ບໍລິຫານ​ທຸລະ​ກິດ

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕຼີ 4 ປີ

ການບໍລິຫານ​ທຸລະ​ກິດໝາຍ​ເຖິງ​ການປະຕິບັດ ຫຼື ຄຸ້ມ​ຄອງ​ວຽກງານ​ທາງ​ດ້ານ​ການ​ດຳ​ເນີນ​ງານທຸລະ​ກິດ, ລວມ​ໄປ​ເຖິງ​ການ​ຕັດສິນ​ໃຈ​ໃນ​ການ​ປະຕິບັດ​ແຜນ​ການ​ສ້າງ​ທຸລະ​ກິດ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ອິກທັງ​ເວົ້າ​ເຖິງ​ການຈັດ​ຕັ້ງ​ປະຕິບັດ​ກ່ຽວກັບ​ບຸກຄະລາ​ກອນ ​ແລະ ຊັບພະຍາກອນ​ທີ່​ມີ​ຢູ່​ ​ເພື່ອນຳ​ມາໝຸນ​ໃຊ້ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸດ. ​ວິຊາ​ນີ້​ເປັນ​ວິຊາ​ທີ່​ສຳຄັນ​ຢ່າງໜຶ່ງ ຍ້ອນ​ວ່າ ມັນ​ໄດ້​ຊ່ວຍ​ເຮັດ​ໃຫ້ການ​ບໍລິຫານ​ທຸລະ​ກິດ​ຂອງ​ລາວ​ເປັນ​ໄປ​ຢ່າງໝັ້ນຄົງ ​ແລະ ມີ​ປະສິດທິພາບ. 

ວິຊາ​ນີ້​ຮຽນກ່ຽວກັບຫຼັກການ​ການ​ບໍລິຫານ​ທຸລະ​ກິດຂອງ​ຜູ້​ປະກອບ​ການທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ. ​ເປັນ​ວິຊາ​ທີ່​ສ້າງ​ນັກວິຊາການ​ບໍລິຫານ ​ແລະ ນັກທຸລະກິດ​ເພື່ອ​ປະກອບ​ເປັນ​ພະນັກງານ​ຕ່າງ​ອົງການ​ຈັດ​ຕັ້ງຕ່າງໆ. ວິຊານີ້ຍັງຈະໄດ້ຮຽນກ່ຽວກັບການ​ບໍລິຫານ​ທຸລະ​ກິດໂດຍສະເພາະແມ່ນ ​ແນ່​ໃສ່​ການ​ລົງທຶນມະຫາ​ພາກ ແລະ ຈຸລະພາກ ​ເພື່ອ​ເຮັດ​ໃຫ້​ເສດຖະກິດ​ຂອງ​ປະ​ເທດ​ເຂັ້ມ​ແຂງ ​ແລະ ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ.

ວິທີ​ການ​ສິດສອນະແມ່ນ​ປະກອບ​ມີ​ພາກ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ​ຕົວ​ຈິງ​ໄປ​ພ້ອມໆກັນ ​ເຊັ່ນ: ການ​ລົງ​ຝຶກງານ​ຕົວ​ຈິງ​ນຳ​ບັນດາ​ອົງ​ກອນ​ ​ແລະ ໜ່ວຍງານ​ທີ່​ກ່ຽວຂ້ອງ​ທັງພາ​ກລັດ ​ແລະ ບັນດາ​ບໍລິສັດ​ຕ່າງໆ​. ນອກ​ນັ້ນ, ຍັງມີການ​ເຮັດ​ບົດນໍາ​ສະ​ເໜີ, ບົດເ​ຝິກ​ຫັດ​ ແລະ ​ບົດລາຍງານ​ທີ່​ຕິດ​ພັນ​ກັບການ​ປະຕິບັດ​ຕົວ​ຈິງ. ມີ​ການ​ລົງທັດສະນະ​ສຶກສາ​ຕາມ​ແຕ່ລະ​ແຂວງ​ ຫຼື ທ້ອງ​ຖິ່ນ​ຕ່າງໆພາຍ​ໃນປະ​ເທດ ເຊິ່ງຈະ​ຊ່ວຍ​ໃຫ້​ນັກ​ສຶກສາມີ​ຄວາມ​ເຂົ້າ​ໃຈ​ເຖິງ​ບັນຫາ​ໄດ້​ຢ່າງ​ຊັດ​ເຈນ. ​

ວິທີ​ການ​ສິດສອນະແມ່ນ​ປະກອບ​ມີ​ພາກ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ​ຕົວ​ຈິງ​ໄປ​ພ້ອມໆກັນ ​ເຊັ່ນ: ການ​ລົງ​ຝຶກງານ​ຕົວ​ຈິງ​ນຳ​ບັນດາ​ອົງ​ກອນ​ ​ແລະ ໜ່ວຍງານ​ທີ່​ກ່ຽວຂ້ອງ​ທັງພາ​ກລັດ ​ແລະ ບັນດາ​ບໍລິສັດ​ຕ່າງໆ​. ນອກ​ນັ້ນ, ຍັງມີການ​ເຮັດ​ບົດນໍາ​ສະ​ເໜີ, ບົດເ​ຝິກ​ຫັດ​ ແລະ ​ບົດລາຍງານ​ທີ່​ຕິດ​ພັນ​ກັບການ​ປະຕິບັດ​ຕົວ​ຈິງ. ມີ​ການ​ລົງທັດສະນະ​ສຶກສາ​ຕາມ​ແຕ່ລະ​ແຂວງ​ ຫຼື ທ້ອງ​ຖິ່ນ​ຕ່າງໆພາຍ​ໃນປະ​ເທດ ເຊິ່ງຈະ​ຊ່ວຍ​ໃຫ້​ນັກ​ສຶກສາມີ​ຄວາມ​ເຂົ້າ​ໃຈ​ເຖິງ​ບັນຫາ​ໄດ້​ຢ່າງ​ຊັດ​ເຈນ. ​

