ຄອມພິວເຕີທຸລະກິດ

ວິທະຍາ​ໄລ​ເຕັກນິກ-ວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ

ຫຼັກສູດ ຊັ້ນສູງ (12+3); ຊັ້ນສູງຕໍ່ເນື່ອງ 1.5 ປີ 

ຄອມພິວເຕີທຸລະກິດ ແມ່ນ ການນໍາໃຊ້ຄອມພິວເຕີເພື່ອຊ່ວຍໃນ ການບໍລິຫານ ທາງດ້ານທຸລະກິດ ເປັນຕົ້ນແມ່ນ ການນໍາໃຊ້ ໂປຣແກຣມຂອງຄອມພິວເຕີ ເພື່ອການຄິດໄລ່ທາງດ້ານບັນຊີ ຂອງທຸລະກິດ, ການສ້າງຕາຕະລາງ ແລະ ຮ່າງເອກະສານຕ່າງໆ.  ຄອມພິວເຕີທຸລະກິດ ເປັນສາຂາ ທີ່ມີຄວາມສໍາຄັນ ໃນການສ້າງພະນັກງານໃຫ້ມີຄວາມສາມາດ ແລະ ມີຄວາມຊໍານານ ສະເພາະດ້ານໃນການນໍາໃຊ້ໂປຣແກຣມຂອງຄອມພິວເຕີ ເພື່ອ ການບັນຊີ, ການເງີນ ແລະ ຄຸ້ມຄອງ ການເຮັດວຽກຂອງທຸລະ ກິດ.  

ສາຂານີ້ຮຽນກ່ຽວກັບ ການນໍາໃຊ້ໂປຣແກຣມຕ່າງໆຂອງ ຄອມພິວເຕີ ເຂົ້າໃນການເຮັດວຽກຕົວຈິງ ເຊັ່ນ: ການນໍາໃຊ້ Microsoft Word, Microsoft Office ຈົນເຖິງ Microsoft Advance ເພື່ອສ້າງຄວາມສາມາດໃຫ້ແກ່ນັກສຶກສາ ໃຫ້ສາມາດ ນໍາໃຊ້ບັນດາໂປຣແກຣມຕ່າງໆເຂົ້າໃນການເຮັດວຽກບໍລິຫານໄດ້ຢ່າງມືອາຊີບ. ນອກນັ້ນ, ສາຂານີ້ ຍັງໄດ້ຮຽນກ່ຽວກັບການຄິດໄລ່ ທາງດ້ານບັນຊີ, ກົດໝາຍທຸລະກິດ ແລະ ຮຽນກ່ຽວກັບ ການອອກແບບເວັບໄຊ໌ ແລະ ກຣາບຟິກດີຊາຍ ອີກດ້ວຍ.

 

ການສິດສອນຂອງ ສາຂານີ້ ມີການບັນລະຍາຍ ທາງດ້ານທິດສະດີ 50% ແລະ ການປະຕິບັດຕົວຈິງ 50%.  ມີການມອບ ຫົວຂໍ້ໃຫ້ນັກສຶກສາ ຄົ້ນຄວ້າ, ຂຽນບົດລາຍງານ ແລະ ນໍາສະເໜີ ໃນແຕ່ລະວິຊາ. ມີການໃຫ້ນັກສຶກສາ ສ້າງຕາຕະລາງ ຄິດໄລ່ບັນຊີໃນລະບົບຄອມພິວເຕີ ໂດຍການຄິດໄລ່ ລາຍຮັບ-ລາຍຈ່າຍ ໂດຍມີຫົວຂໍ້ບົດຝຶກຫັດ ຈາກອາຈານມອບໝາຍໃຫ້.  ມີການໄປທັດສະນະ ແລະ ລົງຝຶກງານ ຢູ່ຕາມຫ້ອງການ ແລະ ກະຊວງທີ່ກ່ຽວຂ້ອງກັບສາຂາດັ່ງກ່າວ.

ຄວາມຮູ້ພື້ນຖານ ດ້ານ ຄະນິດສາດ, ພາສາອັງກິດ ແລະ ຄອມພິວເຕີ.  ມີຄວາມສົນໃຈ ໃນການເຮັດວຽກໃນລະບົບຫ້ອງ ການ, ເຮັດວຽກຊ່ວຍການບໍລິຫານທາງດ້ານທຸລະກິດ. ເປັນຄົນທີ່ມັກໃນການຄິດໄລ່, ລະອຽດອ່ອນ ແລະ ເປັນຄົນທີ່ມີ ຄວາມອົດທົນ.

