ພາກວິຊາ ການບໍລິການສະຖານທີ່ພັກແຮມ
ຊັ້ນກາງ 2 ປີ
ສະຖາບັນການທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດ
ການບໍລິການສະຖານທີ່ພັກແຮມ ແມ່ນການຮຽນກ່ຽວກັບການໃຫ້ບໍລິການທຸລະກິດດ້ານທີ່ພັກອາໄສ ເຊັ່ນ: ໂຮງແຮມ, ຣີສອດ ແລະ ບ້ານພັກ. ວິຊານີ້ ມີຄວາມສຳຄັນໃນການສະໜັບສະໜູນ ໃຫ້ແກ່ຂະແໜງການທ່ອງທ່ຽວເຊິ່ງເປັນທຸລະກິດໜຶ່ງທີ່ກຳລັງຈະເລີນເຕີບໃຫຍ່ຂະຫຍາຍຕົວໃນ ສປປ ລາວ. ສະນັ້ນ, ຈຶ່ງຕ້ອງມີການຈັດການ ແລະ ການບໍລິການທີ່ດີເພື່ອທີ່ຈະສາມາດສະໜັບສະໜູນ ເສດຖະກິດ ແລະ ສ້າງລາຍໄດ້ໃຫ້ແກ່ປະເທດຊາດ.
ວິຊານີ້ຮຽນຮູ້ກ່ຽວກັບການທ່ອງທ່ຽວ ແລະ ການໂຮງແຮມ, ທັກສະການສື່ສານຢ່າງມືອາຊີບ, ການບໍລິການລູກຄ້າ, ການແກ້ໄຂບັນຫາ, ການບໍລິຫານພະແນກຫ້ອງພັກ, ການບໍລິຫານພະແນກແມ່ບ້ານ, ການບໍລິຫານງານດ້ານສະປາ, ພາສາອັງກິດ ແລະ ວິຊາອື່ນໆ ເຊິ່ງມີຄວາມສຳຄັນໃນການພັດທະນາກຳລັງແຮງງານທີ່ມີຄຸນນະພາບ, ມີທັກສະສີມືສູງ ແລະ ມີຄວາມຮູ້ຄວາມສາມາດສະເພາະ.
ວິທີການສິດສອນແມ່ນປະກອບມີການບັນຍາຍ, ການສາທິດ, ຫ້ອງທົດລອງ, ການລົງປະຕິບັດພາກສະໜາມ, ກິດຈະ ກຳທັດສະນະສຶກສາ, ການຈັດກຸ່ມປຶກສາຫາລື, ການຄົ້ນຄວ້າດ້ວຍຕົວເອງ, ການຮຽນທາງອິນເຕີເນັດ, ການສະແດງບົດບາດ ແລະ ຝຶກຫັດຕົວຈິງຕາມການແນະນຳ.
ນັກສຶກສາທີ່ຮຽນສາຂານີ້ຄວນມີ
ນັກຮຽນຈະຕ້ອງມີຄວາມສົນໃຈໃນການຮຽນພາສາຕ່າງປະເທດ. ມີຄວາມມັກຮັກ ໃນວຽກການບໍລິການ, ໃນການປຸງ ແຕ່ງອາຫານ ແລະ ເຄື່ອງດື່ມ, ເປັນຄົນມີມະນຸດສຳພັນດີ ແລະ ມີຄວາມຮັບຜິດຊອບສູງ, ມີຄຸນນະທຳ ແລະ ດຸໝັ່ນ, ເປັນຄົນໃສ່ໃຈໃນລາຍລະອຽດ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.
ຄວາມສາມາດຫຼັງຈາກຈົບການສຶກສາ
ຈະໄດ້ຄວາມຮູ້ ດ້ານວິຊາການ ແລະ ໜ້າທີ່ໃນຂະແໜງການບໍລິການທີ່ພັກແຮມ, ການແກ້ໄຂບັນຫາ ແລະ ການສື່ສານຢ່າງເປັນມືອາຊີບ, ໄດ້ຮັບການປູກຝັງທັດສະນະຄະຕິດ້ານການບໍລິການ ແລະ ໄດ້ຮັບຄວາມສົມດຸນລະ ຫວ່າງທັກສະວິຊາຊີບທີ່ຈຳເປັນ ແລະ ມີຄວາມຮູ້ພື້ນຖານ ເພື່ອກຽມພ້ອມໃສ່ວຽກງານຕົວຈິງ ແລະ ເພື່ອສຶກສາຕໍ່ລະດັບສູງ.
ທາງເລືອກໃນການປະກອບອາຊີບ
ຫຼັງຈາກຮຽນຈົບ ນັກສຶກສາ ສາມາດປະກອບອາຊີບ ເປັນພະນັກງານຕ້ອນຮັບ, ພະນັກງານໃຫ້ບໍລິການ, ເປັນເລຂານຸການ ແລະ ຜູ້ຈັດການພະແນກຕ່າງໆໃນໂຮງແຮມ. ນອກຈາກນັ້ນ, ນັກສຶກສາຍັງສາມາດໄປປະກອບທຸລະກິດໂຮງແຮມ ຂອງຕົນເອງໄດ້ອີກ.