ນັກສຶກສາທີ່​ຈົບ​ຈາກ​ສາຂາ​ວິຊາ​ນີ້​ະຈະ​ມີຄວາມ​ຮູ້ – ຄວາມ​ເຂົ້າ​​ໃຈ​ກ່ຽວກັບ​ການ​ບໍລິຫານ​ທຸລະ​ກິດ ​ແລະ ການ​ບໍລິຫານ​ບຸກຄະລາ​ກອນ​ໄປ​ໃນ​ຕົວ, ​ເຊິ່ງຄວາມ​ຮູ້​ດັ່ງກ່າວ​ແມ່ນ​ມີ​ຄວາມ​ສຳຄັນຫຼາຍບໍ່​ວ່າ​ຈະ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນໜ້າທີ່​ວຽກງານ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ລວມ​ໄປ​ເຖິງ​ການ​ປະກອບ​ທຸລະ​ກິດ​ສ່ວນ​ຕົວ.

​ນັກສຶກສາສາມາດປະກອບອາຊີບເປັນ​ນັກ​ບໍລິຫານ​ບຸກຄະລາ​ກອນ, ນັກ​ບໍລິຫານ​ທຸລະ​ກິດ​, ເຊິ່ງ ​ສາມາດ​ປະກອບ​ອາຊີບ​​ໃນບັນດາກະຊວງຕ່າງໆ ​ເນື່ຶອງຈາກ​ການ​ບໍລິຫານ​ແມ່ນ​ຈຳ​ເປັນ​ໃນ​ທຸກຂະ​ແໜງການ. ນອກ​ນັ້ນ, ຍັງສາມາດເປັນ​ຜູ້​ບໍລິຫານ​ທາງ​ດ້ານ​ແນວ​ຄິດ, ພະນັກງານວິຊາການ​ໃຫ້​ແກ່​ບໍລິ​ສັດ​, ທະນາຄານ ຫຼື ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆອີກ​ດ້ວຍ.

  1. ຄະນິດສາດ
  2. ການ​ເມືອງ
  3. ​ຈິດຕະວິທະຍາ​ທົ່ວ​ໄປ
  4. ສະຖິຕິ
  5. ​ພື້ນຖານ​ການ​ບໍລິຫານ
  6. ​ການ​ບໍລິຫານ​ຫ້ອງການ
  7. ຈັນ​ຍາ​ບັນ​ທາງ​ທຸລະ​ກິດ ​ແລະ ການ​ປົກຄອງ
  8. ຫຼັກການ​ການ​ຕະຫຼາດ
  9. ​ເຕັກນິກ​ປະລິມານ
  10. ການ​ບັນຊີ​ທົ່ວ​ໄປ
  11. ພາສາ​ອັງ​ກິດ
  12. ຄອມ​ພິວ​ເຕີ
  13. ການ​ບໍລິຫານ​ການ​ຕະຫຼາດ
  14. ​ກົດໝາຍທຸລະ​ກິດ
  15. ​ເສດຖະສາດ​ຈຸ​ລະ​ພາກ
  16. ​ເສດຖະສາດ​ມະຫາ​ພາກ
  17. ​ການ​ບໍລິຫານ​ໂລ​ຈິດ​ສຕິກ
  18. ​ການ​ເງິນ​ທຸລະ​ກິດ
  19. ການ​ບໍລິຫານ​ທະນາຄານ
  20. ການ​ຕະຫຼາດລະຫວ່າງ​ປະ​ເທດ
  21. ການ​ບໍລິຫານ​ການ​ສື່ສານ​ທາງ​ທຸລະ​ກິດ
  22. ການ​ບໍລິຫານ​ການທ່ອງ​ທ່ຽວ
  23. ການ​ບໍລິຫານ​ການ​ເຈລະ​ຈາຕໍ່​ລອງ
  24. ການ​ບໍລິຫານ​ທຸລະ​ກິດ​ລະຫວ່າງ​ປະ​ເທດ
  25. ການ​ບໍລິຫານ​ຕ່ອງ​ໂສ້​ການສະໜອງ
  26. ການ​ບໍລິຫານ​ຂໍ້​ມູນ​ຂ່າວສານ
  27. ການ​ບໍລິຫານ​ຍຸດ​ທະ​ສາດ
  28. ການ​ບໍລິຫານ​ໂຄງການ
  29. ການ​ປະກອບ​ກິດຈະການ​ໃໝ່
  30. ການ​ບໍລິຫານການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ
  31. ການ​ບໍລິຫານ​ຄຸນ​ນະພາ​ບອົງ​ກອນ
  32. ການ​ບໍລິຫານ​ຂ້າມ​ວັດທະນະທຳ
  33. ການ​ຕະຫຼາດທາງ​ດິຈິ​ຕອລ
  34. ລາຍ​ງານ​ທັດສະນະ​ສຶກສາ ​ແລະ ​ຝຶກ​ງານ
  35. ຂຽນບົດ​ໂຄງການ​ຈົບ​ຊັ້ນ