ປະເມີນມູນຄ່າຊັບສິນ ແລະ ທີ່ດິນ
ການປະເມີນມູນຄ່າຊັບສິນ ໝາຍເຖິງການໃຫ້ຄວາມເຫັນກ່ຽວກັບມູນຄ່າຂອງຊັບສິນ ໂດຍຜູ້ປະເມີນ ທີ່ມີຄຸນສົມບັດ, ຄວາມຮູ້ຄວາມສາມາດ ແລະ ປະສົບການທາງດ້ານການປະເມີນຕີລາຄາມູນຄ່າຊັບສິນ ເພື່ອກໍານົດການປະເມີນໃຫ້ມີຄວາມເໝາະສົມ. ການປະເມີນມູນຄ່າຊັບສິນ ແມ່ນເປັນເຄື່ອງມືທີ່ສໍາຄັນຢ່າງຍິ່ງຕໍ່ກັບການຕັດສິນໃຈ ໃນຂະແໜງການລົງທຶນ ບໍ່ວ່າຈະເປັນການລົງທຶນ ທັງໃນພາກລັດ ແລະ ເອກະຊົນ ເພາະມັນໄດ້ເຮັດໃຫ້ມີການພິຈາລະນາຄວາມເໝາະສົມຂອງມູນຄ່າຊັບສິນ ແກ່ການລົງທຶນ.
ສາຂາ ການປະເມີນມູນຄ່າຊັບສິນ ຮຽນກ່ຽວກັບ ການປະເມີນມູນຄ່າຊັບສິນປະເພດຕ່າງໆ ເຊັ່ນ: ວັດຖຸສິ່ງຂອງ, ອາຄານ ແລະ ທີ່ດິນ ໂດຍຜ່ານການຄາດຄະເນ ງົບປະມານທີ່ຕ້ອງໄດ້ນໍາໃຊ້ ເຂົ້າໃນການກໍ່ສ້າງ ໃຫ້ເໝາະສົມກັບມູນຄ່າຕະຫຼາດ ຫຼື ມູນຄ່າເດີມຂອງວັດຖຸ; ຮຽນກ່ຽວກັບວິຊາທາງການຄໍານວນ ທີ່ກ່ຽວກັບທຸລະກິດ ທີ່ຊ່ວຍໃຫ້ສາມາດປະເມີນມູນຄ່າຊັບສິນ ແລະ ທີ່ດິນ; ພື້ນຖານການບໍລິການກ່ຽວກັບ ອະສັງຫາລິມະຊັບ, ການພັດທະນາທີ່ິດິນ ແລະ ພື້ນຖານການປະເມີນຕົ້ນທຶນການກໍ່ສ້າງອາຄານຕ່າງໆ.
ວິທີການສິດສອນ ລວມມີທັງ ພາກທິດສະດີ ໃນຫ້ອງຮຽນເຊັ່ນ: ການຄິດໄລ່ ແລະ ຄຳນວນວິຊາ ສະຖິຕິ, ຄະນິດສາດ ແລະ ວິຊາອື່ນໆ ໃນການປະເມີນມູນຄ່າຊັບສິນ; ພ້ອມກັນນັ້ນ ຍັງເນັ້ນໃຫ້ນັກສຶກສາ ໄດ້ລົງເລິກການປະຕິບັດຕົວຈິງ ໂດຍການນໍາໃຊ້ວິທີການຄິດໄລ່ຕ່າງໆ ທີ່ໄດ້ຮຽນມາ ບວກກັບຂໍ້ມູນດ້ານລາຄາຕົວຈິງ ເພື່ອປະເມີນມູນຄ່າຊັບສິນຕົວຈິງ ຈາກການລົງສະໜາມ ເກັບກໍາຂໍ້ມູນຕ່າງໆກ່ຽວກັບການປະເມີນຊັບສິນ.
ເປັນນັກປະເມີນມູນຄ່າຊັບສິນ, ພະແນກສິນເຊື່ອຂອງທະນາຄານ, ປະກັນໄພ, ພະນັກງານທີ່ດິນ ຫຼື ເຮັດວຽກໃນບໍລິສັດອະສັງຫາລິມະຊັບ. ສາມາດເຮັດວຽກກັບບໍລິສັດນາຍໜ້າຊື້-ຂາຍ ຊັບສິນ ແລະ ທີ່ດິນ ແລະ ບໍລິສັດປະເມີນລາຄາ. ນອກນັ້ນ, ຍັງສາມາດ ເປັນພະນັກງານ ໃນຂະແໜງການຂອງພາກລັດໄດ້ ເຊັ່ນ: ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ເປັນຕົ້ນ.
ໝວດວິຊາພື້ນຖານຂອງວິຊາສະເພາະ
- ການຄິດໄລ່ສໍາລັບປະເມີນລາຄາ
- ສະຖິຕິພື້ນຖານ
- ຄອມພິວເຕີທົ່ວໄປ
- ພາສາອັງກິດ
- ຄະນິດສາດທຸລະກິດ
ໝວດວິຊາເຕັກນິກ
- ເສດຖະສາດເບື້ອງຕົ້ນ
- ການວິໄຈທຸລະກິດອະສັງຫາລິມະຊັບ
- ເມືອງ ແລະ ການພັດທະນາຂອງເມືອງ
- ສະຖິຕິສໍາລັບປະເມີນລາຄາ
- ສິ່ງແວດລ້ອມເພື່ອການປະເມີນລາຄາ
- ຫຼັກການເບື້ອງຕົ້ນກ່ຽວກັບຂໍ້ມູນຂ່າວສານ
- ຫຼັກການຕະຫຼາດ
- ກົດໝາຍທີ່ດິນ ແລະ ນະໂຍບາຍກ່ຽວກັບການປະເມີນລາຄາຢູ່ລາວ
- ການວິເຄາະຂໍ້ມູນດ້ວຍ SPSS
- ການຄວບຄຸມປຸກສ້າງ ແລະ ຜັງເມືອງ
ໝວດວິຊາສະເພາະທົ່ວໄປ
- ວິທີການຂຽນ ແລະ ການປະເມີນໂຄງການ
- ການບັນຊິສໍາລັບປະເມີນລາຄາ
- ການປະເມີນຕົ້ນທຶນກໍ່ສ້າງສໍາລັບປະເມີນລາຄາ
- ການບໍລິຫານອົງກອນ
- ພື້ນຖານການສໍາຫຼວດວັດແທກ
- ພາບຖ່າຍທາງອາກາດ
- ພາບຖ່າຍທາງດາວທຽມ
- GPS
- GIS
ໝວດວິຊາສະເພາະດ້ານປະເມີນລາຄາ
- ຫຼັກການປະເມີນລາຄາອະສັງຫາລິມະຊັບ
- ຄວາມຮູ້ພື້ນຖານການປະເມີນລາຄາ
- ການບໍລິຫານອະສັງຫາລິມະຊັບ
- ການສ້າງແຜນທີ່ເຂດປະເມີນລາຄາ
- ມາດຖານ ແລະ ຈັນຍາບັນຂອງການປະເມີນລາຄາ
- ເສດຖະສາດສໍາລັບການປະເມີນອະສັງຫາລິມະຊັບ
- ອະສັງຫາລິມະຊັບລະຫວ່າງປະເທດ
Leave A Comment