ກໍ່ສ້າງ ແລະ ເຄຫາສະຖານ, ພາກວິຊາອຸດສາຫະກໍາ

ວິທະຍາໄລເຕັກນິກປາກປາສັກ

 

ຫຼັກສູດຊັ້ນສູງ 3 ປີ 12+2+1 , ຊັ້ນກາງ ​12 + 2

 

ກໍ່ສ້າງ ແລະ ເຄຫາສະຖານແມ່ນ ການປຸກສ້າງ ແລະ ການພັດທະນາອາຄານທີ່ຢູ່ອາໄສ ​ເຊິ່ງລວມ​ເອົາບັນດາວິທີ ແລະ ຂັ້ນຕອນ ຂອງການສ້າງອາຄານໃຫ້ມີປະສິດທິພາບ, ການອອກແບບອາຄານ, ການຄິດໄລ່ປະລິມານແຮງງານ ແລະ ຊັບພະຍາກອນ ເຂົ້າໃນ ການກໍ່ສ້າງ ແລະ ພັດທະນາບັນດາຕຶກອາຄານຕ່າງໆ. ກໍ່ສ້າງ ແລະ ເຄຫາສະຖານ ມີຄວາມສໍາຄັນໃຫ້ແກ່ການພັດທະນາບຸກຄະລາ ກອນໃຫ້ມີຄວາມຮູ້ ແລະ ຄວາມສາມາດ ເປັນຊ່າງສະເພາະດ້ານ​ໃນການປຸກສ້າງບັນດາອາຄານໃຫ້ໄດ້ຄຸນນະພາບ ແລະ ມີມາດຕະ ຖານ. 

ຮຽນກ່ຽວກັບ ການບໍລິຫານແຜນດໍາເນີນການກໍ່ສ້າງຂັ້ນພື້ນຖານ ໃນນັ້ນລວມມີ ການປະເມີນໄລຍະເວລາຂອງການກໍ່ສ້າງ, ວິທີ ການປະເມີນມູນຄ່າທີ່ໃຊ້ເຂົ້າໃນການກໍ່ສ້າງ, ການຄິດໄລ່ພື້ນຖານດ້ານແຮງຮັບຂອງໂຄງສ້າງອາຄານເພື່ອວັດແທກຫາຄວາມທົນ ທານຂອງອາຄານ ​ແລະ ຮຽນການແຕ້ມແບບອາຄານ. ນອກນີ້, ວິຊາກໍ່ສ້າງເຄຫາສະຖານຍັງໄດ້ຮຽນກ່ຽວກັບສະມັດຕະພາບທາງ ດ້ານສີມືໃນການປຸກສ້າງອາຄານ ເຊັ່ນ: ການສ້າງໂຄງຮ່າງອາຄານ ​ແລ​ະ ການປູພື້ນຮອງຮັບອາຄານ. ​   



ການສິດສອນສໍາຫຼັບຊັ້ນກາງ ການບັນລະຍາຍທາງທິດສະດີຈະໜ້ອຍກວ່າການປະຕິບັດຕົວຈິງຄື ທິດ​ສະ​ດີ 40% ​ແລະ ປະຕິບັດ ຕົວ​ຈິງ 60%; ຊັ້ນສູງ ທິດ​ສະ​ດີ 60% ​ແລະ ປະຕິບັດຕົວຈິງ 40%. ໃນການປະຕິບັດຕົວຈິງ ນັກສຶກສາຈະໄດ້ລົງປະຕິບັດບັນ ດາວິທີພຶ້ນຖານໃນແຕ່ລະຂັ້ນຕອນກໍ່ສ້າງ ເຊັ່ນ: ການກໍ່ຝາ, ການໂບກຝາ, ໂບກຄານ, ທາສີ, ປູພື້ນ ແລະ ອື່ນໆ. ນອກນັ້ນ, ນັກສຶກ ສາຍັງຈະໄດ້ມີການຝຶກງານ ວຽກງານ​ກໍ່ສ້າງ​ຕົວ​ຈິງ ແລະ ​ເປັນຜູ້ຊ່ວຍດ້ານການບໍລິຫານໂຄງການກໍ່ສ້າງ.



