ເສດຖະສາດນໍາໃຊ້

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕຼີ 4 ປີ

ເສດຖະສາດນໍາໃຊ້ ໝາຍເຖິງການນໍາໃຊ້ທິດສະດີ ແລະ ເຄື່ອງມືທາງດ້ານເສດຖະສາດທີ່ຫຼາກຫຼາຍເຂົ້າໃນການວິເຄາະສະພາບການ ແລະ ບັນຫາທາງດ້ານເສດຖະກິດ ເຊິ່ງຜົນຂອງການວິເຄາະເສດຖະກິດດ້ວຍເຄື່ອງມືທາງເສດຖະສາດດັ່ງກ່າວ ຈະໄດ້ຖືກນໍາໃຊ້ໂດຍ ລັດຖະບານ ແລະ ນັກວາງນະໂຍບາຍ, ດັ່ງນັ້ນສາຂານີ້ຈຶ່ງມີຄວາມສໍາຄັນໃນການເປັນພື້້ນຖານໃຫ້ແກ່ການຕັດສິນໃຈເລືອກແນວທາງນະໂຍບາຍ ແລະ ວາງແຜນພັດທະນາເສດຖະກິດ ໃຫ້ແທດເໝາະ ແລະ ເກີດປະສິດທິພາບສູງສຸດ.

ສາຂານີ້ຮຽນລົງເລິກກ່ຽວກັບທິດສະດີ ແລະ ເຄື່ອງມືທາງເສດຖະສາດ ໂດຍເນັ້ນໜັກໃສ່ການຄິດໄລ່ແບບຈຳລອງການວິເຄາະທາງເສດຖະສາດຕ່າງ ເຊັ່ນ: ເຄື່ອງມືເສດຖະມິຕິ, ແບບຈໍາລອງການວິເຄາະການຜະລິດ ແລະ ລາຄາ, ວິເຄາະຕົ້ນທຶນ ແລະ ຜົນຕອບແທນ ແລະ ການວັດປະສິດທິພາບ ເປັນຕົ້ນ. ພ້ອມທັງ ຈະໄດ້ສຶກສາວິທີການນໍາໃຊ້ທິດສະດີ ແລະ ເຄື່ອງມືເຫຼົ່ານັ້ນເຂົ້າໃນການວິເຄາະຜົນກະທົບຈາກນະໂຍບາຍ ແລະ ໂຄງການ ຂອງພາກລັດ ແລະ ເອກະຊົນ ອີກທັງ ບັນຫາເສດຖະກິດອື່ນໆ.

ວິທີການສິດສອນຂອງສາຂານີ້ ແມ່ນໄດ້ເນັ້ນໃສ່ການສອນທິດສະດີ ແລະ ການປະຕິບັດຕົວຈິງຄວບຄູ່ກັນ. ມີການຍົກຕົວຢ່າງທີ່ເກີດຂຶ້ນຈິງທັງພາຍໃນ ແລະ ຕ່າງປະເທດເພື່ອເປັນກໍລະນີສຶກສາ, ມີການທັດສະນະສຶກສາເພື່ອເສີມສ້າງຄວາມຮູ້ຈາກພາກທິດສະດີ ເຂົ້າສູ່ພາກປະຕິບັດຕົວຈິງ. ນອກຈາກນີ້ ນັກສຶກສາຈະໄດ້ລົງຝຶກງານທີ່ ບັນດາກະຊວງ, ໜ່ວຍງານ ແລະ ອົງກອນທີ່ກ່ຽວຂ້ອງກັບການພັດທະນາເສດຖະກິດ.

ພື້ນຖານ ທາງດ້ານຄະນິດສາດ, ສະຖິຕິ ແລະ ຄອມພິວເຕີ. ມີທັກສະ ໃນການວິເຄາະ, ການຄໍານວນ ແລະ ການໃຊ້ເຫດ ແລະ ຜົນ. ມີຄວາມຄວາມສົນໃຈ ກ່ຽວກັບການວິໄຈ ແລະ ສຶກສາຄົ້ນຄວ້າກ່ຽວກັບປະເດັນເສດຖະກິດ-ສັງຄົມ, ສຶກສາກ່ຽວກັບໂຄງການທັງພາກລັດ ແລະ ເອກະຊົນ ແລະ ມີຄວາມສົນໃຈໃນການເຮັດວຽກໃນໂຄງການພັດທະນາເສດຖະກິດ-ສັງຄົມ.

