ພາສາ​ຈີນ

ຄະນະ​​ອັກສອນສາດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ປະລິນຍາຕິ 4 ປີ

ພາສາຈີນ ແມ່ນພາສາໜຶ່ງທີ່ຖືກນໍາໃຊ້ຢ່າງກວ້​າງຂວາງໃນປະເທດລາວ ໃນການ​​ຕິດ​ຕໍ່​ສື່​ສານ, ພົວ​ພັນ​ວຽກ​ງານ ແລະ ເສີມຂະຫຍາຍການຮ່ວມມື ລາວ-ຈີນ ໃນຫຼາຍໆດ້ານ ເຊັ່ນ: ດ້ານການສຶກສາ, ທ່ອງທ່ຽວ, ເສດຖະກິດ ແລະ ການຄ້າ. ດັ່ງນັ້ນ, ການຮຽນພາສາຈີນ ຈຶ່ງມີຄວາມສໍາຄັນຫຼາຍຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທໍາຂອງປະເທດເຮົາ ໂດຍສະເພາະໃນປັດຈຸບັນ ການລົງທຶນຈາກປະເທດຈີນມີທ່າອ່ຽງນັບມື້ນັບສູງຂື້ນ.

ວິຊານີ້ຮຽນກ່ຽວກັບພາ​ສາຈີນກາງ ນັບແຕ່ຂັ້ນພື້ນຖານ ເຊັ່ນ: ການຂຽນ, ການອ່ານ, ໄວ​ຍະ​ກອນ, ການ​ໃຊ້​ຄໍາ ​ແລະ ​ໂຄງ​ສ້າງ​ປະ​ໂຫຍ​ກ ໄປຈົນເຖິງການຕິດຕໍ່ສື່ສານສະເພາະດ້ານ ເຊັ່ນ: ໃນຂົງເຂດລັດຖະການ, ທຸລະກິດ, ທ່ອງທ່ຽວ-ໂຮງແຮມ ເປັນຕົ້ນ. ນອກ​ນີ້, ​ນັກສຶກສາຍັງ​ຈະ​ໄດ້​ຮຽນ​ຮູ້ກ່ຽວກັບ ເສດ​ຖະ​ກິດ, ວັດທະນະທໍາ, ປະຫວັດສາດ, ການ​ຄ້າ, ການ​ທ່ອງ​ທ່ຽວ ແລະ ລະ​ບົບ​ການ​ເມືອງ​-ການ​ປົກ​ຄອງ ຂອງປະເທດຈີນ ພ້ອມ​ທັງ​ ​ທິດ​ສະ​ດີ​ໃນການ​ແປ ອີກດ້ວຍ. 

​ການ​ສິດສອນ​​ແມ່ນ​ອີງ​ໃສ່​ພາກ​ທິດ​ສະ​ດີ ​ແລະ ປະຕິບັດ​ຕົວ​ຈິງ​ຄ່ຽງຄູ່​ກັນໄປ. ໃນນັ້ນ ນັກສຶກສາຈະໄດ້ຮຽນທັກສະໃນການຟັງ, ອ່ານ, ເວົ້າ ແລະ ຂຽນ (ຂຽນບົດຂ່າວ, ໃບສະເໜີທາງລັດຖະການ ແລະ ບົດນິພົນທາງດ້ານວິທະຍາສາດ-ວິທະຍາການຂະ    ແໜງຕ່າງໆ). ນອກນີ້, ຍັງຈະໄດ້ລົງຝຶກງານກັບອົງກອນທີ່ກ່ຽວຂ້ອງ; ໄດ້ຮຽນ ແລະ ສົນທະນາກັບເຈົ້າຂອງພາສາ; ແລະ ເຂົ້າຮ່ວມ​ກິດຈະກຳ​ຕ່າງໆ ເຊັ່ນ: ການສະແດງວັດທະນະທໍາຈີນ ເປັນຕົ້ນ.

