ອິນຟໍເມຕິກບັນຊີ

ວິທະຍາ​ໄລ​ເຕັກນິກ-ວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ

ຊັ້ນກາງ 2 ປີ

ອິນຟໍເມຕິກບັນຊີ  ໝາຍເຖິງ ການຈັດການບັນຊີ ໂດຍນໍາໃຊ້ລະບົບເຕັກໂນໂລຊີຄອມພິວເຕີ ທີ່ຖືກພັດທະນາຂຶ້ນ ເພື່ອໃຫ້ມີການເກັບກໍາບັນຊີທີ່ສະດວກສະບາຍ ແລະ ເປັນລະບົບຂຶ້ນ. ປັດຈຸບັນ, ຮ້ານຄ້າ ຫຼື ທຸລະກິດທຸກຂະໜາດ ລ້ວນແຕ່ ຕ້ອງມີການເກັບກຳບັນຊີ ເພື່ອໃຫ້ຮູ້ລາຍຈ່າຍ, ລາຍຮັບ, ຜົນກຳໄລ ແລະ ຂາດທຶນ. ແຕ່ການຄວບຄຸມ ຕ້ອງໄດ້ສ້າງ ໂປຣແກຣມບັນຊີທີ່ຊັບຊ້ອນ ເຊິ່ງຕ້ອງໄດ້ໃຊ້ຄວາມຮູ້ທັງການບັນຊີ ແລະ ຄອມພິວເຕີໄປນຳກັນ

ອິນຟໍເມຕິກບັນຊີ ສຶກສາ ກ່ຽວກັບການບັນຊີ ຄວບຄູ່ໄປກັບການຮຽນໃຊ້ ແລະ ສ້າງຊອຟແວຣ໌ ກ່ຽວກັບບັນຊີ ເຊິ່ງສາຂາ ອິນຟໍເມຕິກບັນຊີ ຫຼື ຄອມພິວເຕີທຸລະກິດ ແມ່ນການຮຽນທີ່ເນັ້ນໜັກໃສ່ການເຮັດບັນຊີທີ່ນຳໃຊ້ຄອມພິວເຕີເປັນເຄື່ອງມືຫຼັກ ເນື່ອງຈາກການເຮັດບັນຊີແບບໃໝ່ ແມ່ນມີຄວາມຈຳ​ເປັນທີ່ຕ້ອງສຶກສາແບບຕິດພັນກັບ ເຕັກໂນໂລຊີ ແລະ ນໍາໃຊ້ຄອມພິວເຕີ ເຂົ້າໃນການຄວບຄຸມບັນຊີ ບໍ່ວ່າຈະເປັນລະບົບບັນຊີຂະໜາດນ້ອຍ, ກາງ ຫຼື ໃຫຍ່. 

ວິທີການສຶກສາ ແມ່ນປະກອບມີພາກທິດສະດີ ແລະ ພາກປະຕິບັດຕົວຈິງໄປຄຽງຄູ່ກັນເຊັ່ນ: ການເຮັດບົດລາຍງານ, ບົດສະເໜີ ແລະ ບົດຝຶກຫັດ ທີ່ຕິດພັນກັບການນໍາໃຊ້ບັນຊີແບບເອເລັກໂຕຣນິກ. ນອກນັ້ນ, ນັກສຶກສາ ຍັງຈະໄດ້ໄປ ທັດສະນະສຶກສາ ຕາມສະຖານທີ່ຕ່າງໆ ທີ່ມີການນໍາໃຊ້ ລະບົບອິນຟໍເມຕິກບັນຊີ ແລະ ລົງຝຶກງານ ກັບບັນດາອົງກອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ທັງໃນຫ້ອງການທາງພາກລັດ ແລະ ເອກະຊົນ.  

ຄວາມຮູ້ພື້ນຖານ ດ້ານ ຄະນິດສາດ, ພາສາອັງກິດ ແລະ ຄອມພີວເຕີ ເປັນຕົ້ນແມ່ນ ການນໍາໃຊ້ໂປແກຣມ Word ແລະ Excel. ມີທັກສະ ໃນການຄໍານວນ, ວາງແຜນ ແລະ ວິເຄາະສະຖານະການ. ມີຄວາມມັກຮັກດ້ານ ການບໍລິການ ແລະ ຄິດໄລ່ບັນຊີ. ເປັນຄົນ ມີມະນຸດສຳພັນດີ, ຊື່ສັດ, ຍຸດຕິທຳ ແລະ ມີຄວາມຮັບຜິດຊອບສູງ

ສາມາດ ສ້າງ, ເດີນ ແລະ ສະຫຼຸບບັນຊີຕ່າງໆ ບໍ່ວ່າຈະເປັນບັນຊີວິສາຫະກິດ ແລະ ບັນຊີບໍລິຫານງົບປະມານ ໂດຍການນໍາໃຊ້ ຄອມພິວເຕີ. ສາມາດນໍາໃຊ້ໂປຣແກຣມບັນຊີ, ຂຽນໂມດູນໂປຣແກຣມພື້ນຖານທີ່ນຳໃຊ້ໃນຂົງເຂດບັນຊີ, ການເງິນ ແລະ ຄຸ້ມຄອງບັນຊີເປັນຕົ້ນ. 

ນັກ​ສຶກ​ສາ​ ​ສາ​ມາດເຮັດວຽກກັບ​ບໍ​ລິ​ສັດ, ​ອົງ​ການ​ຈັດ​ຕັ້ງຕ່າງໆ ​ທັງໃນ​ພາກ​ລັດ ​ແລະ ​ເອ​ກະ​ຊົນ ​ທີ່ເຮັດວຽກກ່ຽວ ຂ້ອງກັບການຄິດໄລ່ ລາຍຮັບລາຍຈ່າຍ, ການເງິນ ແລະ ບັນຊີ. ນ​ອກ​ຈາກ​ນີ້, ​ນັກ​ສຶກ​ສາ​ ຍັງ​ສາ​ມາດ​ນຳ​ໃຊ້​ຄວາມ​ຮູ້​ຄວາມ​ສາ​ມາດ​ໃນ​ການ​ຄິດ​ໄລ່​ບັນ​ຊີ​ ເພື່ອ​​ບໍ​ລິ​ຫານ ​ທຸ​ລະກິດຂອງຕົນເອງ ໄດ້​ອີກດ້ວຍ.

ໝວດວິຊາສະເພາະ 

  1. ຄວາມຮູ້ເບື້ອງຕົ້ນກ່ຽວກັບການຕະຫຼາດ
  2. ເລີ່ມຕົ້ນທຸລະກິດ SYB
  3. ບັນຊີງົບປະມານ
  4. ເສດຖະສາດ
  5. ການເງິນທົ່ວໄປ
  6. ໂຄງສ້າງຄອມພິວເຕີຫ້ອງການ 
  7. ອອກແບບເວັບ 
  8. MS Visual Basic
  9. ຄຸ້ມຄອງການຜະລິດ
  10. ຄຸ້ມຄອງໂຄງການ
  11. ບັນຊີວິສາຫະກິດ 
  12. ອອກແບບ ແລະ ສ້າງຖານຂໍ້ມູນ
  13. ຖານຂໍ້ມູນ
  14. ບັນຊີຄອມພິວເຕີ
  15. ກຣາບຟິກດີຊາຍ
  16. ຄອບພິວເຕີພື້ນຖານ

ຖະໜົນໜອງບອນ, ບ້ານນາໄຊໝ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

ໂທ: 021n412461, Fax: 021 453126, Email: vihas@hotmail.com

www.vihatec.edu.la