ວິເຄາະການແພດ
ວິເຄາະການແພດ ໝາຍເຖິງ ວິທະຍາສາດທາງການແພດ ທີ່ນຳໃຊ້ເຕັກນິກການກວດກາວິເຄາະ ເພື່ອຊອກຫາເຊື້ອພະຍາດ ເຊິ່ງສາມາດຊ່ວຍໃນການບົ່ງມະຕິພະຍາດໃຫ້ໄດ້ວ່ອງໄວ ແລະ ຊັດເຈນ ເຊັ່ນ: ກວດກາເຊື້ອແມ່ກາຝາກ, ພະຍາດໄຂ້ຍຸງ, ກວດເລືອດ ແລະ ອື່ນໆ. ໃນກໍລະນີທີ່ມີການກວດພົບພະຍາດທີຮ້າຍແຮງ ແລະ ບໍ່ສາມາດຫາທາງປິ່ນປົວໄດ້ ກໍ່ຈະສາມາດຊ່ວຍໃນການຄວບຄຸມການຂະຫຍາຍຕົວຂອງພະຍາດນັ້ນໆ ເຊັ່ນ: ພະຍາດເອສ, ມະເຮັງ ແລະ ພະຍາດທີ່ຖ່າຍທອດທາງກຳມະພັນ.
ສາຂານີ້ຮຽນຮູ້ກ່ຽວກັບ ເຕັກນິກ ແລະ ວິທີການໃນການກວດກາວິເຄາະໂດຍນຳໃຊ້ເຄື່ອງຈັກທາງການແພດທີ່ທັນສະໄໝ ເຂົ້າໃນການກວດເລືອດ, ນ້ຳປັດສະວະ, ອາຈົມ ແລະ ອື່ນໆ ເພື່ອໃຫ້ໄດ້ຜົນກວດທີ່ຊັດເຈນ ເພື່ອຊ່ວຍທ່ານໝໍໃນການບົ່ງມະຕິ ແລະ ປິ່ນປົວພະຍາດ. ນອກຈາກນີ້, ນັກສຶກສາຍັງໄດ້ຮຽນກ່ຽວກັບວິຊາບໍລິການເລືອດ ແລະ ການບໍລິຈາກເລືອດ, ການເກັບເລືອດ, ການຕຽມແຍກສ່ວນຕ່າງໆຂອງເລືອດ ແລະ ການຕຽມເລືອດໃຫ້ຄົນເຈັບ.
ວິທີການສິດສອນແມ່ນຮຽນພາກທິດສະດີແບບບັນລະຍາຍ, ແບ່ງກຸ່ມໃຫ້ນັກສຶກສາຄົ້ນຄວ້າ ແລະ ເຮັດບົດລາຍງານສົ່ງ. ສຳລັບພາກປະຕິບັດຕົວຈິງ ແມ່ນລົງຝຶກຫັດຢູ່ຫ້ອງທົດລອງຂອງພາກວິຊາວິເຄາະການແພດ ແລະ ລົງຝຶກຫັດຢູ່ຕາມໂຮງໝໍຕ່າງໆ, ສູນບໍລິຈາກເລືອດແຫ່ງຊາດ, ສູນວິເຄາະ-ລະບາດວິທະຍາ, ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ໂດຍນັກສຶກສາຈະໄດ້ກວດຫາເຊື້ອພະຍາດຕ່າງໆຈາກຄົນເຈັບດ້ວຍຕົນເອງ ແລ້ວລາຍງານຜົນກວດໃຫ້ອາຈານ ແລະ ພະນັກງານຫ້ອງວິເຄາະ.
