ສ້າງຄູເຄມີສາດ

ຄະນະສຶກສາສາດ, ມະຫາວິທະຍາໄລແຫ່ງຊາດລາວ

 ປະລິນຍາຕີ 4 ປີ

ສາຂາເຄມີສາດໝາຍເຖິງການສຶກສາກ່ຽວກັບປະຕິກິລິຍາຕ່າງໆ,ການປະກອບສ້າງ,ການຍ່ອຍສະຫຼາຍທາດເຄມີຕ່າງໆແລະການສັງເຄາະທາດເຄມີ.ການສ້າງຄູຫມາຍເຖິງການຮຽນຮູ້ແລະສຶກສາທັກສະ,ຈັນຍາບັນພື້ນຖານແລະການວາງແຜນເພື່ອການເປັນຄູສອນ.ສາຂານີ້ມີຄວາມສຳຄັນເພາະໃນປັດຈຸບັນສປປລາວລາວຍັງຂາດຄູສອນຂັ້ນສຶກສາສາມັນໃນສາຍທຳມະຊາດຫຼາຍອີກທັງສວ່ນໃຫຍ່ຄູທີ່ສອນຢູ່ຊັ້ນມັດທະຍົມຕອນປາຍຍັງເປັນຄູທີ່ບໍ່ທັນໄດ້ລະດັບກໍ່ຄືເປັນຄູທີ່ຈົບແຕ່ຊັ້ນກາງສູງແຕ່ຍັງບໍ່ທັນຈົບປະລິນຍາຕີເທື່ອ. 

ສາຂານີ້ຮຽນກ່ຽວກັບເຄມີພື້ນຖານ ເຊັ່ນ: ທິດສະດີອາຕອມ, ຊະນິດວັດຖຸທາດ, ຊະນິດປະຕິກິລິຍາ ແລະ ອື່ນໆ. ນອກນັ້ນ, ນັກສຶກສາຍັງຈະໄດ້ຮຽນຮູ້ວິທີການສິດສອນ, ການວິເຄາະຫຼັກສູດ ເພື່ອໃຫ້ສາມາດກະກຽມບົດສອບເສັງໃຫ້ກົງກັບຫຼັກສູດ ແລະ ສາມາດແຕ່ງບົດສອນໄດ້. ນັກສຶກສາຍັງຈະໄດ້ຮຽນຮູ້ເຖິງຫລັກຈັນຍາບັນຂອງການເປັນຄູສອນ, ການສ້າງແຮງບັນດານໃຈ ແລະ ການຊຸກຍູ້ສົ່ງເສີມໃຫ້ນັກຮຽນຫລືລູກສິດມີສ່ວນຮ່ວມໃນຫ້ອງຮຽນ.

ວິທີການສິດສອນຂອງພາກວິຊານີ້ສ່ວນໃຫຍ່ແມ່ນຈະເນັ້ນໃສ່ການທົດລອງປະຕິບັດຕົວຈິງເຊີ່ງເນື້ອໃນການທົດລອງແມ່ນອີງຕາມລາຍວິຊາ.ຕົວຢ່າງເຊັ່ນການວິເຄາະຕົວຈິງກ່ຽວກັບຕົວຢ່າງທີ່ນຳມາໃຊ້ວິໄຈໃນວິຊາເຄມີອະນົງຄະທາດ,ເຄມີວິເຄາະ,ເຄມີອົງຄະທາດແລະອື່ນໆພ້ອມທັງນຳຜົນທີ່ໄດ້ຮັບມາຂຽນບົດລາຍງານ.ນອກຈາກນັ້ນ,ນັກສຶກສາຍັງຈະໄດ້ຮຽນຮູ້ວິທີການອອກແບບບົດສອນແລະຍັງໃດ້ລົງເຝິກຫັດການສອນຕົວຈິງຢູ່ຕາມໂຮງຮຽນມັດທະຍົມຕ່າງໆ.

