ສາຂາ ການບັນຊີ



ວິທະຍາໄລ ເຕັກນິກປາກປ່າສັກ



ຊັ້ນກາງ 2 ປີ; ​ ຊັ້ນສູງ 3 ປີ



ການບັນຊີ ແມ່ນ ການຈົດກ່າຍ, ການລາຍງານສະຖານະທາງການເງິນ ແລະ ການບັກທຶກລາຍຮັບລາຍຈ່າຍຕ່າງໆ  ເລີ່ມຕັ້ງແຕ່ການບັນທຶກບັນຊີພາຍໃນຄອບຄົວ ຈົນເຖິງບັນດາອົງກອນ ແລະ ອົງການຈັດຕັ້ງຕ່າງໆ. ການ​ບັນຊີ ​ຖື​ເປັນວຽກງານ​ທີ່​ສໍາ​ຄັນ​ສໍາລັບທຸກໆ ຫົວໜ່ວຍທຸລະ​ກິດ ​ແລະ ​ທຸກໆຂະ​ແໜງການ ​ເນື່ອງ​ຈາກ​ການ​ບັນ​ຊີ​ປຽບສະເໝືອນ​ເສົາ​ຄໍ້າ​ຫຼັກຂອງ​ອົງ​ກອນ​ທີ່​ສາມາດ​ນໍາພາ​ອົງ​ກອນ​ໃຫ້​ປ​ະສົບ​ຜົນ​ສໍາ​ເລັດ ຫຼື ລົ້ົມ​ເຫຼວ​ໄດ້.



ສາຂາ​ນີ້ ຮຽນ​ກ່ຽວ​ກັບ​ພາບ​ລວມຂອງບັນດາປະເພດບັນຊີຕ່າງໆ ເຊັ່ນ: ​ບັນຊີວິສາຫະກິດ, ບັນຊີງົບປະມານ, ບັນຊີທະນາຄານ, ບັນຊີວິໄຈ, ບັນຊີການເງິນ, ບັນຊີບໍລິຫານ, ສ່ວຍສາອາກອນ  ແລະ ການກວດສອບບັນຊີ. ນອກ​ນັ້ນ, ຍັງ​ຮຽນຮູ້​ກ່ຽວ​ກັບການນໍາໃຊ້ຄອມພິວເຕີ, ພາສາອັງກິດ ອີກທັງຍັງຈະໄດ້ສຶກສາຄຸນສົມບັດ ແລະ ຈັນຍາບັນທາງທຸລະກິດ-ການປົກຄອງໃນວິຊາຊີບການບັນຊີອີກດ້ວຍ.



ວິທີ​ການ​ສິດສອນ​ຂອງ​ສາຂາ​ນີ້​ແມ່ນ​ອີງ​ໃສ່​​ພາກ​ທິດ​ສະ​ດີເປັນຫຼັກ ​ແລະ ຍັງມີພາກປະຕິບັດ​ຕົວ​ຈິງໂດຍນຳເອົານັກສຶກສາເປັນໃຈກາງໃນການສິດສອນ ພ້ອມທັງຍັງ​ມີ​ການ​ໄປ​ທັດສະນະ​ທຸກໆປີ. ສໍາລັບ​ນັກ​ສຶກສາ​ປີ​ສຸດ​ທ້າຍ ​ແມ່ນ ຈະ​ໄດ້​ຂຽນບົດ​ລາຍ​ງານ ​ແລະ​ໄດ້​ຮັບ​ໂອກາດ​ໄປ​ລົງ​ຝຶກ​ງານ​ຕາມ​ອົງການຈັດຕັ້ງທີ່ກ່ຽວຂ້ອງທັງ​ໃນ​ພາກ​ລັດ ​ແລະ ​ເອກະ​ຊົນຕ່າງໆ.



ມີ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ຄໍານວນ​ເຊັ່ນ: ຄະນິດສາດ, ຄອມ​ພິ​ວ​ເຕີ (ການ​ນໍາໃຊ້ Word, Excel) ​ແລະ ພາສາ​ຕ່າງປະ​ເທດ; ເປັນຄົນມີຄວາມລະອຽດຮຽບຮ້ອຍ, ມີ​ຄວາມ​ສາມາດ​ໃນ​ການວາງ​ແຜນ, ວິ​ເຄາະ​ສະຖານະ​ການ, ມີ​ຄວາມ​ຊື່​ສັດ​ສຸ​ຈະລິດ, ​ມະນຸດ​ສຳພັນ​ດີ ​ແລະ ຍຸດຕິ​ທຳ​ໃນ​ການ​ຈັດການ​ດ້ານ​ການ​ເງິນ.

