ເຄມີສາດ 

ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ເຄມີສາດ ໝາຍເຖິງການສຶກສາກ່ຽວກັບພື້ນຖານປະຕິກິລິຍາ ແລະ ການປະສົມທາດເຄມີ, ອົງປະກອບ ທາງດ້ານໂຄງສ້າງ ແລະ ຄຸນສົມບັດ ຂອງທາດ. ການສຶກສາທາງດ້ານເຄມີສາດມີຄວາມສຳຄັນ ເນື່ອງຈາກມັນຈະຊ່ວຍຕອບສະໜອງໃນການສ້າງບຸກຄະລາກອນ ທີ່ມີຄວາມຮູ້ຄວາມສາມາດດ້ານການວິເຄາະວິໄຈ ແລະ ທົດລອງທາດເຄມີ ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງຢ່າງຫຼວງຫຼາຍ ເຊັ່ນ: ການວິໄຈແຮ່ທາດ, ການຂຸດຄົ້ນຊັບພະຍາກອນທໍາມະຊາດຂຶ້ນມານໍາໃຊ້ ເພື່ອການພັດທະນາ ເສດຖະກິດ-ສັງຄົມ. 

ສາຂານີ້ແມ່ນຮຽນກ່ຽວກັບ  ຄວາມຮູ້ພື້ນຖານທົ່ວໄປທາງດ້ານເຄມີສາດ ເປັນຕົ້ນແມ່ນ ກົດເກນພື້ນຖານ ແລະ ຫຼັກການເຄມີ, ນັກສຶກສາຈະໄດ້ຮຽນກ່ຽວກັບເຄມີອະນົງຄະທາດ, ເຄມີອົງຄະທາດ, ເຄມີວິເຄາະ, ເຄມີຟີຊິກ ແລະ ເຄມີສິ່ງແວດລ້ອມພື້ນຖານ. ນອກນັ້ນ, ນັກສຶກສາຍັງຈະໄດ້ຮຽນກ່ຽວກັບ ວິທີການນໍາໃຊ້ເຄື່ອງມືທົດລອງ, ການແປຮູບຂອງທາດ ແລະ ປະຕິກິລິຍາຂອງທາດເຄມີ ດ້ານພະລັງງານ ແລະ ທາດດ້ວຍກັນ, ພັນທະເຄມີ, ອານຸພາກພື້ນຖານ, ອາຕອມ ແລະ ໂມເລກຸນຕ່າງໆ. 

ນັກສຶກສາ ຈະໄດ້ຮຽນທິດສະດີກ່ຽວກັບ ປະຕິກິລິຍາ, ການປະສົມທາດ ແລະ ຄຸນສົມບັດ ຂອງທາດເຄມີ ໂດຍຜ່ານສື່ການສອນ ເຊັ່ນ ຮູບພາບປະກອບ ແລ້ວຈະໄດ້ລົງມືປະຕິບັດຕົວຈິງ ໂດຍຈະໄດ້ວິເຄາະ, ວິໄຈ, ທົດລອງ ແລະ ປະສົມທາດ (ອາຊິດ-ເບດສ, ວິເຄາະນໍ້າເສຍ, ດິນ ແລະ ແຮ່ທາດ) ໃນຫ້ອງທົດລອງ. ນອກນີ້ຍັງຈະໄດ້ລົງທັດສະນະສຶກສາໃນໂຮງຈັກໂຮງງານ ເພື່ອສຶກສາຂັ້ນຕອນ ແລະ ຂະບວນການຜະລິດ ແລະ ລົງ​ເຝິກງານ ໃນຂະແໜງການຕ່າງໆທີ່ກ່ຽວຂ້ອງກັບການວິໄຈ ທາງເຄມີ.

ມີຄວາມຮູ້ພື້ນຖານ ດ້ານເຄມີສາດ, ພາສາອັງກິດສໍາລັບເຄມີ (ຊື່ທາດເຄມີ ແລະ ຄໍາສັບສະເພາະຕ່າງໆ) ແລະ ຟີຊິກສາດ; ເປັນຄົນ ມີຄວາມອົດທົນ, ຊ່າງສັງເກດ, ໃສ່ໃຈໃນລາຍລະອຽດ, ມີຄວາມຮອບຄອບ ແລະ ມັກຄົ້ນຄິດຫາວິທີການ; ມີຄວາມສົນໃຈ ພິເສດ ໃນການສຶກສາກ່ຽວກັບເຄມີ  ເປັນຕົ້ນແມ່ນ ມັກການວິເຄາະ ວິໄຈ ແລະ ການທົດລອງ ກ່ຽວກັບເຄມີ. 

