ການບັນຊີ

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕຼີ 4 ປີ

ການບັນຊີ ໝາຍເຖິງສິລະປະການຮວບຮວມ, ຈົດບັນທຶກ, ຈໍາແນກ, ສະຫຼຸບຜົນ ແລະ ລາຍງານຂໍ້ມູນກ່ຽວກັບເຫດການທາງເສດຖະກິດໃນຮູບຈໍານວນເງິນ. ການບັນຊີມີຄວາມສຳຄັນ ໃນຖານະເປັນພາສາທາງທູລະກິດທີ່ເປັນຕົວຊີ້ບອກສະຖານະພາບທາງການເງິນຂອງໜ່ວຍງານຕ່າງໆ ເຊິ່ງຈະຊ່ວຍສະໜອງຂໍ້ມູນພື້ນຖານສໍາລັບການວາງແຜນ, ການຄວບຄຸມ ແລະ ການຕັດສິນໃຈໃນການເລືອກແນວທາງປະຕິບັດ ເພື່ອໃຫ້ສາມາດດໍາເນີນງານໄດ້ບັນລຸຕາມເປົ້າໝາຍຂອງໜ່ວຍງານ.

ສາຂານີ້ຮຽນລົງເລິກທາງດ້ານບັນຊີ ກໍ່ຄືຫຼັກການ ແລະ ວິທີປະຕິບັດໃນການເຮັດບັນຊີ ແລະ ການສ້າງເອກະສານລາຍງານການເງິນ ໃນນັ້ນລວມມີ ການສ້າງລະບົບບັນຊີ ແລະ ການລົງບັນຊີປະເພດຕ່າງໆ ເຊັ່ນ: ບັນຊີປະຈຳວັນ ບັນຊີຫົວໃຫຍ່. ນອກນີ້, ກໍ່ມີໃບດຸ່ນດ່ຽງຊັບສົມບັດ, ໃບສະຫຼຸບຊັບສົມບັດ ແລະ ໃບລາຍງານຜົນໄດ້ຮັບ. ການຮຽນແມ່ນເນັ້ນໜັກໃສ່ບັນຊີລາວ  ແລະ ມາດຕະຖານບັນຊີສາກົນຈໍານວນໜຶ່ງ. ນັກສຶກສາຍັງຈະໄດ້ຮຽນກ່ຽວກັບການກວດສອບບັນຊີ ແລະ ພາສີ-ອາກອນ ອີກດ້ວຍ.

ວິທີການສິດສອນ ປະກອບມີການຮຽນກ່ຽວກັບທິດສະດີໂດຍຜ່ານການບັນຍາຍ ເພື່ອເປັນພື້ນຖານໃຫ້ແກ່ການປະຕິບັດ ເຊິ່ງໃນການປະຕິບັດຕົວຈິງນີ້ ແມ່ນໄດ້ມີການນໍາເອົາ ບັນຊີ ແລະ ເອກະສານທາງການເງິນຕົວຈິງ ມາເປັນກໍລະນີສຶກສາເພື່ອໃຫ້ນັກສຶກສາມີຄວາມເຂົ້າໃຈ ແລະ ສາມາດປະຕິບັດຕາມໄດ້. ນັກສຶກສາຈະໄດ້ເຮັດບົດລາຍງານຕາມລາຍວິຊາ ແລະ ລົງຝຶກງານຕາມອົງການຈັດຕັ້ງຕ່າງໆ ເຊັ່ນ: ກົມບັນຊີ ກະຊວງການເງິນ, ທະນາຄານກາງ ແລະ ບໍລິສັດເອກະຊົນຕ່າງໆ.

ຄວາມຮູ້ພື້ນຖານດ້ານການຄິດໄລ່ ເຊັ່ນ: ວິຊາຄະນິດສາດທົ່ວໄປ ແລະ ວິຊາສະຖິຕິ ພ້ອມທັງ ວິຊາສັງຄົມສາດ. ມີຄວາມສົນໃຈໃນການເຮັດວຽກກ່ຽວກັບຕົວເລກ, ການບັນທຶກລາຍການຕ່າງໆ ແລະ ການເຮັດວຽກກ່ຽວກັບເອກະສານ. ເປັນຄົນໃສ່ໃຈໃນລາຍລະອຽດ, ມີຄວາມອົດທົນ, ຄວາມຊື່ສັດສຸຈະລິດ ແລະ ຄວາມຮັບຜິດຊອບສຸງ.​

ນັກສຶກສາທີ່ຮຽນຈົບຈາກສາຂານີ້ຈະມີທັກສະວິຊາສະເພາະດ້ານບັນຊີ ຄື: ມີຄວາມຮູ້ກ່ຽວກັບເລກລະຫັດບັນຊີ, ໝວດ ແລະ ປະເພດຂອງບັນຊີລາວ ຕະຫຼອດເຖິງທັກສະພື້ນຖານໃນການລົງບັນຊີປະເພດຕ່າງໆ. ນອກຈາກນີ້ ນັກສຶກສາຍັງຈະຮູ້ວິທີການສ້າງເອກະສານລາຍງານການເງິນ ແລະ ການບັນຊີ ເຊິ່ງເປັນຂັ້ນຕອນສຸດທ້າຍຂອງວຽກບັນຊີ.

