​ເຕັກ​ນິກຄອມ​ພິວ​ເຕີ

ວິທະຍາ​ໄລ​ເຕັກນິກ​ວິຊາ​ຊີບມິດຕະພາບວຽງຈັນ-ຮ່າໂນ້ຍ

 ​ຊັ້ນ​ກາງ ​​2 ປີ (12+2) ແລະ (9+3)

​ເຕັກນິກຄອມ​ພິວ​ເຕີ ໝາຍ​ເຖິງ ຄວາມ​ຮູ້ ​ແລະ ວິທີ​ການ ຕ່າງໆ ທີ່​ກ່ຽວຂ້ອງ​ກັບ ການ​ສ້ອມ​ແປງ ​ແລະ ນໍາ​ໃຊ້ ຄອມ​ພິວ​ເຕີ​ຂັ້ນພື້ນຖານ. ​ເຄື່ອງ ຄອມ​ພິວ​ເຕີ  ​ໄດ້​ຖືກ​ນໍາ​ໃຊ້​ຢ່າງ​ກວ້າງຂວາງ​ ທັງ​ໃນ​ວຽກງານ​​ຫ້ອງການ ​ແລະ ການ​ນໍາ​ໃຊ້​ເພື່ອ​ຈຸດປະສົງ​ສ່ວນ​ຕົວ ອື່ນໆ ຈຶ່ງ​ເຮັດ​ໃຫ້​ມັນ​ມີ​ບົດບາດ​ໃນ​ຊີວິດ​ປະ​ຈໍາ​ວັນ​ນັບ​ມື້ນັບ​ຫຼາຍຂຶ້ນ. ສະ​ນັ້ນ ຄວາມ​ຮູ້​ດ້ານ​ເຕັກນິກ​ຄອມ​ພິວ​ເຕີ ຈຶ່ງ​ເປັນ​ສິ່ງ​ທີ່​ຈໍາ​ເປັນ ​ໂດຍ​ສະ​ເພາະ​ກໍ່​ແມ່ນ​ການ​ນໍາ​ໃຊ້​ຄອມ​ພິວ​ເຕີ​ຢ່າງ​ຖືກ​ວິທີ ​ແລະ ການ​ແກ້​ໄຂ​ບັນຫາ​ຄອມ​ພິວ​ເຕີ​ໃນ​ຂັ້ນ​ເບື້ອງຕົ້ນ.

ສາຂານີ້ສຶກສາ ຄວາມ​ຮູ້​ພື້ນຖານ​ກ່ຽວກັບ​ຄອມ​ພິວ​ເຕີ ​ເປັນຕົ້ນ​ແມ່ນ ​ໂຄງ​ສ້າງ ​ແລະ ອຸປະກອນຕ່າງໆຂອງຄອມພິວເຕີ (Hardware); ການ​ຕິດຕັ້ງຄອມ​ພິວ​ເຕີ ​ແລະ ຊອຟ​ແວຣ໌; ການ​ເຊື່ອມ​ຕໍ່​ອຸປະກອນ, ​ເຄືອ​ຂ່າຍຄອມ​ພິວ​ເຕີ ​ແລະ ອິນ​ເຕີ​ເນັດ; ລະບົບປະຕິບັດ​ການເຊັ່ນ ລະບົບ OS (Operating System); ​ການ​ບໍາລຸງ​ຮັກສາຄອມ​ພິວ​ເຕີ; ຮຽນອາການ ​ແລະ ສາ​ເຫດ​ຂອງ​ບາງ​ບັນ​ຫາ​ຂອງ​ຄອມ​ພິວ​ເຕີ; ການ​ແກ້​ໄຂ​ບັນຫາ​ຄອມ​ພິວ​ເຕີ ​ແລະ ການສ້ອມ​ແປງ​ຄອມ​ພິວ​ເຕີພື້ນຖານ.

ສາຂານີ້ສຶກສາ ຄວາມ​ຮູ້​ພື້ນຖານ​ກ່ຽວກັບ​ຄອມ​ພິວ​ເຕີ ​ເປັນຕົ້ນ​ແມ່ນ ​ໂຄງ​ສ້າງ ​ແລະ ອຸປະກອນຕ່າງໆຂອງຄອມພິວເຕີ (Hardware); ການ​ຕິດຕັ້ງຄອມ​ພິວ​ເຕີ ​ແລະ ຊອຟ​ແວຣ໌; ການ​ເຊື່ອມ​ຕໍ່​ອຸປະກອນ, ​ເຄືອ​ຂ່າຍຄອມ​ພິວ​ເຕີ ​ແລະ ອິນ​ເຕີ​ເນັດ; ລະບົບປະຕິບັດ​ການເຊັ່ນ ລະບົບ OS (Operating System); ​ການ​ບໍາລຸງ​ຮັກສາຄອມ​ພິວ​ເຕີ; ຮຽນອາການ ​ແລະ ສາ​ເຫດ​ຂອງ​ບາງ​ບັນ​ຫາ​ຂອງ​ຄອມ​ພິວ​ເຕີ; ການ​ແກ້​ໄຂ​ບັນຫາ​ຄອມ​ພິວ​ເຕີ ​ແລະ ການສ້ອມ​ແປງ​ຄອມ​ພິວ​ເຕີພື້ນຖານ.

