ກົດໝາຍທຸລະກິດ

ພາກວິຊາກົດໝາຍທຸລະກິດ, ຄະນະນິຕິສາດ ແລະ ລັດຖະສາດ

ປະລິນຍາຕີ 4 ປີ

ກົດໝາຍທຸລະກິດ ແມ່ນບັນດາກົດ​ໝາຍທີ່​ຄຸ້ມ​ຄອງສາຍພົວພັນທາງດ້ານທຸລະກິດ ​ເຊັ່ນ: ວິທີ​ການດຳ​ເນີນ, ການ​ຈັດການທຸລະກິດ ​ແລະ ການ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງທາງ​ດ້ານ​ທຸລະ​ກິດ ເພື່ອເຮັດໃຫ້ຖຶກຕ້ອງສອດຄ່ອງກັບລະບຽບກົດໝາຍ ໃນສັງຄົມ.​ ກົດໝາຍ​ທຸລະ​ກິດ ​ມີ​ຄວາມ​ສຳຄັນ​ຕໍ່​ການ​ຂະຫຍາຍຕົວ​ຂອງ​ພາກ​ທຸລະ​ກິດ ​ໂດຍ​ສະ​​ເພາະ​ທຸລະ​ກິດ​ຂະໜາດ​ນ້ອຍ ​ແລະ ຂະໜາດກາງ​ທີ່​ປະກອບສ່ວນ​ສຳຄັນຕໍ່​ການພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ​ຂອງ​ຊາດ.

ນັກສຶກສາຈະໄດ້ຮຽນຮູ້ກ່ຽວກັບບັນດາຫຼັກການທາງດ້ານກົດໝາຍທີ່ກ່ຽວຂ້ອງກັບທຸລະກິດ ເປັນຕົ້ນແມ່ນບັນດາກົດໝາຍໃນຂົງເຂດການລົງທືນ, ວິສາຫະກິດ, ພາສີ-ອາກອນ, ຊັບສີນທາງປັນຍາ, ແຮງງານ, ສີ່ງແວດລ້ອມ ແລະ ອື່ນໆ.  ນອກນັ້ນ, ນັກສຶກສາໃນພາກວິຊານີ້ ຍັງຈະໄດ້ຮຽນ​ຮູ້​ເຖິງບັນດາພື້ນຖານການດໍາເນີນທຸລະກິດ​ ​​ເຊັ່ນ: ການຄິດໄລ່ບັນຊີ, ການບໍລິຫານທຸລະກິດ, ​ແລະ ການຄ້າລະຫວ່າງປະເທດ.

ວິທີການສິດສອນ​ແມ່ນຜ່ານ​ການຮຽນ​ທາງ​ທິດ​ສະ​ດີ ​ແລະ ສຶກສາຄົ້ນຄວ້າ​ຈາກ​​ເອກະສານ​ທາ​ງກົດໝາຍ,​​ ແຫຼ່ງຂໍ້​ມູນ​ຕ່າງໆ​​ໂດຍ​ມີ​ອາຈານ​ສະ​ເພາະ​ດ້ານ​ເປັນຜູ້​ແນະນຳ. ນອກ​ຈາກ​ນັ້້ນ ຍັງມີ​ການ​ນຳ​ໃຊ້​ບົດຮຽນ​ເຂົ້າ​​ໃນ​ວຽກງານ​ຕົວ​ຈິງ​ຜ່ານ​ການ​ຝຶກ​ງານ ​ໂດຍແນໃສ່​ສ້າງ​ນັກ​ສຶກສາ​ໃຫ້​ມີ​ຄວາມ​ຮູ້ ​ແລະ ຄວາມ​ສາມາດ​ທາງ​ດ້ານ​ທຸລະ​ກິດ ​ໂດຍ​ສະ​ເພາະ​ແມ່ນ​ຮຽນ​ຮູ້​ຫຼັກການ​ໃນ​ການ​ຄຸ້ມ​ຄອງ, ບໍລິຫານ ​ແລະ ຄວາມ​ສາມາດ​ແກ້​ໄຂບັນຫາ​ທີ່​ເກີດ​ຂຶ້ນ.

ຄວນມີ ຄວາມສົນໃຈທາງ​ດ້ານ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ສາຍ​ພົວພັນ​​ໃນ​ການ​ດຳ​ເນີນ​ທຸລະ​ກິດ; ລວມທັງ​ຄວາມ​ສົນ​ໃຈ​ທາງດ້ານ​ກົດໝາຍ​ທີ່​ພົວພັນທຸລະກິດ, ການ​ຄ້າ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ການ​ຄຸ້ມ​ຄອງ​ທຸລະ​ກິດ. ​ເປັນ​ຄົນ ມັກການອ່ານ, ການຄົ້ນຄວ້າ ແລະ ວິເຄາະບັນຫາ, ແກ້ໄຂຂໍ້ຂັດແຍ່ງ,  ໃສ່ໃຈລາຍລະອຽດ ແລະ ຊ່າງສັງເກດ.

