ສະຖາປັດຕະຍະກໍາ​

ຄະນະວິຊາ​ສະຖາປັດຕະຍະກຳສາດ​, ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ປະລິນຍາ​ຕີ 5 ປີ

ສາຂາວິຊາສະຖາປັດຕະຍະກຳ ໝາຍເຖິງການສຶກສາ ເພື່ອອອກແບບສະຖາປັດຕະຍາກໍາທີ່ຕ້ອງອາໄສຄວາມຮູ້ທາງດ້ານສິລະ ປະ, ວິທະຍາສາດ ແລະ ເຕັກນິກວິທະຍາການຕ່າງໆ ປະກອບເຂົ້າກັນລວມເປັນຄວາມຮູ້ ທາງດ້ານວິຊາການ ເພື່ອນໍາມາສະ ໜອງຄວາມຕ້ອງການທາງດ້ານສະຖາປັດຕະຍະກໍາຂອງອະລິຍະທໍາສັງຄົມ.ໃຫ້ນັກສຶກສາເກີດຄວາມເຂົ້າໃຈໃນລາຍລະອຽດ ຂອງການອອກແບບສິ່ງປຸກສ້າງຕັ້ງແຕ່ຂະໜາດນ້ອຍເຖີງຂະໜາດໃຫຍ່.

ວິຊາ​ນີ້​ຮຽນ ກ່ຽວກັບ ບັນດາ​ວິທີ​ການ​ທີ່​ນໍາ​ໃຊ້​ເຂົ້າ​ໃນ​ວຽກງານ​ສະຖາປັດ ​​​ໂດຍ​ເເນໃສ່​ໃຫ້​ນັກ​ສຶກສາມີ​ຄວາມ​ຮູ້ ​ແລະ ​ເຂົ້າ​ໃຈ​ເຖິງ​ທິດ​ສະ​ດີ​ສະຖາປັດຕະຍະກຳ​ສາດ, ປະຫວັດສາດ​ສະຖາປັດ, ສິລະ​ປະວັດ​ທະ​ນະ​ທຳ, ​ ​ເຕັກ​ໂນ​ໂລ​ຊີ​ອາຄານ ​ແລະ ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ອອກ​ແບບ ​ເພື່ອ​ໃຫ້ນັກສຶກສາ​ມີ​ຄວາມ​ສາມາດ​ ໃນ​ການ​ຈິນຕະນາການ​ ​ແລະ ສາມາດ​ນຳ​ເອົາ​ຄວາມ​ຮູ້​ດັ່ງກ່າວ​ເຂົ້າ​ໄປໝູນ​ໃຊ້​ໃນ​ການ​ປະຕິບັດ​ວຽກງານ​ຕົວ​ຈິງ.

ການ​ສິດສອນ​ໃນ​ພາກ​ວິຊາ​ສະຖາປັດຕະຍະກຳ​ສາດ​ ປະກອບ​ມີ​ ພາກ​ທິດ​ສະ​ດີ ​ແລະ  ພາກ​ປະຕິບັດຕົວ​ຈິງ​ເຊັ່ນ:  ການ​ເຝິກ​ແຕ້ມ​ຮູບ ​ແລະ ການອອກ​ແບບ​​ໂຄງການຕ່າງໆ ​ໂດຍ​ເລີ່​ມຈາກ​ໂຄງການ​ຂະໜາດນ້ອຍ​ຫາ​ໃຫຍ່ ເຊັ່ນ: ເຮືອນ, ໂຮງຮຽນ ແລະ ອາຄານອື່ນໆ. ນອກຈາກ​ນັ້ນ, ຍັງ​ມີ​ການ​ລົງ​ຝຶກ​ງານໃນ​ສໍານັກງານຂອງ​ລັດຖະບານ ​ແລະ ບໍລິສັດ​ອອກ​​ແບບ​ພາກ​ເອກະ​ຊົນ​ຕ່າງໆ, ເຮັດ​ບົດ​ລາຍ​ງານ​ທັງ​ແບບ​ກຸ່ມ ​ແລະ ດ່ຽວ ​ແລະ ຂຽນບົດໂຄງການ​ຈົບ​ຊັ້ນ​ໃນ​ຫົວ​ຂໍ້​ທີ່​ຕົນ​​ເອງສົນ​ໃຈ.

ຄວາມ​ຮູ້​ພື້ນຖານ​ທາງດ້ານ​ຄະນິດສາດ ແລະ ຟິຊິກສາດ. ເປັນຄົນມີ​ແນວ​ຄວາມ​ຄິດ​ລິ​ເລີ່​ມ​ໃນ​ການ​ອອກ​ແບບ​, ມີ​ຄວາມ​ສາມາດ​ໃນ​ການ​ແຕ້ມ​ຮູບ, ມີ​ຄວາມ​ມັກ​ໃນ​ການ​​ລອງເຮັດ​ສິ່ງ​ໃໝ່ໆ. ມີ​ຄວາມ​ສົນ​ໃຈ​ໃນ​ສິລະ​ປະ ​ແລະ ມີຈິນຕະນາການ, ມີ​ທັກ​ສະ​ໃນ​ການ​ວິ​ເຄາະ​ບັນຫາ, ການ​ຮັບ​ຟັງ ​ແລະ ການ​ປັບ​ຕົວ​ເຂົ້າ​ກັບ​ສະພາບ​ແວດ​ລ້ອມ​ອ້ອມ​ຂ້າງ.

