ການພັດທະນາໂປຣແກຣມຄອມພິວເຕີ

ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ການພັດທະນາໂປຣແກຣມ ແມ່ນການອອກແບບລະບົບ ແລະ ສ້າງໂປຣແກຣມໂດຍການນຳໃຊ້ເຕັກໂນໂລຊີ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໃຊ້ງານ ທັງໃນວຽກງານຄິດໄລ່ເກັບກຳທົ່ວໄປໃນຊິວິດປະຈຳວັນ ຈົນເຖິງໃນລະດັບອົງກອນ. ການສ້າງສາ ແລະ ພັດທະນາໂປຣແກຣມມີຄວາມສຳຄັນ ໃນການສ້າງຄວາມສະດວກ, ຖືກຕ້ອງ ແລະ ຊັດເຈນ ໃນວຽກງານການຕິດຕໍ່ສື່ສານ ແລະ ເກັບກຳຂໍ້ມູນ, ສາມາດຫຼຸດຜ່ອນການຕົກເຮ່ຍເສຍຫາຍ ແລະ ຂໍ້ຜິດພາດຂອງຂໍ້ມູນສ່ວນບຸກຄົນ ແລະ ໃນອົງກອນ.

ໃນສາຂາພັດທະນາໂປຣແກຣມນີ້, ນັກສຶກສາຈະໄດ້ຮຽນກ່ຽວກັບການຈັດການ ແລະ ເກັບກຳຂໍ້ມູນໂດຍລວມເພື່ອການວາງແຜນລະບົບ, ການອອກແບບໜ້າຕ່າງ, ການຂຽນໂຄດຄຳສັ່ງ ເພື່ອສ້າງໂປຣແກຣມການຈັດການຕ່າງໆ, ລວມໄປເຖິງການສ້າງເກມ ຫຼື ແອັບພລິເຄຊັນ ເທິງຈໍຄອມພິວເຕີ ຫຼື ມືຖື ໂດຍຜ່ານການສຶກສາທາງດ້ານການຂຽນໂປຣແກຣມ. ນອກນັ້ນ ນັກສຶກສາ ຍັງຈະໄດ້ຮຽນຮູ້ກ່ຽວກັບການນຳໃຊ້ຄອມພິວເຕີ ແລະ ບັນດາໂປຣແກຣມຄອມພິວເຕີໃຫ້ຖືກຕ້ອງຕາມຫຼັກການ.

ການສິດສອນໃນສາຂາວິຊານີ້ປະກອບມີ ການສຶກສາທິດສະດີທາງດ້ານຄະນິດສາດ ເພື່ອນຳໃຊ້ເຂົ້າໃນການຄິດໄລ່ເພື່ອຂຽນໂຄດ. ນອກນີ້, ຍັງຈະໄດ້ປະຕິບັດຕົວຈິງໃນຫ້ອງແລັບຄອມພິວເຕີເພື່ອ ການຮຽນຮູ້ ແລະ ສຶກສາພື້ນຖານການນໍາໃຊ້ຄອມພິວເຕີ, ການນຳໃຊ້ເຄື່ອງມືໃນການຂຽນໂຄດ, ການນຳໃຊ້ໂປຣແກຣມຕ່າງໆທີ່ກ່ຽວຂ້ອງ ເຂົ້າມາພັດທະນາ ເຊິ່ງການຮຽນໃນຫ້ອງເປັນພຽງພື້ນຖານການນຳໃຊ້ເທົ່ານັ້ນ, ນັກສຶກສາຄວນຄົ້ນຄວ້າໂຄດຕ່າງໆເພື່ອນຳໃຊ້ໃນໂປຣແກຣມດ້ວຍຕົວເອງຢູ່ສະເໝີ.

ຄວາມຮູ້ພື້ນຖານ ທາງດ້ານພາສາອັງກິດ ແລະ ຄະນິດສາດ; ມີທັກສະ  ໃນການນໍາໃຊ້ຄອມພິວເຕີຂັ້ນພື້ນຖານ; ເປັນຄົນ ມີຫົວຄິດສ້າງສັນ ແລະ ມີການວາງແຜນຢ່າງເປັນລະບົບ ເພື່ອປ້ອງກັນບັນຫາທີ່ອາດເກີດຂຶ້ນລ່ວງໜ້າ ແລະ ມີຄວາມສົນໃຈ ໃນການສຶກສາ ແລະ ຕິດຕາມເຕັກໂນໂລຊີຂ່າວສານໃໝ່ໆສະເໝີ.

