ການກວດ​ສອບ​

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕຼີ 4 ປີ

ການກວດ​ສອບ​ ໝາຍ​ເຖິງຂະ​ບວນການ​ຮວບ​ຮວມຂໍ້​ມູນ, ການ​ປ​ະ​ເມີນຫຼັກ​​ຖານ​​ ​ແລະ ການອອກ​ຄໍາຄິດ​ເຫັນ​​ໃຫ້​​ແກ່​ອົງ​ກອນ​ໃດ​ໜຶ່ງໃຫ້​ສອດ​ຄ່ອງ​ກັບ​ກົ​ດລະບຽບ ​ໂດຍ​ສະ​ເພາະ​​​ແມ່ນ​ກົ​ດໝາຍ​ບັນຊີ ​ແລະ ອາກອນ​ ​ເພື່ອ​ສ້າງ​ປະສິດ​ທິພາບ​ໃນ​ການ​ດຳ​ເນີນ​ງານ ​ແລະ ​ເພື່ອ​ຫຼຸດ​​​ຜ່ອນ​ການ​ສໍ້​ລາດ​ບັງຫຼວງ. ສາຂາ​ນີ້​ມີ​ຄວາ​ມສຳຄັນ​ຍ້ອນ​ວ່າ​​ເປັນສາ​ຂາ​ຫຼັກ​ທີ່​ຈະ​ຮອງ​ຮັບ​ການ​ຂະຫຍາ​ຍຕົວ​ຂອງ​ເສ​ດຖະກິດ ​ແລະ ​ເປັນ​ສາຂາ​ທີ່ຊ່ວຍ​ຢັ້ງຢືນ​ໃຫ້​ອົງ​ກອນ​ຕ່າງໆ​ມີ​ຄວາມ​ຊື່​ສັດ​ສຸ​ຈະລິດ ​ແລະ ​ໄດ້ມາ​ດຕະ​ຖານ​ສາກົນ.

ສາຂາວິຊານີ້ສຶກສາຄົ້ນຄວ້າກ່ຽວກັບການກວດສອບ ເຊິ່ງລວມມີ ການກວດສອບບັນຊີ, ການກວດສອບການເງິນ, ການກວດສອບພາສີອາກອນ, ການກວດສອບໂຄງການ ແລະ ການກວດສອບພາກລັດ ໂດຍ​ນຳ​ໃຊ້ມາດ​ຕະ​ຖານ​ການກວດ​ສອບ​ທີ່​​ຖືກ​ຕ້ອງ ​ແລະ ສອດ​ຄ່ອງ​ກັບ​ຂໍ້​ກຳນົດ  ​ແລະ ກົດໝາຍ. ນອກນີ້, ຍັງມີວິຊາປິ່ນອ້ອມອື່ນໆ ເຊັ່ນ: ບັນຊີ, ການປະເມິີນໂຄງການ, ການ​ຄວບ​ຄຸມ​ພາຍ​ໃນ​, ການ​ບໍລິຫານ​ຄວາມ​ສ່ຽງ​ທາງ​ດ້ານ​ການ​ເງິນ ​ແລະ ກາ​ນດຳ​ເນີນ​ງານຂອງ​ອົງ​ກອນ ເປັນຕົ້ນ.

ວິທີການສິດສອນຂອງສາຂາວິຊານີ້ ​ປະກອບ​​ມີການຮຽນກ່ຽວກັບທິດ​ສະ​ດີ​ ໂດຍຜ່ານການບັນ​​ຍາຍ ແລະ ການປະຕິບັດ​ຕົວ​ຈິງ ​ເຊິ່ງຈະມີການນໍາໃຊ້ໃບລາຍງານການກວດສອບ ແລະ ຜົນການກວດສອບຕົວຈິງທີ່ຜ່ານມາ ເພື່ອປະກອບການສອນ ໂດຍໃຫ້ນັກສຶກສາສັງເກດ ແລະ ຝຶກການເຮັດ​ບົດ​ລາຍ​ງານ​ການກວດ​ສອບ. ນອກນີ້, ຍັງມີການລົງ​ຝຶກ​ງານ​ໃນ​ອົງການ​ຈັດ​ຕັ້ງ​ຕ່າງໆ ເຊັ່ນ: ກົມກວດກາ, ອົງການກວດສອບແຫ່ງລັດ, ທະນາຄານກາງ ແລະ ບໍລິສັດກວດສອບເອກະຊົນຕ່າງໆ.

