ການ​ບໍລິການ​ສະຖານ​ທີ່​ພັກແຮມ

ສະ​ຖາ​ບັນການທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດ (Lanith)



ຊັ້ນ​ກາງ 2 ປີ

ການ​ບໍລິການ​ສະຖານ​ທີ່​ພັກແຮມ ແມ່ນການຮຽນກ່ຽວກັບການໃຫ້ບໍລິການທຸລະກິດດ້ານທີ່ພັກອາໄສ ເຊັ່ນ: ໂຮງແຮມ, ຣີສອດ ແລະ ບ້ານພັກ. ວິຊານີ້ ມີຄວາມສຳຄັນໃນການສະໜັບສະໜູນ ໃຫ້ແກ່ຂະແໜງການທ່ອງທ່ຽວເຊິ່ງເປັນທຸລະກິດໜຶ່ງທີ່ກຳລັງຈະເລີນເຕີບໃຫຍ່ຂະຫຍາຍຕົວໃນ ສປປ ລາວ. ສະນັ້ນ, ຈຶ່ງຕ້ອງມີການຈັດການ ແລະ ການບໍລິການທີ່ດີເພື່ອທີ່ຈະສາມາດສະໜັບສະໜູນ ເສດຖະກິດ ແລະ ສ້າງລາຍໄດ້ໃຫ້ແກ່ປະເທດຊາດ.

ວິຊານີ້ຮຽນຮູ້ກ່ຽວກັບການທ່ອງ​ທ່ຽວ ​ແລະ ການ​ໂຮງ​ແຮມ, ທັກ​ສະການ​ສື່ສານ​ຢ່າງ​ມື​ອາຊີບ, ການ​ບໍລິການ​ລູກ​ຄ້າ, ການ​ແກ້​ໄຂ​ບັນຫາ, ການ​ບໍລິຫານ​ພະ​ແນ​ກຫ້ອງ​ພັກ, ການ​ບໍລິຫານ​ພະ​ແນ​ກ​ແມ່​ບ້ານ, ການ​ບໍລິຫານ​ງານ​ດ້ານ​ສະ​ປາ, ພາສາ​ອັງກິດ ​​ແລະ ວິຊາ​ອື່ນໆ ເຊິ່ງມີ​ຄວາມ​ສຳຄັນ​ໃນ​ການ​ພັດທະນາ​ກຳລັງ​ແຮງ​ງານ​ທີ່​ມີ​ຄຸນ​ນະພາ​ບ, ມີ​ທັກ​ສະສີ​ມື​ສູງ ​ແລະ ມີຄວາມ​ຮູ້​ຄວາມ​ສາມາດ​ສະ​ເພາະ.

ວິທີການສິດສອນແມ່ນປະກອບ​ມີ​ການ​ບັນຍາຍ, ການ​ສາທິດ, ຫ້ອງ​ທົດ​ລອງ, ການ​ລົງ​ປະຕິບັດ​ພາກ​ສະໜາມ, ກິດຈະ ກຳ​ທັດສະນະ​ສຶກສາ, ການ​ຈັດ​ກຸ່ມ​ປຶກສາ​ຫາລື, ການ​ຄົ້ນ​ຄວ້າ​ດ້ວຍ​ຕົວ​ເອງ, ການ​ຮຽນ​ທາງ​ອິນ​ເຕີ​ເນັດ, ການສະ​ແດງ​ບົດບາດ ​ແລະ ​ຝຶກ​ຫັດ​ຕົວ​ຈິງ​ຕາມ​ການ​ແນ​ະນຳ. 



ນັກຮຽນຈະຕ້ອງມີຄວາມສົນໃຈໃນການຮຽນພາສາຕ່າງປະເທດ. ມີຄວາມມັກຮັກ ໃນວຽກການບໍລິການ, ໃນການປຸງ ແຕ່ງອາຫານ ແລະ ເຄື່ອງດື່ມ, ເປັນຄົນມີມະນຸດສຳພັນດີ ແລະ ມີຄວາມຮັບຜິດຊອບສູງ, ມີຄຸນນະທຳ ແລະ ດຸໝັ່ນ, ເປັນຄົນໃສ່ໃຈໃນລາຍລະອຽດ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.



