ວິທະຍາສາດ​ຄອມ​ພິວ​ເຕີ

ວິ​ທະຍາ​ໄລ​ສຸດ​ສະກະ

ຊັ້ນສູງ 3 ປີ (ອາດ​ມີການ​ປ່ຽນ​ແປງ ​ມີ​ລະດັບ ປະລິນຍາ​ຕີ 4 ປີ)

ວິທະຍາສາດ​ຄອມ​ພິວ​ເຕີ ໝາຍເຖິງວິທະຍາສາດ​ທີ່​ສຶກສາກ່ຽວ​ກັບຄອມ​ພິວ​ເຕີ​ເຊິ່ງລວມມີ ຮາດ​ແວຣ໌, ຊອຟ​ແວຣ໌, ​ເຄືອ​ຂ່າຍ ​ແລະ ການປະຍຸກໃຊ້ຄອມ​ພິວ​ເຕີ ເຂົ້າໃນວຽກງານ​ຕ່າງໆ. ສາຂານີ້ ມີ​ຄວາມ​ສໍາຄັນ​ຫຼາຍ​ເນື່ອງ​ຈາກ​ໃນ​ປັດຈຸ​ບັນ ​ຫຼາຍໆວຽກງານ​ແມ່ນ​ໄດ້​ອາ​ໄສ​ເຕັກ​ໂນ​ໂລ​ຊີ ​ແລະ ​ຄອມ​ພິວ​ເຕີ​​​ໃຫ້​ເກີດ​ປະ​ໂຫຍ​ດຫຼາຍໆດ້ານ ​ເຊັ່ນ: ການ​ຄວບ​ຄຸມ​ລະບົບ​ຕູ້ ATM ຂອງ​ລະບົບ​ທະນາຄານ, ການ​ນໍາ​ໃຊ້ ​ໂປຣ​ແກຣມ​ ​ແທນ​ການ​ເຮັດ​ວຽກຂອງ​ຄົນ​ເຊັ່ນ ​ໂປຣແກຣມຄິດ​ໄລ່​ເງິນ​ເດືອນ ​ແລະ ອື່ນໆ. ​

ສາຂາ​ນີ້ ​ໃນ​ວິທະຍາ​ໄລ​ສຸດ​ສະ​ກະຈະ​ໄດ້ຮຽນກ່ຽວກັບ​ຄວາມ​ຮູ້​ຫຼາຍດ້ານທີ່​ກ່ຽວຂ້ອງ​ກັບ​​ເຕັກ​ໂນ​ໂລ​ຊີ ​ແລະ ຄອມ​ພິວ​ເຕີ​ຄື: ​ພື້ນຖານ​ລະບົບ​ຄອມ​ພິວ​ເຕີ ​ແລະ ການ​ສ້ອມ​ແປງ; ຮຽນກ່ຽວກັບເຄືອ​ຂ່າຍ​ເຊັ່ນ: ການ​ເຊື່ອມ​ຕໍ່ລະຫວ່າງ​ຄອມ​ພິວ​ເຕີ​ດ້ວຍ​ກັນ ​ແລະ ຄອມ​ພິວ​ເຕີ​ກັບ​ອິນ​ເຕີ​ເນັດ; ການ​ສ້າງ ​ແລະ ອອກ​ແບບ ​ໂປຣ​ແກຣມ ​ແລະ ຊອຟ​ແວຣ໌; ການ​ອອກ​ແບບກຣາບຟິກ, ຕົກ​ແຕ່ງ, ດັດ​ແປງ​ພາບ; ຮຽນພື້ນຖານກ່ຽວກັບ​ຖານ​ຂໍ້​ມູນ, ພາສາ​ຄອມ​ພິວ​ເຕີ, ການ​ອອກ​ແບບ ​ແລະ ພັດທະນາ ​ເວັບ​ໄຊ​໌.

