ສິລະປະ ຄວັດ​ແກະ

ສະຖາບັນ ວິຈິດສິນແຫ່ງຊາດ

ຫຼັກສູດ ອະນຸປະລິນຍາຕີ 3 ປີ

ຫຼັກສູດ ປະລິນຍາຕີ 5 ປີ

ສິລະປະຄວັດ​ແກະ ໝາຍ​ເຖິງ​ການ ຄວັດ, ​ເຈາະ,​ ຖາກ ​ແລະ ​ແກະ ວັດ​ສະດຸ ​ໃຫ້​ມີ​ປະ​ໂຫຍ​ດ​ໃນ​ການ​ໃຊ້​ສອຍ ຫຼື ມີ​ຄວາມ​ສວຍ​ງາມ ​ເຊິ່ງ​ເປັນ​ຂະ​ແໜງການທີ່ມີ​ເອກະລັກ ​ແລະ ໄດ້​ຮັບ​ຄວາມ​ນິຍົມ​ໃນ​ສັງຄົມ​ລາວ ​ເພາະ​ເມື່ອ​ເວົ້າ​ເຖິງ​​ການ​ແກະສະຫຼັກ​ໄມ້​ແລ້ວ ​ຖື​ວ່າ​ເປັນວຽກງານ​ທີ່​ຕິດ​ພັນ​ກັບ​ສັງຄົມ​ລາວ​ມາ​ຕັ້ງ​ແຕ່​ອະ​ດີດ​ຈົນ​ເຖິງ​ປະຈຸ​ບັນ ທີ່​​ໂດດເດັ່ນ​​ກໍ່​ຄື ສິລະ​ປະການ​ຄວັດ​ພະພຸດທະ​ຮູບ ​ແລະ ລວດລາຍ​ຕາມ​ວັດວາອາ​ຮາມ, ​ເຟີ​ນິ​ເຈີ ​ແລະ ຮູບ​ແກະ​ສະ​ຫຼັກ​ໄມ້​ຕົກ​ແຕ່ງ​ຕາມ ​ສະຖານ​ທີ່​ຕ່າງໆ.

ວິຊານີ້ຮຽນກ່ຽວກັບ ຄວາມ​ຮູ້ ​ແລະ ລັກສະນະ​ຂອງ​ວັດ​ສະດຸຕ່າງໆ ທີ່​ສາມາດ​ນໍາມາ​ຄວັດ​ໄດ້ ​ເປັນຕົ້ນ​ແມ່ນ ໄມ້, ຫີນ ​ແລະ ວັດ​ສະດຸ​ອື່ນໆ; ຂັ້ນຕອນ ​ແລະ ວິທີ​ການຕ່າງໆ​ໃນການຄວັດ​ແກະ ​ໂດຍເນັ້ນ​ການ​ຄວັດ​ ໃນ​ຮູບ​ແບບຕ່າງໆ ຕາມ​ຄວາມ​ຕ້ອງການ ​ແລະ ຕາມ​ແບບ ​ເຊັ່ນ: ການ​ກໍານົດຮູບ​ແບບ ​ແລະ ລວດລາຍ ​ແລະ ການຖ່າຍ​ແບບ​ລວດລາຍ​ລົງ​ເນື້ອ​ໄມ້; ການ​ແກະສະຫຼັກ ​ແຕ່ລະ​ປະ​ເພດ ​ແລະ ການ​ນໍາ​ໃຊ້​ອຸປະກອນ​ແຕ່ລະ​ປະ​ເພດ ​ໃຫ້​ເໝາະສົມ​ກັບ ວັດ​ສະດຸ.

​ວິທີການສິດສອນ ເລີ່​ມຈາກ​ການ​ຮຽນທິດ​ສະ​ດີ​ກ່ຽວກັບ​ການ​ຄວັດ ​ແລະ ຮຽນຮູ້​ເຕັກນິກ​ໃນ​ການ​ນຳ​​ໃຊ້​ເຄື່ອງມື ​ແລະ ອື່ນໆ ​ແຕ່​ຈະເນັ້ນ​ໃສ່ການ​ນໍາ​ເອົາ​ຄວາມ​ຮູ້​ເຫຼົ່ານັ້ນ ມາປະຕິບັດ​ຕົວ​ຈິງ ​​ເຊັ່ນ: ​ເມື່ອ​ຈະ​ຄວັດ​ວັດ​ສະດຸ​ໃດໜຶ່ງ ​​ໃນ​ເບື້ອງ​ຕົ້ນ ອາຈານ​ຈະ​ມີ​ແບບຢ່າງ​ມາ​ໃຫ້​ນັກ​ສຶກສາເບິ່ງ ​ ​ເພື່ອ​ຄວັດ​ຕາມ​ແບບ. ​ຫຼັງຈາກ​ນັ້ນ ​ນັກ​ສຶກສາກໍ່​ຈະ​​ໄດ້​ອອກ​ແບບ ​ໂຄງ​ສ້າງ ​ແລະ ລວດລາຍ ​​ໂດຍ​ສາມາດ ​ຄວັດ​ຕາມ​ແນວ​ຄວາມ​ຄິດ ຫຼື ຫົວ​ຂໍ້ທີ່​ໄດ້​ກຳນົດ​ໃຫ້.