ຄວາມຮູ້ພື້ນຖານດ້ານ ວິຊາ ຄະນິດສາດ, ເຄມີສາດ, ຟິຊິກສາດ, ຄອມພິວເຕີ ແລະ ພາສາອັງກິດ; ເປັນຄົນ ມັກສັງເກດ, ແກ້ໄຂບັນຫາ, ໃສ່ໃຈໃນລາຍລະອຽດ, ແລະ ມີຄວາມອົດທົນ; ມີທັກສະ ໃນການວິເຄາະ, ນໍາໃຊ້ເຄື່ອງຈັກທີ່ສະຫຼັບຊັບຊ້ອນ, ຈື່ຈໍາຮູບແບບ ແລະ ລັກສະນະ; ມີຄວາມສົນໃຈ ໃນການທົດລອງ ແລະ ຄົ້ນຄວ້າຫາເຊື້ອພະຍາດຕ່າງໆ;
ສາມາດກວດວິເຄາະຕົວຢ່າງເລືອດ ແລະ ທາດແຫຼວໃນຮ່າງກາຍ ເພື່ອກວດຫາລະດັບສານເຄມີ, ເຊື້ອຈຸລະຊີບ, ລັກສະນະຄວາມຜິດປົກກະຕິຂອງຈຸລັງ, ພູມຄຸ້ມກັນຂອງຮ່າງກາຍ ດ້ວຍວິທີທາງວິທະຍາສາດເຕັກໂນໂລຊີທີ່ທັນສະໄໝ ເພື່ອໃຫ້ໄດ້ຂໍ້ມູນ ແລະ ນຳໄປໃຊ້ໃນການວິໄຈພະຍາດ, ຕິດຕາມຮັກສາ ແລະ ປະເມີນສຸຂະພາບຮ່າງກາຍໄດ້ຢ່າງຖືກຕ້ອງ.
ສາມາດເຮັດວຽກນຳພະແນກວິເຄາະຂອງໂຮງໝໍ ແລະ ສູນຕ່າງໆ ທີ່ມີຫ້ອງວິເຄາະທາງການແພດ ທັງພາກລັດ ແລະ ເອກະຊົນ; ເປັນນັກວິໄຈຄົ້ນຄວ້າກ່ຽວກັບເຊື້ອພະຍາດຕ່າງໆ ແລະ ເປັນຜູ້ຊ່ວຍນັກວິໄຈ; ເຮັດວຽກນຳບໍລິສັດຂາຍອຸປະກອນ ແລະ ນ້ຳຢາເຄມີທາງການແພດ; ປະກອບວິຊາຊີບອິດສະຫຼະເຊັ່ນ: ຕັ້ງຄລີນິກກ່ຽວກັບການກວດວິເຄາະພະຍາດຕ່າງໆ.
- ໝວດພື້ນຖານວິຊາຊີບ
- ຈັນຍາທໍາທາງການແພດ
- ກາຝາກວິທະຍາ
- ຈຸລິນຊີວິທະຍາ
- ເລືອດວິທະຍາ
- ຈຸລະໂລກວິທະຍາ
- ເຊື້ອເຫັດວິທະຍາ
- ການບໍລິການເລືອດ
- ພະຍາດສະລິລະວິທະຍາ
- ຈຸລັງພະຍາດວິທະຍາ
- ພະຍາດວິທະຍາ
- ພາສາອັງກິດທາງການແພດ
ໝວດວິຊາສະເພາະການແພດ
- ພູມຄຸ້ມກັນວິທະຍາ
- ການກວດປັດສະວະ ແລະ ສານນໍ້າໃນຮ່າງກາຍ
- ການກວດປັດສະວະ ແລະ ສານນໍ້າໃນຮ່າງກາຍ
- ຊີວະເຄມີພາກເລືອດ
- ວິເຄາະການແພດຊຸມຊົນ
- ຊີວະວິທະຍາລະດັບເຊວຂັ້ນພື້ນຖານ
- ໄຂ້ຍຸງ ແລະ ພາຫະນໍາເຊື້ອ
- ກໍາມະພັນສາດ
- ການກວດວິເຄາະອາຫານ: ນໍ້າ ແລະ ສານພິດ
- ການບໍລິຫານຫ້ອງທົດລອງ ແລະ ການຈັດການ
- ຝຶກປະຕິບັດການທາງຈຸລະທັດຄລີນິກ
- ຝຶກປະຕິບັດການທາງເຄມີຄລີນິກ
- ຝຶກປະຕິບັດການທາງຈຸລະຊີວະວິທະຍາຄລີນິກ
- ຝຶກປະຕິບັດການທາງພູມຄຸ້ມກັນວິທະຍາຄລີນິກ
- ຝຶກປະຕິບັດການທາງການບໍລິການທາງເລືອດ
- ຝຶກປະຕິບັດກາຝາກຄລີນິກ
Leave A Comment