ວິ​ເຄາະ​ການ​ແພດ





ສາຂາ ວິ​ເຄາະ​ການ​ແພດ , ມະຫາວິທະຍາໄລ ​ວິ​ທະ​ຍາ​ສາດ ​ສຸ​ຂະ​ພາບ ( ມວສ ) 








ຫຼັກສູດ ປະລິນຍາ​ຕີ ​ 4 ປີ











ວິເຄາະການແພດ ໝາຍ​ເຖິງ ວິທະຍາສາດທາງການແພດ ທີ່ນຳໃຊ້ເຕັກນິກການກວດກາວິເຄາະ ເພື່ອຊອກຫາເຊື້ອພະຍາດ ເຊິ່ງສາມາດຊ່ວຍໃນການບົ່ງມະຕິພະຍາດໃຫ້ໄດ້ວ່ອງໄວ ແລະ ຊັດເຈນ ເຊັ່ນ: ກວດກາເຊື້ອແມ່ກາຝາກ, ພະຍາດ​ໄຂ້ຍຸງ, ກວດເລືອດ ແລະ ອື່ນໆ. ​ໃນ​ກໍລະນີທີ່​ມີການກວດ​ພົບພະຍາດທີຮ້າຍແຮງ ແລະ ບໍ່ສາມາດຫາທາງປິ່ນປົວໄດ້ ກໍ່​ຈະ​ສາມາດຊ່ວຍ​ໃນ​ການ​ຄວບ​ຄຸມ​ການຂະຫຍາຍຕົວ​ຂອງ​ພະຍາດນັ້ນໆ ເຊັ່ນ: ພະຍາດເອສ, ມະເຮັງ ແລະ ພະຍາດທີ່ຖ່າຍທອດທາງກຳມະພັນ. 







ສາຂາ​ນີ້​ຮຽນຮູ້ກ່ຽວກັບ ເຕັກນິກ ​ແລະ ວິທີ​ການ​ໃນການກວດກາວິເຄາະ​​ໂດຍນຳ​ໃຊ້​ເຄື່ອງ​ຈັກ​ທາງ​ການ​ແພດທີ່​ທັນ​ສະ​ໄໝ ​​ເຂົ້າ​ໃນ​ການກວດເລືອດ, ນ້ຳປັດສະວະ, ອາຈົມ ແລະ ອື່ນໆ ເພື່ອ​ໃຫ້​ໄດ້ຜົນ​ກວດທີ່ຊັດເຈນ ເພື່ອຊ່ວຍທ່ານໝໍໃນການບົ່ງມະຕິ ​ແລະ ປິ່ນປົວພະຍາດ. ນອກຈາກ​ນີ້, ນັກ​ສຶກສາຍັງ​ໄດ້​ຮຽນກ່ຽວກັບວິຊາບໍລິການເລືອດ ແລະ ການບໍລິຈາກ​ເລືອດ, ການ​ເກັບ​ເລືອດ, ການ​ຕຽມ​ແຍກ​ສ່ວນ​ຕ່າງໆຂອງ​ເລືອດ ​ແລະ ການ​ຕຽມ​ເລືອດ​ໃຫ້​ຄົນ​ເຈັບ. 









