ທໍລະນີຟິຊິກນຳໃຊ້

ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ທໍລະນີຟິຊິກ ແມ່ນວິທະຍາສາດຂະແໜງໜຶ່ງທີ່ນໍາໃຊ້ຫຼັກການຟິຊິກ ເພື່ອສຶກສາກ່ຽວກັບໂລກ. ການສຳຫຼວດທາງດ້ານທໍລະນີຟີຊິກບໍ່ພຽງແຕ່ມີຄວາມສຳຄັນຕໍ່ການສຳຫຼວດແຫຼ່ງຊັບພະຍາກອນທຳມະຊາດ, ຫາກຍັງມີຄວາມສຳຄັນໃນການສຳຫຼວດທາງດ້ານວິສະວະກຳ ແລະ ແຫຼ່ງວັດຖຸບູຮານ. ວິຊານີ້ນອກຈາກ​ຈະ​ມີຄວາມສຳຄັນຕໍ່ນັກທໍລະນີຟີຊິກ​ແລ້ວ ຍັງມີຄວາມສຳຄັນຕໍ່ນັກທໍລະນີວິທະຍາ, ນັກວິສະວະກຳ ແລະ ບູຮານນະຄະດີນຳອີກ ເຊີ່ງເປັນການສົ່ງເສີມໃຫ້ແກ່ການພັດທະນາເສດຖະກິດ.

ສຶກສາກ່ຽວກັບ ຄວາມຮູ້ພື້ນຖານທາງດ້ານຟິຊິກສາດ ເຊັ່ນ: ກົນລະສາດໄຟຟ້າ, ໄຟຟ້າແມ່ເຫຼັກ, ນິວເຄຼຍ ໂດຍສະເພາະແມ່ນເນັ້ນໃສ່ວິທີການສຳຫຼວດທາງດ້ານທໍລະນີຟີຊິກ ເຊັ່ນ: ການສຳຫຼວດທົ່ງແມ່ເຫຼັກ, ທົ່ງດຶງດູດ, ຄື້ນສັ່ນສະເທືອນ, ທໍລະນີໄຟຟ້າ ແລະ ວິຊາທີ່ກ່ຽວຂ້ອງກັບໃຕ້ໜ້າດິນ ເຊັ່ນ: ທໍລະນີວິທະຍາທົ່ວໄປ, ໂຄງສ້າງທໍລະນີວິທະຍາ ເພື່ອຊອກຄົ້ນຫາບໍ່ແຮ່, ນ້ຳໃຕ້ດິນ, ວັດຖຸບູຮານ ແລະ ການປະເມີນນ້ຳເປື້ອນຈາກແຫຼ່ງຖີ້ມຂີ້ເຫຍື້ອ.

ມີການຮຽນທິດສະດີຄວບຄູ່ກັບການປະຕິບັດຕົວຈິງໃນຫ້ອງທົດລອງ ແລະ ພາກສະໜາມຕົວຈິງ ໂດຍອີງຕາມເນື້ອໃນຂອງແຕ່ລະວິຊາ ເຊິ່ງເນັ້ນໃສ່ ການເກັບກຳຂໍ້ມູນຢູ່ພາກສະໜາມ, ນຳຂໍ້ມູນມາວິເຄາະ ແລະ ແປຜົນຜ່ານໂປຣແກຣມຄອມພິວເຕີ; ມີການສົນທະນາ ແລະ ນໍາສະເໜີຫົວຂໍ້ວິໄຈທີ່ໜ້າສົນໃຈ ລວມທັງມີການຂຽນບົດລາຍງານ; ນັກສຶກສາຍັງຈະໄດ້ລົງເຝິກງານຕາມບໍລິສັດ ຫຼື ອົງກອນທີ່ກ່ຽວຂ້ອງເຊັ່ນ: ກົມບໍ່ແຮ່, ກົມນ້ຳໃຕ້ດິນ, ກົມທໍລະນີ, ບໍລິສັດຊອກຄົ້ນບໍ່ແຮ່ ແລະ ອື່ນໆ.

ມີຄວາມຮູ້ພື້ນຖານ ຟິຊິກສາດ, ເຄມີສາດ, ຄະນິດສາດ, ພາສາອັງກິດ ແລະ ຄອມພິວເຕີພື້ນຖານ; ເປັນຄົນ ມັກສັງເກດ, ມັກພະຈົນໄພ, ມັກວຽກພາກສະໜາມ, ມັກວິເຄາະສະຖານະການ, ມັກຄົ້ນຄວ້າ ແລະ ທົດລອງຕົວຈິງທີ່ກ່ຽວກັບຟິຊິກ; ມີທັກສະໃນການຄິດໄລ່ໄວ ແລະ ຈື່ຈຳສູດໄດ້ດີ; ມີຄວາມສົນໃຈ ກ່ຽວກັບວິທະຍາສາດ ແລະ ຮຽນຮູ້ກ່ຽວກັບໂລກ.