ສາມາດເຂົ້າໃຈ ແລະ ນໍາໃຊ້ທິດສະດີກ່ຽວກັບເສດຖະສາດ ເຂົ້າໃນການອະທິບາຍສະພາບຕົວຈິງຂອງການພັດທະນາເສດຖະ ກິດ ແລະ ສັງຄົມ, ນໍາໃຊ້ແບບຈໍາລອງ ແລະ ເຄື່ອງມືທາງເສດຖະສາດອື່ນໆເຂົ້າໃນການວິເຄາະ ແລະ ປະເມີນຜົນກະທົບຂອງການນໍາໃຊ້ນະໂຍບາຍເສດຖະກິດ ແລະ ສາມາດນໍາໃຊ້ໂປຣແກຣມຄອມພິວເຕີທາງດ້ານເສດຖະສາດເຂົ້າໃນການວິເຄາະ.

ນັກສຶກສາທີ່ຈົບຈາກສາຂານີ້ສາມາດປະກອບອາຊີບເປັນນັກຄົ້ນຄວ້າ, ທີ່ປຶກສາ, ພະນັກງານວິເຄາະ ແລະ ປະເມີນໂຄງການພັດທະນາຂອງພາກລັດ ແລະ ພາກເອກະຊົນ. ໂດຍສາມາດເຮັດວຽກໃນອົງກອນຕ່າງໆ ເຊັ່ນ: ກະຊວງການເງິນ, ກະຊວງອຸດສະຫະກໍາ ແລະ ການຄ້າ, ອົງການສະຫະປະຊາຊາດເພື່ອການພັດທະນາ, ທະນາຄານໂລກ, ທະນາຄານພັດທະນາອາຊີ. 

ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

  1. ຄະນິດສາດ
  2. ສະຖິຕິ
  3. ຫຼັກການເສດຖະສາດ
  4. ເສດຖະສາດຈຸລະພາກ
  5. ເສດຖະສາດມະຫາພາກ
  6. ​​ການບັນຊີທົ່ວໄປ
  7. ເສດຖະກິດອາຊີ
  8. ເສດຖະສາດປຽບທຽບ

ໝວດວິຊາສະເພາະ

  1. ພາສາອັງກິດສຳລັບເສດຖະສາດ-ການຄ້າ 
  2. ເສດຖະສາດເງິນຕາ-ການທະນາຄານ
  3. ເສດຖະສາດພັດທະນາ ແລະ ວາງແຜນ
  4. ເສດຖະມິຕິນຳໃຊ້
  5. ເສດຖະມິຕິຈຸລະພາກ
  6. ເສດຖະສາດການເງິນພາກລັດ
  7. ເສດຖະສາດອຸດສະຫະກຳ ແລະ ນະໂຍບາຍ
  8. ການວາງແຜນ ແລະ ປະເມີນໂຄງການ
  9. ເສດຖະສາດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
  10. ການວິເຄາະລາຄາ ແລະ ຜົນຜະລິດ
  11. ການວິເຄາະຕົ້ນທຶນ ແລະ ຜົນໄດ້ຮັບ
  12. ການວິເຄາະເສດຖະກິດມະຫາພາກ
  13. ການເຊື່ອມໂຍງເສດຖະກິດ ແລະ ການພັດທະນາ
  14. ວິສາຫະກິດຂະໜາດນ້ອຍ-ກາງຢູ່ປະເທດເສດຖະກິດຂ້າມຜ່ານ
  15. ນະໂຍບາຍເສດຖະກິດ
  16. ເສດຖະສາດແຮງງານ
  17. ເສດຖະມິຕິ
  18. ວິທີການວິໄຈ
  19. ສຳມະນາ
  20. ເສດຖະສາດກະສິກຳ
  21. ເສດຖະສາດການບໍລິຫານ