ຮູ້ຈັກນໍາໃຊ້ລະບົບ Word, Excel ແລະ Power Point ເປັນຢ່າງດີ.  ຮູ້ຈັກວິທີຄິດໄລ່ ທາງດ້ານບັນຊີ, ໂດຍສະເພາະ ແມ່ນການບັນທຶກ ແລະ ຄິດໄລ່ບັນຊີປະຈໍາວັນ ໂດຍນໍາໃຊ້ໂປຣແກຣມຂອງຄອມພິວເຕີ ທີ່ກ່ຽວຂ້ອງກັບບັນຊີ ແລະ ການເງິນ ເຂົ້າໃນການຄິດໄລ່.  ນອກນັ້ນ, ນັກສຶກສາຍັງຈະສາມາດຂຽນ ໂປຣແກຣມ ແລະ ອອກແບບເວັບໄຊ໌ ໄດ້ອີກດ້ວຍ.

ສາມາດ ປະກອບ ອາຊີບ ເປັນ ນັກບັນຊີ, ເປັນຜູ້ຂຽນໂປຣແກຣມ, ເປັນຜູ້ອອກແບບເວັບໄຊ໌ ໄດ້ທຸກຫ້ອງການ ທັງພາກລັດ ແລະ ເອກະຊົນ.  ນັກສຶກສາ ຍັງສາມາດນໍາໃຊ້ຄວາມຮູ້ຈາກການສຶກສາສາຂານີ້ ເຂົ້າໃນການບໍລິຫານ ທຸລະກິດ ຂອງຕົນເອງ.  ນອກ ຈາກນັ້ນ, ຍັງສາມາດປະກອບອາຊີບເປັນ ອາຈານສອນ ວິຊາທີ່ກ່ຽວຂ້ອງກັບສາຂາດັ່ງກ່າວ ອີກດ້ວຍ.

ໝວດວິຊາ​ທົ່ວ​ໄປ

  1. ການ​ເງິນ​ທົ່ວ​ໄປ
  2. ກົດໝາຍທຸລະ​ກິດ

ໝວດວິຊາ​ສະ​ເພາະ​ພື້ນຖານ

  1. ຄອມ​ພິວ​ເຕີ​ຫ້ອງການ
  2. ການ​ນໍາ​ໃຊ້​ໂປຣແກຣມ Advance Word
  3. ການ​ນໍາ​ໃຊ້​ໂປຣແກຣມ Advance Excel
  4. ບັນຊີ​ວິ​ສາ​ຫະກິດ
  5. ສ່ວຍ​ສາ​ອາກອນ
  6. ຄວາມ​ຮູ້​ເບື້ອງຕົ້ນກ່ຽວກັບ​ການ​ຕະຫຼາດ
  7. ການ​ບໍລິຫານ​ການ​ຕະຫຼາດ
  8. ​ເສດຖະສາດ
  9. ພຶດຕິ​ກໍາ​ອົງ​ກອນ
  10. ຄວາມ​ຮູ້​ເບື້ອງຕົ້ນການ​ປະກອບ​ທຸລະ​ກິດ KAB
  11. ການ​ຄ້າ​ທາງ​ອີ​ເລັກ​ໂຕນິກ E-Commerce
  12. ​ເຄືອ​ຂ່າຍ​ຄອມ​ພິວ​ເຕີ-ອິນ​ເຕີ​ເນັດ

ໝວດວິຊາ​ສະ​ເພາະ

  1. ​ໂປຣແກຣມບັນຊີ
  2. Computer Programming
  3. ຄຸ້ມ​ຄອງ​ການ​ຜະລິດ
  4. MS Visual Basic
  5. ຂໍ້​ມູນ​ຂ່າວສານ​​ເພື່ອ​ການ​ບໍລິຫານ (MIS)
  6. ກຣາບຟິກດີ​ຊາຍ (Graphic Design)
  7. ​ໂຄງ​ສ້າງ​ຄອມ​ພິວ​ເຕີ
  8. ອອກ​ແບບ ​ແລະ ສ້າງ​ຖານ​ຂໍ້​ມູນ
  9. ວິ​ເຄາະ ​ແລະ ອອກ​ແບບ​ລະບົບ
  10. ບັນຊີ​ງົບປະມານ
  11. ຄຸ້ມ​ຄອງ​ໂຄງການ
  12. ອອກ​ແບບ​ເວັບ​ໄຊ໌
  13. ລະບົບ​ປະຕິບັດ​ການ

ຖະໜົນໜອງບົວ, ບ້ານນາໄຊ, ເມືອງໄຊເສດຖາ,ນະຄອນຫຼວວຽງຈັນ
Ten: 021 412461, Fax: 021 453126, Email: vihas/@hotmail.com

www.vihatec.edu.la