ການເງິນ ແລະ ການທະນາຄານ

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕຼີ 4 ປີ

ສາຂາການເງິນ ແລະ ການທະນາຄານ ເປັນສາຂາທີ່ສຶກສາກ່ຽວກັບການຈັດຫາ, ຄຸ້ມຄອງ, ບໍລິຫານ ແລະ ວາງແຜນນໍາໃຊ້ເງິນທຶນ ເພື່ອການລົງທຶນໃນກິດຈະການໃດໜຶ່ງເພື່ອໃຫ້ເກີດປະໂຫຍດສູງສຸດ. ສາຂານີ້ມີຄວາມສໍາຄັນ ຕໍ່ກັບປະເທດເຮົາໃນປັດຈຸບັນ ທີ່ມີການຂະຫຍາຍຕົວຂອງສະພາບເສດຖະກິດ ເຮັດໃຫ້ລະບົບການເງິນ ແລະ ການທະນາຄານ ໄດ້ເຂົ້າມາມີບົດບາດໃນການສະໜອງທຶນ ແລະ ຊ່ວຍຊຸກຍູ້ການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ກໍ່ຄືການພັດທະນາເສດຖະກິດໂດຍລວມ.

ສາຂາ​ນີ້​ຮຽນກ່ຽວກັບການເງິນ ແລະ ການທະນາຄານ ເຊິ່ງມີເນື້ອໃນກວມເອົາ ຫຼັກການໃນການຄຸ້ມຄອງ-ບໍລິຫານທຸລະກິດ, ການເງິນ, ຕະຫຼາດການເງິນ ພ້ອມທັງບົດບາດ ແລະ ໜ້າທີ່ຂອງທະນາຄານ. ນອກນັ້ນ, ຍັງໄດ້ຮຽນກ່ຽວກັບການວິເຄາະການເງິນ, ການວາງແຜນການເງິນ, ການຈັດຫາເງິນເພື່ອມາປະກອບເປັນທຶນ, ການນຳໃຊ້ເງິນທຶນເພື່ອການລົງທຶນໃຫ້ເກີດປະໂຫຍດສູງສຸດ ແລະ ຕະຫຼາດຫຼັກຊັບ ເຊັ່ນ: ວິທີການໃນການຊື້-ຂາຍຫຼັກຊັບ ແລະ ການວິເຄາະການລົງທຶນໃນຫຼັກຊັບ. 

ປະກອບມີການຮຽນກ່ຽວກັບທິດສະດີໂດຍຜ່ານການບັນຍາຍ ພ້ອມທັງມີການນຳໃຊ້ກໍລະນີສຶກສາທັງຈາກພາຍໃນ ແລະ ປະເທດອ້ອມຂ້າງ ເພື່ອປຽບທຽບກັບທິດສະດີ ໂດຍນັກສຶກສາຈະໄດ້ມີການສົນທະນາກຸ່ມ ແລະ ແລກປ່ຽນຄຳເຫັນ. ນອກນີ້, ຍັງມີພາກປະຕິບັດຕົວຈິງ ເຊິ່ງນັກສຶກສາຈະໄດ້ໄປເກັບຂໍ້ມູນເພື່ອເຮັດບົດລາຍງານ ແລະ ນຳສະເໜີ, ມີການລົງຝຶກງານ ກັບທະນາຄານ ແລະ ສະຖາບັນການເງິນອື່ນໆ ເຊັ່ນ: ບໍລິສັດເງິນທຶນ, ບໍລິສັດປະກັນໄພ ແລະ ບໍລິສັດທີ່ປຶກສາທາງດ້ານການເງິນ.

ຄວາມຮູ້ພື້ນຖານວິຊາຄະນິດສາດ ແລະ ສະຖິຕິ; ເປັນຄົນ ມີໄຫວພິບໃນການແກ້ໄຂບັນຫາ, ສາມາດວິເຄາະຢ່າງມີເຫດຜົນ ແລະ ສາມາດປັບຕົວເຂົ້າກັບສະຖານະການທາງເສດຖະກິດ, ສັງຄົມ ແລະ ການເມືອງໄດ້ດີ; ແລະ ຄວນມີຄວາມສົນໃຈໃນວຽກງານຄຸ້ມຄອງການເງິນ, ການທະນາຄານ, ສະຖາບັນການເງິນ ແລະ ການລົງທຶນໃນຫຼັກຊັບທາງການເງິນຕ່າງໆ.

