ປະຫວັດສາດ ແລະ ມະນຸດວິທະຍາ

ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດລາວ

ຫຼັກສຸດ ປະລິນຍາຕຼີ 4 ປີ

ປະຫວັດສາດໝາຍເຖິງເຫດການທີ່ເກີດຂຶ້ນໃນອະດີດ ແລະ ສິ່ງທີ່ມະນຸດໄດ້ກະທໍາ ຫຼື ສ້າງແນວຄວາມຄິດໄວ້. ມະນຸດວິທະຍາແມ່ນການສຶກສາກ່ຽວກັບມະນຸດ ນັບຕັ້ງແຕ່ຄວາມເປັນມາຈົນເຖິງຜົົນງານການປະດິດສ້າງຂອງມະນຸດ. ທັງສອງສາຂາມີຄວາມສຳຄັນ ເພາະໄດ້ສຶກສາກ່ຽວກັບເຫດການໃນອະດີດທີ່ຕິດພັນກັບຄົນ ແລະ ສັງຄົມເພື່ອໃຫ້ເຂົ້າໃຈປັດຈຸບັນ, ສາມາດວິ​ເຄາະ ​ແລະ ​ຄາດ​ເດົາສິ່ງຈະເກີດຂຶ້ນໃນອະນາຄົດ ຫຼື ຖອດຖອນບົດຮຽນເພື່ອຫຼີກລ້ຽງບໍ່ໃຫ້ສິ່ງທີ່ຜິດພາດເກີດຂຶ້ນຊ້ຳຮອຍ.

ສາຂານີ້ຈະຮຽນຄວບຄູ່ກັນລະຫວ່າງປະຫວັດສາດ ແລະ ມະນຸດວິທະຍາ, ໃນນັ້ນລວມມີ: ປະຫວັດສາດລາວ, ປະຫວັດສາດພາກພື້ນ ແລະ ປະຫວັດສາດໂລກສະໄໝບູຮານຈົນເຖິງປັດຈຸບັນ. ສໍາລັບມະນຸດວິທະຍາແມ່ນຈະໄດ້ຮຽນກ່ຽວກັບການກໍາເນີດ, ການຕັ້ງຖິ່ນຖານ ແລະ ວິວັດທະນາການຂອງມະນຸດ, ລັກສະນະທາງກາຍະພາບຂອງມະນຸດ, ວິຖີຊີວິດ ແລະ ວັດທະ ນະທຳຂອງຊົນເຜົ່າຕ່າງໆ. ນອກນີ້ຍັງໄດ້ຮຽນທິດສະດີ, ຫຼັກການ ແລະ ວິທີວິໄຈທາງປະຫວັດສາດ ແລະ ມະນຸດວິທະຍາ.

ວິທີການສິດສອນໃນ​ພາກ​ທິດ​ສະ​ດີແມ່ນ​​ມີ​ການນຳໃຊ້ການບັນຍາຍ ພ້ອມກັບເອກະສານ ແລະ ຮູບພາບ​ ເພື່ອປະກອບເຂົ້າໃນການ​ຮຽນ​-ການສອນ​. ສໍາລັບພາກປະຕິບັດແມ່ນ​ຈະມີການທັດສະນະສຶກສາໃນສະຖານທີ່ທາງປະຫວັດສາດ ແລະ ລົງຝຶກຫັດຢູ່ບັນດາສຳນັກງານ ແລະ ​ອົງກອນທີ່ກ່ຽວຂ້ອງ, ມີການເຂົ້າ​ຮ່​ວມໂຄງການວິໄຈກັບນັກວິໄຈລາວ ແລະ ຕ່າງປະເທດ ໃນການເກັບກຳຂໍ້ມູນທາງປະຫວັດສາດ ແລະ ຊົນເຜົ່າວິທະຍາ ແລະ ມີກິດຈະກໍາອື່ນໆເຊັ່ນ: ການສໍາມະນາ ແລະ ການຝຶກອົບຮົມ.  

