ເຕັກນິກຄອມພິວເຕີ

ວິທະຍາໄລເຕັກນິກວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ

 ຊັ້ນກາງ ​​2 ປີ (12+2) ແລະ (9+3)

ເຕັກນິກຄອມພິວເຕີ ໝາຍເຖິງ ຄວາມຮູ້ ແລະ ວິທີການ ຕ່າງໆ ທີ່ກ່ຽວຂ້ອງກັບ ການສ້ອມແປງ ແລະ ນໍາໃຊ້ ຄອມພິວເຕີຂັ້ນພື້ນຖານ. ເຄື່ອງ ຄອມພິວເຕີ  ໄດ້ຖືກນໍາໃຊ້ຢ່າງກວ້າງຂວາງ ທັງໃນວຽກງານ​​ຫ້ອງການ ແລະ ການນໍາໃຊ້ເພື່ອຈຸດປະສົງສ່ວນຕົວ ອື່ນໆ ຈຶ່ງເຮັດໃຫ້ມັນມີບົດບາດໃນຊີວິດປະຈໍາວັນນັບມື້ນັບຫຼາຍຂຶ້ນ. ສະນັ້ນ ຄວາມຮູ້ດ້ານເຕັກນິກຄອມພິວເຕີ ຈຶ່ງເປັນສິ່ງທີ່ຈໍາເປັນ ໂດຍສະເພາະກໍ່ແມ່ນການນໍາໃຊ້ຄອມພິວເຕີຢ່າງຖືກວິທີ ແລະ ການແກ້ໄຂບັນຫາຄອມພິວເຕີໃນຂັ້ນເບື້ອງຕົ້ນ.

ສາຂານີ້ສຶກສາ ຄວາມຮູ້ພື້ນຖານກ່ຽວກັບຄອມພິວເຕີ ເປັນຕົ້ນແມ່ນ ໂຄງສ້າງ ແລະ ອຸປະກອນຕ່າງໆຂອງຄອມພິວເຕີ (Hardware); ການຕິດຕັ້ງຄອມພິວເຕີ ແລະ ຊອຟແວຣ໌; ການເຊື່ອມຕໍ່ອຸປະກອນ, ເຄືອຂ່າຍຄອມພິວເຕີ ແລະ ອິນເຕີເນັດ; ລະບົບປະຕິບັດການເຊັ່ນ ລະບົບ OS (Operating System); ການບໍາລຸງຮັກສາຄອມພິວເຕີ; ຮຽນອາການ ແລະ ສາເຫດຂອງບາງບັນຫາຂອງຄອມພິວເຕີ; ການແກ້ໄຂບັນຫາຄອມພິວເຕີ ແລະ ການສ້ອມແປງຄອມພິວເຕີພື້ນຖານ.

ສາຂານີ້ສຶກສາ ຄວາມຮູ້ພື້ນຖານກ່ຽວກັບຄອມພິວເຕີ ເປັນຕົ້ນແມ່ນ ໂຄງສ້າງ ແລະ ອຸປະກອນຕ່າງໆຂອງຄອມພິວເຕີ (Hardware); ການຕິດຕັ້ງຄອມພິວເຕີ ແລະ ຊອຟແວຣ໌; ການເຊື່ອມຕໍ່ອຸປະກອນ, ເຄືອຂ່າຍຄອມພິວເຕີ ແລະ ອິນເຕີເນັດ; ລະບົບປະຕິບັດການເຊັ່ນ ລະບົບ OS (Operating System); ການບໍາລຸງຮັກສາຄອມພິວເຕີ; ຮຽນອາການ ແລະ ສາເຫດຂອງບາງບັນຫາຂອງຄອມພິວເຕີ; ການແກ້ໄຂບັນຫາຄອມພິວເຕີ ແລະ ການສ້ອມແປງຄອມພິວເຕີພື້ນຖານ.