ວິທີ​ການ​ສິດສອນແມ່ນຮຽນພາກ​ທິດ​ສະ​ດີ​ແບບ​ບັນ​ລະ​ຍາຍ, ​ແບ່ງ​ກຸ່ມ​ໃຫ້​ນັກ​ສຶກສາ​ຄົ້ນ​ຄວ້າ ແລະ ​ເຮັດ​ບົດ​ລາຍ​ງານສົ່ງ. ສຳລັບພາກ​ປະຕິບັດ​ຕົວ​ຈິງ ​ແມ່ນ​ລົງ​ຝຶກ​ຫັດ​ຢູ່​ຫ້ອງ​ທົດ​ລອງ​ຂອງ​ພາກ​ວິຊາ​ວິ​ເຄາະ​ການ​ແພດ ​ແລະ​ ລົງ​ຝຶກ​ຫັດ​ຢູ່​ຕາມ​ໂຮງໝໍ​ຕ່າງ​ໆ, ສູນ​ບໍ​ລິ​ຈາກ​ເລືອດ​ແຫ່ງ​ຊາດ, ສູນ​ວິ​ເຄາະ-ລະບາດ​ວິທະຍາ, ສູນ​ໄຂ້ຍຸງ, ​ແມ່​ກາ​ຝາກ ​ແລະ ​ແມງ​ໄມ້ ​ໂດຍ​ນັກ​ສຶກສາ​ຈະ​ໄດ້​ກວດ​ຫາ​​ເຊື້ອ​ພະຍາດ​ຕ່າງໆ​ຈາ​ກຄົນ​ເຈັບ​ດ້ວຍ​ຕົນ​ເອງ​ ແລ້ວ​ລາຍ​ງານ​ຜົນ​ກວດ​ໃຫ້​ອາຈານ ​ແລະ ພະນັກງານ​ຫ້ອງ​ວິ​ເຄາະ.





ຄວາມ​ຮູ້​ພື້ນຖານດ້ານ ວິຊາ​ ຄະນິດສາດ, ​ເຄມີສາດ, ຟິຊິກ​ສາດ, ຄອມ​ພິວ​ເຕີ ​ແລະ ພາສາ​ອັງກິດ; ເປັນ​ຄົນ ມັກສັງ​ເກດ, ​ແກ້​ໄຂ​ບັນຫາ, ​ໃສ່​ໃຈ​ໃນ​ລາຍ​ລະອຽດ, ​ແລະ ມີ​ຄວາມ​ອົດທົນ​; ມີທັກ​ສະ​ ໃນ​ການ​ວິ​ເຄາະ, ນໍາ​ໃຊ້​ເຄື່ອງ​ຈັກ​ທີ່​ສະຫຼັບຊັບຊ້ອນ, ຈື່​ຈໍາ​ຮູບ​ແບບ ​ແລະ ລັກສະນະ; ມີ​ຄວາມ​ສົນ​ໃຈ ໃນ​ການທົດ​ລອງ ​ແລະ ຄົ້ນ​ຄວ້າ​ຫາ​ເຊື້ອ​ພະຍາດ​ຕ່າງໆ; ​





ສາມາດກວດ​ວິ​ເຄາະຕົວຢ່າງ​ເລືອດ ​ແລະ ທາດ​ແຫຼວໃນ​ຮ່າງກາຍ ​ເພື່ອ​ກວດ​ຫາ​ລະດັບ​ສານ​ເຄມີ, ​ເຊື້ອ​ຈຸ​ລະ​ຊີບ, ລັກສະນະ​ຄວາມ​ຜິດ​ປົກກະຕິ​ຂອງ​ຈຸ​ລັງ, ​ພູມ​ຄຸ້ມ​ກັນ​ຂອງ​ຮ່າງກາຍ ດ້ວຍ​ວິທີ​ທາງ​ວິທະຍາ​ສາດເຕັກ​ໂນ​ໂລ​ຊີທີ່​ທັນ​ສະ​ໄໝ ​ເພື່ອ​ໃຫ້​ໄດ້​ຂໍ້​ມູນ​ ​ແລະ ​ນຳ​ໄປ​ໃຊ້​ໃນ​ການ​ວິ​​ໄຈພະຍາດ, ຕິດຕາມ​ຮັກສາ ​ແລະ ປະ​ເມີນ​ສຸຂະພາບ​ຮ່າງກາຍ​ໄດ້​ຢ່າງ​ຖືກຕ້ອງ.



