ວິສະວະກຳຄອມພິວເຕີ

ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ

ຫຼັກສູດປະລິນຍາຕີ 4 ປີ

ວິສະວະກຳຄອມພິວເຕີແມ່ນຂະແໜງການທາງດ້ານເຕັກໂນໂລຊີທີ່ແນໃສ່ການອອກແບບ ແລະ ພັດທະນາອຸປະກອນ(ຮາດແວຣ໌) ແລະ ລະບົບ(ຊອຟແວຣ໌) ເພື່ອເຮັດໃຫ້ວຽກງານວ່ອງໄວແລະສະດວກສະບາຍໂດຍມີການນໍາໃຊ້ທິດສະດີພື້ນຖານຂອງວິທະຍາສາດຄອມພິວເຕີ ແລະ ອີເລັກໂຕນິກ ກໍຄືການສ້າງໂປຣແກຣມຄອມພິວເຕີເພື່ອຄວມຄຸມອຸປະກອນຕ່າງໆໃຫ້ເຮັດວຽກຕາມຄວາມຕ້ອງການເຊັ່ນ: ໂປຣແກຣມຄວບຄຸມການເຮັດວຽກຂອງຫູ່ນຍົນ, ລິບ, ຕູ້ ATM ແລະ ອື່ນໆ.

ສາຂາວິຊານີ້ແມ່ນຈະເນັ້ນໜັກໃສ່ການຮຽນກ່ຽວກັບການອອກແບບແລະວິເຄາະຮາດແວຣ໌ຫຼາຍກ່ວາຊອບແວຣ໌ ເຊັ່ນ: ການແຕ້ມແບບວິສະວະກຳທາງດ້ານຮາດແວຣ໌ ແລະ ລະບົບຄວບຄຸມ; ການຂຽນໂປຣແກຣມຄອມພິວເຕີ; ການອອກແບບເຄືອຂ່າຍຄອມພິວເຕີແລະການສື່ສານ; ສຶກສາ ແລະ ນຳໃຊ້ລະບົບປະຕິບັດການຄອມພິວເຕີ; ອອກແບບກຣາບຟິກ; ສ້າງຫຸ່ນຍົນ; ການຕິດຕັ້ງ ແລະ ອອກແບບແຜງວົງຈອນ, ລະບົບດີຈີຕອລ; ການອອກແບບຖານຂໍ້ມູນ ແລະ ອື່ນໆ.

ນັກສຶກສາຈະໄດ້ຮຽນທິດສະດີພື້ນຖານກ່ຽວກັບວິສະວະກຳຄອມພິວເຕີ, ພື້ນຖານອີເລັກໂຕນິກ, ພື້ນຖານລະບົບສື່ສານ ແລະ ທຸກໆວິຊາຄຽງຄູ່ກັບການປະຕິບັດຕົວຈິງໃນຫ້ອງທົດ​ລອງເປັນປະຈຳ ເນື່ອງຈາກວ່າທຸກໆວິຊາຂອງສາຂາວິສະວະກຳຄອມພິວເຕີແມ່ນຈຳເປັນຕ້ອງມີການທົດລອງ, ການຝຶກຊ້ອມ ແລະ ການແກ້ໄຂບັນຫາຕົວຈິງ.ນອກຈາກນີ້, ນັກສຶກສາຈະໄດ້ເຮັດບົດລາຍງານກ່ຽວກັບການອອກແບບ ແລະ ວິເຄາະໂຄງການຄອມພິວເຕີທີ່ນຳໃຊ້ໄດ້ຈິງທັງໃນຮູບແບບກຸ່ມ ແລະ ດ່ຽວ.

ມີຄວາມຮູ້ພື້ນຖານທາງດ້ານວິຊາຄະນິດສາດ ແລະ ຟີຊິກທົ່ວໄປ. ນອກນີ້ຄວນມີຄວາມສົນໃຈ ແລະ ມັກຊອກຮູ້ກ່ຽວກັບການທຳງານຂອງລະບົບ ແລະ ອຸປະກອນຄອມພິວເຕີ. ທີ່ສໍາຄັນຄວນເປັນຄົນທີ່ມັກຕິດຕາມ, ຄົ້ນຄ້ວາກ່ຽວກັບຂໍ້ມູນຂ່າວສານຕ່າງໆທາງດ້ານເຕັກໂນໂລຊີ ແລະ ເປັນຄົນທີ່ມີຄວາມອົດທົນ ແລະ ມັກແກ້ໄຂບັນຫາ.

