ການລ້ຽງສັດ

ຄະນະ​ກະ​ເສດ​ສາດ, ມະຫາວິທະຍາໄລ ແຫ່ງຊາດລາວ

ຫຼັກສູດປະລິນຍາຕີ 4 ປີ

ການລ້ຽງສັດ ແມ່ນກິດຈະກໍາທີ່ຕິດພັນກັບການຄຸ້ມຄອງ ແລະ ຮັກສາສັດທີ່ຢູ່ໃນການຄອບຄອງຂອງບຸກຄົນ ເຊິ່ງມີຈຸດປະສົງ ເພື່ອການບໍລິໂພກ  ແລະ ການຄ້າ.  ສາຂານີ້ມີຄວາມສໍາຄັນຕໍ່ການຕອບສະໜອງທາງດ້ານສະບຽງອາຫານ ແລະ ຂະແໜງອຸດສາຫະກໍາປຸງແຕ່ງອາຫານ ເຊິ່ງມີຄວາມສໍາຄັນຢ່າງຍິ່ງຕໍ່ກັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຮັບປະກັນຄຸນນະພາບຊີ ວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະດ້ານສຸຂະພາບ, ໂພຊະນາການ ແລະ ການພັດທະນາເສດຖະກິດ-ສັງຄົມ. 

ສາຂານີ້ ຮຽນກ່ຽວກັບ ບັນດາກິດຈະກໍາຕ່າງໆ ທີ່ນໍາໃຊ້ເຂົ້າໃນລະບົບການລ້ຽງສັດ, ຄຽງຄູ່ໄປກັບ ກິດຈະກໍາທາງດ້ານ ກະສິກໍາອື່ນໆ ກໍ່ຄື ການປູກຝັງ ແລະ ການປະມົງ ເພື່ອຕອບສະໜອງ ທາງດ້ານທັນຍາຫານ ແລະ ອາຫານ ໃຫ້ແກ່ ຄົນ ແລະ ສັດ; ຮຽນຮູ້ ວິທີການໃນການບົວລະບັດຮັກສາສັດລ້ຽງ ເປັນຕົ້ນແມ່ນ ການຈັດສັນສະຖານທີ່ສັດລ້ຽງ,​ ການປັບປຸງພັນສັດ, ວິທີການໃຫ້ອາຫານ ແກ່ສັດລ້ຽງ, ໂພຊະນາການຕໍ່ຮ່າງກາຍສັດ, ພະຍາດຂອງສັດ, ວິທີປິ່ນປົວສັດ ແລະ ອື່ນໆ.

ການສິດສອນຂອງ ສາຂາວິຊາ ການລ້ຽງສັດ ມີການບັນຍາຍທາງດ້ານທິດສະດີ ໃນຫ້ອງຮຽນ 60% ແລະ ອີກ 40% ຂອງການຮຽນ ແມ່ນການປະຕິບັດຕົວຈິງ ໂດຍການເຮັດວຽກໃນຄອກສັດ ແລະ ຟາມລ້ຽງສັດ ເປັນກຸ່ມ ພ້ອມທັງມີ ການຂຽນບົດລາຍງານຈາກການປະຕິບັດຕົວຈິງດັ່ງກ່າວ, ມີການເຂົ້າຫ້ອງທົດລອງເພື່ອເຮັດການວິໄຈ ແລະ ຢັ້ງຢືນຜົນການທົດລອງ.  ນອກຈາກນັ້ນ, ຍັງມີການໄປທັດສະນະສຶກສາຕາມສູນລ້ຽງສັດ ໃນແຫ່ງຕ່າງໆ.  

 

ຄວນມີຄວາມຮູ້ພື້ນຖານ ດ້ານຄະນິດສາດ, ພູມສາດ, ເຄມີສາດ ແລະ ຊີວະສາດ.  ເປັນຄົນທີ່ມີທັກສະ ໃນການວິເຄາະ ແລະ ໃສ່ໃຈໃນລາຍລະອຽດ. ເປັນຄົນ ທີ່ມີຄວາມອົດທົນ ແລະ ມີຄວາມລະອຽດອ່ອນ. ມີຄວາມມັກ ແລະ ສົນໃຈ ເປັນພິເສດ ຕໍ່ການລ້ຽງສັດ ແລະ ເປັນຄົນທີ່ ສາມາດເຮັດວຽກກັບສັດໄດ້ ແລະ ຮັກສັດ.

