​ບໍລິຫານ​ທຸລະ​ກິດ

ວິ​ທະຍາ​ໄລ​ສຸດ​ສະກະ

ຊັ້ນສູງ 3 ປີ (ອາດ​ມີການ​ປ່ຽນ​ແປງ ​ມີ​ລະດັບ ປະລິນຍາ​ຕີ 4 ປີ)

ບໍລິຫານ​ທຸລະ​ກິດ ໝາຍ​ເຖິງ ຄວາ​ມຮູ້, ​ເຕັກ​ນິກ, ທິດ​ສະ​ດີ ​ແລະ ວິທີ​ການ​ຕ່າງໆ ທີ່​ກ່ຽວຂ້ອງ​ກັບ​ການ​ບໍລິຫານ​​ທຸລະ​ກິດ​. ການ​ປະກອບ​ທຸລະ​ກິດ​ ນອກຈາກ​ຈະ​ສ້າງ​ລາຍ​ໄດ້​ໃຫ້​ຜູ້​ປະກອບ​ການ​ແລ້ວ ຍັງ​ສ້າງ​ວຽກ​ເຮັດ​ງານ​ທໍາ ​ແລະ ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ເສດຖະກິດ. ​ເຈົ້າຂອງ​ທຸລະ​ກິດ ຫຼື ຜູ້​ບໍລິຫານ​ຈໍາ​ເປັນ​ຕ້ອງ​ມີ​ຄວາມ​ຮູ້​ໃນ​ດ້ານ​ຕ່າງໆທີ່​ສາມາດ​ເຮັດ​ໃຫ້​ທຸລະ​ກິດ​ດໍາ​ເນີນ​ໄປ​ຢ່າງ​ເປັນ​ລະບົບ, ສາມາດ​ສ້າງ​ກໍາ​ໄລ, ນໍາ​ໃຊ້​ຊັບພະຍາກອນ​ຢ່າງ​ມີ​ປະສິດທິພາບ ​ແລະ ຍັງ​ມີ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​.

ສາຂານີ້ ສຶກສາ​​ໂດຍ​ລວມກ່ຽວກັບອົງ​ປະກອບທຸກ​ດ້ານ​​ທີ່ຈໍາ​​ເປັນຕໍ່ການ​ບໍລິຫານ​ທຸລະ​ກິດ​ໃດໜຶ່ງ​ເຊັ່ນ: ພື້ນຖານ​ບັນຊີ​ທົ່ວ​ໄປ ​ແລະ ບັນຊີວິ​ສາ​ຫະກິດ, ພື້ນຖານ​ທາງ​ດ້ານການ​ເງິນ ​ແລະ ການ​ທະນາຄານ, ການ​ບໍລິຫານ​ບຸກຄະລາ​ກອນ ​ແລະ ຄຸ້ມ​ຄອງ​ຫ້ອງການ, ການ​ບໍລິຫານ​ການ​ຕະຫຼາດ. ນອກ​ນີ້ ຍັງ​ຮຽນກ່ຽວກັບ ການ​​ເລີ່​ມຕົ້ນ ​ແລະ ປະກອບ​ທຸລະ​ກິດ, ກົດໝາຍທຸລະ​ກິດ, ພື້ນຖານ​ດ້ານ​ເສດຖະສາດ, ພາສາ​ອັງກິດ​ສໍາລັບ​ທຸລະ​ກິດ ​ແລະ ການ​ບໍລິຫານ​ກາ​ນຈັດ​ສົ່ງ​ສິນຄ້າ ​ເປັນຕົ້ນ.

ການສິດສອນ ລວມມີທັງການບັນຍາຍທາງທິດສະດີ ​ແລະ ລົງມືປະຕິບັດ​ຕົວ​ຈິງ. ມີ​ການ​ນໍາ​ໃຊ້​ ການ​ຮຽນ-ການ​ສອນ ຫຼາຍ ຮູບ​ແບບ ​ເພື່ອ​ໃຫ້​ນັກ​ສຶກສາ​ເຂົ້າ​ໃຈ​ເຖິງ​ເນື້ອ​ໃນ​ຢ່າງ​ເລິກ​ເຊິ່ງ ຜ່ານ​ການ​ສົນທະນາ, ການ​ເຮັດ​ບົດ​ລາຍ​ງານ, ການ​ນໍາ​ສະ​ເໜີ, ວິ​ເຄາະ ບັນດາ​ກໍລະນີ​ສຶກສາ​ດ້ານ​ທຸລະ​ກິດຕົວ​ຈິງ. ມີ​ການ​ລົງ​ຝຶກ​ງານ​​ເພື່ອ​ສຶກສາວຽກງານ​​ບໍລິຫານ​ຫ້ອງການ ​ແລະ ​ສຶກສາ​ການ​ດໍາ​ເນີນ​ງານ​ຂອງ​ທຸລະ​ກິດ​ໃດໜຶ່ງ ​ໃນ​ຫ້ອງການ ​ແລະ ບໍລິ​ສັດ​ທີ່​ກ່ຽວຂ້ອງ. 