​ຄວາມ​ຮູ້ພື້ນຖານ​ດ້ານ ຄະນິດສາດ, ພາສາ​ອັງກິດ ​ແລະ ຄອມ​ພິວ​ເຕີ​ພື້ນຖານ; ເປັນ​ຄົນ ຊ່າງ​ສັງ​ເກດ,​ໃສ່​ໃຈ​ໃນ​ລາຍ​ລະອຽດ ​ແລະ ມັກ​ສ້ອມ​ແປງ​ເຄື່ອງມື, ອຸປະກອນ ຫຼື ​ເຄື່ອງ ​ອີ​ເລັກ​ໂຕນິກ; ມີ​ທັກ​ສະ​ ໃນ​ການ​ແກ້​ໄຂ​ບັນຫາ; ​ແລະ ມີຄວາມສົນໃຈ ​ໃນ​ການ​ເຮັດ​ວຽກຂອງຄອມ​ພິວ​ເຕີ, ​ເຕັກ​ໂນ​ໂລ​ຊີ, ຂໍ້​ມູນ​ຂ່າວສານ ​ແລະ ​ເຄື່ອງ​ອີ​ເລັກ​ໂຕນິກຕ່າງໆ.   

ມີ​ຄວາມ​ຮູ້ ​ແລະ ທັກ​ສະ ​ໃນ​ການ​ປະກອບ​ຕິດຕັ້ງ, ບໍາລຸງ​ຮັກສາ, ສ້ອມ​ແປງ ທັງ ​ເຄື່ອງ​ຄອມ​ພິວ​ເຕີ, ອຸປະກອນ​ຄອມ​ພິວ​ເຕີ ​ແລະ ຊອຟ​ແວຣ໌ ຂອງ​ເຄື່ອງ​ຄອມ​ພິວ​ເຕີ; ສາມາດອອກ​ແບບ​ຕິດຕັ້ງ ​ແລະ ບໍລິຫານ​ຕາ​ໜ່າງ​ຄອມ​ພິວ​ເຕີ ຂະໜາດນ້ອຍ ​ແລະ ຂະ  ໜາດກາງ; ​ແລະ ສາມາດ​ຕິດຕັ້ງ ​ແລະ ບັນຊາ​ລະບົບ​ເຄື່ອງຈັກທີ່​ຄວບ​ຄຸມ​ດ້ວຍ​ຄອມ​ພິວ​ເຕີ.

ນັກ​ສຶກສາ ສາມາດປະກອບອາຊີບ​ເປັນ​ ພະນັກງານ​ທາງ​ດ້ານ​ເຕັກນິກ​ຄອມ​ພິວ​ເຕີ ຕາມ​ຫ້ອງການ​ຕ່າງໆ ​ເປັນ​ຕົ້ນ​ແມ່ນ ບໍລິສັດ​​ໂທລະ​ຄົມມະນາຄົມ ​ແລະ ຫ້ອງການ​ອື່ນໆທີ່​ກ່ຽວຂ້ອງ​ກັບ​ຄອມ​ພິວ​ເຕີ ​ແລະ ​ເຄືອ​ຂ່າຍ. ​ນອກຈາກ​ນີ້ ຍັງສາມາດປະກອບອາຊີບເປັນອາຈານສອນ​ໃນ​ສາຂາ​ທີ່​ກ່ຽວຂ້ອງ ແລະ ເປີດທຸລະກິດເປັນຂອງຕົນເອງ.

  1. ມະນຸດ​ສໍາພັນ
  2. ພາສາ​ອັງກິດ​ທົ່ວ​ໄປ
  3. ພາສາ​ຫວຽດນາມ
  4. ​ຝຶກ​ພິມ
  5. ພື້ນຖານ​ຊ່າງ​ໄຟຟ້າ
  6. ຄອມ​ພິວ​ເຕີ​ພື້ນຖານ
  7. ຄອມ​ພິວ​ເຕີ​ຫ້ອງການ
  8. ​ອີ​ເລັກ​ໂຕນິກພື້ນຖານ
  9. ເລີ່ມຕົ້ນທຸລະກິດ SYB
  10. ອານ​ກໍຣິດ-ປາດສການ
  11. ໂຄງ​ສ້າງ​ຄອມ​ພິວ​ເຕີ
  12. Programming
  13. ປະກອບຕິດຕັ້ງ PC
  14. ເຕັກນິກ​ດິຈິ​ຕອລ
  15. ລະບົບ​ປະຕິບັດ​ການ
  16. ຖານ​ຂໍ້​ມູນ
  17. ຄອມ​ພິວ​ເຕີ​ຫ້ອງການ
  18. ເຄືອຂ່າຍຄອມພິວເຕີ – ອິນເຕີເນັດ
  19. ທົດ​ລອງ​ໄຟຟ້າ-ອີ​ເລັກ​ໂຕນິກ
  20. ບໍາລຸງ​ຮັກສາ​ຈໍ​ພາບ
  21. ອຸປະກອນ​ເຊື່ອມ​ຕໍ່ຄອມ​ພິວ​ເຕີ
  22. ອອກ​ແບບ​ເວັບ​ໄຊ໌
  23. ຂໍ້​ມູນ​ຂ່າວສານ​ເພື່ອ​ການ​ບໍລິຫານ
  24. ກຣາບຟິກດີ​ຊາຍ 
  25. ​