ສາມາດ​​ເຮັດ​ວຽກ​ນຳພະ​ແນ​ກວິ​ເຄາະ​ຂອງ​​ໂຮງໝໍ ​ແລະ ສູນ​ຕ່າງ​ໆ ທີ່​ມີ​ຫ້ອງ​ວິ​ເຄາະ​ທາງ​ການ​ແພດ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ; ເປັນ​ນັກວິ​​ໄຈຄົ້ນ​ຄວ້າ​ກ່ຽວ​ກັບ​ເຊື້ອ​ພະຍາດ​ຕ່າງໆ ​ແລະ ເປັນຜູ້​ຊ່ວຍ​ນັກວິ​​ໄຈ​; ​ເຮັດ​ວຽກ​ນຳ​ບໍລິສັດ​ຂາຍ​ອຸປະກອນ​ ​ແລະ ນ້ຳ​ຢາ​ເຄມີ​ທາງ​ການ​ແພດ; ປະກອບ​ວິຊາ​ຊີບ​ອິດສະຫຼະ​ເຊັ່ນ: ຕັ້ງ​ຄລີນິກກ່ຽວ​ກັບ​ການກວດ​ວິ​ເຄາະ​ພະຍາດ​ຕ່າງໆ.






  1. ໝວດພື້ນຖານ​ວິຊາ​ຊີບ
    1. ຈັນຍາ​ທໍາ​ທາງ​ການ​ແພດ
    2. ກາ​ຝາກ​ວິທະຍາ
    3. ຈຸລິນ​ຊີ​ວິທະຍາ
    4. ​ເລືອດ​ວິທະຍາ
    5. ຈຸລະ​ໂລກ​ວິທະຍາ
    6. ​ເຊື້ອ​ເຫັດ​ວິທະຍາ
    7. ການ​ບໍລິການ​ເລືອດ
    8. ພະຍາດ​ສະ​ລິ​ລະວິ​ທະຍາ
    9. ຈຸ​ລັງ​ພະຍາດ​ວິທະຍາ
    10. ພະຍາດ​ວິທະຍາ
    11. ພາສາ​ອັງກິດ​ທາງ​ການ​ແພດ

    ໝວດວິຊາ​ສະ​ເພາະ​ການ​ແພດ

    1. ພູມ​ຄຸ້ມ​ກັນ​ວິທະຍາ
    2. ການກວດ​ປັດ​ສະວະ ​ແລະ ສານ​ນໍ້າ​ໃນ​ຮ່າງກາຍ
    3. ການກວ​ດປັດ​ສະວະ ​ແລະ ສານ​ນໍ້າ​ໃນ​ຮ່າງກາຍ
    4. ຊີວະ​ເຄມີ​ພາກ​ເລືອດ
    5. ວິ​ເຄາະ​ການ​ແພດ​ຊຸມ​ຊົນ
    6. ຊີວະ​ວິທະຍາ​ລະດັບ​ເຊ​ວຂັ້ນພື້ນຖານ
    7. ​ໄຂ້ຍຸງ ​ແລະ ພາຫະ​ນໍາ​ເຊື້ອ
    8. ກໍາມະພັນ​ສາດ
    9. ການກວດ​ວິ​ເຄາະ​ອາຫານ: ນໍ້າ ​ແລະ ສານພິດ
    10. ການ​ບໍລິຫານ​ຫ້ອງ​ທົດ​ລອງ ​ແລະ ການ​ຈັດການ
    11. ຝຶກ​ປະຕິບັດ​ການ​ທາງ​ຈຸລະທັດ​ຄລີນິກ
    12. ຝຶກ​ປະຕິບັດ​ການ​ທາງ​​ເຄມີຄລີນິກ
    13. ຝຶກ​ປະຕິບັດ​ການ​ທາງ​ຈຸລະຊີ​ວະ​ວິທະຍາຄລີນິກ
    14. ຝຶກ​ປະຕິບັດ​ການ​ທາງ​ພູມ​ຄຸ້ມ​ກັນ​ວິທະຍາ​ຄລີນິກ
    15. ຝຶກ​ປະຕິບັດ​ການ​ທາງ​ການ​ບໍລິການ​ທາງ​ເລືອດ
    16. ຝຶກ​ປະຕິບັດ​ກາຝາກ​ຄລີນິກ