ບໍລິຫານທຸລະກິດ

ວິທະຍາໄລ ລາວ-ອາເມລິກາ

ປະລິນຍາຕຼີ 5 ປີ

ການບໍລິຫານທຸລະກິດ ໝາຍເຖິງຂະບວນການໃນການວາງແຜນ, ການຈັດສັນອົງການ, ການອໍານວຍການ ແລະ ການຄວບຄຸມການໃຊ້ຊັບພະຍາກອນຂອງກິດຈະການ ເພື່ອໃຫ້ບັນລຸເປົ້າໝາຍຂອງທຸລະກິດ ແລະ ເພື່ອໃຫ້ທຸລະກິດນັ້ນໄດ້ຮັບກໍາໄລສູງສຸດ. ສາຂານີ້ມີຄວາມສໍາຄັນ ໃນການສ້າງບຸກຄະລາກອນ ເພື່ອຕອບສະໜອງເຂົ້າໃນການຂະຫຍາຍຕົວຂອງການລົງທຶນ ແລະ ເພື່ອໃຫ້ການບໍລິຫານທຸລະກິດໃນລາວເປັນໄປຢ່າງ ເປັນລະບົບ ແລະ ສອດຄ່ອງກັບມາດຕະຖານສາກົນ.

ນັກສຶກສາທີ່ຮຽນສາຂາວິຊາບໍລິຫານທຸລະກິດ ທີ່ວິທະຍາໄລລາວ-ອາເມລິກາ ຈະໄດ້ສຶກສາລົງເລິກກ່ຽວກັບ 4 ດ້ານຫຼັກ ທີ່ຈໍາເປັນໃນການດໍາເນີນທຸລະກິດເພື່ອໃຫ້ປະສົບຜົນສໍາເລັດ ໃນນັ້ນລວມມີ: ການຕະຫຼາດ, ການບໍລິຫານ, ການເງິນ ແລະ ເສດຖະສາດ. ນອກຈາກນີ້ ຍັງຈະໄດ້ຮຽນກ່ຽວກັບ ຄວາມຮູ້ພື້ນຖານທີ່ກ່ຽວພັນກັບທຸລະກິດ ເປັນຕົ້ນແມ່ນ ການສື່ສານທາງດ້ານທຸລະກິດ ແລະ ກົດໝາຍທຸລະກິດ ພ້ອມທັງວິຊາທີ່ກ່ຽວຂ້ອງອື່ນໆ ເຊັ່ນ: ສັງຄົມວິທະຍາ ແລະ ພູມສາດໂລກ ເປັນຕົ້ນ.

ວິທີການສິດສອນປະກອບມີ ການຮຽນກ່ຽວກັບທິດສະດີຜ່ານການບັນຍາຍ. ນັກສຶກສາຈະໄດ້ຝຶກທັກສະການເວົ້າ, ອ່ານ, ຂຽນ, ຟັງ ແລະ ທັກສະວິຊາສະເພາະດ້ານການບໍລິຫານທຸລະກິດຈາກຄູລາວ ແລະ ຕ່າງປະເທດ ໂດຍຜ່ານການສົນທະນາກຸ່ມ, ການໂຕ້ວາທີ, ການເຮັດບົດໂຄງການຕ່າງໆຕາມຫົວຂໍ້ທີ່ກ່ຽວພັນກັບແຕ່ລະວິຊາຮຽນ, ການເຮັດບົດລາຍງານ, ການນໍາສະເໜີບົດລາຍງານ ແລະ ບົດໂຄງການ, ການສໍາພາດ, ການເລົ່າເລື່ອງ ແລະ ການປະເມີນຜົນເຊິ່ງກັນ ແລະ ກັນໂດຍນັກສຶກສາ.

ຄວາມຮູ້ພື້ນຖານ ທາງດ້ານພາສາອັງກິດ. ເປັນຄົນທີ່ມີຄວາມສາມາດໃນການວິເຄາະ ແລະ ແກ້ໄຂບັນຫາຢ່າງມີເຫດຜົນ. ນອກຈາກນີ້ ຄວນມີທັກສະພື້ນຖານໃນການນໍາສະເໜີ (presentation skills), ທັກສະໃນການສໍາພາດ (interviewing skills) ແລະ ທັກສະຂອງການເປັນຜູ້ນໍາ (leadership skills).  

