ວິທະຍາ​ການ​ອາຄານ

ຄະນະ​ວິຊາສະຖາປັດຕະຍະກຳ​, ມະຫາວິທະຍາໄລແຫ່ງຊາດ

ປະລິນຍາຕີ 5 ປີ

ວິທະຍາ​ການ​ອາຄານໝາຍ​ເຖິງ​ການ​ດຳ​ເນີນ​ໂຄງການການ​ອອກ​ແບບ ​ແລະ ​ກໍ່ສ້າງອາຄານ ຕາມຫຼັກວິຊາ​ການໂດຍ​ການ​ນຳ​ໃຊ້​ເຕັກນິກ ​ແລະ ​ເຕັກ​ໂນ​ໂລ​ຊີທີ່​ທັນ​ສະ​ໄໝ​ທາງ​ດ້ານ​ສະຖາປະນິກ ເພື່ອຮັບປະກັນການກໍ່ສ້າງໃຫ້ມີຄຸນນະພາບ, ທັນເວລາທີ່ກຳນົດ, ແລະ ທີ່ສຳຄັນແມ່ນຕ້ອງນຳໃຊ້ງົບປະມານຕາມທີ່ກໍາໜົດໄວ້ຢ່າງ​ມີ​ປະສິດ​ທິ​ພາບ. ສາຂາ​ນີ້ມີຄວາມ​ສຳຄັນ​ຕໍ່​ກັບ​ການ​ພັດທະນາ​ທາງ​ດ້ານພື້ນຖານ​ໂຄງ​ລ່າງທີ່​ເປັນ​ພື້ນຖານສົ່ງ​ເສີມ​ການ​ຂະຫຍາຍ​ເສດຖະກິດ ​ແລະ ສັງຄົມ. 

ພາກວິຊານີ້ສຶກສາຄົ້ນຄ້ວາກ່ຽວກັບໂຄງ​ສ້າງການ​ອອກ​ແບບ​ອາຄານ, ການ​ຄຸ້ມ​ຄອງບໍລິຫານ​ໂຄງການ​ກໍ່ສ້າງ ​ແລະ ອະສັງຫາລິມະ​ຊັບ, ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້ ​ແລະ ຄວາມ​ເຂົ້າ​ໃຈ​ຕໍ່​ກັບ​ສະພາບ​ແວດ​ລ້ອມ ໂດຍ​ເຊື່ອມ​ໂຍງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ​​ໃຫ້​ທຽບ​ເທົ່າ​ກັບ​ສາກົນ​. ນອກຈາກ​ນີ້, ວິຊານີ້ຍັງ​ພົວພັນກັບ​ການ​ອອກ​ແບບ​ວາງຜັງ​ຕົວ​ເມືອງ​ ​ແລະ ການ​ອອກ​ແບບ​ຜະລິດ​ຕະພັນ​ຕ່າງໆ​.

ວິທີການສິດສອນຂອງພາກວິຊານີ້ແມ່ນ​ປະກອບ​ມີ​ການບັນ​ລະ​ຍາຍທິດ​ສະ​ດີ​, ການ​ປະຕິບັດ​ຕົວ​ຈິງ ​ແລະ ການ​ທົດ​ລອງ​ວັດ​ສະ​ດຸ​ກໍ່ສ້າງເຊັ່ນ: ການກໍ່ສ້າງ, ການນໍາໃຊ້ໄມ້, ການນຳໃຊ້ເຫຼັກ ແລະ ອື່ນໆ​.​ການ​ຄິດ​ໄລ່​ໂຄງ​ສ້າງ​ປະ​ເມີນ​ລາ​ຄາ​ແລະ​ວັດ​ສະ​ດຸ​ທີ່​ຕ້ອງ​ການ​.ທັງ​ນີ້​ຍັງມີການໄປທັດສະນະ​ສຶກສາຕາມສະຖານທີ່ຕ່າງໆທີ່ກ່ຽວຂ້ອງກັບວຽກງານສະຖາປັດຕະຍະກຳ, ການລົງ​ຝຶກງານ​ໃນ​ໂຄງການກໍ່ສ້າງຕາມ​ບໍລິສັດ​ຕ່າງໆ ​ລວມທັງຫ້ອງ​ການພາກ​ລັດ ​ແລະ ​ເອກະ​ຊົນ.

ນັກຮຽນທີ່ຈະເຂົ້າຮຽນສາຂານີ້ ຕ້ອງມີພື້ນຖານຄວາມຮູ້​ ທາງ​ດ້ານ​ຄະນິດສາດ, ຟິຊິກສາດ, ສະຖິຕິ ​ເປັນ​ຕົ້ນ. ມີ​ຄວາມ​ຄິດ​ສ້າງສັນ​ໃນ​ການ​ອອກ​ແບບ, ມີ​ຄວາມ​ສາມາດ​ໃນການວາງ​ແຜນ ​ແລະ ການຄິດ​ໄລ່​ຄຳນວນ​, ມີ​ຄວາມ​ສາມາດ​ໃນ​ການ​ແຕ້ມ​ຮູບ, ມີ​ຄວາມ​ມັກ​ໃນ​ການ​ທົດ​ລອງ​ສິ່ງ​ໃໝ່ໆ. ມີຄວາມສົນໃຈໃນການກໍ່ສ້າງອາຄານ​ ​ແລະ ​ເປັນ​ຄົນ​ໃສ່​ໃຈ​ໃນລາຍ​ລະອຽດ. 