ຄວາມ​ຮູ້​ພື້ນຖານ ວິຊາ ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ. ມີຄວາມມັກ ແລະ ສົນໃຈຕໍ່ການ ກໍ່ສ້າງ ແລະ ພັດທະນາ ຕຶກອາຄານ. ເປັນຄົນມີຄວາມຫ້າວຫັນໃນການເຮັດວຽກການກໍ່ສ້າງ ​ແລະ ສຸຂະພາບແຂງແຮງດີ ຍ້ອນວ່າ ສາຂານີ້ ມີ​ທັງ​ການ​ເຮັດ ວຽກໃນ​ຫ້ອງການ ​ແລະ ລົງ​ພາກ​ສະໜາມ. 



ພາຍຫຼັງຮຽນຈົບ, ນັກສຶກສາ ຈະສາມາດຮູ້ໄດ້ເຖິງ ບັນດາວິທີ ແລະ ຂັ້ນຕອນຕ່າງໆ​ໃນການປຸກສ້າງອາຄານ​; ມີ​ຄວາມ​ຮູ້​ກ່ຽວກັບ ການ​ບໍລິຫານ​ການກໍ່ສ້າງ; ມີສະມັດຕະພາບທາງດ້ານສີມືໃນການປຸກສ້າງອາຄານໃຫ້ໄດ້ມາດຕະຖານທີ່ດີ ​ແລະ ປອດ​ໄພ. ນອກ ຈາກນັ້ນ, ນັກສຶກສາຍັງຈະສາມາດ ແຕ້ມແບບພື້ນຖານຂອງອາຄານ ກ່ອນການກໍ່ສ້າງຕົວຈິງໄດ້ ອີກດ້ວຍ.



ພາຍຫຼັງຈົບການສຶກສາ, ນັກສຶກສາສາມາດປະກອບອາຊີບ ເປັນຊ່າງກໍ່ສ້າງ, ເປັນນັກວິຊາການ ​ແລະ ເປັນຜູ້ຊ່ວຍດ້ານການບໍລິຫານ ໂຄງການກໍ່ສ້າງ;​ ເປັນຜູ້ຄຸມງານກໍ່ສ້າງດ້ານພາກສະໜາມ ແລະ ເປັນຜູ້ຮັບເໝົາກໍ່ສ້າງ. ນອກນັ້ນ, ຍັງສາມາດປະກອບອາຊີບເປັນ ອາຈານສອນໃນບັນດາວິຊາສະເພາະທີ່ກ່ຽວຂ້ອງ ໄດ້ອີກດ້ວຍ.  

 

  1. ທຸລະກິດພື້ນຖານ (KAB)
  2. ໄຟຟ້າພື້ນຖານ
  3. ວັດສະດຸການຊ່າງ
  4. ພື້ນຖານເຕັກນິກ
  5. ເລກຊ່າງ
  6. ຄວາມປອດໄພ
  7. ແຕ້ມແບບພື້ນຖານ
  8. ຈັນຍາບັນຊ່າງ
  9. ວິທະຍາການກໍ່ສ້າງ
  10. ຈັດຕັ້ງຄຸ້ມຄອງການກໍ່ສ້າງ
  11. ກົນຈັກການກໍ່ສ້າງ
  12. ເບຕົງ​ເສີມເຫຼັກ
  13. ຄວາມທົນທານວັດຖຸ
  14. ປະເມີນລາຄາ
  15. ສໍາຫຼວດວັດແທກ
  16. ແຕ້ມແບບເຕັກນິກ
  17. Auto CAD
  18. Microsoft Office
  19. ບັນຊີທົ່ວໄປ
  20. ຈັດສວນໄມ້ປະດັບ