ສ້າງຊີວະສາດ
ສ້າງຄູຊີວະສາດ ໝາຍເຖິງການສ້າງຄູເພື່ອການຮຽນ-ການສອນວິທະຍາສາດກ່ຽວກັບສິ່ງທີ່ມີຊີວິດໃນໂລກ. ສາຂານີ້ມີຄວາມສຳຄັນ ໂດຍສະເພາະເມື່ອອີງໃສ່ສະພາບຕົວຈິງຂອງປະເທດລາວເຮົາ ແມ່ນເຫັນວ່າຄູສອນສາຍທໍາມະຊາດໃນຂັ້ນສຶກສາສາມັນແມ່ນຍັງຂາດເຂີນ. ນອກຈາກນີ້ ຄູທີ່ສອນຢູ່ຊັ້ນມັດທະຍົມປາຍສ່ວນໃຫຍ່ຍັງເປັນຄູທີ່ບໍ່ທັນໄດ້ລະດັບ ກໍ່ຄືເປັນຄູທີ່ຈົບແຕ່ຊັ້ນກາງ ແລະ ຊັ້ນສູງ ແຕ່ຍັງບໍ່ທັນຈົບ ປະລິນຍາເທື່ອ. ດັ່ງນັ້ນ, ຈຶ່ງມີຄວາມຮຽກຮ້ອງຕ້ອງການໃນການສ້າງບຸກຄະລາກອນດ້ານນີ້.
ສາຂານີ້ຮຽນກ່ຽວກັບຊີວະສາດພື້ນຖານ ເຊັ່ນ: ສ່ວນປະກອບໂຄງສ້າງ ແລະ ໜ້າທີ່ຂອງໂປຣຕິນ, ຄາໂບໄຮເດຣດ ແລະ ເອັນໄຊ. ນອກຈາກນັ້ນ, ນັກສຶກສາຍັງຈະໄດ້ຮຽນຮູ້ຫຼັກການສິດສອນ, ການວິເຄາະຫຼັກສູດເພື່ອໃຫ້ສາມາດແຕ່ງບົດສອນ ແລະ ກະກຽມບົດສອບເສັງໃຫ້ກົງກັບຫຼັກສູດໄດ້. ນັກສຶກສາຍັງຈະໄດ້ຮຽນຮູ້ ຫລັກຈັນຍາບັນຂອງການເປັນຄູສອນ, ການສ້າງແຮງບັນດານໃຈ ແລະ ການຊຸກຍູ້ສົ່ງເສີມໃຫ້ນັກຮຽນມີສ່ວນຮ່ວມໃນຫ້ອງຮຽນ.
ວິທີການສິດສອນແມ່ນມີ 2 ແບບຄື: ທິດສະດີ ແລະ ປະຕິບັດຕົວຈິງ ໂດຍຈະເນັ້ນໃສ່ການທົດລອງຕົວຈິງ ເຊີ່ງເນື້ອໃນການທົດລອງລວມມີ ການສັງເກດ ແລະ ສຶກສາເບິ່ງສັດເອກຈຸລັງ ແລະ ໂຄງປະກອບສ້າງຂອງພືດດ້ວຍກ້ອງຈຸລະທັດ, ກາຍະວິພາກສາດ ແລະ ການຜ່າຕັດສັດເພື່ອສັງເກດສະລີລະສາດ. ນັກສຶກສາຍັງຈະໄດ້ລົງພາກສະໜາມເພື່ອເກັບຕົວຢ່າງໃນລະບົບນິເວດ ແລະ ລວບລວມພືດເພື່ອເປັນຕົວຢ່າງໄວ້ໃນສວນພືດ ແລະ ລົງຝຶກຫັດການສອນຕົວຈິງຢູ່ຕາມໂຮງຮຽນມັດທະຍົມຕ່າງໆ.
ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ
- ເທັກໂນໂລຊີການສຶກສາ
- ວັດ – ປະເມີນຜົນການສຶກສາ
- ການວິໄຈພາກປະຕິບັດ
- ວິທີວິໄຈການສຶກສາ
- ສຶກສາສາດທົ່ວໄປ
- ບໍລິຫານການສຶກສາ
- ຈິດຕະວິທະຍາພັດທະນາການ
- ວິເຄາະຫຼັກສູດສ້າງຄູ
- ວິທີສິດສອນໝວດວິຊາສະເພາະສາຂາຊີວະສາດ
- ກຳມະພັນວິທະຍາ
- ເຫັດວິທະຍາ
- ຊີວະເຄມີ
- ຊີວະໂມເລກູນ
- ກາຍຍະວິພາກສັດບໍ່ມີກະດູກສັນຫຼັງ
- ຈັດແບ່ງສັດ
- ກາຍຍະວິພາກສັດມີກະດູກສັນຫຼັງ
- ຈຸລະຊີບວິທະຍາ
- ທໍລະນີວິທະຍາ
- ກາຍຍະວິພາກຄົນ
- ນິເວດວິທະຍາ
- ການຈັດການສິ່ງແວດລ້ອມ
- ສະລິລະສາດສັດ
- ວິວັດທະນາການ ແລະ ການກຳເນີດສິ່ງທີ່ມີຊີວິດ
- ກາຍຍະວິພາກພືດ
- ສະລິລະສາດພືດ
- ອານຸກົມວິຖານພືດ
- ຊີວະຟີຊິກ
- ມັດສາວິທະຍາ
- ສັນຖານວິທະຍາພືດ
- ຄະນິດສາດນຳໃຊ້
- ເຄມີທົ່ວໄປ
- ຟີຊິກທົ່ວໄປ
Leave A Comment