ຄວາມຮູ້ພື້ນຖານ ​ທາງດ້ານ​​ຄະນິດສາດ, ສະຖິຕິ ແລະ ວິຊາສັງຄົມສາດ. ເປັນຄົນມັກສັງເກດ, ມັກຕັ້ງຂໍ້ສົງໃສ. ມີ​ຄວາມ​ສາມາດ​ໃນ​ການສອບ​ຖາມ ​ແລະ ​​​ແກ້​​ໄຂບັນຫາ​ສະ​ເພາະ​ໜ້າ​ໄດ້ດີ ແລະ ທີ່​ສຳຄັນ​ຕ້ອງ​ມີ​ຄວາມ​ລະອຽດ, ມັກ​ໃນ​ການ​ເບິ່ງ​ພາບ​ລວມຂອງ​ບັນຫາ, ມັກການວິ​​ເຄາະ​ຂໍ້​ມູນ ​ແລະ ມັກ​ໃນ​ການ​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ.

ຄວາມຮູ້ພື້ນຖານ ​ທາງດ້ານ​​ຄະນິດສາດ, ສະຖິຕິ ແລະ ວິຊາສັງຄົມສາດ. ເປັນຄົນມັກສັງເກດ, ມັກຕັ້ງຂໍ້ສົງໃສ. ມີ​ຄວາມ​ສາມາດ​ໃນ​ການສອບ​ຖາມ ​ແລະ ​​​ແກ້​​ໄຂບັນຫາ​ສະ​ເພາະ​ໜ້າ​ໄດ້ດີ ແລະ ທີ່​ສຳຄັນ​ຕ້ອງ​ມີ​ຄວາມ​ລະອຽດ, ມັກ​ໃນ​ການ​ເບິ່ງ​ພາບ​ລວມຂອງ​ບັນຫາ, ມັກການວິ​​ເຄາະ​ຂໍ້​ມູນ ​ແລະ ມັກ​ໃນ​ການ​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ.

​ນັກສຶກສາທີ່ຈົບຈາກສາຂາ​​ນີ້ ສາມາດປະກອບອາຊີບໃນວຽກງານກວດສອບ ເຊັ່ນ: ເປັນຜູ້ຊ່ວຍກວດສອບ ແລະ ຜູ້ກວດສອບ ທັງພາກລັດ ແລະ ເອກະຊົນ, ທັງພາຍໃນ ແລະ ຕ່າງປະເທດ. ນອກຈາກນັ້້ນ ຍັງສາມາດເຮັດວຽກອື່ນໆທີ່ກ່ຽວຂ້ອງກັບສາຂາບັນຊີ ແລະ ພາສີອາກອນ ເຊັ່ນ: ເປັນທີ່ປຶກສາ ທາງດ້ານບັນຊີ ແລະ ນັກກວດສອບອິດສະຫຼະ ເປັນຕົ້ນ.

ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

  1. ຄະນິດສາດ
  2. ສະຖິຕິ
  3. ພາສາອັງກິດ
  4. ບໍລິສັດບໍລິການບັນຊີ ແລະ ກວດສອບ
  5. ຈັນຍາບັນທາງທູລະກິດ ແລະ ການປົກຄອງ
  6. ຫຼັກການຕະຫຼາດ 
  7. ເຕັກນິກປະລິມານ
  8. ການບັນຊີທົ່ວໄປ
  9. ເສດຖະສາດຈູລະພາກ ແລະ ມະຫາພາກ 
  10. ທຸລະກິດທີ່ປຶກສາ
  11. ກົດໝາຍທຸລະກິດ
  12. ການບັນຊີງົບປະມານແຫ່ງຊາດ
  13. ການບໍລິຫານການຜະລິດ ແລະ ການດຳເນີນງານ
  14. ການເງິນທຸລະກິດ
  15. ການບັນຊີການເງິນ
  16. ການບັນຊີບໍລິຫານ
  17. ກົດໝາຍບັນຊີ
  18. ລະບົບຂໍ້ມຸນຂ່າວສານທາງດ້ານບັນຊີ
  19. ການເຈລະຈາຕໍ່ລອງທາງທຸລະກິດ 

ໝວດວິຊາສະເພາະ

  1. ການບັນຊີທະນາຄານ
  2. ສ່ວຍສາອາກອນ
  3. ວິທີຄົ້ນຄວ້າວິໄຈທາງດ້ານການກວດສອບ
  4. ກົດໝາຍການກວດສອບ
  5. ກວດສອບແຫ່ງລັດ
  6. ການກວດສອບ ແລະ ການຮັບປະກັນ
  7. ການລາຍງານການເງິນ
  8. ກົດຈັນຍາບັນທາງດ້ານບັນຊີ ແລະ ກວດສອບ
  9. ການຕິດຕາມ ແລະ ປະເມີນໂຄງການ
  10. ການກວດສອບໂຄງການ 
  11. ການກວດສອບພາຍໃນ
  12. ການກວດສອບສ່ວຍສາອາກອນ
  13. ຫຼັກການຂຽນບົດຈົບຊັ້້ນທາງການກວດສອບ 
  14. ການວາງແຜນກວດສອບ ແລະ ລາຍງານ