ວິທີການສິດສອນ ລວມມີການຮຽນທັງພາກທິດສະດີ ແລະ ການປະຕິບັດຕົວຈິງ ໂດຍ​ເນັ້ນ​ໃສ່ການ​ປະຕິບັດ​ຕົວ​ຈິງ​​ ​ເນື່ອງ​ຈາກ​ສ່ວນ​ໃຫຍ່ການ​ຮຽນ​ ​ແມ່ນ​ຕ້ອງການການ​ນໍາ​ໃຊ້​ຄອມ​ພິວ​ເຕີ​ເພື່ຶອຝຶກຫັດ ​ແລະ ທົດ​ລອງ​ ໂດ​ຍອີງ​ຕາມ​ເນື້ອ​ໃນ​ຂອງ​ແຕ່​ລະວິ​ຊາ​ເຊັ່ນ: ການ​ອອກ​ແບບ ​ແລະ ສ້າງ​ເວັບ​ໄຊ​໌. ມີ​ການ​ລົງ​ຝຶກ​ງານ​ຕາມ​ອົງ​ກອນ​ທີ່​ກ່ຽວຂ້ອງ; ມີ​ການ​ຂຽນບົດ​ໂຄງການ​ຈົບ​ຊັ້ນກ່ຽວກັບ: ການສ້າງ ​ເວັບ​​ໄຊ​໌, Program, Network ​ແລະ ຊອບ​ແວຣ໌ ​ເປັນຕົ້ນ.

ມີຄວາມ​ຮູ້​ພື້ນຖານ ດ້ານວິຊາຄະນິດສາດ, ຄອມ​ພິວ​ເຕີ ​ແລະ ພາສາ​ອັງກິດ; ເປັນ​ຄົນ ​ມັກ​ການ​ການ​ປະຕິບັດ​ຕົວ​ຈິງ, ມັກ​ແກ້​ໄຂ​ບັນຫາ, ຈັດການ​ກັບ​ຂໍ້​ມູນ, ມັກຫຼິ້ນ​ເກ​ມ ແລະ ​ໃຊ້​ໂທລະສັບ​ມື​ຖື; ມີ​ຄວາມ​ສົນ​ໃຈໃນ​ ​ເຕັກ​ໂນ​ໂລ​ຊີ ​ແລະ ຄອມ​ພິວ​ເຕີ.

ສາມາດ​ສ້ອມ​ແປງ​ຄອມ​ພິວ​ເຕີ​ຂັ້ນພື້ນຖານ, ມີທັກ​ສະ​ໃນ​ການ​ອອກ​ແບບ, ສ້າງ ​ແລະ ພັດທະນາ ​ເວັບ​ໄຊ​ທ໌, ສາມາດ ສ້າງ​ໂປຣ​ແກຣມຕ່າງໆ, ທັກ​ສະ​ໃນ​ການສ້າງ, ຕົກ​ແຕ່ງ ​ພາບ​ນິ້ງ ​ແລະ ​ພາບ​ເຄື່ຶອນ​ໄຫວ; ​ສາມາດເຊື່ອມ​ຕໍ່ ​ແລະ ຄວບ​ຄຸມລະບົບເຄືອ​ຂ່າຍທັງ​ພາຍ​ໃນ ​ແລະ ນອກ​ອົງ​ກອນ.

ເປັນນັກ​ອອກ​ແບບ ​ແລະ ສ້າງ​ໂປຣ​ແກຣມ, ນັກອອກ​ແບບ ​ແລະ ພັດທະນາ ​ເວັບ​ໄຊ​໌; ​ພະນັກງານຮັບຜິດຊອບ​ ລະບົບ​ເຄືອ​ຂ່າຍ, ພະນັກງານ​ຮ້ານຂາຍ​ອຸປະກອນ​ ​ແລະ ຄອມ​ພິວ​ເຕີ, ພະນັກງານ​ຢູ່​ອົງ​ກອນຕ່າງໆທີ່​ກ່ຽວຂ້ອງ​ກັບ​ ຄອມ​ພິວ​ເຕີ ​ແລະ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ; ແລະ ປະກອບ​ທຸລະ​ກິດ​ສ່ວນ​ຕົວ​ກ່ຽວກັບ​ຄອມ​ພິວ​ເຕີ.

  1. ໄຟຟ້າ
  2. Office (Word, Excel, Power point) 
  3. Network
  4. Linux
  5. Windows Administration
  6. Graphic design
  7. Microsoft controller
  8. SQL-Server
  9. S.A.D (system analysis and design)
  10. ຖານ​ຂໍ້​ມູນ

ບ້ານ ໂພນພະເນົາ

ໂທ 021 775 222