ເຕັກໂນໂລຊີຊີວະພາບ

ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ເຕັກໂນໂລຊີຊີວະພາບ ໝາຍເຖິງວິທີການທາງວິທະຍາສາດໃນການນຳສິ່ງທີ່ມີຊີວິດ ຫຼື ຜົນຜະລິດຈາກ ສິ່ງທີ່ມີຊີວິດ ມາໃຊ້ ໃຫ້ເກີດປະໂຫຍດ ເຊັ່ນ: ການຂະຫຍາຍ ແລະ ປັບປຸງພັນພືດ ແລະ ສັດ, ຜະລິດອາຫານ ແລະ ຢາ, ແປຮູບຜະລິດຕະພັນ ແລະ  ຮັກສາສິ່ງແວດລ້ອມ ເຊິ່ງມີຄວາມສໍາຄັນເນື່ອງຈາກ ມັນສາມາດນໍາໃຊ້ເຂົ້າໃນການເພີ່ມປະສິດທິພາບໃນການຜະລິດ ເຊັ່ນ: ຜະລິດອາຫານທີ່ມີຄຸນຄ່າທາງໂພຊະນາການ, ຫຼຸດຜ່ອນການນຳໃຊ້ສານເຄມີ ເພື່ອເຮັດໃຫ້ຄຸນນະພາບຊີວິດ ດີຂຶ້ນ.

ສາຂານີ້ຮຽນປະສົມປະສານກັນລະຫວ່າງຊີວະສາດ ກັບ ເຄມີສາດ ເຊັ່ນ: ສຶກສາກ່ຽວກັບໂຄງສ້າງ ແລະ ການຈໍາແນກ ປະ ເພດພືດ ແລະ ສັດ, ປະຕິກິລິຍາເຄມີໃນອາຫານ, ຄຸນລັກສະນະຂອງທາດຕ່າງໆທີ່ເປັນສ່ວນປະກອບ ໃນການແປຮູບອາຫານ; ເຕັກໂນໂລຊີໃນການຜະລິດ ເຊັ່ນ: ການແປຮູບອາຫານດ້ວຍການໝັກ, ການຕາກແຫ້ງ, ການນໍາໃຊ້ຈຸລະຊີບ ເຂົ້າໃນ ອຸດສາ ຫະກໍາອາຫານ, ການກະເສດ, ການແພດ, ການເພາະລ້ຽງແພຈຸລັງເພື່ອການຂະຫຍາຍ, ປັບປຸງ ແລະ ເກັບຮັກສາ ພັນພືດ.

ນັກສຶກສາຈະໄດ້ຮຽນທິດສະດີ ແລະ ປະຕິບັດຕົວຈິງ ເຊັ່ນ: ຝຶກທົດລອງແປຮູບຜະລິດຕະພັນໝາກໄມ້ແຫ້ງ, ວິເຄາະໂຄງ ສ້າງພືດ ແລະ ສັດ. ນັກສຶກສາຍັງຈະໄດ້ໄປທັດສະນະສຶກສາໃນຫົວໜ່ວຍການຜະລິດເຄື່ອງບໍລິໂພກຕ່າງໆ, ລົງຝຶກງານໃນ ໜ່ວຍງານທີ່ກ່ຽວຂ້ອງ ແລະ ເຂົ້າຮ່ວມໃນການລົງເກັບກໍາຂໍ້ມູນ ເຊັ່ນ: ເກັບຕົວຢ່າງນໍ້າ, ພືດ, ແລະ ສັດ ເພື່ອເອົານໍາມາ ວິເຄາະຕົວຈິງ ໂດຍນັກສຶກສາ ສາມາດນໍາເອົາຂໍ້ມູນເຫຼົ່ານັ້ນມາໃຊ້ເຂົ້າໃນການຂຽນບົດລາຍງານ ແລະ ບົດໂຄງການຈົບຊັ້ນ. 

ມີຄວາມຮູ້ພື້ນຖານ ທາງດ້ານວິຊາວິທະຍາສາດທຳມະຊາດ ໂດຍສະເພາະດ້ານຊີວະວິທະຍາ ແລະ ເຄມີສາດ. ເປັນຄົນ ມີແນວຄິດສ້າງສັນ ຢາກເຮັດສິ່ງໃໝ່ໆ. ມີຄວາມສົນໃຈ ໃນການຜະລິດ, ມັກສັງເກດສິ່ງອ້ອມຂ້າງເພື່ອມາຈໍາແນກ ວ່າສິ່ງໃດ ຈະເປັນປະໂຫຍດ ເພື່ອນຳມາຜັນຂະຫຍາຍ ແລະ ນຳໃຊ້ເຂົ້າໃນວຽກງານທີ່ກ່ຽວຂ້ອງ.

