ຄະນະ​ທັນ​ຕະ​ແພດສາດ



ຄະນະທັນຕະແພດສາດ , ມະຫາວິທະຍາໄລ ​ວິ​ທະ​ຍາ​ສາດ ​ສຸ​ຂະ​ພາບ ( ມວສ )







ຫຼັກສູດ ປະລິນຍາ​ຕີ ທັນ​ຕະ​ແພດສາດ ​ໄລຍະ​ການ​ສຶກສາ 6 ປີ 









ທັນ​ຕະ​ແພດສາດ ​ແມ່ນ​ການສຶກສາກ່ຽວກັບ ວິຊາການດ້ານທັນຕະກຳ ເພື່ອຈຸດປະສົງໃນການບົ່ງມະຕິ, ປ້ອງ​ກັນ ​ແລະ ປິ່ນປົວ ພະຍາດ​ ຜົ້ງປາກ ​ແລະ ​ແຂ້ວ ​ລວມ​ໃບໜ້າອີກ​ດ້ວຍ. ​ຖ້າ​ຫາກ​ ອະ​ໄວ​ຍະ​ວະ​ໃນ​ຜົ້ງປາກ​​ເປັນ​ພະຍາດ​ກໍ່ຈະ​ເຮັດ​ໃຫ້​ຮ່າງກາຍ​ໄດ້​ຮັບ​ສານ​ອາຫານ​ບໍ່ພຽງພໍ ແລະ ​​ສົ່ງ​ຜົນກະທົບ​ຕໍ່​ຮ່າງກາຍ​ໄດ້​ ເຊັ່ນ: ​ແຂ້ວ​ແມງ ຖ້າ​ບໍ່​ໄດ້​ຮັບ​ການ​ປິ່ນປົວ​ ກໍ່ຈະ​​ເຮັດ​ໃຫ້​ອະ​ໄວ​ຍະ​ວະ​ໃກ້​ຄຽງ ອັກ​ເສບ ​ເປັນໜອງ ນ້ຳໜອງກໍ​ຈະ​​ໄຫຼຍ້ອຍ​ເຂົ້າປອດ ​ແລະ ຫົວ​ໃຈ ​ເຮັດ​ໃຫ້​ເປັນ​ອັນຕະລາຍ​ເຖິງ​ຊີວິດ​ໄດ້.





ສາຂານີ້ ຮຽນຮູ້ກ່ຽວກັບ ພະຍາດ ແລະ ວິທີການ​ປິ່ນປົວ ​ແລະ ຮັກສາສຸຂະພາບຜົ້ງປາກ ​ແລະ ​ແຂ້ວ​ ​​ເຊັ່ນ: ການ​ບູລະນະ​ແຂ້ວ (​ແຂ້ວ​ແມງ, ​ແຂ້ວ​ບິ່ນ), ການ​ເຮັດ​ແຂ້ວ​ທຽມ, ຜ່າ​ຕັດຜົ້ງປາກ ​ແລະ ອື່ນໆ. ນອກຈາກນີ້, ຍັງ​ຕ້ອງ​ໄດ້​ຮຽນກ່ຽວກັບ​ວິຊາ​ການ​ແພດ​ທົ່ວ​ໄປ ​​ເພື່ອ​ສ້າງ​ຄວາມ​ຮູ້ ​ແລະ ທັກ​ສະ​ທີ່​ເປັນ​ພື້ນຖານ ​ເພື່ອຊ່ວຍ​ແກ້​ໄຂ​ບັນຫາ​ກ່ຽວກັບ​ແຂ້ວ ​ເຊັ່ນ: ພະຍາດ​ພາຍ​ໃນ (ຄວາມດັນ​ເລືອດ​ສູງ) ຈະ​ເປັນ​ອັນຕະລາຍ​ ຖ້າ​ຖອນ​ແຂ້ວ​ເວລາ​ມີ​ຄວາມດັນ​ເລືອດ​ສູງ; ​ແລະ ການ​​ໃສ່ຢາ​ມຶນ​ເພື່ອ​ຖອນ​ແຂ້ວ​. 



