ກົນຈັກກະສິກໍາ
ກົນຈັກກະສິກໍາ ໝາຍເຖິງເຄື່ອງຈັກທີ່ນໍາໃຊ້ເຂົ້າໃນວຽກງານກະສິກໍາປູກຝັງ ແລະ ລ້ຽງສັດ ເຊິ່ງມີຈຸດປະສົງໃນການອໍານວຍຄວາມສະດວກໃຫ້ແກ່ຊາວກະສິກອນ, ຫຼຸດຜ່ອນຕົ້ນທຶນ ແລະ ເພີ່ມສະມັດຖະພາບການຜະລິດ ເພື່ອໃຫ້ສອດຄ່ອງກັບແນວ ທາງນະໂຍບາຍສົ່ງເສີມກະສິກໍາ ທີ່ລັດຖະບານໄດ້ວາງອອກ. ສາຂານີ້ມີຄວາມສໍາຄັນ ທີ່ຈະຊ່ວຍສ້າງນາຍຊ່າງຊໍານານງານ ທີ່ສາມາດສ້ອມແປງ ແລະ ບໍາລຸງຮັກສາເຄື່ອງຈັກດັ່ງກ່າວ ໃຫ້ສາມາດດໍາເນີນງານໄດ້ຢ່າງມີປະສິດທິພາບ ແລະ ໄດ້ມາດຕະຖານ.
ສາຂານີ້ ສຶກສາກ່ຽວກັບຄວາມຮູ້ຕ່າງໆທີ່ເປັນອົງປະກອບຂອງເຄື່ອງກົນຈັກກະສິກໍາ ປູກຝັງ ແລະ ລ້ຽງສັດ ເປັນຕົ້ນແມ່ນ ລົດໄຖນາ, ລົດດໍານາ, ລົດກ່ຽວເຂົ້າ, ຈັກຟາດເຂົ້າ ແລະ ອື່ນໆ; ເຊິ່ງໃນນັ້ນ ນັກສຶກສາຈະໄດ້ຮຽນຮູ້ຕັ້ງແຕ່ ໂຄງສ້າງຂອງເຄື່ອງຈັກ ແລະ ລະບົບທີ່ກ່ຽວຂ້ອງກັບການທໍາງານຕ່າງໆຂອງເຄື່ອງຈັກ, ວິທີການນໍາໃຊ້ ແລະ ເຕັກນິກໃນການສ້ອມແປງເຄື່ອງຈັກດັ່ງກ່າວ ແລະ ວິທີການໃນການບໍາລຸງຮັກສາ ເພື່ອເພີ່ມອາຍຸການໃຊ້ງານຂອງເຄື່ອງຈັກ ໃຫ້ໄດ້ຍາວນານ.
ວິທີການສິດສອນຂອງສາຂານີ້ ລວມມີການຮຽນທິດສະດີພຽງແຕ່ 40% ສ່ວນອີກ 60% ແມ່ນຈະເນັ້ນໃສ່ການຮຽນຈາກພາກປະຕິບັດຕົວຈິງເຊັ່ນ: ນັກຮຽນຈະໄດ້ມີການປະກອບ ແລະ ແປງເຄື່ອງຈັກການກະເສດ ເຊິ່ງຈະນໍາໃຊ້ຫຼັກການສິດສອນແບບ 4 ຂັ້ນຕອນ ເຊັ່ນ: ອາຈານອະທິບາຍ, ສາທິດ, ຕິດຕາມ, ກວດກາ ໂດຍ ນັກຮຽນ ເຮັດຕາມ ແລະ ເຝິກແອບ; ແລະ ນັກຮຽນຈະໄດ້ລົງເຝິກງານນໍາບໍລິສັດຕ່າງໆທີ່ກ່ຽວຂ້ອງ ແລະ ສາມາດເຝິກງານພາຍໃນໂຮງຮຽນກໍ່ໄດ້.
ມີຄວາມຮູ້ກ່ຽວກັບຊິ້ນສ່ວນປະກອບຕ່າງໆ ແລະ ມີຄວາມເຂົ້າໃຈກ່ຽວກັບລະບົບການເຮັດວຽກຂອງເຄື່ອງກົນຈັກກະສິກໍາ; ມີີຄວາມຮູ້ພື້ນຖານກ່ຽວກັບການຄວບຄຸມ ແລະ ນໍາໃຊ້ເຄື່ອງກົນຈັກກະສິກໍາ ເຂົ້າໃນວຽກງານປູກຝັງ ແລະ ລ້ຽງສັດ; ສາມາດຄິດໄລ່ສ້ອມແປງເຄື່ອງກົນຈັກກະສິກໍາ; ແລະ ຮູ້ວິທີການທີ່ເໝາະສົມໃນການບໍາລຸງຮັກສາເຄື່ອງກົນຈັກກະສິກໍາ.
ສາມາດປະກອບອາຊີບເປັນວິຊາການ ແລະ ນາຍຊ່າງທາງດ້ານກົນຈັກກະສິກໍາ ທີ່ບັນຈຸເຂົ້າໃນສັງກັດຕ່າງໆ ບໍ່ວ່າຈະເປັນ ບໍລິສັດທີ່ນໍາເຂົ້າ, ຈໍາໜ່າຍ, ຜະລິດ ຫຼື ມີການນໍາໃຊ້ກົນຈັກກະສິິກໍາ ເຊັ່ນ: ບໍລິສັດ KUBOTA ແລະ ຫ້າງຮ້ານອື່ນໆທີ່ກ່ຽວຂ້ອງ. ນອກນີ້ ຍັງສາມາດປະກອບທູລະກິດສ່ວນຕົວທີ່ກ່ຽວກັບການແປງລົດ ແລະ ກົນຈັກຕ່າງໆ.
Leave A Comment