ມີຄວາມຮູ້ ແລະ ທັກສະໃນການຄຸ້ມຄອງການເງິນພາກລັດ, ການເງິນທຸລະກິດ ແລະ ການຄຸ້ມຄອງ-ບໍລິຫານ ສະຖາບັນການເງິນຕ່າງໆ ເຊັ່ນ: ທະນາຄານກາງ, ທະນາຄານທຸລະກິດ, ຕະຫຼາດຫຼັກຊັບ, ບໍລິສັດຫຼັກຊັບ, ບໍລິສັດປະກັນໄພ ແລະ ອື່ນໆ. ນອກນີ້ ຍັງມີທັກສະໃນການວິເຄາະການເງິນ, ວິເຄາະຫຼັກຊັບ ແລະ ການລົງທຶນໃນຫຼັກຊັບ ແລະ ການເຮັດບົດວິພາກເສດຖະກິດ.

ນັກສຶກສາສາມາດປະກອບອາຊີບທີ່ກ່ຽວຂ້ອງກັບການເງິນ ເຊັ່ນ: ນັກວິເຄາະການເງິນ, ນັກວິເຄາະການລົງທຶນ, ນັກບໍລິຫານສິນເຊື່ອ ໂດຍສາມາດເຮັດວຽກທີ່ທະນາຄານກາງ, ທະນາຄານທຸລະກິດ, ກົມກອງຕ່າງໆ ໃນກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ບໍລິສັດຫຼັກຊັບ, ບໍລິສັດກວດສອບບັນຊີ, ບໍລິສັດປະກັນໄພ ແລະ ອົງການທາງການເງິນຕ່າງໆ.

ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

  1. ພື້ນຖານການບໍລິຫານ
  2. ການບໍລິຫານຫ້ອງການ
  3. ກົດໝາຍທຸລະກິດ
  4. ຫຼັກການການຕະຫຼາດ
  5. ເຕັກນິກປະລິມານ / ການວິເຄາະທາງປະລິມານ
  6. ການບັນຊີທົ່ວໄປ
  7. ເສດຖະສາດຈຸລະພາກ
  8. ເສດຖະສາດມະຫາພາກ
  9. ການເງິນທຸລະກິດ
  10. ຈັນຍາບັນທາງທຸລະກິດ

ໝວດວິຊາສະເພາະ

  1. ບັນຊີບໍລິຫານ
  2. ການບໍລິຫານຊັບພະຍາກອນມະນຸດ
  3. ທຸລະກິດຫຼັກຊັບ
  4. ວິທີການຄົ້ນຄວ້າວິໄຈ
  5. ການເງິນຈຸລະພາກ
  6. ການບໍລິຫານທຸລະກິດຂໍ້ມູນຂ່າວສານ
  7. ການບໍລິຫານຍຸດທະສາດ
  8. ການບໍລິຫານ ການຕະຫຼາດ
  9. ການວິເຄາະຫຼັກຊັບ
  10. ການບໍລິຫານໂຄງການ
  11. ສ່ວຍສາອາກອນ
  12. ບັນຊີທະນາຄານ
  13. ການບໍລິຫານຈັດການການຜະລິດ ແລະການດຳເນີນງານ
  14. ການບໍລິຫານຄວາມສ່ຽງ ແລະການປະກັນໄພ
  15. ການບໍລິຫານການເງິນພາກລັດ
  16. ການບໍລິຫານທະນາຄານ
  17. ການບໍລິຫານການດຳເນີນງານຂອງທະນາຄານທຸລະກິດ
  18. ການເງິນບຸກຄົນ
  19. ການເງິນອະສັງຫາລິມມະຊັບ
  20. ວິເຄາະການເງິນ
  21. ການລົງທຶນ
  22. ສະຖາບັນການເງິນ
  23. ການບໍລິຫານການເງິນລະຫວ່າງປະເທດ
  24. ການບໍລິຫານສິນເຊື່ອ
  25. ການບໍລິຫານທຸລະກິດການກະເສດ