ນັກສຶກສາທີ່ຈົບຈາກສາຂານີ້ ສາມາດປະກອບອາຊີບ ເປັນນັກບັນຊີ ຫຼື ຜູ້ຊ່ວຍນັກບັນຊີ ໂດຍສາມາດເຮັດວຽກທີ່ພະແນກບັນຊີ ຂອງອົງກອນຕ່າງໆ ແລະ ສາມາດເຮັດວຽກນໍາອົງການຈັດຕັ້ງທີ່ເຮັດວຽກກ່ຽວກັບບັນຊີໂດຍສະເພາະ ເຊັ່ນ: ທະນາຄານກາງ, ກົມບັນຊີ ແລະ ບໍລິສັດກວດສອບບັນຊີເອກະຊົນພາຍໃນ ແລະ ສາກົນ (ບໍລິສັດເຄພີເອັມຈີ, ຄູເປີ, ເອີນສແອນຢັງ).

ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

  1. ເສດຖະສາດ​ຈຸລະພາກ
  2. ເສດຖະສາດມະຫາ​ພາກ
  3. ບໍລິສັດ​ບໍລິການບັນຊີ ​ແລະ​ ກວດ​ສອບ
  4. ຈັນ​ຍາ​ບັນ​ທາງ​ທຸລະ​ກິດ​-ການ​ປົກຄອງ
  5. ຫຼັກກາ​ນຕະຫຼາດ
  6. ເຕັກນິກປະ​ລິ​ມານ
  7. ການ​ບັນຊີ​ທົ່ວ​ໄປ
  8. ການ​ເງິນ​ທຸລະ​ກິດ
  9. ທຸລະ​ກິດ​ທີ່ປຶກສາ

ໝວດວິຊາສະເພາະ

  1. ການ​ບັນຊີ​ງົບປະມານ​ແຫ່ງ​ຊາດ
  2. ການບໍລິຫານການຜະລິດ ແລະ ການດຳເນີນງານ
  3. ການ​ບັນຊີ​ການ​ເງິນ
  4. ກົດໝາຍທຸລະ​ກິດ
  5. ລະບົບຂໍ້ມູນຂ່າວສານທາງ​ການ​ບັນຊີ
  6. ການບັນຊີ​ບໍລິຫານ
  7. ກົດໝາຍການ​ບັນຊີ
  8. ບໍລິສັດ​ຂ້າມ​ຊາດ
  9. ການບັນຊີ​ທະນາຄານ
  10. ການ​ເຈລະຈາ​ຕໍ່ລອງທາງ​ທຸລະ​ກິດ
  11. ການ​ບໍລິຫານ​ທະນາຄານ
  12. ມາດຕະຖາ​ນດ້ານການບັນຊີ
  13. ວິທີການຄົ້ນຄວ້າວິໄຈທາງ​ການ​ບັນຊີ
  14. ການ​ວິ​ເຄາະ ​ແລະ ​ບໍລິຫານ​ຕົ້ນທຶນ
  15. ຍຸດທະສາດການ​ບັນຊີ​ບໍລິຫານ
  16. ການ​ບັນຊີ​ການ​ເງິນ​ຂັ້ນສູງ
  17. ສ່ວຍ​ສາ​ອາກອນ
  18. ການກວດ​ສອບ ​ແລະ ​ການ​ຮັບປະກັນ
  19. ການລາຍ​ງານ​ການ​ເງິນ
  20. ກົດ​ຈັນ​ຍາບັນ​ທາງ​ການ​ບັນຊີ
  21. ການບັນຊີໂຄງການ
  22. ບັນຊີ​ສ່ວຍ​ສາ​ອາກອນ
  23. ການ​ຕິດຕາມ ​ແລະ​ ປະ​ເມີນ​ຜົນ​ໂຄງການ
  24. ໂປຣ​ແກຣມການ​ບັນຊີ ​ແລະ ​ການ​ນໍາ​ໃຊ້
  25. ການ​ອອກ​ແບບ ​ແລະ ​ຕິດຕັ້ງລະບົບ​ບັນຊີ
  26. ການ​ບັນຊີ​ລະຫວ່າງ​ປະ​ເທດ