ກົດໝາຍອາຍາ

ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລ ແຫ່ງຊາດລາວ

ຫຼັກສູດປະລິນຍາຕີ 4 ປີ

ກົດໝາຍອາຍາ ແມ່ນກົດໝາຍ​ທີ່ມີໜ້າ​ທີ່ປົກ​ປັກ​ຮັກສາລະບອບການເມືອງ, ເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ, ກຳມະສິດ​ຂອງ​ລັດ, ລວມໝູ່ ​ແລະ ​ເອກະ​ຊົນ. ກົດໝາຍດັ່ງກ່າວ ມີຄວາມສໍາຄັນຫຼາຍຕໍ່ກັບ ການພັດທະນາໃນ ຂົງເຂດວຽກງານ ຍຸດຕິທໍາ ​ໂດຍ​ສະ​ເພາະ​ແມ່ນການແກ້ໄຂຂໍ້​ຂັດ​ແຍ້​ງທີ່​ແຕະຕ້ອງ​ເຖິງສິດ​ເສລີພາບ ແລະ ຜົນປະໂຫຍດ ອັນຊອບທໍາຂອງພົນລະເມືອງທຸກຄົນ, ຄວາມສະຫງົບຂອງ​ຊາດ ​ແລະ ຄວາມເປັນລະບຽບຮຽບຮ້ອຍ​ໃນສັງຄົມ.

ນັກສຶກສາຈະໄດ້ຮຽນຮູ້ກ່ຽວກັບໜ້າທີ່ຂອງກົດໝາຍອາຍາ ​ແລະ ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ດັ່ງກ່າວ​ເຊິ່ງລວມມີ​ການວິ​ເຄາະ ອົງປະກອບທີ່ກໍ່​​ໃຫ້ການກະທໍາຜິດທາງອາຍາ, ​ການກໍານົດໂທດ ແລະ ຂັ້ນຕອນຂອງການດໍາເນີນຄະດີທາງອາຍາ.  ນອກນັ້ນ, ນັກສຶກສາຍັງຈະໄດ້ຮູ້ກ່ຽວກັບພາລະ​ບົດບາດ​ຂອງ​ອົງການ​ທີ່ມີສິດອໍານາດ​ໃນ​ການ​ດຳ​ເນີນ​ຄະດີອາຍາ​ເຊັ່ນ: ສານປະຊາຊົນ, ໄອຍະການປະຊາຊົນ, ອົງການສືບສວນສອບສວນຂອງເຈົ້າໜ້າທີ່, ຕໍາຫຼວດ, ທະຫານ, ພາສີ ແລະ ປ່າໄມ້ອິກດ້ວຍ.

ການສິດສອນ ປະກອບ​ມີການບັນລະຍາຍທາງດ້ານທິດສະດີ ແລະ ສຶກສາຈາກເຫດການຕົວຈິງທີ່​ເກີດ​ຂຶ້ນ​ໃນສັງຄົມ, ມີການຕັ້ງ​ບັນຫາເພື່ອໃຫ້ນັກສຶກສາຄົ້ນຄວ້າ ແລະ ສົນທະນາເປັນກຸ່ມ​ໂດຍ​ນຳ​ໃຊ້​ທິດ​ສະ​ດີ​ເຂົ້າ​ໃນ​ການ​ວິ​ເຄາະ​ບັນ​ຫາ​ດັ່ງກ່າວແລ້ວ ນໍາສະເໜີ ທັດສະນະຂອງນັກສຶກສາ. ນອກນັ້ນ, ຍັງມີການທັດສະນະສຶກສາ ແລະ ການຝຶກງານຢູ່ຕາມບັນດາ ຫ້ອງການປົກຄອງໃນຂັ້ນສູນ ກາງ ເຊັ່ນ: ກະຊວງພາຍໃນ, ຫ້ອງວ່າການລັດຖະບານ, ສະພາແຫ່ງຊາດ ແລະ ບັນດາ​ຫ້ອງການ​ລັດຂັ້ນທ້ອງຖິ່ນ.

ຄວນມີຄວາມສົນໃຈທາງ​ດ້ານ​ການຈັດ​ຕັ້ງ​ປະຕິບັດ​ລະບຽບກົດໝາຍ, ດ້ານການເມືອງ-ການປົກຄອງ. ມີ​ຄວາມມັກ​ໃນ​ຄວາມຖືກ ຕ້ອງຍຸຕິທໍາ​ໃນ​ສັງຄົມ; ມີ​ທັກ​ສະ​ທາງ​ດ້ານ​ການ​ສັງ​ເກດ​ລາຍ​ລະອຽດ​ໂດຍ​ສະ​ເພາະ​ແມ່ນ​ການ​ວິ​ເຄາະ​ພຶດຕິ​ກຳ ​​ແລະ ການ​ພົວພັນ​ລະຫວ່າງ​ຄົນ​ໃນ​ສັງຄົມ​ ​ແລະ ມັກ​ການ​ແກ້​ໄຂ​ບັນຫາ​ທີ່​ທ້າ​ທ້າຍ.   