ນັກຮຽນຄວນມີພື້ນຖານວິຊາຄິດໄລ່ແລະວິຊາວິທະຍາສາດທຳມະຊາດ. ເປັນຄົນມັກຮັກໃນການສິດສອນ ແລະ ມີອັດທະຍາໄສດີ.ຄວນມີຄວາມສົນໃຈໃນການທົດລອງປະຕິບັດຕົວຈິງດ້ວຍຕົນເອງ, ຢາກເບິ່ງປະກົດການ, ຮູ້ຄາດຄະເນປະກົດການທີ່ເກີດຂຶ້ນເພື່ອ ໃຫ້ຖືກກັບທິດສະດີ, ມີຄວາມອົດທົນ ແລະ ຫ້າວຫັນໃນການຮ່ຳຮຽນຫາຄວາມຮູ້ໃໝ່ໆ.

ນັກສຶກສາທີ່ຈົບຈາກສາຂາວິຊານີ້ຈະມີຄວາມຮູ້ລົງເລິກກ່ຽວກັບລິຊາເຄມີສາດແລະຫລັກການພື້ນຖານຂອງການເປັນຄູ. ມີທັກສະໃນການວິເຄາະຫຼັກສູດ, ການຊັ່ງຊາຜົນຕ່າງໆ, ຮູ້ຜົນດີແລະຜົນເສຍຂອງທາດເຄມີ, ຄວາມສຳຄັນຂອງທາດເຄມີໃນການດຳລົງຊີວິດ ແລະ ທຳມະຊາດ. ນອກຈາກນັ້ນ, ນັກສຶກສາຍັງສາມາດວາງແຜນ,ແຕ່ງແລະອອກແບບບົດສອນແລະບົດສອບເສັງນຳອີກ.

ນັກສຶກສາສາມາດເປັນອາຈານສອນວິຊາເຄມີສາດສາຂາຕ່າງໆຢູ່ຕາມໂຮງຮຽນປະຖົມ,ມັດທະຍົມ ແລະ ມະຫາວິທະຍາໄລ ຫຼື ເຮັດວຽກນຳກະຊວງຕ່າງໆ ເຊັ່ນ: ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ອື່ນໆ. ນອກຈາກນັ້ນ, ຍັງສາມາດເຮັດວຽກກັບບໍລິສັດ ແລະ ອົງການຈັດຕັ້ງສາກົນທີ່ເຮັດວຽກກ່ຽວຂ້ອງກັບ ເຄມີສາດ.

ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

  1. ເຕັກໂນໂລຊີການສຶກສາ
  2. ວັດ – ປະເມີນຜົນການສຶກສາ
  3. ການວິໄຈພາກປະຕິບັດ
  4. ວິທີວິໄຈການສຶກສາ
  5. ບໍລິຫານການສຶກສາ
  6. ວິເຄາະຫຼັກສູດສ້າງຄູ
  7. ສຶກສາສາດທົ່ວໄປ
  8. ຈິດຕະວິທະຍາພັດທະນາການ
  9. ປະສົບການວິຊາຊີບຄູ
  10. ໝວດວິຊາສະເພາະ
  11. ຄະນິດສາດນຳໃຊ້
  12. ຊີວະສາດທົ່ວໄປ
  13. ຟີຊິກສາດທົ່ວໄປ
  14. ເຄມີທົ່ວໄປ
  15. ເຄມີອະນົງຄະທາດ
  16. ເຄມີອົງຄະທາດ
  17. ເຄມີຟີຊິກ
  18. ເຄມີວິເຄາະ
  19. ເຄມີຊີວະ
  20. ການຄິດໄລ່ໃນວິຊາເຄມີ
  21. ເຄມີອະນົງຄະທາດຂັ້ນສູງ
  22. ເຄມີອຸດສາຫະກຳ
  23. ເຄມີສິ່ງແວດລ້ອມ
  24. ວິທີທົດລອງເຄມີ
  25. ເຄມີກະສິກຳ
  26. ເຝິກຫັດວິຊາຊີບຄູ
  27. ບົດໂຄງການຈົບຊັ້ນ