສາດ ແລະ ທັກສະຕ່າງໆໃນການຂາຍ;ຮູ້ຈັກວິທີວິໄຈຕະຫຼາດ ແລະ ການສຶກສາພຶດຕິກໍາຜູ້ບໍລິໂພກ; ມີຄວາມຮູ້ກ່ຽວກັບການນຳເຂົ້າ-ສົ່ງອອກສິນຄ້າ ແລະ ພື້ນຖານການດໍາເນີນການຕະຫຼາດລະຫວ່າງປະເທດ, ສາມາດອອກແບບກາສິນຄ້າ ແລະ ຈັດວາງຜະລິດຕະພັນໃຫ້ເໝາະສົມກັບສະຖານທີ່ວາງຂາຍ.
ທາງເລືອກໃນການປະກອບອາຊີບ
ສາມາດປະກອບອາຊີບເປັນນັກການຕະຫຼາດ ແລະນັກຂາຍ ຢູ່ຕາມບໍລິສັດ ແລະ ຫ້ອງການຕ່າງໆ; ເປັນນັກປະຊາສໍາພັນທັງໃນພາກລັດເປັນຕົ້ນແມ່ນກະຊວງແລະອົງການຈັດຕັ້ງສາກົນຕ່າງໆ. ນອກຈາກນີ້, ຍັງສາມາດເຮັດວຽກໃນຂະແໜງການທຸລະກິດຕ່າງໆ ແລະ ເປັນອາຈານສອນໃນສາຂາດັ່ງກ່າວ ອີກດ້ວຍ.