ມີຄວາມສາມາດໃນການອອກແບບ, ວິເຄາະ ແລະ ພັດທະນາໂປຣແກຣມ;ມີທັກສະໃນການສ້າງຖານຂໍ້ມູນ; ຕິດຕັ້ງ ແລະ ສ້ອມແປງຄອມພິວເຕີ; ອອກແບບກຣາບຟິກ;ອອກແບບວົງຈອນດີຈີຕອລໃຫ້ເຄື່ອງຈັກ ແລະ ອຸປະກອນອີເລັກໂຕນິກທຸກປະເພດ,ຄຸ້ມຄອງໂຄງການກ່ຽວກັບວິສະວະກຳຄອມພິວເຕີ ແລະ ບັນຊາລະບົບເຄືອຂ່າຍຄອມພິວເຕີ.

ນັກສຶກສາທີ່ຈົບຈາກສາຂານີ້ ຈະສາມາດປະກອບອາຊີບໃນທຸກໆອົງການທັງພາກລັດ ແລະ ເອກະຊົນໂດຍເຮັດໜ້າທີ່ເປັນຜູ້ບໍລິຫານລະບົບຄອມພິວເຕີ, ຜະລິດ ຫຼື ສ້າງຄອມພິວເຕີກຣາບຟິກ ແລະ ລະບົບການສື່ສານ, ເປັນນັກພັດທະນາກ່ຽວກັບອຸປະກອນຄອມພິວເຕີ, ນັກອອກແບບວິເຄາະຖານຂໍ້ມູນ ຫຼື ສາມາດປະກອບທຸລະກິດສ່ວນຕົວ ທີ່ກ່ຽວກັບຄອມພິວເຕີ.

ໝວດວິຊາພື້ນຖານວິຊາສະເພາະ

  1. ການຄຸ້ມຄອງວິສະວະກໍາ
  2. ວິສະວະກໍາຄອມພິວເຕີ
  3. ພາສາອັງກິດສຳລັບວິສະວະກຳ
  4. ການທົດລອງທາງວິສະວະກຳ
  5. ແຕ້ມແບບວິສະວະກຳ
  6. ວັດສະດຸວິສະວະກໍາ
  7. ພື້ນຖານລະບົບສື່ສານ
  8. ທິດສະດີວົງຈອນໄຟຟ້າ
  9. ວິສະວະກໍາອີເລັກໂຕນິກ
  10. ການວັດແທກ ແລະ ເຄື່ອງວັດແທກໄຟຟ້າ

ໝວດວິຊາສະເພາະ

  1. ໂປຣແກຣມຄອມພິວເຕີ
  2. ການອອກແບບວົງຈອນດິຈິຕອລ ແລະ ວົງຈອນໂລຊິກ
  3. ການອອກແບບວົງຈອນດິຈິຕອລຂັ້ນສູງ
  4. ໄມໂຄຣໂປຣເຊັດເຊີ ແລະ ໄມໂຄຣຄອມພິວເຕີ
  5. ການທົດລອງໄມໂຄຣໂປຣເຊັດເຊີ
  6. ການສື່ສານຂໍ້ມູນ
  7. ການສ້າງຖານຂໍ້ມູນ ແລະ ອັນກໍຣິດທຶມ
  8. ລະບົບຖານຂໍ້ມູນ
  9. ການເຊື່ອມຕໍ່ໄມໂຄຣໂປຣເຊັດເຊີ
  10. ສະຖາປັດຕະຍະກໍາຄອມພິວເຕີ
  11. ເຄືອຂ່າຍຄອມພິວເຕີ
  12. ວິສະວະກໍາຊອບແວຣ໌
  13. ເຕັກໂນໂລຊີເວບ
  14. ການວິເຄາະ ແລະ ອອກແບບລະບົບຂໍ້ມູນຂ່າວສານ
  15. ໂປຣແກຣມມິ້ງສໍາລັບສ້າງໂປຣແກຣມໃຊ້ງານ (VB.Net)
  16. ລະບົບປະຕິບັດການ
  17. ອັອບເຈັກອໍເລັນເຕັດໂປຣແກຣມມິ້ງ
  18. ການບໍລິຫານເຊີເວີ
  19. ເວບໂປຣແກຣມມິ້ງ (PHP)
  20. ຄວາມປອດໄພຂອງຂໍ້ມູນ
  21. ລີນຸກເບື້ອງຕົ້ນ
  22. ເຕັກໂນໂລຊີຮາດແວຣ໌ ແລະ ຊອຟແວຣ໌
  23. ລະບົບຖານຂໍ້ມູນ 2 (sat)
  24. ວິສະວະກໍາລະບົບຄວບຄຸມ
  25. ຫົວຂໍ້ລະດັບສູງໃນວິສະວະກໍາຄອມພິວເຕີ