ບູຮານວິທະຍາ ແລະ ການຄຸ້ມຄອງມໍລະດົກ

ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດລາວ

ຫຼັກສຸດ ປະລິນຍາຕຼີ 4 ປີ

ສາຂາບູຮານວິທະຍາ ແລະ ການຄຸ້ມຄອງມໍລະດົກ ໝາຍເຖິງການສຶກສາກ່ຽວກັບຕົ້ນກໍາເນີດຂອງມະນູດ ແລະ ສັງຄົມມະນຸດໃນອະດີດນັບແຕ່ຍຸກກ່ອນປະຫວັດສາດໂດຍຜ່ານການສຶກສາບັນດາວັດຖຸບູຮານ ຫຼື ຮ່ອງຮອຍຂອງມັນ ເຊິ່ງມີຄວາມສໍາຄັນໃນການສ້າງຈິດສໍານຶກໃນການປົກປັກຮັກສາມໍລະດົກວັດທະນະທໍາ ໂດຍສະເພາະໃນຍຸກແຫ່ງຄວາມທັນສະໄໝທີ່ເນັ້ນໜັກໃສ່ການພັດທະນາທາງດ້ານເສດຖະກິດ ແຕ່ຫຼົງລືມມໍລະດົກທາງດ້ານວັດທະນະທໍາທີ່ເປັນຮາກເຫງົ້າ ແລະ ເອກະລັກຂອງຕົນ. 

ສາຂານີ້ແມ່ນສຶກສາກ່ຽວກັບຫຼັກການທິດສະດີ ແລະ ບັນດາວິທີການສຶກສາທາງດ້ານບູຮານຄະດີ ເຊັ່ນ: ການສຳຫຼວດ (ການຊອກຫາ) ແລະ ການຂຸດຄົ້ນແຫຼ່ງບູຮານຄະດີ, ການວິເຄາະ ແລະ ແປຄວາມໝາຍຂອງຫຼັກຖານທີ່ໄດ້ຈາກການຂຸດຄົ້ນ, ສຶກສາສາຂາວິຊາທີ່ກ່ຽວຂ້ອງ ເຊັ່ນ: ເຄມີສາດ, ຊິວະສາດ, ປະຫວັດສາດ ແລະ ມະນຸດວິທະຍາໃນການວິເຄາະບູຮານຄະດີ. ພ້ອມທັງສຶກສາເຕັກນິກໃນການບັນທຶກຂໍ້ມູນດ້ານບູຮານຄະດີ, ການຈັດເກັບຮັກສາວັດຖຸບູຮານ ແລະ ການຈັດພິພິທະພັນ.  

ນັກສຶກສາຈະໄດ້ຮຽນທິດສະດີໂດຍຜ່ານການບັນຍາຍ ແລະ ຝຶກອົບຮົມຈາກອາຈານພາຍໃນ ແລະ ຊ່ຽວຊານຕ່າງປະເທດ. ນອກຈາກນີ້ ຍັງປະກອບດ້ວຍພາກປະຕິບັດຕົວຈິງ ໂດຍນັກສຶກສາຈະໄດ້ຝຶກເຕັກນິກການແຕ້ມ, ການຖ່າຍພາບ ແລະ ການນໍາໃຊ້ອູປະກອນທາງບູຮານຄະດີ, ມີການລົງສໍາຫຼວດ, ຂຸດຄົ້ນພາກສະໜາມ ຕາມສະຖານທີ່ຕ່າງໆ ແລະ ຂຽນບົດລາຍງານການສໍາຫຼວດ, ມີການທັດສະນະສຶກສາ ແລະ ລົງຝຶກງານໃນໜ່ວຍງານທີ່ກ່ຽວຂ້ອງ ເປັນຕົ້ນ.

ຄວນເປັນຜູ້ທີ່ມີຄວາມຮູ້ພື້ນຖານທາງດ້ານປະຫວັດສາດ, ມີຄວາມສົນໃຈໃນການສຶກສາກ່ຽວກັບບູຮານວິທະຍາ ແລະ ການຄຸ້ມຄອງມໍລະດົກ, ວັດທະນະທຳ-ສັງຄົມ ອັນເປັນຜົນງານປະດິດຄິດສ້າງຂອງມະນຸດໃນອະດີດ; ເປັນຄົນທີ່ມີຄວາມອົດທົນສູງ ແລະ ສາມາດເຮັດວຽກເປັນທີມໄດ້, ​ມັກໃນການເຮັດວຽກຢູ່ພາກສະໜາມ, ມີຄວາມລະອຽດ ແລະ ໃສ່ໃຈຕໍ່ວຽກງານ. 

