ຊີວະວິທະຍາ

ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ຊີວະວິທະຍາ ໝາຍເຖິງ ການສຶກສາກ່ຽວກັບສິ່ງທີ່ມີຊີວິດ ຢ່າງມີເຫດ ແລະ ຜົນ ໂດຍສຶກສາດ້ານໂຄງສ້າງ, ການເຮັດວຽກ,  ການຈະເລີນເຕີບໂຕ, ວິວັດທະນາການ ລວມທັງ ຄວາມສໍາພັນລະຫວ່າງ ສິ່ງທີ່ມີຊີວິດ ກັບ ສິ່ງແວດລ້ອມ. ວິຊາ ນີ້ມີຄວາມ ສໍາຄັນ ແລະ ຈໍາເປັນຕ້ອງໄດ້ສຶກສາ ເພື່ອໃຫ້ສາມາດຮູ້ວິທີການທີ່ຖືກຕ້ອງໃນການນໍາໃຊ້ ແລະ ປົກປັກຮັກສາສິ່ງທີ່ມີຊີວິດ ແລະ ສິ່ງແວດລ້ອມ ທີ່ກໍາລັງໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ ໃນຍຸກແຫ່ງໂລກາພິວັດ ແລະ ການພັດທະນາ. 

ສຶກສາກ່ຽວກັບສິ່ງທີ່ມີຊີວິດໂດຍເນັ້ນໃສ່ພືດ ແລະ ສັດເປັນຕົ້ນຕໍ; ການຈັດແບ່ງຊະນິດ, ປະເພດທີ່ຢູ່ອາໄສ ແລະ ລະບົບນິເວດ, ອົງປະກອບທາງເຄມີ, ໂຄງປະກອບສ້າງພື້ນຖານ, ການກຳເນີດ, ການຂະຫຍາຍຕົວ ແລະ ຄວາມຫຼາກຫຼາຍ ຂອງສິ່ງທີ່ມີຊີວິດ; ໜ້າທີ່ ແລະ ການເຮັດວຽກຂອງອະໄວຍະວະຂອງພືດເຊັ່ນ: ດອກ ແລະ ໃບ, ຂະບວນການສັງເຄາະແສງ, ຮູບແບບການເຄື່ອນໄຫວ ແລະ ພຶດຕິກໍາຂອງສັດ; ສຶກສາເຖິງການປະເມີນຄຸນນະພາບນ້ຳ ໂດຍໃຊ້ຕົວຊີ້ວັດທາງຊີວະສາດ.

ເນັ້ນໃສ່ການຮຽນຮູ້ທິດສະດີພື້ນຖານຂອງຊີວະສາດ, ການລົງເກັບກຳຂໍ້ມູນຢູ່ພາກສະໜາມ, ການລົງປະຕິບັດໃນຫ້ອງທົດລອງ ເຊັ່ນ: ການຮຽນການນຳໃຊ້ກ້ອງຈຸລະທັດ, ການເພາະພັນພືດໂດຍນໍາໃຊ້ເນື້ອເຍື່ອ, ການທົດລອງໝັກເຫຼົ້າຈາກໝາກໄມ້ທຳມະຊາດ, ການເຮັດໝາກໄມ້ຕາກແຫ້ງ ແລະ ການວິເຄາະຄຸນນະພາບນໍ້າ. ນອກນັ້ນຍັງໄດ້ສຶກສາຄົ້ນຄວ້າດ້ວຍຕົນເອງ, ຂຽນ-ນໍາສະເໜີບົດລາຍງານ ແລະ ມີໂອກາດເຂົ້າຮ່ວມໃນໂຄງການ ເປັນຕົ້ນແມ່ນໂຄງການສຶກສາຄວາມຫຼາກຫຼາຍຂອງປາ. 

ນັກຮຽນຄວນມີພື້ນຖານ ວິຊາວິທະຍາສາດທຳມະຊາດ ໂດຍສະເພາະດ້ານຊີວະວິທະຍາ, ເຄມີສາດ ແລະ ພູມສາດ. ມີທັກສະໃນ ການນຳໃຊ້ຄອມພິວເຕີຂັ້ນພື້ນຖານ; ເປັນຄົນມັກຮຽນຮູ້ກ່ຽວກັບສິ່ງທີ່ມີຊີວິດ, ສິ່ງແວດລ້ອມ ແລະ ການອະ ນຸລັກລະບົບນິເວດ, ຊີວະນາໆພັນ ແລະ ມັກເຮັດວຽກ ທີ່ຕິດພັນກັບສິ່ງແວດລ້ອມ ແລະ ທໍາມະຊາດ.  