ຄວາມຮູ້ພື້ນຖານດ້ານ ຄະນິດສາດ, ພາສາອັງກິດ ແລະ ຄອມພິວເຕີພື້ນຖານ; ເປັນຄົນ ຊ່າງສັງເກດ,ໃສ່ໃຈໃນລາຍລະອຽດ ແລະ ມັກສ້ອມແປງເຄື່ອງມື, ອຸປະກອນ ຫຼື ເຄື່ອງ ອີເລັກໂຕນິກ; ມີທັກສະ ໃນການແກ້ໄຂບັນຫາ; ແລະ ມີຄວາມສົນໃຈ ໃນການເຮັດວຽກຂອງຄອມພິວເຕີ, ເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ເຄື່ອງອີເລັກໂຕນິກຕ່າງໆ.   

ມີຄວາມຮູ້ ແລະ ທັກສະ ໃນການປະກອບຕິດຕັ້ງ, ບໍາລຸງຮັກສາ, ສ້ອມແປງ ທັງ ເຄື່ອງຄອມພິວເຕີ, ອຸປະກອນຄອມພິວເຕີ ແລະ ຊອຟແວຣ໌ ຂອງເຄື່ອງຄອມພິວເຕີ; ສາມາດອອກແບບຕິດຕັ້ງ ແລະ ບໍລິຫານຕາໜ່າງຄອມພິວເຕີ ຂະໜາດນ້ອຍ ແລະ ຂະ  ໜາດກາງ; ແລະ ສາມາດຕິດຕັ້ງ ແລະ ບັນຊາລະບົບເຄື່ອງຈັກທີ່ຄວບຄຸມດ້ວຍຄອມພິວເຕີ.

ນັກສຶກສາ ສາມາດປະກອບອາຊີບເປັນ ພະນັກງານທາງດ້ານເຕັກນິກຄອມພິວເຕີ ຕາມຫ້ອງການຕ່າງໆ ເປັນຕົ້ນແມ່ນ ບໍລິສັດ​​ໂທລະຄົມມະນາຄົມ ແລະ ຫ້ອງການອື່ນໆທີ່ກ່ຽວຂ້ອງກັບຄອມພິວເຕີ ແລະ ເຄືອຂ່າຍ. ນອກຈາກນີ້ ຍັງສາມາດປະກອບອາຊີບເປັນອາຈານສອນໃນສາຂາທີ່ກ່ຽວຂ້ອງ ແລະ ເປີດທຸລະກິດເປັນຂອງຕົນເອງ.

  1. ມະນຸດສໍາພັນ
  2. ພາສາອັງກິດທົ່ວໄປ
  3. ພາສາຫວຽດນາມ
  4. ຝຶກພິມ
  5. ພື້ນຖານຊ່າງໄຟຟ້າ
  6. ຄອມພິວເຕີພື້ນຖານ
  7. ຄອມພິວເຕີຫ້ອງການ
  8. ອີເລັກໂຕນິກພື້ນຖານ
  9. ເລີ່ມຕົ້ນທຸລະກິດ SYB
  10. ອານກໍຣິດ-ປາດສການ
  11. ໂຄງສ້າງຄອມພິວເຕີ
  12. Programming
  13. ປະກອບຕິດຕັ້ງ PC
  14. ເຕັກນິກດິຈິຕອລ
  15. ລະບົບປະຕິບັດການ
  16. ຖານຂໍ້ມູນ
  17. ຄອມພິວເຕີຫ້ອງການ
  18. ເຄືອຂ່າຍຄອມພິວເຕີ – ອິນເຕີເນັດ
  19. ທົດລອງໄຟຟ້າ-ອີເລັກໂຕນິກ
  20. ບໍາລຸງຮັກສາຈໍພາບ
  21. ອຸປະກອນເຊື່ອມຕໍ່ຄອມພິວເຕີ
  22. ອອກແບບເວັບໄຊ໌
  23. ຂໍ້ມູນຂ່າວສານເພື່ອການບໍລິຫານ
  24. ກຣາບຟິກດີຊາຍ