ພັດທະນາຊຸມຊົນ ແລະ ຊົນນະບົດ

ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດລາວ

ຫຼັກສຸດ ປະລິນຍາຕຼີ 4 ປີ

ການພັດທະນາຊຸມຊົນ ແລະ ຊົນນະບົດແມ່ນການພັດທະນາຢ່າງຮອບດ້ານລວມມີດ້ານເສດຖະກິດສັງຄົມ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ ແລະ ສິ່ງແວດລ້ອມ. ສາຂານີ້ມີຄວາມສໍາຄັນໃນຂະບວນການພັດທະນາຊຸມຊົນກໍ່ຄືປະເທດເພື່ອໃຫ້ມີບາດກ້າວທີ່ຍືນຍົງ, ນອກນີ້ຍັງເປັນແນວທາງໃນການແກ້ໄຂບັນຫາສັງຄົມໃນປັດຈຸບັນໂດຍການໃຫ້ຊຸມຊົນມີສ່ວນຮ່ວມໃນຂະບວນການພັດທະນາເພື່ອສົ່ງຜົນໃຫ້ເກີດການຮຽນຮູ້ ແລະ ເພິ່ງຕົນເອງໄດ້ຂອງຄົນໃນຊຸມຊົນ ແລະ ຊົນນະບົດ.

ສາຂາວິຊານີ້ລົງເລິກໃສ່ການຮຽນກ່ຽວກັບຊຸມຊົນ ເຊັ່ນ: ຄວາມໝາຍ, ລັກສະນະ, ຂອບເຂດ ແລະ ປະເພດຂອງຊຸມຊົນ ລວມເຖິງແນວຄິດ,ທິດສະດີ ແລະ ຫຼັກການພື້ນຖານໃນການພັດທະນາຊຸມຊົນ ແລະ ຊົນນະບົດ, ເຕັກນິກ ແລະ ຍຸດທະສາດໃນການວາງແຜນການພັດທະນາ. ນອກນີ້ຍັງໄດ້ສຶກສາເຖິງບັນດານະໂຍບາຍ ແລະ ແຜນການພັດທະນາຂອງລາວໃນອະດີດ, ປັດຈຸບັນແລະ ແນວທາງໃນອະນາຄົດ, ວິທີການໃນການວິໄຈ, ການປະເມີນຜົນກະທົບທາງສັງຄົມ ແລະ ອື່ນໆ. 

ວິທີການສິດສອນແມ່ນປະກອບມີພາກທິດສະດີ ແລະ ພາກປະຕິບັດ. ເຊິ່ງໃນພາກທິດສະດີນັກສຶກສາຈະໄດ້ຟັງການບັນຍາຍ ຫຼື ສໍາມະນາກ່ຽວກັບບັນດາຫຫຼັກການແລະວິທີການໃນການວາງແຜນການພັດທະນາ.ໃນພາກປະຕິບັດຕົວຈິງນັກສຶກສາຈະໄດ້ຄົ້ນຄວ້າດ້ວຍຕົນເອງຈາກເອກະສານ ຫຼື ຈາກການເກັບກໍາຂໍ້ມູນພາກສະໜາມເພື່ອຂຽນບົດລາຍງານ,ເຂົ້າຮ່ວມສຳມະນາກັບນັກວິຊາການໃນຂະແໜງທີ່ກ່ຽວຂ້ອງ ແລະ ລົງຝຶກງານໃນໜ່ວຍງານທີ່ກ່ຽວຂ້ອງໃນຊຸມຊົນເມືອງ ແລະ ຊົນນະບົດ. 

ຄວາມຮູ້ພື້ນຖານທາງດ້ານສະຖິຕິ, ຄອມພິວເຕີ ແລະ ທັກສະພາສາອັງກິດ. ນອກນັ້ນນັກສຶກສາຕ້ອງເປັນຄົນມີວິໄສທັດ, ມີຄວາມສົນໃຈໃນຄວາມເປັນມາຂອງຊຸມຊົນແລະ ສັງຄົມ, ມີຄວາມສາມາດໃນການຈັດລໍາດັບຄວາມຄິດແລະມີວິຈາລະນະຍານທີ່ດີ, ມີຄວາມອົດທົນ ແລະ ມີອັດທະຍາໄສດີ ແລະ ມີຄວາມຄິດຢາກຊ່ວຍເຫຼືອຄົນໃນສັງຄົມ.

ນັກສຶກສາທີ່ຈົບສາຂານີ້ສາມາດເຂົ້າໃຈຫຼັກການພັດທະນາຊຸມຊົນ ແລະ ຊົນນະບົດ.ນັກສຶກສາຈະມີທັກສະໃນການວິເຄາະ ແລະ ປະເມີນໂຄງການພັດທະນາ, ວາງແຜນ ແລະ ພັດທະນານະໂຍບາຍ ແລະ ແຜນການພັດທະນາ, ທັກສະໃນການວິໄຈແລະ ທັກສະອື່ນໆໃນການພັດທະນາຊຸມຊົນ ເຊັ່ນ: ການສ້າງແຮງຈູງໃຈ, ການສື່ສານກັບຊຸມຊົນ, ການເຮັດວຽກເປັນທີມ. 

ນັກສຶກສາສາມາດປະກອບອາຊີບເປັນ ນັກພັດທະນາຊຸມຊົນ, ນັກພັດທະນາສັງຄົມ, ນັກວິໄຈທາງສັງຄົມ ໃນໜ່ວຍງານຂອງລັດ ແລະ ເອກະຊົນທີ່ກ່ຽວຂ້ອງ. ນອກນີ້ຍັງສາມາດນໍາເອົາຄວາມຮູ້ທາງດ້ານການພັດທະນາໄປປະຍຸກໃຊ້ໃນການປະກອບອາຊີບອິດສະຫຼະ ແລະ ອາຊີບອື່ນໆເຊັ່ນ:​ເປັນ​ທີ່​ປຶກ​ສາ​ໃນ​ດ້ານ​ການ​ພັດ​ທະ​ນາ​ຂອງ​ອົງ​ການຈັດຕັ້ງ​ສາ​ກົນ​ເປັນຕົ້ນ. 

  1. ທິດສະດີສັງຄົມວິທະຍາ
  2. ປະຫວັດການພັດທະນາ
  3. ປັດຊະຍາຊີວິດ
  4. ສັງຄົມວິທະຍາອຸດສາຫະກຳ
  5. ນະໂຍບາຍສັງຄົມ
  6. ການສຶກສາຊຸມຊົນ
  7. ຫຼັກການພັດທະນາຊຸມຊົນ
  8. ສຸຂະສຶກສາ
  9. ຊົນເຜົ່າວິທະຍາ
  10. ໝວດວິທະຍາສະເພາະບັງຄັບ
  11. ການພັດທະນາແບບຍືນຍົງ
  12. ນະໂຍບາຍການພັດທະນາ
  13. ວິທີວິທະຍາການພັດທະນາ
  14. ວິທີວິທະຍາການວິໄຈ
  15. ສັງຄົມວິທະຍາການແພດ
  16. ລະບົບສາລະບົນເທດເພື່ອການພັດທະນາ
  17. ການປະເມີນຜົນກະທົບທາງສັງຄົມ
  18. ຍຸດທະສາດການແກ້ໄຂຄວາມທຸກຍາກ