ສາຂາ ຄອມພິວເຕີທຸລະກິດ



ວິທະຍາໄລ ເຕັກນິກປາກປ່າສັກ



ຫຼັກສູດ ຊັ້ນສູງ 3 ປີ 



ຄອມພິວເຕີທຸລະກິດ ແມ່ນການນໍາໃຊ້ຄອມພິວເຕີ ເພື່ອຊ່ວຍໃນການ ບໍລິຫານທຸລະກິດ ເຊິ່ງລວມມີການນໍາໃຊ້ ບັນດາໂປຣແກຣມ ເພື່ອການບັນທຶກ ແລະ ການຄິດໄລ່ທາງດ້ານການບັນຊີ ຂອງທຸລະກິດ. ຄອມພິວເຕີທຸລະກິດ ມີຄວາມສໍາຄັນ ໃນການສ້າງ ບຸກຄະລາ​ກອນ ໃຫ້ມີຄວາມສາມາດ ແລະ ມີຄວາມຊໍານານສະເພາະດ້ານການນໍາໃຊ້ຄອມພິວເຕີ ເພື່ອຊ່ວຍໃຫ້ການບໍລິຫານ ທຸລະກິດໃຫ້ມີປະສິດທິພາບ ເປັນຕົ້ນແມ່ນ ການນໍາໃຊ້ໂປຣແກຣມຂອງຄອມພິວເຕີ ທີ່ກ່ຽວຂ້ອງກັບການບັນຊີທຸລະກິດ.  



ສາຂານີ້ ຮຽນກ່ຽວກັບການນໍາໃຊ້ຄອມພິວເຕີເຂົ້າຊ່ວຍໃນການດໍາເນີນທຸລະກິດ ໂດຍເນັ້ນໜັກດ້ານພື້ນຖານການບັນຊີ ເພື່ອໃຫ້ສາມາດນໍາໃຊ້ເຂົ້າໃນການບໍລິຫານທຸລະກິດຕົວຈິງ ເປັນຕົ້ນແມ່ນຄະນິດສາດຄອມພິວເຕີ ແລະ ການນໍາໃຊ້ໂປຣແກຣມ Microsoft Excel ເຂົ້າໃນການຄິດໄລ່ທາງດ້ານບັນຊີ ແລະ ການຂຽນໂປຣແກຣມຄອມພິວເຕີເຊັ່ນ: ການຂຽນເວັບໄຊ໌ດ້ວຍພາສາ HTML, ການວິເຄາະ ແລະ ອອກແບບລະບົບ ແລະ ການສ້ອມແປງຄອມພິວເຕີເປັນຕົ້ນ.    



ການສິດສອນຂອງ ສາຂານີ້ ມີທັງການບັນລະຍາຍ ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ ໄປພ້ອມໆກັນ ໂດຍການນໍາໃຊ້ ອຸປະກອນທີ່ທັນສະໄໝຕາມຄວາມກ້າວໜ້າຂອງສະພາບສັງຄົມ ເຂົ້າໃນການສິດສອນ. ມີການໃຫ້ນັກສຶກສາ ທົດລອງການຄິດໄລ່ ດ້ານບັນຊີ ແລະ ອອກແບບລະບົບໂປຣແກຣມຄອມພິວເຕີຕົວຈິງ. ນອກຈາກນັ້ນ, ການສຶກສາຂອງສາຂານີ້ ຍັງລວມມີ ການໄປທັດສະນະສຶກສາ ແລະ ລົງຝຶກງານ ຢູ່ຕາມຫ້ອງການ ແລະ ກະຊວງ ທີ່ກ່ຽວຂ້ອງ.



ຄວາມ​ຮູ້​ພື້ນຖານດ້ານ ວິຊາ ຄະນິດສາດ, ພາສາອັງກິດ ແລະ ຄອມພິວເຕີ. ເປັນຄົນ ທີ່ມີຄວາມກະຕືລືລົ້ນ ແລະ ຊອກຮຽນຮູ້ດ້ວຍຕົນເອງໃນສິ່ງປະດິດໃໝ່ໆ. ມີຄວາມສົນໃຈ ໃນຄອມ​ພິວ​ເຕີ, ການເຮັດວຽກໃນລະບົບຫ້ອງການ, ການ​ບັນຊີ ​ແລະ ເຮັດວຽກການບໍລິຫານທາງດ້ານທຸລະກິດ. 