ມີ​ຄວາມ​ຮູ້ ​ແລະ ຄວາມ​ສາມາດໃນການວິ​ເຄາະ​ການ​ກະທຳ​ຜິດ ​ແລະ ​ໂທດ​ທາງ​ອາຍາ, ມີ​ທັກ​ສະ​ທີ່​ຈຳ​ເປັນ​ໃນ​ການດໍາເນີນຄະດີອາຍາເຊັ່ນ: ການເອົາຄໍາໃຫ້ການ (ໂຈດ ແລະ ຈໍາເລີຍ), ສ້າງບົດບັນທຶກ, ຂຽນຄໍາຖະແຫຼງສັ່ງຟ້ອງຜູ້ກະທໍາຜິດຂຶ້ນສານ ແລະ ແຕ່ງຄໍາຕັດສິນຂອງສານເປັນຕົ້ນ. ນອກຈາກ​ນັ້ນ ​ຍັງ​ໄດ້​ຝຶກ​ຝົນ​ທັກ​ສະ​ໃນການ​ສື່ສານ ​ແລະ ການ​ວິ​ເຄາະ​ລາຍ​ລະອຽດ. 

ນັກສຶກສາທີ່ຈົບພາກກົດໝາຍອາຍາ ສາມາດປະກອບອາຊີບເປັນນັກ​ກົດໝາຍ​ ຫຼື ວິຊາ​ການຕາມບັນດາ ອົງການຕຸລາການ ເປັນຕົ້ນ ແມ່ນ ສານ, ໄອຍະການ, ສະພາທະນາຍຄວາມ, ອົງການສືບສວນ-ສອບສວນ ​ແລະ ກະຊວງທີ່​ກ່ຽວຂ້ອງ. ນອກ​ນັ້ນ, ຍັງ​ສາມາດ​ເປັນທີ່​ປຶກສາ​ທາງ​ດ້ານກົດໝາຍ​ໃຫ້​​ແກ່​ ພາກ​ເອກະ​ຊົນ ​ແລະ ​ເປັນ​ທະນາຍອິດສະຫຼະ. 

ໝວດວິຊາພື້ນຖານວິຊາສະເພາະ

  1. ພື້ນຖານກົດໝາຍແພ່ງ 
  2. ພື້ນຖານກົດໝາຍ ໂຣມັນ
  3. ທິດສະດີລັດ ແລະ ກົດໝາຍ
  4. ກົດໝາຍລັດຖະທໍາມະນຸນ
  5. ກົດໝາຍທີ່ດິນ
  6. ກົດໝາຍລະຫວ່າງຊາດພາກລັດ
  7. ກົດໝາຍລະຫວ່າງຊາດພາກບຸກຄົນ
  8. ພື້ນຖານກົດໝາຍອາຍາ 
  9. ຈັນຍາບັນນັກກົດໝາຍ
  10. ກົດໝາຍປົກຄອງ
  11. ເສດຖະສາດການເມືອງ
  12. ກົດໝາຍປົກປັກຮັກສາສິ່ງແວດລ້ອມ

ໝວດວິຊາສະເພາະ

  1. ກົດໝາຍວິສາຫະກິດ
  2. ພື້ນຖານກົດໝາຍອາຍາ 
  3. ກົດໝາຍອາຍາສະເພາະ 
  4. ກົດໝາຍການດໍາເນີນຄະດີອາຍາ 
  5. ເຕັກນິກແຕ່ງເອກະສານດໍາເນີນອາຍາ
  6. ການປະຕິບັດຄໍາຕັດສິນອາຍາ
  7. ເຕັກນິກການສືບສວນ-ສອບສວນ ແລະ ການພິສູດຫຼັກຖານຄະດີ
  8. ກົດໝາຍອາຍາລະຫວ່າງປະເທດ
  9. ຂໍ້ຜູກພັນສັນຍາ, ກໍາມະສິດ ແລະ ມໍລະດົກ
  10. ກົດໝາຍຄອບຄົວ
  11. ກົດໝາຍການດໍາເນີນຄະດີແພ່ງ
  12. ກົດໝາຍປະກັນໄພ
  13. ກົດໝາຍພາສີ
  14. ກົດໝາຍສົ່ງເສີມການລົງທືນ
  15. ອາຊະຍາກໍາດ້ານເສດຖະກິດ
  16. ກົດໝາຍຊັບສີນທາງປັນຍາ
  17. ຂະບວນການຍຸດຕິທໍາສໍາລັບເດັກ
  18. ອາຍາວິທະຍາ
  19. ນິຕິເວດວິທະຍາ
  20. ນິຕິຈິດຈະພະຍາດ
  21. ການບໍລິຫານອົງການໄອຍາການປະຊາຊົນ
  22. ການບໍລິຫານສານປະຊາຊົນ

ຖະໜົນມິດຕະພາບລາວ-ໄທ, ບ້ານ ດອນນົກຂຸ້ມ, ເມືອງ ສີສັດຕະນາກ, ຕູ້ ປ.ນ 822. ໂທ: +85621-312010; 352801, ແຟັກ: +85621-314976, E-mail: flpnuol@yahoo.com