ຄວາມຮູ້​ພື້ນຖານ ​ຄະນິດສາດ ​ແລະ ພາສາ​ຕ່າງປະ​ເທດ​ຍິ່ງ​ເປັນ​ການ​ດີ; ເປັນຄົນ ທີ່ມັກສັງເກດ, ມັກ​ການ​ບໍລິຫານ​ຈັດການ, ມັກ​ຄວາມ​ສ່ຽງ ແລະ ມີ​ຄວາມ​ເປັນ​ຜູ້​ນໍາ; ມີ​ທັກ​ສະ​ ໃນ​ການ​ສື່ສານ, ການ​ແກ້​ໄຂ​ບັນຫາ​ສະ​ເພາະໜ້າ ​ແລະ ມີ​ມະນຸດ​ສໍາພັນ​ດີ; ມີຄວາມມັກ​ໃນ​ການ​ດໍາ​ເນີນ​ທຸລະ​ກິດ, ຄ້າຂາຍ ​ແລະ ຢາກ​ມີ​ທຸລະ​ກິດ​ເປັນ​ຂອງ​ຕົນ​ເອງ ຫຼື ສືບ​ທອດ​ທຸລະ​ກິດ​ຄອບຄົວ.

ມີ​ຄວາມ​ຮູ້ ​ແລະ ທັກ​ສະ ​ພື້ນຖານ​ໃນ​ການຕັ້ງຕົ້ນ ​ແລະ ​ປະກອບ​ທຸລະ​ກິດ; ມີ​ຄວາມ​ຮູ້ ​ແລະ ທັກ​ສະພື້ນຖານ​ດ້ານ​ການລົງ​ບັນຊີ, ການ​ບໍລິຫານ​ຊັບພະຍາກອນ​ມະນຸດ, ການຈັດ​ຫ້ອງການ, ການ​ບໍລິຫານ​ການ​ຕະຫຼາດ; ຄວາມ​ຮູ້​ກ່ຽວກັບ​ກົນ​ໄກ​ຂອງ​ທະນາຄານ, ການ​ຄິດ​ໄລ່​ທາງ​ການ​ເງິນ ​ແລະ ​ແຫຼ່ງ​ເງິນ​ທຶນ​ສໍາລັບ​ທຸລະ​ກິດ; ​ແລະ ທັກ​ສະພາ​ສາ​ອັງກິດ​ສໍາລັບ​ທຸລະ​ກິດ. 

ນັກ​ສຶກສາ​ທີ່​ຈົບ​ຈາກ​ສາຂາ​ນີ້ ສາມາດ​ປະກອບ​ອາຊີບ​ ​ທັງ​ພາກ​ລັດ ​ແລະ ໃນຂະ​ແໜງທຸລະ​ກິດ​ຕ່າງໆ ​ເປັນຕົ້ນ​ແມ່ນ​ທາງ​ດ້ານ​ການວາງ​ແຜນ, ການ​ບໍລິຫານ​ບຸກຄະລາ​ກອນ. ສາມາດ​ເຮັດ​ວຽກທີ່​ກ່ຽວຂ້ອງ​ກັບຂະ​ແໜງ​ການ​ເງິນ, ການ​ຕະຫຼາດ ​ແລະ ການ​ບັນຊີ. ນັກ​ສຶກສາ​ຍັງ​ສາມາດ ປະກອບ​ທຸລະ​ກິດ ​ແລະ ບໍລິຫານ​ທຸລະ​ກິດ​ຂອງ​ຕົນ​ເອງ.

  1. ພາສາ​ອັງກິດ
  2. ກົດໝາຍທຸລະ​ກິດ-ພາສີ
  3. ບັນຊີ​ພື້ນຖານ
  4. ບັນຊີ​ວິ​ສາ​ຫະກິດ
  5. ບັນຊີ​ວິ​ໄຈ
  6. ວິ​ເຄາະ​ບັນຊີ
  7. ການ​ເງິນ​ທຸລະ​ກິດ
  8. ການ​ເງິນ​ລະຫວ່າງ​ປະ​ເທດ
  9. ບໍລິຫານ​ທົ່ວ​ໄປ
  10. ບໍລິຫານ​ຊັບພະຍາກອນ​ມະນຸດ
  11. ບໍລິຫານ​ອົງ​ກອນ
  12. ບໍລິຫານ​ໂຄງການ

ບ້ານ ໂພນພະເນົາ

ໂທ 021 775 222