ນັກສຶກສາທີ່​ຈົບ​ຈາກ​ພາກ​ວິຊາ​ນີ້​ ​ຈະ​ມີ​ຄວາມສາມາດ​ໃນການ​ອອກ​ແບບ​ອາຄານ, ຄິດ​ໄລ່​ຄຳນວນ​ມູນ​ຄ່າ​ໂຄງການ​ກໍ່ສ້າງ​ລວມທັງບໍລິຫານ, ຄວບຄຸມ ແລະ ກວດກາການກໍ່ສ້າງອາຄານຕ່າງໆ ບໍ່ວ່າຈະເປັນ ອາຄານໂຮງຮຽນ, ໂຮງໝໍ, ໂຮງງານ, ສະຖານທີ່ເຮັດວຽກ ແລະ ວັດວາອາຮາມຕ່າງໆ. ນອກຈາກນັ້ນ, ກໍຍັງປະເມີນໂຄງການກໍ່ສ້າງ ແລະ ວຽກງານຕ່າງໆທີ່ກ່ຽວຂ້ອງກັບສະຖາປັດຕະຍະກຳ.

​ທາງ​ເລືອກ​ໃນ​ການ​ປະກອບ​ອາຊີບນີ້ ນັກສຶກສາສາມາດປະກອບ​ອາຊີບໄດ້ໃນວຽກງານບໍລິຫານ, ຄວບຄຸມ ແລະ ກວດກາການກໍ່ສ້າງ; ການຄິດໄລ່ລາຄາການກໍ່ສ້າງ ແລະ ການປະເມີນໂຄງການນໍາພາກລັດ ແລະ ເອກະຊົນ. ເປັນຕົ້ນແມ່ນ ບັນດາກະຊວງ, ແຂວງ, ພະແນກ​​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ບໍລິສັດອອກແບບ,​ ບໍລິສັດກໍ່ສ້າງ ແລະ ບໍລິສັດທີ່ປຶກສາ. 

  • ໝວດວິຊາ​ສະ​ເພາະ​ພື້ນຖານ:
  1. ເລຂາບັນລະຍາຍ
  2. ການເງິນ ແລະ ການບັນຊີ
  3. ວັດສະດຸກໍ່ສ້າງອາຄານ ແລະ ທົດລອງ
  4. ເຕັກນິກຜັງເມືອງ 
  5. ການວັດແທກ 
  6. ເຕັກນິກການແຕ້ມ
  7. ການແຕ້ມແບບສະຖາປັດຕະຍາກໍາ 
  8. ການພັດທະນາທີ່ຢູ່ອາໄສ ແລະ ອາສັງຫາລິມມະຊັບ 
  9. ປະຫວັດສາດອາຄານ
  10. ວິທີການວິໄຈເບື້ອງຕົ້ນ
  11. ລະບົບໂຄງສ້າງສະຖາປັດຕະຍາກໍາ 
  12. ສໍາມະນາວິຊາຊີບ
  13. ພາສາອັງກິດສໍາລັບການກໍ່ສ້າງ

ໝວດວິຊາສະເພາະ:

  1. ວິທີການກໍ່ສ້າງ 
  2. ການອອກແບບໂຄງສ້າງຄອນກຣີດເສີມເຫຼັກ 
  3. ການອອກແບບຄອນກີຣດອັດແຮງ
  4. ກົນລະສາດວັດສະດຸ
  5. ການອອກແບບໂຄງສ້າງເຫຼັກ
  6. ການອອກແບບໂຄງສ້າງໄມ້ 
  7. ການອອກແບບລະບົບໄຟຟ້າໃນອາຄານ
  8. ການຄວບຄຸມ ແລະ ກວດກາການກໍ່ສ້າງ 
  9. ກົນຈັກໃນການກໍ່ສ້າງ
  10. ການອອກແບບຮາກຖານ 
  11. ເສດຖະສາດການກໍ່ສ້າງ
  12. ການວາງແຜນການກໍ່ສ້າງ 
  13. ການບໍລິຫານໂຄງການ
  14. ການປະເມີນລາຄາ 
  15. ການອອກແບບລະບົບທໍ່ໃນອາຄານ
  16. ການອອກແບບລະບົບສຸຂາພິບານ
  17. ຊົນລະສາດ
  18. ກົດໝາຍກ່ຽວກັບການກໍ່ສ້າງ