ຮູ້ເຖິງອົງປະກອບທາງດ້ານເຄມີຊີວະ ແລະ ບັນດາສາຍພົວພັນຕ່າງໆຂອງສິ່ງມີຊີວິດ, ສິ່ງທີ່ບໍ່ມີຊີວິດ ແລະ ສິ່ງແວດລ້ອມ. ມີທັກສະໃນການຈັດແບ່ງລະບົບນິເວດ, ການວິເຄາະວິໄຈສາຍພັນ, ການເພາະລ້ຽງ-ແຜ່ ຈຸລັງ ແລະ ປະເມີນຄຸນນະພາບນ້ຳ. ສາມາດເຮັດການວິໄຈ ແລະ ວິເຄາະກ່ຽວກັບຊີວະສາດ ເຊັ່ນ: ຄົ້ນຄວ້າກ່ຽວກັບພະຍາດ ​ແລະ ຄວາມທົນທານຂອງພືດ.

ນັກສຶກສາສາມາດເປັນນັກທົດລອງທາງດ້ານຊີວະວິທະຍາ, ເປັນຄູສອນ ແລະ ວິທະຍາກອນຝຶກອົບຮົມ, ເຮັດວຽກກັບ ອົງກອນອະນຸລັກສິ່ງແວດລ້ອມ ເຊັ່ນ: ສູນນິເວດວິທະຍາ, ສູນປາບສັດຕູພືດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງສາທາລະນະສຸກ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂອ້ງ.

ໝວດວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

  1. ເຄມີທົ່ວໄປ ແລະ ທົດລອງ 
  2. ຟີຊິກສາດ ແລະ ທົດລອງ 
  3. ເຄມີອົງຄະທາດ
  4. ຊອບແວນໍາໃຊ້ໃນລະດັບສູງ
  5. ເຄມີວິເຄາະ
  6. ທົດລອງເຄມີວິເຄາະ
  7. ວິທີການຄົ້ນຄວ້າ

ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະດ້ານ

  1. ຊີວະວິທະຍາສິ່ງແວດລ້ອມ
  2. ເຕັກນິກທາງຊີວະວິທະຍາ
  3. ນິເວດວິທະຍາ ແລະ ທົດລອງ 
  4. ຊີວະເຄມີ ແລະ ທົດລອງ 
  5. ສັນຖານວິທະຍາຂອງພືດ ແລະ ທົດລອງ

ໝວດວິຊາສະເພາະບັງຄັບ

  1. ສັດມີກະດູກສັນຫຼັງ ແລະ ບໍ່ມີປະດູກສັນຫຼັງ 
  2. ກໍາມະພັນວິທະຍາ ແລະ ທົດລອງ 
  3. ອະນຸກົມວິຖານພືດ ແລະ ທົດລອງ
  4. ວິວັດທະນາການຂອງສິ່ງທີ່ມີຊີວິດ
  5. ກາຍຍະວິພາກພືດ 
  6. ຈຸລະຊີບວິທະຍາທົ່ວໄປ 
  7. ກາຍຍະວິພາກສັດປຽບທຽບ ແລະ ທົດລອງ 
  8. ສະລິລະສາດພືດ ແລະ ທົດລອງ 
  9. ຊີວະໂມເລກຸນ ແລະ ທົດລອງ 
  10. ຊີວະວິທະຍານໍ້າຈືດ
  11. ແມງໄມ້ວິທະຍາ
  12. ຊີວະນາໆພັນ ແລະ ການອະນຸລັກ

ໝວດວິຊາສະເພາະເລືອກບັງຄັບ

  1. ການຈັດການສິ່ງແວດລ້ອມ
  2. ປາວິທະຍາ/ພືດນໍ້າ
  3. ການເພາະລ້ຽງແພຈຸລັງພືດ/ຈຸລະຊີບນໍາໃຊ້
  4. ການນຳໃຊ້ສັດ ແລະ ພືດຂອງຊຸມຊົນ/ພືດຂັ້ນສູງ