ວິທະຍາສາດຄອມພິວເຕີ

ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ວິທະຍາສາດຄອມພິວເຕີ ໝາຍເຖິງການຄົ້ນຄວ້າທິດສະດີການຂຽນໂປຣແກຣມ, ການປະມວນຜົນຂໍ້ມູນຂ່າວສານ ແລະ ການຄຳນວນສຳລັບຄອມພິວເຕີ. ປັດຈຸບັນ ການນຳໃຊ້ເຕັກໂນໂລຊີຄອມພິວເຕີ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ​ເຊິ່ງການນຳໃຊ້ບັນດາເຕັກໂນໂລຊີດັ່ງກ່າວມີບົດບາດສຳຄັນ ແລະ ໄດ້ຖືກນຳໃຊ້ເພື່ອສ້າງຄວາມສະດວກ, ຄວາມຖືກຕ້ອງ ແລະ ເພີ່ມຄວາມໄວໃນການປະຕິບບັດວຽກງານ ເພື່ອເພີ່ມຜົນກໍາໄລ ແລະ ຫຼຸດຜ່ອນການໃຊ້ຊັບພະຍາກອນໃຫ້ແກ່ບັນດາອົງກອນຕ່າງໆ.

ສາຂາ ນີ້ແມ່ນສຶກສາກ່ຽວກັບການພັດທະນາໂປຣແກຣມ ແລະ ເວັບໄຊ໌. ນັກສຶກສາຍັງຈະໄດ້ຮຽນຮູ້ ແລະ ສຶກສາບັນດາພາສາໂປຣແກຣມຄອມພິວເຕີ ແລະ ເວັບໄຊ໌ຕ່າງໆເຊັ່ນ: Java, CSS, VB.net, C#, HTML. ນອກນີ້, ນັກສຶກສາຍັງຈະໄດ້ສຶກສາລະບົບຖານຂໍ້ມູນ ແລະ ເຄືອຂ່າຍ ເປັນຕົ້ນ ເພື່ອພັດທະນາ ແລະ ອອກແບບລະບົບ ທີ່ສາມາດນຳໄປໃຊ້ຕົວຈິງໃນວຽກງານ ທັງໃນຂົງເຂດທຸລະກິດ ແລະ ວຽກງານຮັບໃຊ້ພາຍໃນອົງການຈັດຕັ້ງຕ່າງໆ.

ວິທີການຮຽນການສອນແມ່ນ ນັກສຶກສາຈະໄດ້ຮຽນຮູ້ ແລະ ສຶກສາທິດສະດີການນຳໃຊ້ຄອມພິວເຕີຂັ້ນພື້ນຖານ, ການນຳໃຊ້ໂປຣແກຣມ ແລະ ການນຳໃຊ້ລະບົບເຄືອຂ່າຍ ພາຍໃນຫ້ອງຮຽນ ແລ້ວນຳໃຊ້ສິ່ງທີ່ຮຽນມາປະຕິບັດຕົວຈິງໃນຫ້ອງທົດລອງ.ນອກນີ້, ນັກສຶກສາຍັງຈະໄດ້ລົງທັດສະນະສຶກສາຕາມສະຖານທີ່ຕ່າງໆ ເພື່ອເກັບກຳຂໍ້ມູນປະກອບເຂົ້າໃນການຂຽນບົດລາຍງານແບບກຸ່ມ. ອີກທັງນັກສຶກສາຈະໄດ້ມີໂອກາດລົງໄປຝຶກງານ ແລະ ສ້າງໂປຣແກຣມໃນຫົວຂໍ້ທີ່ນັກສຶກສາສົນໃຈ.

ຄວາມຮູ້ພື້ນຖານ ທາງດ້ານຄະນິດສາດເປັນຫຼັກ, ພາສາອັງກິດ ແລະ ການນໍາໃຊ້ຄອມພິວເຕີຂັ້ນພື້ນຖານ. ມີທັກສະ ໃນການແກ້ໄຂບັນຫາຄອມພິວເຕີຂັ້ນພື້ນຖານ. ເປັນຄົນ ມີໃຈຮັກ  ແລະ ເຫັນຄວາມສໍາຄັນຂອງ ເຕັກໂນໂລຊີ. ມີຄວາມສົນໃຈ ໃນການຊອກຮຽນຮູ້ ແລະ ອັບເດດຕົນເອງໃຫ້ທັນກັບເຕັກໂນໂລຊີໃໝ່ໆ.