ຄວາມ​ສາມາດ​ໃນການ​ສຶກສາ, ​ການ​ອອກ​ແບບ ດ້ານ​ສະຖາປັດຕະຍະກຳ​ ​​ໃຫ້​ແທດ​ເໝາະກັບ ​ສະພາບ​ແວດ​ລ້ອມ. ມີຄວາມຮູ້ພື້ນຖານ ກ່ຽວກັບ ການນໍາໃຊ້ວັດສະດຸກໍ່ສ້າງປະເພດຕ່າງໆ (ດິນຈີ່, ແກ້ວ, ວັດສະດຸກັນຄວາມຮ້ອນ…), ການໃຊ້ໂປຣແກຣມຄອມພິວເຕີ ແລະ ເຄື່ອງມືອື່ນໆເຂົ້າໃນການອອກແບບອາຄານເປັນລະບົບ 2 ມິຕິ ຫຼື 3 ມິຕິ.

​ເປັນ​ນັກ​ສະຖາປະນິກ​ທີ່​ຕອບ​ສະໜອງວຽກງານ​ວິຊາ​ການ​ໃຫ້​ແກ່​ພາກສ່ວນ​ລັດ ​ແລະ ​ເອກະ​ຊົນ ​ເຊັ່ນ: ກະຊວງ​​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ພະ​ແນ​ກ​ ​ແລະ ຫ້ອງ​ການ​ຂັ້ນ​ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ, ​ເປັນ​ທີ່​ປຶກສາ​ໃຫ້​ແກ່​ໂຄງການ ​ແລະ ບໍລິສັດ​ຕ່າງໆ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ​ເປັນ​ຜູ້​ປະກອບ​ການ​ໃນ​ຫົວໜ່ວຍທຸລະ​ກິດ​ທີ່​ກ່ຽວຂ້ອງ​ກັບ​ວຽກງານ​ສະຖາປັດ.

  • ໝວດວິຊາ​ສະ​ເພາະ​ພື້ນຖານ
  1. ການ​ວາດ​ພາບ ​ແລະ ປັ້ນ
  2. ການສະເໜີແບບສະຖາປັດຕະຍະກໍາ
  3. ຮູບ​ລາຍ​ລະອຽດທາງ​ດ້ານ​ສະຖາປັດຕະຍະກຳ
  4. ປະຫວັດສາດສິລະປະ
  5. ພື້ນຖານການອອກແບບ
  6. ເກນ ແລະ ແນວຄວາມຄິດໃນການອອກແບບສະຖາປັດຕະຍະກໍາ  
  7. ພາສາອັງກິດສໍາລັບສະຖາປັດຕະຍະກໍາ  
  8. ກົນລະສາດວັດສະດຸ
  9. ສະຖິຕິສໍາລັບການວິໄຈ 
  10. ການວາງຜັງທີ່ຕັ້ງໂຄງການ

ໂຄງການ​ອອກ​ແບບ​ສະຖາປັດຕະຍະກຳ

  • ໝວດວິຊາ​ສະ​ເພາະ​ລົງ​ເລິກ
  1. ການວິໄຈສະຖາປັດຕະຍະກໍາ 
  2. ສະຖາປັດຕະຍະກຳ​ຮ່ວມສະ​ໄໝ
  3. ເຄຫະ​ການ ​ແລະ ອະສັງຫາ​ລິ​ມມະຊັບ
  4. ການວາງຜັງເມືອງ ແລະ ແຜນເຂດເບື້ອງຕົ້ນ 
  5. ເກນ ແລະ ແນວຄວາມຄິດໃນການອອກແບບສະຖາປັດຕະຍະກໍາ
  6. ການນໍາໃຊ້ຄອມພິວເຕີໃນງານສະຖາປັດຕະຍະກໍາ  
  7. ລະບົບໂຄງສ້າງໃນງານສະຖາປັດຕະຍະກໍາ 
  8. ການອອກແບບຄອນກຮີດເສີມເຫຼັກໄມ້ ແລະເຫຼັກ
  9. ປະຫວັດສາດສະຖາປັດຕະຍະກໍາ
  10. ການ​ອອກ​ແບບ​ຕົກ​ແຕ່ງ​ພາຍ​ໃນ
  11. ຄວບຄຸມສະພາບແວດລ້ອມ 
  12. ການ​ບໍລິຫານ​ງານ​ກໍ່ສ້າງ
  13. ການ​ຂຽນບົດ​ລາຍ​ງານ​ສຳລັບ​ໂຄງການ
  14. ການສໍາມະນາທາງສະຖາປັດຕະຍະກໍາ 
  15. ການບໍລິຫານໂຄງການ

ໂຄງການອອກແບບສະຖາປັດຕະຍະກໍາ

  • ໝວດວິຊາ​ເລືອກ
  1. ການ​ອອກ​ແບບ​ອາ​ຄານ​ເພື່ອ​ການ​ປະ​ຢັດ​ພະລັງງານ
  2. ການ​ອອກ​ແບບພາຍ​ໃນ​ອາຄານ​ສຳລັບ​ຄົນ​ພິການ
  3. ສະຖາປັດຕະຍະກຳ​ເຂດ​ຮ້ອນ
  4. ການວາງ​ແຜນ​ສະພາບ​ແວດ​ລ້ອມ
  5. ມໍລະດົກທາງສະຖາປັດຕະຍະກໍາລາວ
  6. ການກໍ່ສ້າງດ້ວຍວັດສະດຸທໍາມະຊາດ 
  7. ສະ​ຖາ​ປັດຕະຍະ​ກຳ​ແບບ​ຍືນ​ຍົງ
  8. ຄະຕິຄວາມເຊື່ອຕາເວັນອອກສໍາລັບງານອອກແບບສະຖາປັດ