ການ​ບໍລິການ​ສະຖານ​ທີ່​ພັກແຮມ

ສະ​ຖາ​ບັນການທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດ (Lanith)



ຊັ້ນ​ກາງ 2 ປີ

ການ​ບໍລິການ​ສະຖານ​ທີ່​ພັກແຮມ ແມ່ນການຮຽນກ່ຽວກັບການໃຫ້ບໍລິການທຸລະກິດດ້ານທີ່ພັກອາໄສ ເຊັ່ນ: ໂຮງແຮມ, ຣີສອດ ແລະ ບ້ານພັກ. ວິຊານີ້ ມີຄວາມສຳຄັນໃນການສະໜັບສະໜູນ ໃຫ້ແກ່ຂະແໜງການທ່ອງທ່ຽວເຊິ່ງເປັນທຸລະກິດໜຶ່ງທີ່ກຳລັງຈະເລີນເຕີບໃຫຍ່ຂະຫຍາຍຕົວໃນ ສປປ ລາວ. ສະນັ້ນ, ຈຶ່ງຕ້ອງມີການຈັດການ ແລະ ການບໍລິການທີ່ດີເພື່ອທີ່ຈະສາມາດສະໜັບສະໜູນ ເສດຖະກິດ ແລະ ສ້າງລາຍໄດ້ໃຫ້ແກ່ປະເທດຊາດ.

ວິຊານີ້ຮຽນຮູ້ກ່ຽວກັບການທ່ອງ​ທ່ຽວ ​ແລະ ການ​ໂຮງ​ແຮມ, ທັກ​ສະການ​ສື່ສານ​ຢ່າງ​ມື​ອາຊີບ, ການບໍລິການລູກຄ້າ, ການແກ້ໄຂບັນຫາ, ການບໍລິຫານພະແນກຫ້ອງພັກ, ການບໍລິຫານພະແນແມ່ບ້ານ, ການບໍລິຫານງານດ້ານສະປາ, ພາສາອັງກິດ ​​ແລະ ວິຊາອື່ນໆ ເຊິ່ງມີຄວາມສຳຄັນໃນການພັດທະນາກຳລັງແຮງງານທີ່ມີຄຸນນະພາບ, ມີທັກສະສີມືສູງ ແລະ ມີຄວາມຮູ້ຄວາມສາມາດສະເພາະ.

ວິທີການສິດສອນແມ່ນປະກອບມີການບັນຍາຍ, ການສາທິດ, ຫ້ອງທົດລອງ, ການລົງປະຕິບັດພາກສະໜາມ, ກິດຈະ ກຳທັດສະນະສຶກສາ, ການຈັດກຸ່ມປຶກສາຫາລື, ການຄົ້ນຄວ້າດ້ວຍຕົວເອງ, ການຮຽນທາງອິນເຕີເນັດ, ການສະແດງບົດບາດ ແລະ ຝຶກຫັດຕົວຈິງຕາມການແນະນຳ. 



ນັກຮຽນຈະຕ້ອງມີຄວາມສົນໃຈໃນການຮຽນພາສາຕ່າງປະເທດ. ມີຄວາມມັກຮັກ ໃນວຽກການບໍລິການ, ໃນການປຸງ ແຕ່ງອາຫານ ແລະ ເຄື່ອງດື່ມ, ເປັນຄົນມີມະນຸດສຳພັນດີ ແລະ ມີຄວາມຮັບຜິດຊອບສູງ, ມີຄຸນນະທຳ ແລະ ດຸໝັ່ນ, ເປັນຄົນໃສ່ໃຈໃນລາຍລະອຽດ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.



ຈະ​​ໄດ້​​ຄວາມຮູ້ ດ້ານວິຊາການ ​ແລະ ໜ້າ​ທີ່​ໃນ​ຂະ​ແໜງ​ການ​ບໍລິການທີ່​ພັກ​ແຮມ, ການ​ແກ້​ໄຂ​ບັນຫາ ​ແລະ ການ​ສື່ສານ​ຢ່າງ​​ເປັນມືອາຊີບ, ​​ໄດ້ຮັບການປູກຝັງ​ທັດສະນະ​ຄະຕິ​​ດ້ານການບໍລິການ ແລະ ໄດ້​ຮັບຄວາມ​ສົມ​ດຸນ​ລະ​ ຫວ່າ​ງທັກ​ສະ​ວິ​ຊາ​ຊີບ​ທີ່​ຈຳ​​ເປັນ ​ແລະ ມີ​ຄວາມ​ຮູ້​ພື້ນຖານ ​ເພື່ອ​ກຽ​ມພ້ອມ​ໃສ່​ວຽກ​ງານ​ຕົວ​ຈິງ ​ແລະ ​ເພື່ອ​ສຶກສາ​ຕໍ່​ລະດັບ​ສູງ.



ຫຼັງຈາກຮຽນຈົບ ນັກສຶກສາ ສາມາດປະກອບອາຊີບ ເປັນພະນັກງານຕ້ອນຮັບ, ພະນັກງານໃຫ້ບໍລິການ, ເປັນເລຂານຸການ ແລະ ຜູ້ຈັດການພະແນກຕ່າງໆໃນໂຮງແຮມ. ນອກຈາກນັ້ນ, ນັກສຶກສາຍັງສາມາດໄປປະກອບທຸລະກິດໂຮງແຮມ ຂອງຕົນເອງໄດ້ອີກ.



ພາກ​ຮຽນ​ທີ 1

  • ຄວາມຮູ້ພື້ນຖານກ່ຽວກັບການທ່ອງທ່ຽວ ແລະ ການໂຮງແຮມ
  • ພາສາອັງກິດສຳລັບການທ່ອງທ່ຽວ ແລະ ການໂຮງແຮມ
  • ທັກສະການສື່ສານຢ່າງມືອາຊີບ 
  • ຄອມພິວເຕີ
  • ການເມືອງລາວ
  • ການບໍລິການລູກຄ້າ
  • ຄວາມຮູ້ພື້ນຖານກ່ຽວກັບທີ່ພັກແຮມ
  • ພູມສາດດ້ານການທ່ອງທ່ຽວ
  • ການແກ້ໄຂບັນຫາ
  • ພາສາລາວ
  • ຄວາມຮູ້ພື້ນຖານກ່ຽວກັບການບໍລິຫານ
  • ການບໍລິຫານງານພະແນກຫ້ອງ​ພັກ
  • ການບໍລິຫານງານພະແນກແມ່ບ້ານ
  • ການຄິດໄລ່ໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ
  • ຄວາມຮູ້ພື້ນຖານກ່ຽວກັບການຕະຫຼາດ
  • ການຈັດ​ງານ​ປະຊຸມ, ການ​ສ້າງ​ແຮງ​ຈູງ​ໃຈ, ສຳ​ມະ​ນາ ລະ ງານ​ວາງສະ​ແດງ MICE
  • ​ການ​ປະກອບ​ທຸລະ​ກິດ
  • ສຶກສາ​ສະພາບ​ການ​ທີ່​ພົ້ນ​ເດັ່ນ​ໃນ​ຂະ​ແໜງ​ການທ່ອງທ່ຽວ ​ແລະ ການ​ໂຮງ​ແຮມ
  • ການບໍລິຫານງານດ້ານສະປາ