ການ​ປຸງ​ແຕ່ງອາຫານ ​ແລະ ​ເຄື່ອງ​ດື່ມ 









ສະ​ຖາ​ບັນ​ການທ່ອງທ່ຽວ ​ແລະ ການ​ໂຮງ​ແຮມ​ແຫ່ງ​ຊາດ​



ຫຼັກສູດຊັ້ນ​ກາງ 2 ປີ



ການ​ປຸງ​ແຕ່ງອາຫານ ​ແລະ ​ເຄື່ອງ​ດື່ມໝາຍເຖິງຮູບແບບການປຸງ​ແຕ່ງອາຫານ ​ແລະ ​ເຄື່ອງ​ດື່ມ ​ເພື່ອ​ຕອບສະ​ໜອງ​ໃຫ້ແກ່ ຂະແໜງການທ່ອງທ່ຽວ, ​​ໂຮງ​ແຮມ ​ແລະ ຮ້ານ​ອາຫານ.  ສາຂາ​ນີ້ ມີຄວາມສໍາຄັນ ຕໍ່ການພັດທະນາ​ອຸດສາຫະກຳ​ການທ່ອງ ທ່ຽວ​ ​ທາງ​ດ້ານ​ອາຫານ ​ແລະ ​ເຄື່ອງ​ດື່ມ ​ໃຫ້​ມີ​ຄວາມ​ຫຼາກ​ຫຼາຍ ແລະ ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ ໂດຍເນັ້ນໃສ່ການບໍລິການທີ່ສະ​ອາດ ແລະ ຖືກ​ຫຼັກ​ອະນາ​ໄມ ​ຕາມມາດຕະຖານ​ສາກົນ.   

 

ສາຂານີ້ ຮຽນກ່ຽວກັບ ວິທີ ​ແລະ ສູດ​ການ​ປຸງ​ແຕ່ງ​ອາຫານ ​ແລະ ​ເຄື່ອງ​ດື່ມປະ​ເພດ​ຕ່າງໆ​, ການ​ກວດກາຄຸນ​ນະພາ​ບອາຫານ ​ແລະ ​ເຄື່ອງ​ດື່ມ; ຄວາມ​ຮູ້​ພື້ນຖານດ້ານການທ່ອງທ່ຽວ ​ແລະ ​ໂຮງ​ແຮມ. ນອກ​ນັ້ນ, ​ນັກ​ສຶກສາ​ຍັງ​ຈະ​ໄດ້​ຮຽນກ່ຽວ​ກັບ ການ​ສື່ສານ ແລະ ການຕິດຕໍ່ພົວພັນກັບຜູ້ໃຊ້ບໍລິການ, ການ​ບໍລິການ​ລູກ​ຄ້າ,​ ການ​ບໍລິການດ້ານການຕະຫຼາດ, ການ​ນຳ​ໃຊ້​ຄອມ​ພິວ​ເຕີ​ພື້ນຖານ, ​ຝຶກ​ພາສາ​ອັງກິດ​ສຳລັບ​ການ​ບໍລິການ ແລະ ການ​ຄິດ​ໄລ່​​ໃນ​ຂະ​ແໜງ​ການ​ທ່ອງທ່ຽວ​ ​ແລະ ​ໂຮງ​ແຮມ. 

 

ການສິດສອນຂອງ ສາຂານີ້ ມີທັງການບັນລະຍາຍທາງທິດສະດີໃນຫ້ອງຮຽນ ​ແລະ ລົງມືປະຕິບັດ​ຕົວ​ຈິງ ​ໂດຍມີການນໍາພາ ຈາກຄູ​ອາຈານ ໃນການເຮັດບົດຝຶກຫັດ ແລະ ການ​ຝຶກ​ປະຕິບັດ​ຕົວ​ຈິງໃນການປຸງແຕ່ງອາຫານ ແລະ ເຄື່ອງດື່ມ. ນອກນັ້ນ, ນັກສຶກສາຍັງ​ຈະໄດ້​ເຮັດການຄົ້ນຄວ້າ​ເປັນ​ກຸ່ມ, ຊອກ​ຂໍ້​ມູນ​ຜ່ານ​ອິນ​ເຕີ​ເນັດ ​ແລະ ລົງ​ຝຶກ​ງານ​ໃນ​ສະຖານ​ທີ່​ໆ ໃຫ້​ການບໍລິການ​ດ້ານການທ່ອງ​ທ່ຽວ ​ແລະ ​ໂຮງ​ແຮມ​. 