ນັກສຶກສາຈະມີຄວາມເຂົ້າໃຈໃນລະບົບການເຮັດວຽກຂອງຄອມພິວເຕີ, ໂປຣແກຣມ ແລະ ຖານຂໍ້ມູນ; ຈະມີທັກສະພື້ນຖານໃນການຂຽນໂປຣແກຣມ ແລະ ສ້າງເວັບໄຊ໌; ມີຄວາມສາມາດໃນການຕິດຕັ້ງ, ການວິເຄາະ ແລະ ແກ້ໄຂບັນຫາ ແລະ ບໍາລຸງຮັກສາຄອມພິວເຕີໃນລະດັບໃດໜຶ່ງ; ແລະ ສາມາດເປັນທີ່ປຶກສາຂັ້ນພື້ນຖານກ່ຽວກັບໄອທີ.

ເປັນນັກຂຽນໂປຣແກຣມ, ພະນັກງານໄອທີ ແລະ ຜູ້ຊ່ວຍໄອທີ ໃນທຸກໆອົງກອນ ທັງພາກລັດ ແລະ ເອກະຊົນ ທີ່ເຮັດວຽກກ່ຽວກັບຂໍ້ມູນຂ່າວສານ ເຊັ່ນ: ພະແນກໄອທີຂອງກະຊວງຕ່າງໆ, ສູນອິນເຕີເນັດແຫ່ງຊາດ ຫຼື ບັນດາບໍລິສັດເອກະຊົນ ເຊັ່ນ: ທະນາຄານ ເປັນຕົ້ນ. ນອກນີ້, ຍັງສາມາດປະກອບທຸລະກິດສ່ວນຕົວ ເຊັ່ນ: ຮ້ານອິນເຕີເນດ, ຮ້ານຂາຍຄອມພິວເຕີ. 

ໝວດທິດສະດີວິຊາສະເພາະດ້ານ

  1. ພາສາໂປຣແກຣມ 1 (C Language)
  2. ພາສາໂປຣແກຣມ 2 (Java Language)
  3. ລະບົບປະຕິບັດການ
  4. ການວິເຄາະ ແລະ ການອອກແບບລະບົບ
  5. ຄອມພິວເຕີກຣາບຟິກ
  6. ລະບົບຂ່າວສານເພື່ອການບໍລິຫານ (MIS)
  7. ວິສະວະກຳຊອຟແວຣ໌ (Process & Tools)

ໝວດວິຊາພື້ນຖານວິຊາສະເພາະຫຼັກ

  1. ຊອຟແວຣ໌ນຳໃຊ້ລະດັບສູງ
  2. ຄວາມຮູ້ພື້ນຖານກ່ຽວກັບຖານຂໍ້ມູນ
  3. ລະບົບຖານຂໍ້ມູນ (ນຳໃຊ້ SQL)
  4. ອົງປະກອບ ແລະ ສະຖາປັດຕະຍະກຳຄອມພິວເຕີ
  5. ໂຄງສ້າງ ແລະ ຂັ້ນຕອນວິທີ
  6. ລະບົບຄອມພິວເຕີພື້ນຖານ

ໝວດວິຊາສະເພາະບັງຄັບ

  1. ການຂຽນໂປຣແກຣມດ້ວຍ VB.Net 1
  2. ການຂຽນໂປຣແກຣມສຳລັບໂທລະສັບມືຖື
  3. ສະຖາປັດຕະຍະກຳຊອຟແວຣ໌ (Design & Implement)
  4. ຝຶກງານ ຫຼື ເຮັດບົດໂຄງການນ້ອຍ
  5. ສຳມະນາ
  6. ການຂຽນໂປຣແກຣມຮູບແບບວັດຖຸ C++
  7. ການສື່ສານຂໍ້ມູນ ແລະ ເຄືອຂ່າຍ
  8. ສະຖິຕິພື້ນຖານ

ໝວດວິຊາສະເພາະເລືອກບັງຄັບ

  1. ການຂຽນໂປຣແກຣມດ້ວຍ VB.net 2
  2. Web Server and Technology
  3. ການຂຽນໂປຣແກຣມດ້ວຍ C#
  4. ການພັດທະນາ Web ດ້ວຍ Multimedia
  5. Windows Server Administration
  6. ການຄ້າດ້ວຍອີເລັກໂຕນິກ (E-Commerce)
  7. ການອອກແບບຖານຂໍ້ມູນດ້ວຍພາສາ SQL
  8. Web Programming
  9. Information Technology