ສື່ສານມວນຊົນ

ຄະນະ​​ອັກສອນສາດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ປະລິນຍາຕິ 4 ປີ

ສື່ສານມວນຊົນ ໝາຍເຖິງການນໍາໃຊ້ສື່ຕ່າງໆ ເພື່ອເປັນເຄື່ອງມືໃນການຕິດຕໍ່ສື່ສານ, ເຜີຍແຜ່ຂໍ້ມູນຄວາມຮູ້ທີ່ສຳຄັນ ແລະ ສາລະໜ້າຮູ້ທີ່ເປັນປະໂຫຍດໃຫ້ແກ່ສັງຄົມ ​ໂດຍຜ່ານຊ່ອງທາງຕ່າງໆ ເຊັ່ນ: ໜັງສືພິມ, ວາລະສານ, ໂທລະພາບ ຫຼື ວິທະຍຸເປັນຕົ້ນ. ສື່ສານມວນຊົນມີບົດບາດສຳຄັນຫຼາຍ ໃນການກະຈາຍຂໍ້ມູນ, ​ແລກປ່ຽນຂ່າວສານ​ເຊິ່ງກັນ ແລ​ະ ກັນອັນ​ກໍ່ໃຫ້​ເກີດ​ມີ​ການ​ເຄື່ອນ​ໄຫ​ວ ແລະ ຮັບຮູ້ຂ່າວສານບ້ານເມືອງພາຍໃນສັງຄົມປັດຈຸບັນ.

ສາຂາວິຊາ​ນີ້​ຮຽນ​ກ່ຽວກັບ​ບັນດາ​ວິທີ​ການ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານ​ຕ່າງໆ ​ເຊັ່ນ: ການ​ຂຽນ​ຂ່າວໃນໜັງສື​ພີ​ມ ຫຼື​ ການຂຽນ​ບົດຄວາມ​​ໃນ​ວາລະສານຕ່າງໆ, ຫຼັກການລາຍງານ​ຂ່າວ, ການຈັດ​ທຳ​ຂ່າວ, ການຖ່າຍ​ທຳ ​ແລະ ການ​ຕັດຕໍ່ພາບ. ນອກຈາກ​ນັ້ນ ຍັງ​ຮຽນ​ຮູ້​ກ່ຽວ​ກັບ​ສິລະ​ປະການ​ເວົ້າ, ການ​ເປັນ​ໂຄສົກ​ວິທະຍຸ​ກະ​ຈາຍ​ສຽງ ​ແລະ ​ໂທລະພາ​ບ ພ້ອມ​ທັງສຶກສາ​ກ່ຽວ​ກັບ​ຄຸນສົມບັດ ແລະ ຈັນ​ຍາ​ບັນ​ຂອງ​ສື່​ມວນ​ຊົນກໍ​ຄືນັກ​ຂ່າວ ແລະ ນັກ​ໜັງສືພິມ​ເປັນຕົ້ນ.

ວິທີ​ການ​ສິດສອນ​ແມ່ນ​ອີງ​ໃສ່​ທັງ​ພາກ​ທິດ​ສະ​ດີ ​ແລະພາກປະຕິບັດ​ຕົວ​ຈິງ​ໄປຄຽງຄູ່​ກັນ ​ເຊັ່ນ: ການ​ທົດ​ລອງການ​ເປັນ​ໂຄສົກ, ການ​ນຳ​ໃຊ້​ຫ້ອງ​ອັດ​ສຽງ-ຟັງສຽງ ​ເປັນຕົ້ນ​. ນອກ​ນັ້ນ,​ ນັກ​ສຶກສາ​ຍັງ​ຈະມີ​ໂອກາດ​ເຂົ້າ​​ຮ່ວມໃນ​ກິດຈະກຳທີ່​ໂຮງຮຽນ​ຈັດຕັ້ງຂຶ້ນ ​ເຊັ່ນ: ການ​ຂຽນ​ຂ່າວ​ຕິດ​ກະ​ດານຂ່າວສານ, ການຖ່າຍ​ທຳ​ພິທີການ​ພາຍ​ໃນ​ໂຮງຮຽນ ພ້ອມທັງມີການລົງຝຶກ​ງານ​ໃນ​ສະຖາ​ນີ​ໂທລະພາບ ​ແລະ ສະຖານີ​ວິທະຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ ເປັນຕົ້ນ.

ຄວາມ​ຮູ້​ພື້ນຖານທາງດ້ານ​ພາສາ​ລາວ ແລະ ພາສາ​ຕ່າງປະ​ເທດ. ມີ​ຄວາມ​ມັກ​ຮັກ​ ໃນ​ການ​ຂຽນ​ຂ່າວ​ປະ​ເພດ​ຕ່າງໆ. ເປັນຄົນມີ​ມະນຸດ​ສຳພັນ​ດີ, ມີ​ຄວາມ​ສາມາດ​ໃນ​ການວາງ​ແຜນ ແລະ ວິ​ເຄາະ​ສະຖານະ​ການ, ມີ​ຄວາມ​ຮູ້​ດ້ານ​ການນໍາ​ໃຊ້​ອຸປະກອນໄອ​ທີ​ຕ່າ​ງໆ, ມີ​ຄວາມ​ຊື່ສັດ​ສຸ​ຈະລິດ ​ແລະ ຍຸດຕິ​ທຳ​ໃນ​ການ​ເຜີຍ​ແຜ່​ຂໍ້​ມູນ. ທີ່ສໍາຄັນ ແມ່ນຕ້ອງມີທັກສະໃນການນໍາສະເໜີຂໍ້ມູນ.