​​ເນັ້ນ​ໃສ່ການຮຽນທິດ​ສະ​ດີ​ແບບ​ບັນ​ລະ​ຍາຍ​ ໄປ​ຄວບ​ຄູ່​ກັບ​ການ​ຂຶ້ນຫ້ອງ​ທົດ​ລອງ ​ເຊິ່ງຈະ​ແບ່ງ​ເປັນ​ກຸ່ມ ໂດຍມີ​ຜູ້​ຊ່ວຍ​ອາຈານ​ເປັນ​ຜູ້​ສາທິດ ​ແລະ ນັກ​ສຶກສາ​ປະຕິບັດ​ຕາມ ​ເຊັ່ນ: ສ່ອງ​ກ້ອງ​ເບິ່ງ​ຈຸ​ລັງ​ມະ​ເຮັງ ແລະ ຝຶກ​ເຮັດ​ແຂ້ວ. ນອກນີ້ ຍັງ​ໄດ້​ລົງ​ເຝິກ​ຫັດປະຕິບັດ​ຕົງ​ຈິງ​ຢູ່ ​ຄລີນິກທັນ​ຕະກຳ ໂດຍຈະ​ໄດ້ຮັບຜິດຊອບ​ຄົນ​ເຈັບ​ຕົວ​ຈິງ, ປິ່ນປົວ​ໃຫ້​ໄດ້​ຕາມ​ກໍລະນີ​ທີ່​ກຳນົດ​ໄວ້​. ຕົວຢ່າງ: ​ເຮັດ​ແຂ້ວ​ທຽມ 5 ​ເຫຼັ້ມ, ​ໃນ​ແຕ່​ລະ​ກໍລະນີ​ຈະ​ຕ້ອງ​ໄດ້​ບັນທຶກ​ກ່ອນ ​ແລະ ຫຼັງປິ່ນປົວ ​ແລ້ວ​ຂຶ້ນນຳ​ສະ​ເໜີ.



ຄວາມ​ຮູ້​ພື້ນຖານ ​ຊີວະສາດ, ​ເຄມີສາດ, ຟິຊິກ​ສາດ, ພາສາອັງກິດ ​ແລະ ພາສາຝຣັ່ງ;  ເປັນ​ຄົນ ມີມະນຸດສຳພັນດີ ແລະ ມັກ​ຊ່ວຍ​ເຫຼືອຄົນ​ອື່ນ; ມີທັກສະ ໃນການຈູງໃຈ, ມີ​ສິລະປະ, ມີ​ຄວາມ​ລະອຽດປານີດ, ມີ​ສຸຂະພາບ​ແຂງ​ແຮງ ແລະ ມີ​ສີມື​ນາຍ​ຊ່າງ; ມີ​ຄວາມ​ສົນ​ໃຈ ​ໃນ​ການ​ຮັກສາ​ສຸຂະ​ພາບ ​ໂດຍ​ສະ​ເພາະ​ແມ່ນ​ສຸຂະພາບ​ຜົ້ງ​ປາກ.



​ສາມາດ​ໃຫ້​ການບໍລິການ​ປິ່ນປົວ​ສຸຂະພາບ​ຜົ້ງປາກ​ເຊັ່ນ: ອັດ​ແຂ້ວ, ຖອນ​ແຂ້ວ, ​ເຮັດ​ແຂ້ວ​ທຽມ​ ແລະ ດັດ​ແຂ້ວ ​ແບບ​ງ່າຍດາຍ; ປິ່ນປົວ​ບາດ​ແຜ​ບໍລິ​ເວນ​ເຍື່ອ​ເມືອກ​ຜົ້ງປາກ; ຖ່າຍ​ພາບ​ລັງສີ​ບໍລິ​ເວນ​ໃບໜ້າ ແລະ ​ອ່ານ​ຜົນ​ໄດ້​ເອງ​ບາງ​ກໍລະນີ​ເປັນຕົ້ນ ແມ່ນກ້ອນ​ເບົ້າຮາກ​ແຂ້ວ, ຮາກ​ແຂ້ວ​ຫັກ; ສາມາດ​ໂຄສະນາ​ອົບຮົມ​ໃຫ້​ແກ່​ປະຊາຊົນ​ກ່ຽວກັບ​ສຸຂະພາບ​ຜົ້ງປາກ ​ແລະ ​ແຂ້ວ​.