ມີ​ຄວາມສົນໃຈຕໍ່ສິ່ງຕ່າງໆທີ່ເກີດຂຶ້ນໃນສັງຄົມ, ​ມີ​ຄວາມສະຫງວນຮັກ​ໃນ​ການຊອກຫາຄວາມຮູ້, ມັກສັງເກດ ແລະ ຕັ້ງຄໍາຖາມຕໍ່ປະກົດການ ຫຼື ເຫດການທີ່ເກີດຂຶ້ນຢູ່ໃນສັງຄົມລາວ, ໃນພາກພື້ນ ແລະ ສາກົນ. ເປັນຄົນທີ່ມີຄວາມມັກຮັກໃນການອ່ານ, ການ​ຮຽນ​ຮູ້​ພາ​ສາ, ຮີດຄອງປະເພນີ​ ແລະ ວັດ​ທະ​ນະ​ທຳ​ໃຫມ່ໆ. ​

​ນັກສຶກສາຈະສາມາດວິເຄາະເຫດການ ແລະ ປະກົດການທີ່ເກີດຂຶ້ນໃນອະດີດ ແລະ ປະຈຸບັນ, ໂດຍວິເຄາະຈາກເອກະສານ, ຂໍ້ມູນຈາກການສຳພາດ ແລະ ຫຼັກຖານທາງປະຫວັດສາດອື່ນໆ. ສາມາດດໍາເນີນການຄົ້ນຄວ້າວິໄຈທາງປະຫວັດສາດ ແລະ ມະນຸດວິທະຍາ, ສາມາດສ້າງແຜນພັດທະນາທ້ອງຖິ່ນ, ແຜນຟື້ນຟູ, ຮັກສາ ແລະ ສົ່ງເສີມ ປະເພນີວັດທະນະທໍາບັນດາເຜົ່າ.

ນັກສຶກສາທີ່ຮຽນຈົບຈາກສາຂານີ້ສາມາດປະກອບອາຊີບເປັນນັກວິຊາການໃນພະແນກ ແລະ ຫ້ອງ ການວັດທະນະທຳ ຂັ້ນແຂວງ ແລະ ເມືອງ, ເປັນນັກຄົ້ນຄວ້າໃນສະຖາບັນຄົ້ນຄວ້າວິທະຍາສາດສັງຄົມ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ເປັນນັກປະຫວັດສາດ, ນັກມະນຸດວິທະຍາ, ນັກພັດທະນາທ້ອງຖິ່ນ, ຄູສອນ, ພະນັກງານນຳທ່ຽວ ແລະ ອື່ນໆ. 

  1. ປະຫວັດສາດລາວບູຮານ
  2. ປະຫວັດສາດລາວລ້ານຊ້າງ
  3. ປະຫວັດສາດລາວສະໄໝໃໝ່
  4. ປະຫວັດສາດລາວສະໄໝປະຈຸບັນ
  5. ປະຫວັດສາດຄວາມສໍາພັນຕ່າງປະເທດລາວ
  6. ປະຫວັດສາດແຫຼ່ງທ່ອງທ່ຽວໃນລາວ
  7. ປະຫວັດສາດເສດຖະກິດສັງຄົມ ແລະ ການປົກຄອງລາວ
  8. ປະຫວັດສາດການສຶກສາລາວ
  9. ປະຫວັດສາດພັກການເມືອງລາວ
  10. ປະຫວັດສາດສິລະປະ
  11. ປະຫວັດສາດທ້ອງຖິ່ນ
  12. ປະຫວັດສາດໂລກສະໄໝບູຮານ-ກາງ
  13. ປະຫວັດສາດໂລກສະໄໝໃໝ່-ປະຈຸບັນ
  14. ປະຫວັດສາດການພົວພັນສາກົນ
  15. ປະຫວັດສາດອາຊີຕາເວັນອອກສຽງໃຕ້
  16. ວິເຄາະເຫດການໂລກປັດຈຸບັນ
  17. ສຳມະນາປະຫວັດສາດທ້ອງຖິ່ນ
  18. ມະນຸດວິທະຍາກາຍະພາບ
  19. ມະນຸດວິທະຍາວັດທະນະທໍາ
  20. ມະນຸດກັບສັງຄົມ
  21. ມະນຸດວິທະຍາທຸລະກິດ
  22. ການຕັ້ງຖິ່ນຖານຂອງມະນຸດ
  23. ຄວາມເຊື່ອຂອງມະນຸດ
  24. ມະນຸດກັບວິທະຍາສາດ
  25. ແນວຄິດວັດທະນະທໍາປຽບທຽບ
  26. ມະນຸດກັບອະລິຍະທໍາ
  27. ການປ່ຽນແປງທາງວັດທະນະທໍາ-ສັງຄົມ
  28. ການບໍລິຫານຊັບພະຍາກອນມະນຸດ
  29. ພູມປັນຍາທ້ອງຖິ່ນ
  30. ຊົນເຜົ່າວິທະຍາ
  31. ປະເພນີ ແລະ ວັດທະນະທໍາລາວ