ຫຼັງຈາກຈົບຈາກສາຂານີ້ ນັກສຶກສາຈະມີທັກສະໃນການສື່ສານເປັນພາສາອັງກິດ; ເຈລະຈາ-ໂຕ້ຕອບຈົດໝາຍທາງທຸລະກິດ ແລະ ຂຽນເອກະສານປະເພດຕ່າງໆ ເຊັ່ນ: ຊີວະປະຫວັດຫຍໍ້ (ເພື່ອໃຊ້ໃນການສະໝັກງານ ຫຼື ສະໝັກຮຽນ), ບົດລາຍງານ, ອີເມວ; ທັກສະໃນການວາງແຜນ, ການເຮັດວິໄຈ, ການຕະຫຼາດ, ການບໍລິຫານທຸລະກິດ ແລະ ການວິເຄາະການເງິນ ເປັນຕົ້ນ.  

ນັກສຶກສາສາມາດປະກອບອາຊີບເປັນ ນັກການຕະຫຼາດ, ນັກບັນຊີ, ຜູ້ຊ່ວຍການເງິນ, ຜູ້ຊ່ວຍການກວດສອບບັນຊີ, ຜູ້ຊ່ວຍຝ່າຍຂາຍ, ຜູ້ຊ່ວຍໂຄງການ, ພະນັກງານຝ່າຍຈັດເກັບເອກະສານ ແລະ ອື່ນໆ. ນອກຈາກນີ້ ຍັງສາມາດເຮັດວຽກດ້ານອື່ນໆ ທີ່ນໍາໃຊ້ພາສາອັງກິດ ເຊັ່ນ: ທີ່ປຶກສາການທ່ອງທ່ຽວ, ພະນັກງານນໍາທ່ຽວ, ພະນັກງານຮັບຕ້ອນ, ເລຂານຸການ ເປັນຕົ້ນ.

ປີ 3 

  1. ການ​ສື່​ສານ​ໃນ​ບ່ອນ​ເຮັດ​ວຽກ
  2. ຄວາມ​ຮູ້​ພື້ນ​ຖານ​ທາງ​ດ້ານ​ທຸ​ລະ​ກິດ
  3. ຄວາມ​ຮູ້​ພື້ນ​ຖານ​ທາງ​ດ້ານເສດ​ຖະ​ກິດ
  4. ພາ​ສາ​ສຳ​ລັບ​ທຸ​ລະ​ກິດ ແລະ ການ​ໂຄ​ສະ​ນາ
  5. ຄວາມ​ຮູ້​ພື້ນ​ຖານ​ການ​ບັນ​ຊີ
  6. ການ​ສື່​ສານ​ທາງ​ດ້ານ​ທຸ​ລະ​ກິດ 
  7. ພູມ​ສາດ​ໂລກ
  8. ວັດ​ທະ​ນະ​ທຳ​ໂລກ
  9. ພື້ນ​ຖານ​ການ​ຄຸ້ມ​ຄອງ
  10. ຄວາມ​ຮູ້​ພື້ນ​ຖານ​ດ້ານ​ການ​ຕະຫຼາດ
  11. ບັນ​ຊີ​ທຸ​ລະ​ກິດ
  12. ຜູ້​ປະ​ກອບ​ການ​ທຸ​ລະ​ກິດ

ປີ 4

  1. ການ​ຂຽນ​ບົດ​ລາຍ​ງານ 
  2. ການ​ຕະຫຼາດ​ເພື່ອ​ການ​ບໍ​ລິ​ການ
  3. ການ​ເງິນ ແລະ ການ​ທະ​ນາ​ຄານ
  4. ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​
  5. ຈິດ​ຕະ​ວິ​ທະ​ຍາ
  6. ການ​ຕະຫຼາດ-ຫ້າງ​ຮ້ານ
  7. ເສດ​ຖະ​ສາດ​ມະ​ຫາ​ພາກ
  8. ການ​ປະ​ຊຸມ​ ການ​ເຈ​ລະ​ຈາ ແລະ ຂໍ້​ຂັດ​ແຍ່ງ
  9. ສັງ​ຄົມ​ວິ​ທະ​ຍາ
  10. ເສດ​ຖະ​ສາດ​ຈຸ​ລະ​ພາກ
  11. ກົດ​ໝາຍ​ທຸ​ລະ​ກິດ
  12. ການ​ເງິນ

ປີ 5

  1. ສິ່ງ​ແວດ​ລ້ອມ​ສຶກ​ສາ
  2. ຍຸດ​ທະ​ສາດ​ການ​ຄຸ້ມ​ຄອງ
  3. ການ​ຄ້າ​ສາ​ກົນ
  4. ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ອາ​ຊຽນ
  5. ຍຸດ​ທະ​ສາດ​ການ​ຕະຫຼາດ
  6. ການ​ວາງ​ແຜນ​ທຸ​ລະ​ກິດ
  7. ການ​ຄຸ້ມ​ຄອງ​ໂຄງ​ການ
  8. ການ​ຄ້າ​ຜ່ານ​ລະ​ບົບ​ອີ​ເລັກ​ໂຕ​ນິກ