ພາສາຍີ່ປຸ່ນ

ຄະນະ​​ອັກສອນສາດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ປະລິນຍາຕິ 4 ປີ

ພາສາຍີ່ປຸ່ນແມ່ນພາສາປະຈຳຊາດຂອງປະເທດຍີ່ປຸ່ນ ແລະ ທັງເປັນເຄຶ່ອງມືທີ່ໃຊ້ເຂົ້າໃນການສື່ສານ ເພື່ອໃຫ້ເກີດຄວາມເຂົ້າໃຈໃນພາສາດັ່ງກ່າວ. ສາຂາວິຊານີ້ມີຄວາມສຳຄັນໃນການສ້າງໃຫ້ນັກສຶກສາສາມາດນຳໃຊ້ພາສາຍີ່ປຸ່ນໃນທຸກຮູບແບບຂອງການສື່ສານຢ່າງມີປະສິດທິພາບ ເພື່ອເປັນສື່ກາງໃນການສື່ສານກັບຄົນທີ່​ໃຊ້ພາສາຍີ່ປຸ່ນ, ​ການ​ສຶກສາຖອດຖອນ​ບົດຮຽນ ແລະ ການແລກປ່ຽນ​ຂໍ້​ມູນ​ຂ່າວສານ​ທາງດ້ານວັດທະນະທໍາ ແລະ ເສດຖະກິດ – ສັງຄົມ ກັບປະ​ເທດ​ຍີ່ປຸ່ນ.

ສາຂາວິຊານີ້ແມ່ນສຶກສາກ່ຽວກັບພື້ນຖານພາສາຍີ່ປຸ່ນ ເຊັ່ນ: ການນຳໃຊ້ຫຼັກໄວຍາກອນໃຫ້ຖືກຕ້ອງ, ທັກສະທາງດ້ານການອ່ານ, ການຟັງ, ການຂຽນ ແລະ ການເວົ້າ ເພື່ອສື່ສານໃນຊີວິດປະຈຳວັນ ຫຼື ນໍາໃຊ້ເຂົ້າໃນການປະກອບອາຊີບ ແລະ ການແປພາສາ. ນອກຈາກນັ້ນ, ນັກສຶກສາ ຍັງຈະໄດ້ສຶກສາກ່ຽວກັບ ພູມສາດ, ປະຫວັດສາດ, ການເມືອງ-ການປົກຄອງ, ເສດຖະກິດ-ສັງຄົມ, ວັດທະນະທໍາ ແລະ ຮີດຄອງປະເພນີຂອງ ປະເທດຍີ່ປຸ່ນ ເຊັ່ນ: ພິທີການຊົງຊາ, ບຸນນະມັດສະການຕ່າງໆ ເປັນຕົ້ນ.

ວິທີການສິດສອນ ແມ່ນໄດ້ນຳໃຊ້ສື່ການຮຽນ-ການສອນທີ່​ຫຼາກ​ຫຼາຍ​ເຊັ່ນ: ເທັບ, ວິດີໂອ ແລະ ຊີດີ. ມີການເນັ້ນໜັກການຮຽນ-ການສອນ ແບບປະສົມປະສານລະຫວ່າງການສຶກສາຈາກປຶ້ມຕຳລາ ແລະ ການປະຕິບັດຕົວຈິງ ກໍຄືການເຂົ້້າຮ່ວມກິດຈະກໍາສົນທະນາ-ແລກປ່ຽນຄໍາຄິດເຫັນ ເປັນພາສາຍີ່ປຸ່ນກັບນັກສຶກສາ ຈາກມະຫາວິທະຍາໄລຍີ່ປຸ່ນ ຫຼື ຄົນຍີ່ປຸ່ນ ເພື່ອໃຫ້ນັກສຶກສາມີໂອກາດຝຶກທັກສະໃນການນໍາໃຊ້ພາສາຍີ່ປຸ່ນ ແບບສື່ສານກັບເຈົ້າຂອງພາສາໂດຍກົງ.

