ການປ່າໄມ້ຊຸມຊົນ ແລະ ພັດທະນາຊົນນະບົດ

ຄະນະ​​ວິທະຍາສາດປ່າໄມ້, ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ປະລິນຍາຕິ 4 ປີ

ການປ່າໄມ້ຊຸມຊົນ ແມ່ນການຄຸ້ມຄອງປ່າໄມ້ປະເພດຕ່າງໆ ໂດຍປະຊາຊົນທ້ອງຖິ່ນ ເຊັ່ນ:​​​​ ​ປ່າ​ປູກ​ຂອງ​ປະຊາຊົນ, ​ປ່າ​ໄມ້​ບ້ານ ​ແລະ ປ່າ​ໄມ້​ທີ່​ລັດ​ຄຸ້ມ​ຄອງ​ແບບ​ມີ​ສ່ວນ​ຮ່ວມ. ການພັດທະນາຊົນນະບົດ ຄື​ການ​ສົ່ງ​ເສີມ​ການ​ຜະລິດ​ກະສິກໍາ-ປ່າ​ໄມ້ ​ແລະ ການດໍາເນີນທຸລະ​ກິດ​ຂະໜາດນ້ອຍ. ທັງສອງຢ່າງລ້ວນມີເປົ້າໝາຍເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນ​ ພ້ອມທັງອະນຸລັກ ແລະ ຄຸ້ມຄອງຊັບພະຍາກອນທໍາມະຊາດ​ໃຫ້​ຍືນ​ຍົງ ຕາມ​ນະ​ໂຍບາຍປົກ​ປັກ​ຮັກສາສິ່ງ​ແວດ​ລ້ອມ ​ແລະ ພັດທະນາ​ແບບຍືນຍົງ. 

ສາຂານີ້ຮຽນກ່ຽວກັບ ການຄຸ້ມຄອງປ່າໄມ້ໃນຊົນນະບົດ ແລະ ຕົວເມືອງ; ການ​ສົ່ງ​ເສີມ​ການ​ຜະລິດ​ກະສິກໍາ-ປ່າ​ໄມ້ ​ແລະ ການດໍາເນີນທຸ​ລະ​ກິດ​ເພື່ອ​ສ້າງ​ລາຍ​ຮັບ. ໃນນັ້ນລວມມີ: ການອະນຸລັກຊັບພະຍາກອນທໍາມະຊາດ, ການວາງແຜນຄຸ້ມຄອງປ່າ​ໄມ້​ຊຸມ​ຊົນ, ປ່າ​ໄມ້​​ຕົວ​ເມືອງ ​ແລະ ສວນສາທາລະນະ, ການກະສິກໍາປ່າໄມ້, ເສດຖະສາດປ່າໄມ້, ການວາງແຜນພັດທະນາຊົນນະບົດ, ກາ​ນສົ່ງ​ເສີມ​ກະສິກໍາ ​ແລະ ປ່າ​ໄມ້, ການພັດທະນາທຸລະກິດຂະໜາດນ້ອຍ ແລະ ສະຫະກອນການຜະລິດ.

ວິທີການສິດສອນປະກອບມີການຮຽນກ່ຽວກັບທິດສະດີ ຜ່ານການບັນຍາຍ ແລະ ການສໍາມະນາ, ມີການແລກປ່ຽນຄວາມຄິດ ເຫັນລະຫວ່າງນັກສຶກສາ ພາຍໃນຫ້ອງຮຽນ, ການ​ກໍານົດຫົວຂໍ້​ໃຫ້​ນັກ​ສຶກສາຄົ້ນຄວ້າ ແລະ ຂຽນບົດລາຍງານ. ນອກຈາກນີ້ ຍັງມີການລົງ​ພາກ​ປະຕິບັດ​ຕົວ​ຈິງ​​ໃນ​ບໍລິ​ເວນ​ຄະນະ​ວິຊາ, ຝຶກງານ​ພາກສະໜາມ ແລະ ທັດສະນະສຶກສາ ຢູ່ເນື້ອທີ່ປ່າທົດລອງ, ສະ​ຖາ​ບັນ​ປ່າ​ໄມ້, ​ໂຄງການ​ພັດທະນາ​ຊົນນະບົດ ​ແລະ ​ໂຮງງານ​ປຸງ​ແຕ່ງ​ຜະລິດ​ຕະພັນ​ປ່າ​ໄມ້ ​ແລະ ກະສິກໍາ.

ຄວາມຮູ້ພື້ນຖານວິຊາຄະນິດສາດ, ພູມີສາດ ​ແລະ ຊີວະວິທະຍາ; ມີຄວາມສົນໃຈ ໃນການຄຸ້ມຄອງ ແລະ ປົກປັກຮັກສາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ແລະ ການພັດທະນາຊົນນະບົດ; ມັກເຮັດວຽກເປັນ​ທີມງານ, ​ເຮັດວຽກ​ຮ່ວມຊຸມຊົນ, ​ຖ່າຍ​ທອດ​ຄວາມ​ຮູ້​ໃຫ້​ປະຊາຊົນ ແລະ ຕ້ອງການຊ່ວຍ​ເຫລືອປະຊາຊົນທີ່​ທຸກ​ຍາກໃນເຂດຊົນນະບົດ. 