ຈະ​​ໄດ້​​ຄວາມ​ຮູ້ ດ້ານ​ວິຊາ​ການ ​ແລະ ໜ້າ​ທີ່​ໃນ​ຂະ​ແໜງ​ການ​ບໍລິການທີ່​ພັກ​ແຮມ, ການ​ແກ້​ໄຂ​ບັນຫາ ​ແລະ ການ​ສື່ສານ​ຢ່າງ​​ເປັນມື​ອາຊີບ, ​​ໄດ້​ຮັບ​ການປູກຝັງ​ທັດສະນະ​ຄະຕິ​​ດ້ານ​ການ​ບໍ​ລິ​ການ ແລະ ໄດ້​ຮັບຄວາມ​ສົມ​ດຸນ​ລະ​ ຫວ່າ​ງທັກ​ສະ​ວິ​ຊາ​ຊີບ​ທີ່​ຈຳ​​ເປັນ ​ແລະ ມີ​ຄວາມ​ຮູ້​ພື້ນຖານ ​ເພື່ອ​ກຽ​ມພ້ອມ​ໃສ່​ວຽກ​ງານ​ຕົວ​ຈິງ ​ແລະ ​ເພື່ອ​ສຶກສາ​ຕໍ່​ລະດັບ​ສູງ.



ຫຼັງຈາກຮຽນຈົບ ນັກສຶກສາ ສາມາດປະກອບອາຊີບ ເປັນພະນັກງານຕ້ອນຮັບ, ພະນັກງານໃຫ້ບໍລິການ, ເປັນເລຂານຸການ ແລະ ຜູ້ຈັດການພະແນກຕ່າງໆໃນໂຮງແຮມ. ນອກຈາກນັ້ນ, ນັກສຶກສາຍັງສາມາດໄປປະກອບທຸລະກິດໂຮງແຮມ ຂອງຕົນເອງໄດ້ອີກ.



ພາກ​ຮຽນ​ທີ 1

  • ຄວາມຮູ້ພື້ນຖານກ່ຽວກັບການທ່ອງທ່ຽວ ແລະ ການໂຮງແຮມ
  • ພາສາອັງກິດສຳລັບການທ່ອງທ່ຽວ ແລະ ການໂຮງແຮມ
  • ທັກສະການສື່ສານຢ່າງມືອາຊີບ 
  • ຄອມພິວເຕີ
  • ການເມືອງລາວ
  • ການບໍລິການລູກຄ້າ
  • ຄວາມຮູ້ພື້ນຖານກ່ຽວກັບທີ່ພັກແຮມ
  • ພູມສາດດ້ານການທ່ອງທ່ຽວ
  • ການແກ້ໄຂບັນຫາ
  • ພາສາລາວ
  • ຄວາມຮູ້ພື້ນຖານກ່ຽວກັບການບໍລິຫານ
  • ການບໍລິຫານງານພະແນກຫ້ອງ​ພັກ
  • ການບໍລິຫານງານພະແນກແມ່ບ້ານ
  • ການຄິດໄລ່ໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ
  • ຄວາມຮູ້ພື້ນຖານກ່ຽວກັບການຕະຫຼາດ
  • ການຈັດ​ງານ​ປະຊຸມ, ການ​ສ້າງ​ແຮງ​ຈູງ​ໃຈ, ສຳ​ມະ​ນາ ລະ ງານ​ວາງສະ​ແດງ MICE
  • ​ການ​ປະກອບ​ທຸລະ​ກິດ
  • ສຶກສາ​ສະພາບ​ການ​ທີ່​ພົ້ນ​ເດັ່ນ​ໃນ​ຂະ​ແໜງ​ການທ່ອງທ່ຽວ ​ແລະ ການ​ໂຮງ​ແຮມ
  • ການບໍລິຫານງານດ້ານສະປາ