ມີຄວາມ​ຮູ້ດ້ານ​ພາສາ​ຕ່າ​ງປະ​ເທດ, ມີຄວາມສາມາດໃນການ​ນຳ​ໃຊ້​ສຳນວນ​ພາສາ​ລາວ ຫຼື ພາສາຕ່າງປະເທດ ​ເຊັ່ນ: ການໃຊ້ຄໍາສັບທາງລັດຖະການທີ່​ຖືກຕ້ອງ ເປັນຕົ້ນ. ມີຄວາມຮູ້ດ້ານ​ໄອ​ທີ ແລະ ການນໍາໃຊ້ຄອມ​ພີ​ວ​ເຕີ ​ເຂົ້າໃນການສ້າງສື່ຕ່າງໆ ເຊັ່ນ: ການ​ຕັດ​ຕໍ່ຮູບ​ພາບ, ການຖ່າຍ​ພາບ ​ແລະ ຖ່າຍ​ວິ​ດີ​ໂອ. ມີທັກສະ ແລະ ​ສິລະ​ປະ​ໃນ​ການ​ເວົ້າທີ່ດຶງ​ດູດ​ໃຈ​ຜູ້​ອື່ນ​.

ສາມາດປະກອບອາຊີບໃນ​ທຸກຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ກັບ​ການ​ສື່ສານ​ ເຊັ່ນ: ເປັນໂຄສົກ, ​ນັກ​ຂ່າວ​ໂທລະພາບ ​ແລະ ວິທະຍຸ,  ນັກ​ຂ່າວ​ໜັງ​ສື​ພິມ, ນັກຂຽນວາລະສານ​, ເປັນບັນນາທິການ ຫຼື ​​ຜູ້​ຖ່າຍ​ທຳ​ພາບໃນອົງກອນຕ່າງໆ ເຊັ່ນ:​ ໂທລະພາບ​ແຫ່ງ​ຊາດ​ລາວ ​ແລະ ບັນດາ​ຫົວ​ໜວ່ຍທຸລະ​ກິດ​ໂທລະ​ພາບ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​, ເປັນໂຄສົກໃນ​ກອງປະຊຸມ ແລະ ງານສັງສັນຕ່າງໆ. ​

    • ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ
    1. ພາສາສາດພື້ນຖານ
    2. ພາສາລາວນໍາໃຊ້ໂດຍສັງເຂບ
    3. ພາສາອັງກິດທົ່ວໄປ
    4. ຕັກກະສາດຮູບການ
    5. ໂສພະນິຍະສາດຂັ້ນຕົ້ນ
    6. ວັດທະນະທໍາລາວ
    7. ທິດສະດີວັນນະຄະດີ
    8. ວັນນະຄະດີລາວ (ປະຫວັດ ແລະ ວິເຄາະ)
    9. ວັນນະຄະດີອາຊີ (ຫວຽດ, ໄທ, ກໍາປູເຈຍ ແລະ ວິເຄາະບົດ)
    10. ວັນນະຄະດີໂລກ (ຫຼູຊິນ, ກ໊ອກກີ, ວິກຕໍ ຮຸຍໂກ, ເຊັກສະເປຍ)
    11. ປະຫວັດສາດພັກ
    12. ການພົວພັນການເມືອງສາກົນ
    13. ປະຫວັດສາດອະລິຍະທໍາໂລກ
    14. ປະຫວັດແນວຄິດຕາເວັນອອກ
    • ໝວດວິຊາສະເພາະ
    1. ທິດສະດີການສື່ສານມວນຊົນ
    2. ກົດໝາຍ ແລະ ຈັນຍາບັນສື່ມວນຊົນ
    3. ເຕັກໂນໂລຊີເພື່ອການສື່ສານມວນຊົນ
    4. ການສື່ສານມວນຊົນເບື້ອງຕົ້ນ
    5. ປະຫວັດການໜັງສືພິມ (ໂລກ ແລະ ລາວ)
    6. ພາສາເພື່ອການສື່ສານມວນຊົນ
    7. ການສໍາພາດ
    8. ສື່ມວນຊົນກັບສັງຄົມ
    9. ຈິດຕະສາດການສື່ສານມວນຊົນ
    10. ແນະນໍາການຂ່າວພາບ ແລະ ການຖ່າຍພາບ
    11. ການຈັດໜ້າໜັງສືພິມ ແລະ ວາລະສານ
    12. ການບັນນາທິການ
    13. ຄວາມຮູ້ພື້ນຖານກ່ຽວກັບຂ່າວ
    14. ການຂຽນຂ່າວ ແລະ ການລາຍງານຂ່າວ
    15. ພາສາອັງກິດເພື່ອການສື່ສານມວນຊົນ
    16. ການຂຽນບົດ, ການຜະລິດລາຍການວິທະຍຸ ແລະ ໂທລະພາບ
    17. ການຂຽນບົດຄວາມ
    18. ການຂຽນບົດສາລະຄະດີ
    19. ການເປັນໂຄສົກ ແລະ ພິທີກອນ
    20. ການຂຽນໂຄສະນາ ແລະ ປະຊາສໍາພັນ

ມະຫາວິທະຍາໄລແຫ່ງຊາດ

ໂທ 021 740 277