ເປັນທັນຕະແພດ ແລະ ເປັນນັກວິຊາການ​ທາງ​ດ້ານ​ທັນ​ຕະກຳ​ທົ່ວ​ໄປ ທັງໃນພາກສ່ວນລັດ ແລະ ເອກະຊົນເຊັ່ນ: ຢູ່​ໂຮງໝໍ ຂັ້ນສູງກາງຈົນເຖິງທ້ອງຖິ່ນ, ເປີດ ​ແລະ ເຮັດວຽກ ນໍາ ຄລີນິກປົວ​ແຂ້ວ; ເຮັດ​ວຽກ​ນຳໂຄງການສາກົນທີ່ກ່ຽວຂ້ອງ; ​ແລະ ​ເປັນ​ອາຈານ​ສອນ ຢູ່​ມະຫາວິ​ທະ​ຍາ​ໄລວິທະຍາສາດ​ສຸຂະພາບ ຫຼື ວິທະຍາ​ໄລ​ສາທາລະນະ​ສຸກ​ແຫ່ງ​ຕ່າງໆທົ່ວ​ ສປປລາວ.



ໜວດວິຊາຄວາມຮູ້ພື້ນຖານວິຊາສະເພາະ

  1. ພະຍາດ ຫູ ດັງ ຄໍ
  2. ຊີວະວິທະຍາຂອງຄົນ ແລະ ຈຸລັງວິທະຍາ
  3. ພາສາຕ່າງປະເທດ
  4. ກາຍະວິພາກສາດ            
  5. ການພະຍາບານ     
  6. ສະລິລະວິທະຍາ      
  7. ຊີວະເຄມີ
  8. ໂອສົດວິທະຍາ             
  9. ກາຍະວິພາກພະຍາດ    
  10. ອາຍຸຣະສາດ
  11. ສັນລະຍະສາດ            
  12. ຈັກຂຸວິທະຍາ
  13. ພະຍາດຊືມເຊື້ອ 
  14. ພະຍາດຜິວໜັງ 
  15. ລັງສີວິທະຍາ
  16. ວາງຢາສະຫຼົບ ແລະ ຟື້ນຟູຊີບ
  17. ກຸມມານເວດ
  18. ສຸຂະພາບຈິດ

ໝວດວິຊາສະເພາະ (ວິຊາຊີບ)

  1. ຊີວະວິທະຍາຜົ້ງປາກ 
  2. ທັນຕະກາຍະວິພາກສາດ 
  3. ທັນຕະກຳບູລະນະ     
  4. ທັນຕະກຳປະດິດ 
  5. ທັນຕະກຳຊຸມຊົນ 
  6. ທັນຕະກຳ​​ເດັກ 
  7. ສັນລະຍະກຳຜົ້ງປາກ 
  8. ທັນຕະກຳເດັກ 
  9. ຄຼີນິກທັນຕະກຳຊຸມຊົນ  
  10. ວິທະຍາປິ່ນປົວຮູຮາກແຂ້ວ  
  11. ຄລີນິກອາຍຸລະສາດຜົ້ງປາກ 
  12. ທັນຕະກຳ​​ດັດແປງ 
  13. ຄາງກະໄຕ-ໃບໜ້າທຽມ