ຄວາມຮູ້​ພື້ນຖານ ​ດ້ານການປຸງແຕ່ງອາຫານ ເປັນຫຼັກ. ເປັນຄົນມີ​ຄວາມ​ຄິດ​ສ້າງສັນ, ມັກ​ລອງ​ປຸງ​ແຕ່ງອາຫານ ​ແລ​ະ ​ເຄື່ອງ​ດື່ມ​ສູດ​ໃໝ່ໆ, ມັກຄວາມສະອາດ, ມີຄວາມປານີດ, ຊ່າງສັງເກດ ແລະ ເກັບ​ກຳ​ລາຍ​ລະອຽດໄດ້ດີ.  ມີຄວາມ​ມັກເປັນພິເສດ ດ້ານ​ສິລະ​ປະການ​ປຸງ​ແຕ່ງອາຫານ ​ແລະ ​ເຄື່ອງ​ດື່ມ ແລະ ມີຄວາມສົນໃຈໃນດ້ານ​ການ​ໃຫ້ບໍລິການ.  



ສາມາດ​ປຸງ​ແຕ່ງອາຫານ ​ແລ​ະ ​ເຄື່ອງດື່ມສູດ​ຕ່າງໆ, ມີ​ພື້ນຖານ​ໃນ​ການ​ປະຍຸກ ​ແລະ ຄິດ​ຄົ້ນ​ສູດ​ອາຫານ ​ແລະ ​ເຄື່ອງ​ດື່ມ​​ໃໝ່ໆ. ມີ​ທັກ​ສະ​ໃນ​ການ​ໃຫ້​ບໍລິການ ເປັນຕົ້ນແມ່ນ ດ້ານ​ການທ່ອງທ່ຽວ ​ແລະ ​ໂຮງ​ແຮມ, ​ທັກ​ສະ​ໃນ​ການ​ສື່ສານ​ຢ່າງ​ມີ​ປະສິດທິພາບ, ມີ​ຄວາມ​ຮູ້​ພື້ນຖານ​ໃນ​ການ​ນຳ​ໃຊ້​ຄອມ​ພິວ​ເຕີ ​ແລະ ພາສາ​ອັງກິດ​ສຳລັບ​ການ​ໃຫ້​ບໍລິການທ່ອງ​ທ່ຽວ ​ແລະ ​ໂຮງ​ແຮມ.​ 

 

ເປັນພໍ່ຄົວ​/​ແມ່ຄົວ​ຕາມ​ຮ້ານ​ອາຫານ​, ໂຮງ​ແຮມ ​ແລະ ພັດ​ຕະຄານ​ຕ່າງໆ; ສາມາດ​ເປີດຮ້ານ​ອາຫານ ​ແລະ ຮ້ານ​ບັນ​ເທີງຕ່າງ​ໆ ທີ່​ໃຫ້​ບໍລິການ​ອາຫານ ​ແລະ ​ເຄື່ອງ​ດື່ມ ເປັນຂອງຕົນເອງ;​ ສາມາດ​ເປັນ​ຜູ້​ພັດທະນາ​ສູດ​ອາຫານ ​ແລະ ​ເຄື່ອງ​ດື່ມ; ​​ເປັນ​ນັກ​ຂຽນ ​ປຶ້​ມສູດ​ອາຫານ ​ແລະ ​ເຄື່ອງ​ດື່ມ ແລະ ເປັນອາຈານ​ສອນ​ປຸງ​ແຕ່ງອາຫານ ​ແລະ ​ເຄື່ອງ​ດື່ມ. 

 

ຄວາມຮູ້​ພື້ນຖານ​ກ່ຽວກັບ​ການທ່ອງທ່ຽວ ​ແລະ ​ໂຮງ​ແຮມ

ພາສາ​ອັງກິດ​ສໍາ​ລັບ​ການທ່ອງທ່ຽວ

ທັກ​ສະການ​ສື່ສານ​ຢ່າງ​ມື​ອາຊີບ

ຄອມ​ພິວ​ເຕີ

ການ​ບໍລິການ​ລູກ​ຄ້າ

ຄວາມ​ຮູ້​ພື້ນຖານ​ກ່ຽວກັບ​ການ​ປຸງ​ແຕ່ງອາຫານ

ຄວາມ​ຮູ້​ພື້ນຖານ​ກ່ຽວກັບການ​ບໍລິການ​ອາຫານ ​ແລະ ​ເຄື່ອງ​ດື່ມ

ການ​ແກ້​ໄຂ​ບັນຫາ

ຄວາມ​ຮູ້​ພື້ນຖານ​ກ່ຽວກັບການ​ບໍລິຫານ

ປຸງ​ແຕ່ງ

ການ​ຄິດ​ໄລ່​ໃນ​ຂະ​ແໜງການທ່ອງທ່ຽວ ​ແລະ ​ໂຮງ​ແຮມ

ຄວາມ​ຮູ້​ພື້ນຖານ​ກ່ຽວກັບ​ການ​ຕະຫຼາດ

ການ​ປະກອບ​ທຸລະ​ກິດ



ສະຖານທີ່ : ວິທະຍາເຂດ ວິທະຍາໄລເຕັກນິກປາກປ່າສັກ

ນະຄອນຫຼວງວຽງຈັນ, ໂທ : 021 263172