ກົດໝາຍແພ່ງ

ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລ ແຫ່ງຊາດລາວ

ຫຼັກສູດປະລິນຍາຕີ 4 ປີ

ກົດໝາຍແພ່ງ ໝາຍເຖິງຂໍ້ບັງຄັບທີ່ໄດ້ກຳນົດອອກ ຊຶ່ງກ່ຽວຂ້ອງເຖິງສິດ ແລະ ຜົນປະໂຫຍດທາງດ້ານຊັບສິນຂອງຄົນໃນສັງຄົມ ທີ່ຕ້ອງໄດ້ຮັບການເຄົາລົບ ແລະ ປະຕິບັດຕາມ ເຊັ່ນ: ຂໍ້ກໍານົດກ່ຽວການຄຸ້ມຄອງຊັບສິນ, ສາຍພົວພັນໃນຄອບຄົວ ແລະ ສາຍພົວພັນໃນການດໍາເນີນທຸລະກິດ. ກົດໝາຍແພ່ງ ມີຄວາມສໍາຄັນຕໍ່ຂົງເຂດການພັດທະນາທາງດ້ານເສດຖະກິດ-ສັງຄົມ, ຊຸກຍູ້ໃຫ້ພົນລະເມືອງເຄົາລົບກົດໝາຍ ແລະ ລະບຽບການປະພຶດທີ່ຍຸດຕິທໍາ ເພື່ອການຢູ່ຮ່ວມກັນໃນສັງຄົມຢ່າງເປັນລະບຽບຮຽບຮ້ອຍ.  

ສາຂານີ້ຮຽນກ່ຽວກັບ ມາດຕະການຕ່າງໆອັນເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງລັດທີ່ກ່ຽວຂ້ອງກັບຊັບສິນ. ສຶກສາເຖິງຄວາມໝາຍ, ຄວາມສໍາຄັນ, ປະເພດ, ເງື່ອນໄຂ ແລະ ຂໍ້ຜູກພັນຂອງສັນຍາ; ການປະຕິບັດສິດ ແລະ ພັນທະທາງແພ່ງ ເຊັ່ນ: ການປະຕິບັດຕາມສັນຍາ. ນອກນັ້ນ, ຍັງໄດ້ຮຽນກ່ຽວກັບຂັ້ນຕອນໃນການດໍາເນີນຄະດີແພ່ງ, ສິດ ແລະ ໜ້າທີ່ ຂອງບັນດາຜູ້ເຂົ້າຮ່ວມໃນສາຍພົວພັນທາງແພ່ງ ແລະ ພື້ນຖານຄວາມຮັບຜິດຊອບທາງແພ່ງທີ່ຕ້ອງໄດ້ປະຕິບັດ.

ການສິດສອນສາຂາວິຊານີ້ ແມ່ນມີການບັນລະຍາຍທາງດ້ານທິດສະດີ ແລະ ເຫດການຕົວຈິງຂອງສະພາບສັງຄົມ, ມີການຕັ້ງບັນຫາ ແລະ ຈຳລອງຄະດີທີ່ຄ້າຍຄືກັບສະພາບຕົວຈິງ ເພື່ອໃຫ້ນັກສຶກສາໄດ້ມີການສົນທະນາ ແລະ ຄົ້ນຄວ້າເຖີງວິທີການໃນການແກ້ໄຂຄະດີດັ່ງກ່າວ.  ນອກນັ້ນ, ຍັງມີການໄປທັດສະນະສຶກສາ ແລະ ການຝຶກງານຢູ່ຕາມບັນດາຫ້ອງການທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດກົດໝາຍແພ່ງ, ເຊັ່ນ: ກະຊວງຍຸດຕິທໍາ, ສານປະຊາຊົນ, ໄອຍາການປະຊາຊົນ ແລະ ອື່ນໆ. 

ຄວາມຮູ້ພື້ນຖານ ດ້ານສັງຄົມສາດ ເປັນຕົ້ນແມ່ນ ວິຊາສຶກສາພົນລະເມືອງ, ປະຫວັດສາດ ແລະ ພາສາລາວ.  ຕ້ອງເປັນຄົນ ຊື່ສັດບໍລິສຸດ, ມີຄວາມຍຶດໝັ້ນຕໍ່ຄວາມຖຶກຕ້ອງ ແລະ ຄວາມຍຸຕິທໍາ;  ມັກຊອກຮູ້ວິທີໃນການແກ້ໄຂບັນຫາໃນສັງຄົມຢ່າງມີເຫດມີຜົນ ແລະ ຍຸຕິທຳ. ມີຄວາມສົນໃຈ ໃນຂົງເຂດທີ່ກ່ຽວຂ້ອງກັບກົດໝາຍແພ່ງ ທີ່ຕິດພັນກັບການພົວພັນລະຫ່ວາງຄົນທີ່ດຳລົງຊີວິດໃນສັງຄົມ.