ມີຄວາມ​ຮູ້​​ພື້ນ​ຖານ ທາງດ້ານ​ພາສາອັງກິດ ເຊິ່ງຈະໄດ້ນໍາໃຊ້ເຂົ້າໃນການຮຽນພາສາຈີນ ກໍ່ຄືການອ່ານຕົວອອກສຽງພາສາຈີນ (ພິ່ງອີ່ນ). ເປັນຄົນ ມີຄວາມດຸໝັ່ນໃນການຮຽນ, ຂຽນ ແລະ ອ່ານ.  ມີ​ຄວາມສົນໃຈ ໃນພາສາຈີນ ແລະ ມີ​ໃຈມັກ​ຮັກ​ໃນການຮຽນຮູ້ສີ່ງໃໝ່ໆ ເຊັ່ນ: ​ມັກ​ໃນ​ວັດ​ທະ​ນະ​ທຳ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງຄົນຈີນ. 

ມີ​ຄວາມ​ຊໍາ​ນ​ານ​ໃນ​ການ​ນຳ​ໃຊ້​ພາ​ສາ​ຈີນ ໂດຍສະເພາະແມ່ນທັກສະພື້ນຖານທັງ 4 ດ້ານ ກໍ່ຄື ການອ່ານ, ການຟັງ, ການຂຽນ ແລະ ການເວົ້າ. ມີທັກສະໃນການນໍາໃຊ້ພາສາຈີນເຂົ້າໃນວຽກງານສະເພາະດ້ານ ເຊັ່ນ: ໃນການຕິດຕໍ່ທຸລະກິດ, ການທ່ອງທ່ຽວ, ການຕ້ອນຮັບແຂກ ແລະ ການບໍລິຫານວຽກງານໃນໂຮງແຮມ ເປັນຕົ້ນ.

ສາມາດປະກອບອາຊີບເຂົ້າໃນຫຼາຍຂະແໜງວຽກງານ ເຊັ່ນ: ເປັນນັກແປພາສາ,​ ອາຈານສອນພາສາຈີນ, ຜູ້ປະສານງານໃນວຽກງານວັດທະນະທໍາ-ສັງຄົມ, ເສດຖະກິດ ແລະ ການຄ້າ. ສາມາດເຮັດວຽກຕາມດ່ານກວດຄົນເຂົ້າເມືອງ ໂດຍສະເພາະດ່ານທາງພາກເໜືອ, ເປັນຜູ້ປະກອບການ ຫຼື ເຮັດວຽກຕາມບໍລິສັດຕ່າງໆຂອງຈີນ ເປັນຕົ້ນ. 

  • ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ
  1. ການອອກສຽງ
  2. ຫຼັກການຂຽນຕົວອັກສອນຈີນ
  3. ການຂຽນພາສາຈີນ
  4. ໄວຍະກອນພາສາຈີນ
  5. ພາສາອັງກິດ
  6. ທິດສະດີການແປ
  7. ການແປພາສາຈີນແບບລ່າມ
  8. ການແປພາສາຈີນດ້ວຍການຂຽນ
  9. ວິທີການສອນພາສາຈີນ
  • ໝວດວິຊາສະເພາະ
  1. ພາສາຈີນທົ່ວໄປ
  2. ການອ່ານພາສາຈີນ
  3. ການຟັງ ແລະ ການເວົ້າ
  4. ການເວົ້າພາສາຈີນ
  5. ພາສາຈີນເພື່ອການສື່ສານ
  6. ພາສາຈີນເພື່ອທຸລະກິດ
  7. ພາສາຈີນເພື່ອການໂຮງແຮມ
  8. ພາສາຈີນເພື່ອການທ່ອງທ່ຽວ
  9. ວັດທະນະທໍາຈີນ
  10. ວັນນະຄະດີຈີນ
  11. ປະຫວັດສາດຈີນ
  12. ພາສາຈີນບູຮານ

ມະຫາວິທະຍາໄລແຫ່ງຊາດ

ໂທ 021 740 277