ທັກສະໃນການວາງ​ແຜນ ການຄຸ້ມ​ຄອງປ່າ​ໄມ້, ພັດທະນາຊົນນະບົດ ​ແລະ ການ​ດໍາ​ເນີນ​ທຸລະ​ກິດ​ຂະໜາດ​ນ້ອຍ; ການເຮັດວຽກກັບຊຸມຊົນ; ໃຫ້​ຄໍາ​ປຶກສາ​ແກ່​ຊຸມ​ຊົນ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ແຜນການຄຸ້ມຄອງປ່າໄມ້; ສົ່ງເສີມໃຫ້ປະຊາຊົນຮູ້ອະນຸລັກ ແລະ ນໍາໃຊ້ຊັບພະຍາກອນປ່າໄມ້ຖືກຕ້ອງຕາມ​ຫຼັກ​ວິຊາ​ການ ​ແລະ ​ດໍາ​ເນີນການ​ຜະລິດ​ກະສິກໍາ-ປ່າ​ໄມ້ ຕາມ​ຫຼັກ​ເສດຖະສາດ.

ນັກວິຊາ​ການດ້ານອະນຸລັກ ​ແລະ ຄຸ້ມຄອງປ່າໄມ້, ສົ່ງ​ເສີມ ​ແລະ ພັດທະນາຊຸມຊົນ ໃນໜ່ວຍງານພາກລັດ ແລະ ເອກະຊົນ ໃນຂະແໜງການປ່າ​ໄມ້, ການສົ່ງເສີມກະສິກໍາ ​ແລະ ສະຫະກອນ, ການ​ຄຸ້ມ​ຄອງ​ຊັບພະຍາກອນ​ປ່າ​ໄມ້, ​ການ​ພັດທະນາ​ຊົນນະບົດ;  ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ; ​ໂຄງການພັດທະນາ; ບໍລິສັດທີ່ປຶກສາການລົງທຶນ ຫຼື ອົງການຊ່ວຍເຫຼືອ ທີ່ກ່ຽວຂ້ອງ.  

  • ໝວດວິຊາພື້ນຖານວິຊາສະເພາະ
  1. ພືດສາດ
  2. ​ອຸຕຸນິຍົມ​ວິທະຍາ
  3. ວາງແຜນ ແລະ ຄຸ້ມຄອງໂຄງການ
  4. ນິຕິເວດວິທະຍາປ່າໄມ້
  5. ວະນະ​ວັດ​​ວິທະຍາ
  6. ລະບົບຂໍ້ມູນຂ່າວສານທາງພູມສາດ
  7. ປະເມີນຜົນກະທົບທາງສິ່ງແວດລ້ອມ
  8. ສໍາຫຼວດ ແລະ ແຕ້ມແຜນທີ່
  9. ສັງຄົມວິທະຍາ
  10. ສຶກສາ​ສິ່ງ​ແວດ​ລ້ອມ
  11. ເສດຖະສາດພື້ນຖານ
  12. ການບັນຊີ
  13. ວິທະຍາສາດ​ເນື້ອ​ໄມ້
  14. ນະໂຍບາຍ ແລະ ກົດໝາຍປ່າໄມ້
  • ໝວດວິຊາສະເພາະ
  1. ວິທະຍາວັດແທກໄມ້
  2. ການສໍາຫຼວດປ່າໄມ້
  3. ວິທະຍາສາດດິນ
  4. ການເງິນຊົນນະບົດ
  5. ການ​ອະນຸລັກ​ທໍາ​ມະ​ຊາດ
  6. ການປ້ອງ​ກັນ​ປ່າ​ໄມ້
  7. ການວາງແຜນການນໍາໃຊ້ທີ່ດິນ 
  8. ການຄຸ້ມ​ຄອງ​ທີ່​ດິນ
  9. ການຄຸ້ມ​ຄອງເຄື່ອງປ່າຂອງດົງ
  10. ກະສິກໍາ​ປ່າ​ໄມ້
  11. ການຄຸ້ມຄອງແຫຼ່ງນໍ້າ
  12. ການວາງແຜນຄຸ້ມຄອງປ່າໄມ້
  13. ການຄຸ້ມຄອງປ່າໄມ້ຕົວເມືອງ ແລະ ສວນສາທາລະນະ
  14. ການຄຸ້ມຄອງປ່າໄມ້ຊຸມຊົນ
  15. ການວາງ​ແຜນ​ພັດທະນາ​ຊົນນະບົດ
  16. ການສົ່ງເສີມກະສິກໍາ ແລະ ປ່າໄມ້
  17. ການ​ຂະຫຍາຍ ​ແລະ ປັບປຸງ​ພັນ​ພືດ
  18. ການພັດທະນາທຸລະກິດຂະໜາດນ້ອຍ
  19. ວິສະວະ​ກໍາ​ຊົນນະບົດ
  20. ພື້ນຖານການປູກຝັງ ແລະ ລ້ຽງສັດ
  21. ການປູງແຕ່ງຜະລິດຕະພັນປ່າໄມ້ ແລະ ກະສິກໍາ
  22. ເສດຖະກິດປ່າໄມ້
  23. ພະລັງງານ​ຊີວະ​ພາບ

ມະຫາວິທະຍາໄລແຫ່ງຊາດ

ໂທ 021 740 277