ມິຄວາມສາມາດໃນການສໍາຫຼວດ ແລະ ຂຸດຄົ້ນຫາຫຼັກຖານທາງບູຮານວິທະຍາ ເຊັ່ນ: ໂຄງກະດູກ ແລະ ເຄື່ອງມືຕ່າງໆ,ວິເຄາະຄວາມໝາຍທາງບູຮານຄະດີ ເຊັ່ນ: ການກໍານົດອາຍຸຂອງວັດຖຸບູຮານ ໂດຍການວິເຄາະທາງເຄມີສາດ, ຊີວະສາດ, ປະຫວັດສາດ ແລະ ມະນຸດວິທະຍາ. ສາມາດນໍາໃຊ້ເຕັກນິກການແຕ້ມຮູບ, ແຕ້ມແຜນທີ່ ແລະ ຖ່າຍພາບທາງດ້ານບູຮານຄະດີ. 

ເປັນນັກບູຮານຄະດີ, ພະນັກງານຄຸ້ມຄອງມໍລະດົກ ຕາມໜ່ວຍງານທີ່ກ່ຽວຂ້ອງເຊັ່ນ: ກະຊວງວັດທະນະທໍາ, ຖະແຫຼງຂ່າວ ແລະ ທ່ອງທ່ຽວ, ພິພິທະພັນສະຖານ. ເປັນນັກວິຊາການ ຫຼື ນັກຄົ້ນຄວ້າກ່ຽວກັບບູຮານຄະດີໃຫ້ແກ່ໂຄງການທີ່ກ່ຽວຂ້ອງກັບການຄຸ້ມຄອງມໍລະດົກ. ເປັນພະນັກງານນຳທ່ຽວທາງວັດທະນະທຳ ແລະ ອື່ນໆ.

ໝວດຄວາມຮູ້ພື້ນຖານວິຊາສະເພາະ

  1. ເຄມີສາດ
  2. ຄອມພິວເຕີສໍາລັບບູຮານຄະດີ
  3. ອັກສອນລາວເດີມ
  4. ສະຖິຕິເພື່ອການວິໄຈ
  5. ການແຕ້ມແຜນທີ່ ແລະ ການອ່ານພາບຖ່າຍ
  6. ວິທີວິໄຈທາງບູຮານຄະດີ
  7. ການບໍລິຫານຊັບພະຍາກອນມະນຸດ
  8. ປະຫວັດສາດສາສະໜາ
  9. ປະຫວັດສາດສິລະປະ

ໝວດວິຊາ​ສະ​ເພາະ

  1. ປະເພນີ ແລະ ວັດທະນະທຳລາວ
  2. ມະນຸດກັບອະລິຍະທໍາ
  3. ມະນຸດກັບການຕັ້ງຖິ່ນຖານ
  4. ເຕັກໂນໂລຊີສະໄໝບູຮານ
  5. ພຸດທະສິລະປະລາວ
  6. ປະຫວັດສາດລາວບູຮານ-ກາງ
  7. ປະຫວັດສາດລາວສະໄໝໃໝ່-ປັດຈຸບັນ
  8. ເຕັກນິກການຖ່າຍຮູບ
  9. ຄວາມຮູ້ເບື້ອງຕົ້ນກ໋ຽວກັບບູຮານຄະດີ
  10. ບູຮານຄະດີໂລກ
  11. ທໍລະນີ ແລະ ປັດຖະພີທາງບູຮານຄະດີ
  12. ປະຫວັດ ແລະ ທິດສະດີທາງບູຮານຄະດີ
  13. ບູຮານຄະດີສິ່ງແວດລ້ອມ
  14. ການສຳຫຼວດທາງບູຮານຄະດີ
  15. ບູຮານຄະດີໃນລາວ
  16. ການແຕ້ມຮູບທາງບູຮານຄະດີ
  17. ການຂຸດຄົ້ນທາງບູຮານຄະດີ
  18. ການຄຸ້ມຄອງພິພິທະພັນສະຖານ
  19. ການຈັດການຊັບພະຍາກອນທ່ອງທ່ຽວທາງວັດທະນະທໍາ
  20. ນິຕິກໍາໃນການຄຸ້ມຄອງມໍລະດົກ
  21. ການອະນຸລັກບູຮານສະຖານ ແລະ ບູຮານວັດຖຸ
  22. ສໍາມະນາບູຮານຄະດີທ້ອງຖິ່ນ
  23. ປະຫວັດສາດອາຊີອາຄະເນ