ຄວາມຮູ້ພື້ນຖານ ດ້ານພາສາຍີ່ປຸ່ນ ກໍ່ຈະເປັນການດີ. ເປັນຄົນ ມີຄວາມກະຕືລືລົ້ນ ແລະ ກ້າສະແດງອອກ ໂດຍສະເພາະແມ່ນໃນການສົນທະນາ ແລະ ນຳໃຊ້ພາສາເພື່ອສື່ສານກັບຜູ້ທີ່ນໍາໃຊ້ພາສາຍີ່ປຸ່ນ.ມີຄວາມສາມາດໃນການຈື່ຈຳດີ. ມີຄວາມສົນໃຈ ແລະ ມັກຮັກໃນພາສາ, ຮີດຄອງປະເພນີ ແລະ ວັດທະນະທໍາຍີ່ປຸ່ນ.

ສາມາດເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການນໍາໃຊ້ພາສາຍີ່ປຸ່ນ, ມີທັກສະພື້້ນຖານ ເຊັ່ນ: ທັກສະການຟັງ, ເວົ້າ, ອ່ານ ແລະ ຂຽນ ໃນລະດັບດີ; ສາມາດນຳໃຊ້ພາສາຍີ່ປຸ່ນ ເຂົ້າໃນການສື່ສານໃນຊີວິດປະຈຳວັນ ຫຼື ເຂົ້າໃນການປະກອບອາຊີບທັງການເຮັດທຸລະກິດສ່ວນຕົວ ຫຼື ໃນອົງການຈັດຕັ້ງຕ່າງໆ; ແລະ ສາມາດແປພາສາຈາກຍີ່ປຸ່ນ ເປັນລາວ ແລະ ລາວເປັນຍີ່ປຸ່ນ.

ສາມາດປະກອບອາຊີບເປັນພະນັກງານໃນບໍລິສັດເອກະຊົນຕ່າງໆຂອງຍີ່ປຸ່ນທີ່ມາລົງທຶນຢູ່ລາວ ຫຼື ອົງການຈັດຕັ້ງຂອງຍີ່ປຸ່ນທີ່ເຮັດວຽກຊ່ວຍເຫຼືອລາວ ເຊັ່ນ: ອົງການ JICA ເປັນຕົ້ນ.ນອກຈາກນີ້ ຍັງສາມາດເປັນນັກປະກາດຂ່າວ, ພະນັກງານນໍາທ່ຽວ, ນາຍແປພາສາຍີ່ປຸ່ນ ຫຼື ເປັນອາຈານສອນພາສາຍີ່ປຸ່ນຢູ່ສະຖາບັນການສຶກສາຕ່າງໆ. 

  • ໝວດພື້ນຖານວິຊາສະເພາະ
  1. ພາສາສາດຍີ່ປຸ່ນ
  2. ໄວຍາກອນຍີ່ປຸ່ນ
  3. ຄັນຈິ
  4. ພາສາອັງກິດ
  5. ວິທີວິທະຍາການຄົ້ນຄວ້າ
  6. ການສອນພາສາຍີ່ປຸ່ນ
  7. ພາສາຍີ່ປຸ່ນເພື່ອການສື່ສານ
  8. ພາສາຍີ່ປຸ່ນເພື່ອການໂຮງແຮມ
  9. ພາສາຍີ່ປຸ່ນເພື່ອການທ່ອງທ່ຽວ
  10. ພາສາຍີ່ປຸ່ນເພື່ອການເລຂານຸການ
  11. ພາສາຍີ່ປຸ່ນເພື່ອກຽມເສັງວັດລະດັບ
  • ໝວດວິຊາສະເພາະ
  1. ພາສາຍີ່ປຸ່ນ
  2. ການຂຽນພາສາຍີ່ປຸ່ນ
  3. ການຟັງ-ການເວົ້າພາສາຍີ່ປຸ່ນ
  4. ການແປຍີ່ປຸ່ນ-ລາວ
  5. ການແປລາວ-ຍີ່ປຸ່ນ
  6. ພູມສາດ-ປະຫວັດສາດຍີ່ປຸ່ນ
  7. ສັງຄົມຍີ່ປຸ່ນ
  8. ເສດຖະສາດ ແລະ ການບໍລິຫານຂອງຍີ່ປຸ່ນ
  9. ວັດທະນະທຳຍີ່ປຸ່ນ

ມະຫາວິທະຍາໄລແຫ່ງຊາດ

ໂທ 021 740 277