ບໍລິຫານທຸລະກິດ

ວິທະຍາໄລ ຄອມເຊັນເຕິ

ການບໍລິຫານທຸລະກິດແມ່ນການວາງແຜນຈັດການ, ຄວບຄຸມ ແລະ ດຳເນີນງານທາງດ້ານທຸລະກິດໃຫ້ປະສົບຜົນສໍາເລັດ ເພື່ອໃຫ້ບັນລຸຈຸດປະສົງ. ການສຶກສາກ່ຽວກັບການບໍລິຫານທຸລະກິດມີຄວາມສຳຄັນຫຼາຍຕໍ່ກັບວຽກງານໃນຂະແໜງການທຸລະກິດໃນປະເທດຕ່າງໆລວມທັງປະເທດລາວ ເນື່ອງຈາກມັນຈະຊ່ວຍໃນການພັດທະນາລະບົບການຈັດການ ແລະ ບໍລິຫານທຸລະກິດໃຫ້ມີປະສິດທິພາບ ແລະ ສາມາດນຳພາປະເທດຊາດໄປສູ່ຄວາມສຳເລັດ.

ສາຂານີ້ຮຽນກ່ຽວກັບຄວາມຮູ້ພື້ນຖານຂອງວິຊາຕ່າງໆ ທີ່ສາມາດນຳໃຊ້ເຂົ້າໃນການປະກອບອາຊີບດ້ານທຸລະກິດ ເຊັ່ນ: ບັນຊີ,ການເງິນ, ການທະນາຄານ, ການຄ້າຕ່າງປະເທດ, ກົດໝາຍທຸລະກິດ, ການບັນຊີວິໄຈຕົ້ນທຶນ, ຈິດຕະວິທະຍາ, ທິດສະດີ, ການບໍລິຫານບຸກຄະລາກອນ, ການບໍລິຫານການຕະຫຼາດ, ເລຂານຸການ ແລະ ອື່ນໆຫຼາຍກວ່າ 52 ວິຊາ. ນອກນັ້ນ ນັກສຶກສາຍັງຈະໄດ້ຮຽນຮູ້ທັກສະການໂນ້ມນ້າວຈິດໃຈ ແລະ ການເປັນນັກບໍລິຫານທີ່ດີໃນອານາຄົດ.

ວິ​ທີ​ການ​ສິດສອນ​ຂອງ​ສາຂາວິຊາບໍລິຫານທຸລະກິດທີ່ວິທະຍາໄລຄອມເຊັນເຕີ ແມ່ນ ອີງໃສ່ການສຶກສາກ່ຽວກັບທິດສະດີ ແລະ ການປະຕິບັດຕົວຈິງ ໂດຍໄດ້ມີການນຳໃຊ້ສື່ການຮຽນການສອນຕ່າງໆ ເຊັ່ນ: ການນຳໃຊ້ພາວເວີພ້ອຍ, ການສົນທະນາກຸ່ມ. ນອກຈາກນີ້, ນັກສຶກສາຍັງຈະໄດ້ມີການສຶກສາຄົ້ນຄວ້າດ້ວຍຕົນເອງ ເພື່ອຫາຂໍ້ມູນປະກອບເຂັ້າໃນການເຮັດບົດລາຍງານ ແລະ ນໍາສະເໜີບົດລາຍງານ, ມີການປະຕິບັດຕົວຈິງໃນການລົງບັນຊີ ແລະ ການຄິດໄລ່ທີ່ກ່ຽວຂ້ອງອື່ນໆ.

ນັກຮຽນ​ທີ່​ຈະ​ເຂົ້າມາ​ຮຽນ​ໃນ​ສາຂາ​ນີ້ ​ຄວນມີຄວາມມັກທາງດ້ານທຸລະກິດ, ຢາກເຮັດທຸລະກິດ ຫຼື ມີແນວຄິດກ່ຽວກັບການເຮັດທຸລະກິດ, ມັກຊອກຮູ້, ມັກອ່ານ, ມັກຕິດຕາມສະພາບການເຄື່ອນໄຫວຂອງເສດຖະກິດ-ທຸລະກິດ, ພ້ອມທັງມີພື້ນຖານການຄິດໄລ່ ແລະ ພາສາຕ່າງປະເທດ ໃນການຕິດຕໍ່ສື່ສານ ແລະ ພົວພັນທຸລະກິດກັບຕ່າງປະເທດ.

ນັກສຶກສາທີ່ຮຽນສາຂາບໍລິຫານທຸລະກິດ ​ຈະມີຄວາມຮູ້ດ້ານບັນຊີ, ການບໍລິຫານຫ້ອງການ, ບໍລິຫານບຸກຄະລາກອນ, ເລຂານຸການ, ການເປັນຜູ້ຈັດການ ແລະ ການຕະຫຼາດ. ນອກນັ້ນ ນັກສຶກສາຍັງຈະມີຄວາມສາມາດດ້ານການເຈລະຈາຕໍ່ລອງ ແລະ ພົວພັນວຽກງານທຸລະກິດຕິດໂຕໄປນຳ.

ນັກສຶກສາທີ່ຈົບຈາກສາຂານີ້ ​ສາມາ​ດ​ປະກອບ​ອາຊີບ​ໃນຫຼາຍຂົງ​ເຂດວຽກ ງານ​ ​ເຊັ່ນ: ເປັນພະນັກງານທະນາຄານ, ພະນັກງານຂາຍ ຫຼື ການຕະຫຼາດ, ເລຂາ, ຜູ້ບໍລິຫານຫ້ອງການ, ນັກບັນຊີ (ຜູ້ກວດສອບບັນຊີ), ພະນັກງານນໍາທ່ຽວ (ເນື່ອງຈາກເວົ້າພາສາອັງກິດໄດ້ ແລະ ຮູ້ຈັດຕັ້ງນໍາພາ) ໂດຍສາມາດເຮັດວຽກໄດ້ນຳທັງພາກລັດ ແລະ ເອກະຊົນກໍຄືອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ;  ແລະ ຍັງສາມາດບໍລິຫານທຸລະກິດຕົນເອງ.