ນັກສຶກສາຈະມີ​ຄວາມ​ຮູ້ທາງ​ດ້ານ​ກົດໝາຍ​ທີ່​ກ່ຽວຂ້ອງ​ກັບ​ການ​ດຳ​ເນີນ​ທຸລະ​ກິດ​ການ​ຄ້າ, ຄວາມ​ສາມາດ​ໃນ​ການ ບໍລິຫານຈັດການ​ແລະ ຄຸ້ມຄອງທຸລະກິດຕາມ​ຫຼັກການ​ລະບຽບ​ກົດໝາຍ. ນອກ​ນັ້ນ ຍັງ​ຈະ​ໄດ້​ຝຶກທັກສະ​ໃນການ ວິເຄາະບັນຫາ, ການແກ້ໄຂບັນຫາ ​ແລະ ຂໍ້ຂັດແຍ່ງ ທາງດ້ານກົດໝາຍພາຍ​ໃນ​ອົງ​ກອນ​ທຸລະ​ກິດ ໂດຍນໍາໃຊ້ຂະບວນການຕຸລາການຍຸດຕິທໍາ.

ນັກສຶກສາທີ່ ຈົບພາກກົດໝາຍທຸລະກິດ  ສາມາດເປັນ ນັກກົດໝາຍ, ທີ່ປຶກສາ ທາງດ້ານກົດໝາຍ ຕາມສະຖາບັນທະນາຄານ, ການເງິນ ​ແລະ ພາກ​ທຸລະ​ກິດ​ຕ່າງໆ; ສາມາດ​ເປັນຜູ້ໄກ່ເກ່ຍ ຂໍ້ຂັດແຍ່ງທາງດ້ານທຸລະກິດ ​ແລະ ການ​ຄ້າ, ເປັນນັກຄົ້ນຄວ້າໃນຂົງເຂດການສຶກສາ ທີ່ກ່ຽວ ຂ້ອງກັບກົດໝາຍ ແລະ ທຸລະກິດ.

ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

  1. ພື້ນຖານກົດໝາຍແພ່ງ
  2. ພື້ນຖານກົດໝາຍໂຣມັນ
  3. ກົດໝາຍຂໍ້ຜູກພັນໃນສັນຍາ,​ກໍາມະສິດ ແລະ ການຮ່າງສັນຍາ
  4. ການດໍາເນີນຄະດີແພ່ງ
  5. ທິດສະດີລັດ ແລະ ກົດໝາຍ
  6. ກົດໝາຍລັດຖະທໍາມະນູນ
  7. ກົດໝາຍປົກຄອງ
  8. ກົດໝາຍການປົກປັກຮັກສາສີ່ງແວດລ້ອມ
  9. ກົດໝາຍລະຫວ່າງຊາດພາກລັດ
  10. ກົດໝາຍລະຫວ່າງຊາດພາກບຸກຄົນ
  11. ພາສາຕ່າງປະເທດ
  12. ພື້ນຖານກົດໝາຍອາຍາ
  13. ກົດໝາຍອາຍາສະເພາະ
  14. ການດໍາເນີນຄະດີອາຍາ

ໝວດວິຊາສະເພາະ

  1. ກົດໝາຍພາສີ ແລະ ສ່ວຍສາອາກອນ
  2. ກົດໝາຍປະກັນໄພ
  3. ກົດໝາຍແຮງງານ
  4. ກົດໝາຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
  5. ກົດໝາຍການຄໍ້າປະກັນການປະຕິບັດສັນຍາ
  6. ກົດໝາຍການເງິນແຫ່ງລັດ
  7. ກົດໝາຍທີ່ດີນ
  8. ການເງີນທຸລະກິດ
  9. ເສດຖະສາດເບື້ອງຕົ້ນ
  10. ເສດຖະສາດຈຸລະພາກ
  11. ເສດຖະສາດມະຫາພາກ
  12. ສະຖາບັນການເງິນ ແລະ ຕະຫຼາດການເງິນ
  13. ກົດໝາຍວິສາຫະກິດ
  14. ກົດໝາຍລົ້ມລະລາຍວິສາຫະກິດ
  15. ກົດໝາຍການສົ່ງເສີມການລົງທືນ
  16. ການຕະຫຼາດ
  17. ກົດໝາຍບັນຊີ
  18. ກວດສອບບັນຊີ
  19. ອາຊະຍາກໍາທາງດ້ານເສດຖະກິດ
  20. ກົດໝາຍຊັບສີນທາງປັນຍາ
  21. ກົດໝາຍເສດຖະກິດສາກົນ
  22. ກົດໝາຍທຸລະກິດລະຫວ່າງປະເທດ
  23. ກົດໝາຍອາກອນທຸລະກິດລະຫວ່າງປະເທດ
  24. ອົງການການຄ້າສາກົນ
  25. ຈັນຍາບັນນັກທຸລະກິດ
  26. ການຮ່າງສັນຍາທາງທຸລະກິດ

ຖະໜົນມິດຕະພາບລາວ-ໄທ, ບ້ານ ດອນນົກຂູ້ມ, ເມືອງສີສັກຕະນາກ, ຕູ້ ປ.ນ 822

ໂທ: 85621-312010; 352801, ແຟັກ: +85621-314976