ນັກສຶກສາຈະມີຄວາມຮູ້ກ່ຽວກັບຂັ້ນຕອນໃນການແກ້ໄຂຂໍ້ຂັດແຍ່ງ ແລະ ວິທີການດໍາເນີນຄະດີທາງແພ່ງເປັນຕົ້ນ; ແລະ ຮູ້ຈັກວິທີຂຽນເອກະສານການດໍາເນີນຄະດີ.  ສາມາດນໍາໃຊ້ຫຼັກການຂອງກົດໝາຍແພ່ງຢ່າງຖືກຕ້ອງ ເຂົ້າໃນການປະຕິບັດວຽກງານກ່ຽວກັບການແກ້ໄຂຂໍ້ຂັດແຍ່ງທາງດ້ານແພ່ງ, ໃຊ້ກົດໝາຍເຂົ້າໃນ ການດໍາລົງຊີວິດຕົວຈິງ ທີ່ມີການພົວພັນກັບບຸກຄົນອື່ນໃນສັງຄົມ ເຊັ່ນ: ການເຂົ້າຮ່ວມສັນຍາຕ່າງໆ.  

ພາຍຫຼັງຈົບການສຶກສາ, ນັກສຶກສາສາມາດປະກອບອາຊີບເປັນນັກວິຊາການໃນຂົງເຂດຍຸຕິທຳ ຫຼື ນັກກົດໝາຍໃນອົງກອນ ຂອງລັດຖະບານ ແລະ ເອກະຊົນ.  ສາມາດປະກອບອາຊີບທີ່ເຮັດວຽກກ່ຽວຂ້ອງກັບການດໍາເນີນຄະດີແພ່ງ ເຊັ່ນ: ທະນາຍຄວາມ, ຕໍາຫຼວດ, ໄອຍາການ, ຜູ້ພິພາກສາ ແລະ ອື່ນໆ. ນອກນັ້ນ, ນັກສຶກສາ ຍັງສາມາດເປັນທີ່ປຶກສາທາງດ້ານກົດໝາຍ ໄດ້ອີກດ້ວຍ.

ໝວດວິຊາພື້ນຖານວິຊາສະເພາະ

  1. ພື້ນຖານກົດໝາຍໂຣມັນ
  2. ກົດໝາຍລັດຖະທໍາມະນູນ
  3. ທິດສະດີລັດ ແລະ ກົດໝາຍ
  4. ກົດໝາຍສິ່ງແວດລ້ອມ
  5. ກົດໝາຍການປົກຄອງທົ່ວໄປ
  6. ກົດໝາຍຊັບສິນຂອງລັດ
  7. ກົດໝາຍທີ່ດິນ
  8. ກົດໝາຍລະຫວ່າງຊາດພາກບຸກຄົນ
  9. ກົດໝາຍລະຫວ່າງຊາດພາກລັດ
  10. ອົງການຈັດຕັ້ງອາຊຽນ
  11. ພາສາຕ່າງປະເທດ
  12. ກົດໝາຍການສົ່ງເສີມການລົງທຶນ
  13. ກົດໝາຍການລົ້ມລະລາຍ ແລະ ພື້ນຟູວິສາຫະກິດ
  14. ກົດໝາຍຊັບສິນທາງປັນຍາ
  15. ກົດໝາອາຍາ

ໝວດວິຊາສະເພາະ

  1. ພື້ນຖານກົດໝາຍແພ່ງ
  2. ກົດໝາຍກໍາມະສິດ
  3. ກົດໝາຍຂໍ້ຜູກພັນໃນສັນຍາ
  4. ກົດໝາຍຂໍ້ຜູກພັນນອກສັນຍາ
  5. ຈັນຍາບັນນັກກົດໝາຍ
  6. ກົດໝາຍພາສີ ແລະ ສ່ວຍສາອາກອນ
  7. ກົດໝາຍປະກັນໄພ
  8. ກົດໝາຍຄອບຄົວ
  9. ກົດໝາຍວ່າດ້ວຍມູນມໍຣະດົກ
  10. ກົດໝາຍຄໍ້າປະກັນການປະຕິບັດສັນຍາ
  11. ພື້ນຖານການຮ່າງສັນຍາ
  12. ກົດໝາຍການດໍາເນີນຄະດີແພ່ງ
  13. ກົດໝາຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
  14. ວິທີແຕ່ງເອກະສານການດໍາເນີນຄະດີ
  15. ກົດໝາຍການປະຕິບັດຄໍາຕັດສິນຂອງສານ
  16. ກົດໝາຍທະບຽນສານ
  17. ກົດໝາຍແຮງງງານ
  18. ກົດໝາຍທະບຽນຄອບຄົວ
  19. ກົດໝາຍການປົກປ້ອງຜູ້ຊົມໃຊ້
  20. ວຽກງານຜູ້ພິພາກສາ ແລະ ຈ່າສານ
  21. ກົດໝາຍອາຍາສະເພາະ
  22. ກົດໝາຍການດໍາເນີນຄະດີອາຍາ

ຖະໜົນມິດຕະພາບລາວ-ໄທ, ບ້ານ ດອນນົກຂຸ້ມ, ເມືອງ ສີສັດຕະນາກ, ຕູ້ ປ.ນ 822. ໂທ: +85621-312010; 352801, ແຟັກ: +85621-314976, E-mail: flpnuol@yahoo.com