ມີຄວາມຮູ້ກ່ຽວກັບຂັ້ນຕອນ ແລະ ວິທີການທົດລອງ ແລະ ການນໍາໃຊ້ເຄື່ອງມືໃນການທົດລອງ; ມີທັກສະໃນການເຮັດວິໄຈ ແລະ ທົດລອງ ເຄມີ; ສາມາດ ປຸງແຕ່ງ ແລະ ປະສົມທາດເຄມີຂັ້ນພື້ນຖານ; ສາມາດຄົ້ນຄວ້າຫາຄຸນລັກສະນະຂອງທາດເຄມີຊະນິດຕ່າງໆ; ມີຄວາມສາມາດໃນການວິໄຈ ແລະ ປະເມີນຜົນກະທົບ  ແລະ ວາງແຜນແກ້ໄຂບັນຫາ ທີ່ເກີດຈາກການນໍາໃຊ້ເຄມີ. 

ປັນນັກວິໄຈ, ນັກປະເມີນຜົນກະທົບ ແລະ ນັກວາງແຜນ ແກ້ໄຂບັນຫາທາດປົນເປື້ອນໃນສິ່ງແວດລ້ອມ ໃນຫ້ອງທົດລອງ ແລະ ຫ້ອງການຕາມສະຖາບັນຕ່າງໆ ທັງພາກລັດ ແລະ ເອກະຊົນ ທີ່ກ່ຽວພັນກັບຂະແໜງ ອຸດສາຫະກໍາ, ຂະແໜງການອາຫານ ແລະ ຢາ ແລະ ຂະແໜງສິ່ງແວດລ້ອມ ເຊັ່ນ: ບໍລິສັດ ຂຸດຄົ້ນບໍ່ແຮ່, ໂຮງງານ ຜະລິດເຄື່ອງອຸປະໂພກ-ບໍລິໂພກ ແລະ ບໍລິສັດທີ່ປຶກສາ.

ໝວດວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

  1. ເຄມີສາດ ແລະ ທົດລອງ
  2. ຟີຊິກສາດ 
  3. ແຄນຄູລັດສ໌
  4. ວິທີການຄົ້ນຄວ້າ 
  5. ຊອບ​ແວນໍາໃຊ້ລະດັບສູງ 
  6. ພິດວິທະຍາສິ່ງແວດລ້ອມ 
  7. ຊີວະເຄມີ 
  8. ເຄມີວິເຄາະ 
  9. ເຄມີອົງຄະທາດ 
  10. ເຄມີສິ່ງແວດລ້ອມ 
  11. ວິທະຍາສາດສິ່ງແວດລ້ອມ 
  12. ສຶກສາເງົາກະຈາຍ 
  13. ຄວາມຮູ້ພື້ນຖານກ່ຽວກັບ ລະບົບຖານຂໍ້ມູນ 
  14. ນິເວດວິທະຍາແຫຼ່ງນໍ້າ 
  15. ເຄມີສິ່ງແວດລ້ອມຂອງດິນ 
  16. ມົນລະພິດທາງອາກາດ ແລະ ການຄວບຄຸມມົນລະພິດທາງອາກາດ ແລະ ທົດລອງ

ໝວດເຕັກນິກວິຊາສະເພາະ

  1. ວິເຄາະຄຸນນະພາບນໍ້າ ແລະ ບໍາບັດນໍ້າເປື້ອນ
  2. ການຈັດການຂີ້ເຫຍື້ອ ແລະ ສິ່ງເສດເຫຼືອທີ່ເປັນອັນຕະລາຍ 
  3. ຈຸລະຊີບວິທະຍານໍ້າເປື້ອນ
  4. ວິເຄາະໂດຍໃຊ້ເຄື່ອງມື 
  5. ເທັກໂນໂລຍີການນໍາໃຊ້ທາດອົງຄະທາດທີ່ເສຍແລ້ວມາໃຊ້ປະໂຫຍດຄືນໃໝ່ 
  6. ເຄມີອຸດສາຫະກໍາ ແລະ ສິ່ງແວດລ້ອມ
  7. ມົນລະພິດຂອງດິນຈາກການໃຊ້ປຸ໋ຍເຄມີ ແລະ ທົດລອງ 
  8. ກົນລະສາດການບໍາບັດນໍ້າເປື້ອນ 
  9. ຫຼັກການວິໄຈທາງສິ່ງແວດລ້ອມ