ຄວາມ​ຮູ້​ພື້ນຖານ ​​ສິລະ​ປະກໍາ​ດ້ານ​ໃດໜຶ່ງ ຍິ່ງ​ເປັນ​ການ​ດີ; ​ເປັນ​ຄົນ ມັກຮັກໃນວຽກງານການ​ຄວັດ​ແກະ, ມີຄວາມອົດທົນສູງ ເພາະ ການຄວັດ​ແກະ ​ກໍ່ເປັນວິຊາທີ່ໜັກ ​ແລະ ​ໃຊ້​ເວລາ​ສົມຄວນ​ໃນ​ ການ​ຜະລິດ​​ແຕ່​ລະ​ຄັ້ງ, ມີ​ທັກ​ສະ​ໃນ​ການ​ໃຊ້​ມື​ໃນ​ການ​ປະດິດ ​ແລະ ທີ່​ສຳຄັນ​ຕ້ອງມີຈິນຕະນາການ ແລະ ຄວາມຄິດສ້າງສັນ; ສົນໃຈ​ໃນ​ລວດລາຍ​ໄມ້​ ​ແລະ ຫີນແກະສະຫຼັກ.

ມີຄວາມຮູ້ທາງດ້ານສິລະປະການ​ຄວັດ​ແກະ​ ໄມ້, ຫີນ ​ແລະ ວັດ​ສະດຸ​ອື່ນໆ; ຮູ້ ເຕັກ​ນິກ ​ແລະ ວິທີ​ການ​ຕ່າງໆ ທີ່ມີຄວາມສຳຄັນ ແລະ ກ່ຽວຂ້ອງກັບ ການຄວັດ ​ແລະ ວັດ​ສະ​ດຸຕ່າງໆ​ທີ່​ຈະ​ໃຊ້​ໃນ​ການ​ຄວັດ ​ແລະ ສາມາດສ້າງຈິນຕະນາການໃໝ່ ໃນການສ້າງສັນງານສິລະ​ປະ ການ​ຄວັດ​ໃນ​ຫຼາຍຮູບ​ແບບອອກສູ່ສັງຄົມ.

ມີຄວາມຮູ້ທາງດ້ານສິລະປະການ​ຄວັດ​ແກະ​ ໄມ້, ຫີນ ​ແລະ ວັດ​ສະດຸ​ອື່ນໆ; ຮູ້ ເຕັກ​ນິກ ​ແລະ ວິທີ​ການ​ຕ່າງໆ ທີ່ມີຄວາມສຳຄັນ ແລະ ກ່ຽວຂ້ອງກັບ ການຄວັດ ​ແລະ ວັດ​ສະ​ດຸຕ່າງໆ​ທີ່​ຈະ​ໃຊ້​ໃນ​ການ​ຄວັດ ​ແລະ ສາມາດສ້າງຈິນຕະນາການໃໝ່ ໃນການສ້າງສັນງານສິລະ​ປະ ການ​ຄວັດ​ໃນ​ຫຼາຍຮູບ​ແບບອອກສູ່ສັງຄົມ.

  1. ພາສາລາວ 
  2. ພາສາຕ່າງປະເທດ 
  3. ທິດສະດີວັດທະນະທໍາ 
  4. ເສດຖະສາດການເມືອງ 
  5. ກົດໝາຍ
  6. ປະຫວັດສາດລາວ ແລະ ປະຫວັດສາດໂລກ
  7. ພຸທປຼັດຊະຍາ ແລະ ສາສະນາຕ່າງໆໃນໂລກ
  8. ຫ້ອງສະໝຸດ ແລະ ວິທີຄົ້ນຄວ້າ
  9. ດົນຕີພື້ນເມືອງ
  10. ດົນຕີສາກົນ
  11. ພູມສາດ
  12. ການແຕ້ມຂັ້ນ 
  13. ອົງປະກອບສິນ 
  14. ສະຖາປັດຕະຍະກໍາ
  15. ສີລະປະພື້ນເມືອງ
  16. ວິຊາຮ່າງພາບ
  17. ທິດສະດີສິລະປະ
  18. ສີລະປະລາຍລາວ
  19. ຄອມພິວເຕີ
  20. ທັດສະນີຍະພາບ
  21. ປະຫວັດສາດສີລະປະ
  22. ບູຮານຄະດີ
  23. ທິດສະດີຄວາມງາມ
  24. ໂຄງການສີລະປະນິພົນ
  25. ສີລະປະນິພົນ