ພາຍຫຼັງຮຽນຈົບ, ນັກສຶກສາ ຈະຮູ້ຈັກວິທີການນໍາໃຊ້ ຄອມພີວເຕີ ເຂົ້າຊ່ວຍໃນວຽກງານການຄຸ້ມຄອງການດໍາເນີນທຸລະກິດ. ມີຄວາມສາມາດທາງດ້ານການບັນທຶກ ແລະ ການຄິດໄລ່ທາງດ້ານບັນຊີ ໂດຍນໍາໃຊ້ໂປຣແກຣມຄອມພິວເຕີ. ນອກນັ້ນ, ນັກສຶກສາຍັງ ຈະໄດ້ຮູ້ຈັກ ວິທີອອກແບບ ແລະ ບໍລິຫານເວັບໄຊ໌ ໃນຂັ້ນຕົ້ນ, ການຂຽນໂປຣແກຣມ, ການສ້າງຖານຂໍ້ມູນ ແລະ ການສ້ອມແປງຄອມພິວເຕີ ອີກດ້ວຍ.  



ນັກສຶກສາ ສາມາດປະກອບອາຊີບເປັນ ນັກບັນຊີ, ເປັນຜູ້ຂຽນໂປຣແກຣມ, ເປັນຜູ້ອອກແບບເວັບໄຊ໌ ໄດ້ທຸກຫ້ອງການ ທັງພາກລັດ ແລະ ເອກະຊົນ; ສາມາດນໍາໃຊ້ຄວາມຮູ້ຈາກການສຶກສາ ສາຂານີ້ ເຂົ້າໃນການບໍລິຫານທຸລະກິດ ຂອງຕົນເອງ.  ນອກຈາກນັ້ນ, ຍັງສາມາດ ປະກອບອາຊີບເປັນ ອາຈານສອນ ວິຊາທີ່ກ່ຽວຂ້ອງກັບສາຂາດັ່ງກ່າວ ອີກດ້ວຍ.

 

  1. ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະພາສາອັງກິດ

    ການນໍາໃຊ້ໂປຣແກຣມ Word

    ພື້ນຖານກ່ຽວກັບການບັນຊີ

    ເສດຖະສາດຈຸລະພາກ

    ເສດຖະສາດມະຫາພາກ

    ພື້ນຖານ Operating System (OS)

    ເສດຖະສາດການເມືອງ

    ຈິດຕະວິທະຍາ

    ບັນຊີກ່ຽວກັບການຄ້າ

    ການນໍາໃຊ້ Excel Advance

    ເຕັກໂນໂລຊີຂໍ້ມູນຂ່າວສານ

    Programming 

    ຫຼັກການຕະຫຼາດ

    ຄອມພີີວເຕີເຄື່ອຂ່າຍ

    ພາສີສ່ວຍສາອາກອນ

    ກົດໝາຍທຸລະກິດ

    ຄະນິດສາດຄອມພິວເຕີ

    ຄວາມຮູ້ພື້ນຖານທຸລະກິດ

    ວິເຄາະ ແລະ ອອກແບບລະບົບ

    ສະຖິຕິ

    ຄວາມປອດໄພຂອງຂໍ້ມູນຂ່າວສານ

    ການສ້າງຖານຂໍ້ມູນດ້ວຍ MS Access 

    Advance Programing 

    ການຂຽນເວັບເພສດ້ວຍ HTML

    ການປະກອບ ແລະ ຕິດຕັ້ງຄອມພິວເຕີ

    ການນໍາໃຊ້ໂປຣ​ແກຣມນໍາສະເໜີ

    ການຄ້າທາງເອເລັກໂຕຣນິກ

    Computer Graphic

    ການບໍລິຫານລະບົບເຄື່ອຂ່າຍ

    ການພັດທະນາເວັບເພຈດ້ວຍໂປຣແກຣມ

    ການບໍລິຫານຂໍ້ມູນຂ່າວສານ

    ພື້ນຖານທາງດ້ານຄົມມະນາຄົມ

    Computer Multimedia