ຮູ້ວິທີໃນການເກັບຮັກສາຜະລິດຕະພັນພືດ ແລະ ສັດ, ສາມາດປະເມີນຄຸນນະພາບຂອງອາຫານ, ສາມາດເຮັດ ການທົດລອງ ແລະ ນໍາໃຊ້ເຄື່ອງມືທົດລອງທາງຊີວະສາດ; ສາມາດແປຮູບອາຫານດ້ວຍເຕັກໂນໂລຊີຕ່າງໆ ເຊັ່ນ: ການໝັກ ດ້ວຍເກືອ, ການຕາກແຫ້ງ ​ແລະ ການນໍາໃຊ້ຈຸລະຊີບ. 

ເປັນນັກວິຊາການໃນຫົວໜ່ວຍການຜະລິດ, ນັກພັດທະນາພັນພືດ ແລະ ສັດ, ເຮັດວຽກໃນຂົງເຂດກະສິກຳ ແລະ ການອະນຸ ລັກສິ່ງແວດລ້ອມ ເຊັ່ນ: ໂຮງງານຜະລິດ ແລະ ແປຮູບເຄື່ອງອຸປະໂພກ-ບໍລິໂພກ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ອົງການອະນູລັກສັດປ່າ, ສູນນິເວດວິທະຍາ, ສູນປາບສັດຕູພືດ.

ໝວດວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

  1. ແຄລຄູລັສ
  2. ສະຖິຕິພື້ນຖານ
  3. ຊອຟແວຣ໌ນໍາໃຊ້ໃນລະດັບສູງ
  4. ຟີຊິກສາດ ແລະ ທົດລອງ
  5. ເຄມີທົ່ວໄປ ແລະ ທົດລອງ
  6. ເຄມີອົງຄະທາດ ແລະ ທົດລອງ

ເຄມີວິເຄາະ ແລະ ທົດລອງ

ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະດ້ານ

  1. ເຕັກນິກທາງຊີວະວິທະຍາ
  2. ຊີວະວິທະຍາ ແລະ ທົດລອງ
  3. ຊີວະວິທະຍາສິ່ງແວດລ້ອມ
  4. ຈຸລະຊີບວິທະຍາ ແລະ ຈຸລະຊີບນໍາໃຊ້
  5. ນິເວດວິທະຍາ ແລະ ທົດລອງ
  6. ການແປຮູບອາຫານ ແລະ ທົດລອງ
  7. ພືດສາດ ແລະ ທົດລອງ

ໝວດວິຊາສະເພາະບັງຄັບ

  1. ຮໍໂມນພືດ ແລະ ທົດລອງ
  2. ເຫັດ-ຣາວິທະຍາ ແລະ ທົດລອງ
  3. ຊີວະເຄມີ ແລະ ທົດລອງ
  4. ກໍາມະພັນວິທະຍາ ແລະ ທົດລອງ
  5. ການເພາະລ້ຽງແພຈຸລັງພືດ
  6. ພິດວິທະຍາ ແລະ ພາກສະໜາມ 
  7. ເອັນໄຊມ໌ວິທະຍາ ແລະ ທົດລອງ
  8. ເຕັກໂນໂລຊີໃນການເກັບຮັກສາຜົນຜະລິດ ແລະ ທົດລອງ
  9. ການຄວບຄຸມສິ່ງແວດລ້ອມໂດຍທາງຊີວະວິທະຍາ ແລະ ທົດລອງ
  10. ເຄມີອາຫານ ແລະ ທົດລອງ
  11. ຊີວະໂມເລກຸນ ແລະ ທົດລອງ 
  12. ເຕັກໂນໂລຊີໃນການໝັກ ແລະ ທົດລອງ

ໝວດວິຊາສະເພາະເລືອກບັງຄັບ

  1. ຜະລິດຕະພັນອາຫານ ແລະ ພືດທີ່ເປັນຫົວ ແລະ ທົດລອງ
  2. ຣາແມງໄມ້ ແລະ ພາກສະໜາມ 
  3. ເຕັກໂນໂລຊີການປູກເຫັດ ແລະ ທົດລອງ
  4. ເຕັກໂນໂລຊີຊີວະພາບສິ່ງແວດລ້ອມ ແລະ ທົດລອງ
  5. ອາຫານ ແລະ ໂພຊະນາການ ແລະ ທົດລອງ
  6. ເຕັກໂນໂລຊີການຜະລິດພະລັງງານທົດແທນ ແລະ ທົດລອງ