ນັກສຶກສາທີ່ຮຽນຈົບຈາກສາຂານີ້ຈະຮູ້ວິທີການວາງແຜນ ແລະ ອອກແບບລະບົບໂປຣແກຣມ, ມີທັກສະໃນການສ້າງ (ຂຽນໂຄດ)ໂປຣແກຣມດ້ວຍພາສາ C ແລະ Java ເປັນຕົ້ນ ເພື່ອນໍາໃຊ້ພາຍໃນອົງກອນໃດໜຶ່ງ. ນອກນີ້, ຍັງສາມາດຈັດການ ແລະ ຈັດເກັບຂໍ້ມູນໂດຍການນຳໃຊ້ໂປຣແກຣມ ເຊັ່ນ: Microsoft Access , SQL ເປັນຕົ້ນ ເຂົ້າຊ່ວຍ.​

ພາຍຫຼັງຮຽນຈົບນັກສຶກສາສາມາດປະກອບອາຊີບເປັນນັກຂຽນໂປຣແກຣມອິດສະຫຼະ, ນັກອອກແບບວາງແຜນລະບົບໂປຣແກຣມ, ເປັນທີ່ປຶກສາກ່ຽວກັບການອອກແບບລະບົບ, ພັດທະນາ ແລະ ຄຸ້ມຄອງຮັກສາລະບົບໂປຣແກຣມນັ້ນໆ ເຊັ່ນ: ລະບົບຄິດໄລ່ບິນ, ຄິດໄລ່ເງິນເດືອນ, ແອັບພລິເຄຊັນທະນາຄານ ຫຼື ລະບົບເກັບກຳຂໍ້ມູນໜ່ວຍງານໃດໜຶ່ງ.

  • ວິຊາຮຽນ
  • ໝວດທິດສະດີວິຊາສະເພາະຫຼັກ
  1. ການຂຽນໂປຣແກຣມດ້ວຍພາສາ C 
  2. ການວິເຄາະ ແລະ ອອກແບບລະບົບ
  3. ວິສະວະກຳຊອຟແວຣ໌ (Process and Tools)
  4. ລະບົບຖານຂໍ້ມູນ (ນຳໃຊ້ SQL)
  5. ອົງປະກອບ ແລະ ສະຖາປັດຕະຍະກຳຄອມພິວເຕີ
  6. ລະບົບປະຕິບັດການ
  7. ຊອຟແວຣ໌ນຳໃຊ້ລະດັບສູງ
  8. ຄວາມຮູ້ພື້ນຖານກ່ຽວກັບຖານຂໍ້ມູນ

ໝວດວິຊາສະເພາະບັງຄັບ

  1. ການສື່ສານຂໍ້ມູນ ແລະ ເຄືອຂ່າຍ
  2. ສະຖາປັດຕິຍະກຳຊອຟແວຮ໌ ( Design and Implementation)
  3. ຂັ້ນຕອນວິທີ ແລະ ໂຄງສ້າງຂອງຂໍ້ມູນ
  4. ການຂຽນໂປຣແກຣມດ້ວຍ VB.NET 
  5. ການວິເຄາະຂັ້ນຕອນວິທີ (Algorithm Analysis)
  6. Linux ພື້ນຖານ  ແລະ ລະບົບຈັດການຂອງ Linux
  7. ໂປຣແກຣມມິງ ຈາວາ 
  8. ການບໍລິຫານແມ່ຄ່າຍ ແລະ ໂຄງລາງເຄືອຂ່າຍດ້ວຍ Linux
  9. ການຂຽນໂປຣແກຣມດ້ວຍ C
  10. ແຜນພາບຄອມພິວເຕີ (Computer Graphics)
  11. ການປະມວນຜົນຮູບພາບ (Image processing)
  12. ການອອກແບບທິດຈັດເປັນໜ່ວຍ (ດ້ວຍ Java)
  13. ປັນຍາປະດິດ (Artificial Intelligence)
  14. NetWork +
  • ໝວດວິຊາສະເພາະເລືອກ
  1. A+
  2. ເໝືອງ​ຂໍ້​ມູນ (Data mining)
  3. ລະບົບຂ່າວສານເພື່ອການຈັດການ
  4. ການຂຽນໂປຣແກຣມເທິງມືຖື
  5. ການບໍລິຫານໂຄງການ (Project Management)
  6. ການສ້າງເວັບດ້ວຍ JSP ແລະ JSP.net
  7. ການສ້າງເວັບດ້ວຍ ASP.net