ມີ​ຄວາມ​ຮູ້ດ້ານ​ ການຄິດ​ໄລ່​ບັນຊີ; ມີຄວາມ​ສາມາດ​ໃນການ​ວິ​ເຄາະ ​ແລະ ຄາດ​ຄະ​ເນມູນຄ່າ​ໃຊ້ຈ່າຍຕ່າງໆ, ​ການ​ນໍາໃຊ້ໄອ​ທີ-ຄອມ​ພິວ​ເຕີ​​​ເຂົ້າ​ວຽກງານ​ການ​ບັນຊີ ແລະ ຄວາມຮູ້ດ້ານພາສາຕ່າງປະເທດລະດັບ​ພື້ນຖານ ອີກດ້ວຍ​. ນອກ​ນັ້ນ, ຍັງສາມາດ​ພັດທະນາ ​ແລະ ສ້າງຕົນ​ເອງ​ໃຫ້​ເປັນ​ນັກບັນຊີທີ່​ດີ​ໃນ​ສັງຄົມ.



ທາງ​ເລືອກ​ໃນ​ການ​ປະກອບ​ອາຊີບກໍຄື ວຽກ​ງານ​ໃນ​ທຸກຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ກັບ​ການ​​ບັນຊີຕ່າງໆ​ເຊັ່ນ: ​ເປັນ​ພະນັກງານ​ບັນຊີໃນບັນດາອົງການຈັດຕັ້ງລັດ, ທຸລະ​ກິດ ​ແລະ ສະ​ຖາ​ບັນ​ການ​ເງິນ​ຕ່າງໆ (ພະນັກງານ​ຝ່າຍ​ການບັນຊີ, ພະນັກງານ​ບັນຊີ, ຜູ້​ຊ່ວຍ​ວາງ​ແຜນ​ທາງ​ດ້ານ​ການ​ເງິນ-ການບັນຊີ) ​ເປັນຕົ້ນ.



  1. ຫຼັກການ​ບັນຊີ (ຄວາມ​ຮູ້​ພື້ນຖານ​ກ່ຽວກັບ​ການ​ບັນຊີ)

  2. ການ​ບັນຊີ​ວິ​ສາຫະ​ກິດ​ການ​ຄ້າ

  3. ການ​ບັນຊີ​ວິ​ສາຫະ​ກິດບໍລິການ

  4. ການ​ບັນຊີ​ວິ​ສາຫະ​ກິດອຸດ​ສາຫະ​ກໍາ (ການ​ຜະລິດ)

  5. ບັນຫາ​ສະ​ເພາະ​ທາງ​ບັນຊີ

  6. ບັນຊີ​ລົງ​ເລິກ

  7. ການບັນຊີ​ວິ​ໄຈ

  8. ກວດ​ສອບ​ບັນຊີ

  9. ການ​ບັນຊີ​ວິ​ສາຫະ​ກິດ

  10. ບັນຊີ​ການ​ທະນາຄານ

  11. ວິ​ໄຈ​ການ​ເງິນ

  12. ງົບປະມານ​ການ​ເງິນ

  13. ​ເລຂານຸການ

  14. ​ເລກ​ການ​ຄ້າ

  15. ສະຖິຕິ​ພື້ນຖານ

  16. ສະຖິຕິ​ທຸລະ​ກິດ

  17. ການ​ເງິນ​ທຸລະ​ກິດ

  18. ການ​ເງິນ-ການ​ທະນາຄານ

  19. ການ​ເງິນ​ພາກ​ລັດ

  20. ກົດໝາຍວ່າ​ດ້ວຍ​ສ່ວຍ​ສາ​ອາກອນ

  21. ການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກ

  22. ທຸລະ​ກິດ​ພື້ນຖານ (KAB)

  23. ຄາມ​ຮູ້​ພື້ນຖານ​ກ່ຽວກັບ​ການ​ຄ້າ

  24. ການ​ບໍລິຫານ​ທຸລະ​ກິດ

  25. ການ​ບໍລິຫານ​ຊັບພະຍາກອນ​ມະນຸດ

  26. ການ​ບໍລິຫານ​ການ​ຜະລິດ

  27. ການວາງ​ແຜນ ​ແລະ ບໍລິຫານ​ໂຄງການ