ສາມາດນຳໃຊ້ການສຳຫຼວດທາງດ້ານທໍລະນີຟີຊິກ ເຊັ່ນ: ການສຳຫຼວດດ້ານທົ່ງດຶງດູດ, ທົ່ງແມ່ເຫຼັກໂລກ, ຄື້ນສັ່ນສະເທືອນ, ທໍລະນີໄຟຟ້າ, ໄຟຟ້າແມ່ເຫຼັກ ແລະ ການສຳຫຼວດດ້ານກຳມັນຕະພາບລັງສີ; ນຳໃຊ້ຄວາມຮູ້ດ້ານການສຳຫຼວດທໍລະນີຟີຊິກໃນການຊອກຄົ້ນບໍ່ແຮ່, ນ້ຳໃຕ້ດິນ, ວັດຖຸບູຮານ ແລະ ອື່ນໆ ໂດຍນຳໃຊ້ໂປຣແກຣມທາງທໍລະນີເພື່ອແປຄວາມໝາຍຂໍ້ມູນ.

ເປັນນັກທໍລະນີຟີຊິກ, ນັກວິຊາການສໍາຫຼວດ-ຊອກຄົ້ນແຮ່ທາດ, ກວດສອບນ້ຳເປື້ອນໃຕ້ດິນ ແລະ ຄວາມເຂັ້ມຂຸ້ນຂອງກຳມັນຕະພາບໃນດິນ; ນັກຄົ້ນຄວ້າວິໄຈກ່ຽວກັບວັດຖຸໃຕ້ໜ້າດິນ ເຊັ່ນ: ບໍ່ແຮ່, ນໍ້າໃຕ້ດິນ ແລະ ວັດຖຸບູຮານ; ເຮັດວຽກທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ເຊັ່ນ:  ກົມບໍ່ແຮ່, ກົມທໍລະນີສາດ, ບໍລິສັດຊອກຄົ້ນ ແລະ ສໍາຫຼວດບໍ່ແຮ່.

ຕົວຢ່າງ​ລາຍ​ວິຊາ

ໝວດວິຊາພື້ນຖານວິຊາສະເພາະ

  1. ວິທີການຄົ້ນຄວ້າ
  2. ແຄນຄູລັດສ໌
  3. ສະຖິຕິພື້ນຖານ
  4. ເຄມີສາດ
  5. ທົດລອງເຄມີສາດ

ໝວດວິຊາສະເພາະດ້ານ

  1. ຟີຊິກສາດ
  2. ທົດລອງຟີຊິກສາດ
  3. ທໍລະນະວິທະຍາທົ່ວໄປ
  4. ໂປຣແກຣມສຳລັບທໍລະນີຟີຊິກ
  5. ແຮ່ວິທະຍາ
  6. ໂຄງສ້າງທໍລະນີວິທະຍາ
  7. ລະບົບຂໍ້ມູນຂ່າວສານພູມີສາດ
  8. ການສ້າງແຜນທີ່ທໍລະນີວິທະຍາ
  9. ຄວາມປອດໄພ ແລະ ການບໍລິຫານຄວາມສ່ຽງ

ໝວດວິຊາສະເພາະບັງຄັບ

  1. ການສຳຫຼວດດ້ານທົ່ງດຶງດູດ
  2. ການສຳຫຼວດດ້ານທົ່ງແມ່ເຫຼັກ
  3. ການສຳຫຼວດທໍລະນີໄຟຟ້າ
  4. ການສຳຫຼວດຄື້ນສັ່ນສະເທືອນ
  5. ການສຳຫຼວດໄຟຟ້າແມ່ເຫຼັກ
  6. ການສຳຫຼວດດ້ານກຳມັນຕະພາບລັງສີ
  7. ທໍລະນີຟີຊິກໃນດ້ານວິສະວະກຳສິ່ງແວດລ້ອມ
  8. ສັງລວມການສຳຫຼວດດ້ານທໍລະນີຟີຊິກ
  9. ທໍລະນີເດີນເຄື່ອນ ແລະ ແມ່ເຫຼັກດຶກດຳບັນ
  10. ຫຼຸມເຈາະທໍລະນີຟີຊິກ
  11. ທໍລະນີຟີຊິກພາກສະໜາມ
  12. ສຳມະນາ

ໝວດວິຊາສະເພາະເລືອກ

  1. ອຸຕຸນິຍົມວິທະຍາ
  2. ອຸທົກກະສາດ
  3. ທໍລະນີວິທະຍາດ້ານວິສະວະກຳ
  4. ທໍລະນີວິທະຍາດ້ານສິ່ງແວດລ້ອມ
  5. ວິຊາວ່າດ້ວຍແຜ່ນດິນໄຫວ
  6. ຊາກດຶກດຳບັນວິທະຍາ
  7. ທໍລະນີວິທະຍາດ້ານນໍ້າມັນດິບ