ສາມາດດໍາເນີນການຄຸ້ມຄອງສັດ ແລະ ຄອກສັດລ້ຽງ ຢ່າງເປັນລະບົບ; ຮູ້ໄດ້ເຖິງວິທີ ການໃຫ້ນໍ້າ ແລະ ອາຫານແກ່ສັດ ຢ່າງຖືກຕ້ອງຕາມໂພຊະນາການທີ່ສັດຕ້ອງການ;  ສາມາດຮູ້ໄດ້ເຖິງວິທີການໃນການປ້ອງກັນພະຍາດທີ່ອາດເກີດຂຶ້ນຈາກສັດ ແລະ ສາມາດປີ່ນປົວພະຍາດສັດໄດ້ໃນຂັ້ນພື້ນຖານ; ແລະ ຮູ້ຈັກຄິດໄລ່ອັດຕາການເຕີບໂຕ, ການຄາດຄະເນໄດ້ແນ່ຊັດ.

ເປັນຜູ້ປະກອບການທຸລະກິດທາງດ້ານການລ້ຽງສັດ ແລະ ການຂະຫຍາຍພັນສັດ ຫຼື ເປັນພະນັກງານຄຸ້ມຄອງຟາມ.  ສາມາດປະກອບອາຊີບເປັນນັກພັດທະນາ ແລະ ສົ່ງເສີມທາງດ້ານກະສິກໍາ ຂອງໂຄງການສົ່ງເສີມ ຫຼື ຂອງກະຊວງກະສິກໍາ ແລະ ປ່າໄມ້. ເປັນນັກວິຊາການທາງດ້ານໂພຊະນາການທາງດ້ານອາຫານຂອງສັດ ຕາມ ບໍລິສັດ ອາຫານສັດ.

ໝວດວິຊາພື້ນຖານວິຊາສະເພາະ

  1. ເຄມີອົງຄະທາດ
  2. ຊີວະເຄມີ
  3. ສະຖິຕິກະສິກໍາ
  4. ສັດຕະວະສາດ
  5. ພືດສາດ
  6. ສັງຄົມວິທະຍາຊົນນະບົດ
  7. ນິເວດວິທະຍາ
  8. ພາສາຕ່າງປະເທດ
  9. ວິທະຍາສາດດິນ
  10. ສີລະສາດສັດ 
  11. ສີລະສາດພືດ
  12. ອຸຕຸນິຍົມວິທະຍາກະສິກໍາ
  13. ວິສະວະກໍາກະສິກໍາ
  14. ການວາງແຜນ-ຄຸ້ມຄອງໂຄງການ
  15. ກໍາມະພັນທົ່ວໄປ
  16. ຈຸລະຊີວະວິທະຍາ
  17. ຝຶກຫັດເຕັກນິກການຜະລິດ

ໝວດວິຊາສະເພາະ

  1. ຫຼັກການກະສິກໍານະໂຍບາຍກະສິກໍາ
  2. ພັດທະນາ ແລະ ສົ່ງເສີມ
  3. ສະຖິິຕິ ແລະ ການທົດລອງ
  4. ລະບົບການລ້ຽງສັດ
  5. ລະບົບການປູກພືດ
  6. ລະບົບການຜະລິດກະສິກໍາ
  7. ພືດອາຫານສັດ
  8. ການຜະລິດສັດ
  9. ອາຫານສັດ
  10. ປັບປຸງພັນສັດ 
  11. ການລ້ຽງສັດໃຫຍ່
  12. ຜະລິດສັດແບບປະສົມປະສານ
  13. ການລ້ຽງປາ 
  14. ການລ້ຽງສັດປີກ
  15. ພະຍາດສັດ
  16. ການຢາ
  17. ວິນິດໄສພະຍາດສັດ
  18. ກວດກາຜະລິດຕະພັນສັດ

ບ້ານປາກຊາບ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ມະຫະວິທະຍາໄລແຫ່ງຊາດ, ຄະນະ ກະເສດສາດ, ຕຸ້ ປ.ນ 7322, ໂທ: 021​870052, ແຟັກ: 021870131