ທ່ອງທ່ຽວອະນຸຮັກ

ຄະນະ​​ວິທະຍາສາດປ່າໄມ້, ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ປະລິນຍາຕິ 4 ປີ

ທ່ອງທ່ຽວອະນຸຮັກ ໝາຍເຖິງ ການທ່ອງທ່ຽວ ທີ່ບໍ່ສ້າງ​ຜົນ​ກະທົບຕໍ່ທຳມະຊາດ ແລະ ສະຖານທີ່ທາງປະຫວັດສາດ ແລະ ວັັດທະນະທໍາ ໄປພ້ອມໆກັບການ​ປູກຈິດສໍານຶກ ​ແລະ ສະໜັບສະໜູນໃຫ້ຄົນ ຮູ້ຈັກ​ປົກ​ປັກ​ຮັກສາ​ສິ່ງ​ເຫຼົ່ານັ້ນ ໃຫ້ມີຄວາມຍືນຍົງ ​ແລະ ສືບ​ທອດ​ໄປ​ເຖິງ​ຄົນ​ຮຸ່ນ​ຕໍ່​ໄປ. ການທ່ອງທ່ຽວອະນຸຮັກ ມີຄວາມສໍາຄັນໃນການປະກອບສ່ວນ​ສ້າງລາຍໄດ້ໃຫ້ແກ່ປະເທດຊາດ ພ້ອມທັງຫຼຸດຜ່ອນຄວາມທຸກຍາກ ຂອງປະຊາຊົນໃນທ້ອງຖິ່ນ ໄປຄຽງຄູ່​ກັບ​ການ​ອານຸລັກ​ທໍາ​ມະ​ຊາດ​.

ສາຂານີ້ ຮຽນຮູ້ກ່ຽວກັບການວາງແຜນການສຳຫຼວດອອກແບບ, ການບໍລິການ ແລະ ການຄຸ້ມຄອງການທ່ອງທ່ຽວ ແບບອະນຸຮັກທຳມະຊາດ, ສະຖານທີ່ປະຫວັດສາດ, ແລະ ວັັດທະນະທຳ ທັງພາຍໃນ ແລະ ສາກົນ. ນັກສຶກສາຍັງຈະໄດ້ຮຽນຮູ້ ກ່ຽວກັບນະໂຍບາຍ ແລະ ຍຸດທະສາດຂອງການທ່ອງທ່ຽວແບບອະນຸຮັກ ອີກທັງຮຽນຮູ້ກ່ຽວກັບ ການຄຸ້ມຄອງ ສວນພືດສາດ, ສວນສາທາລະນະ, ປ່າສະຫງວນ ແລະ ການວາງແຜນການທ່ອງທ່ຽວ ໂດຍການມີສ່ວນຮ່ວມຂອງປະຊາຊົນ ອີກດ້ວຍ. 

ວິທີການສິດສອນ ສ່ວນໃຫຍ່​ແມ່ນຈະສອນທິດສະດີ ຄຽງຄູ່​ກັບ​ການປະຕິບັດ​ຕົວຈິງ ພາຍໃນຫ້ອງຮຽນ ແລະ ນອກສະຖານທີ່ເຊັ່ນ: ການປະຕິບັດຕົວຈິງຢູ່ປ່າໄມ້ທົດລອງ, ປ່າ​ສະ​ຫງວນ, ການສ້າງແລວທາງສໍາລັບຮຽນຮູ້ ​ແລະ ທ່ຽວຊົມທຳມະຊາດ ແລະ ຊີວະນາໆພັນ. ນອກຈາກນີ້, ນັກສຶກສາຍັງຈະໄດ້ລົງຝຶກງານ ເພື່ອຊອກຮູ້ປະສົບການ ໃນໜ່ວຍງານທີ່ເຮັດວຽກທາງ​ດ້ານ​ການທ່ອງທ່ຽວ ເຊັ່ນ: ບໍລິສັດທ່ອງທ່ຽວ ແລະ ແຫຼ່ງທ່ອງທ່ຽວຕ່າງໆ ພາຍໃນປະເທດ.

ຄວາມຮູ້ພື້ນຖານ ທາງດ້ານວິຊາຄະນິດສາດ, ພູມສາດ, ຊີວະສາດ, ສັງຄົມ ແລະ ພາສາອັງກິດ. ນັກສຶກສາຄວນເປັນຜູ້ທີ່ມີຄວາມສົນໃຈໃນການອະນຸຮັກຊີວະນາໆພັນ, ຊັບພະຍາກອນທໍາມະຊາດ, ສິ່ງແວດລ້ອມ, ວັດທະນະທໍາ ຮີດຄອງປະເພນີ ແລະ ວິຖີຊີວິດຂອງຊຸມຊົນໃນທ້ອງຖິ່ນ.

​ຮູ້ຫຼັກການ ແລະ ຂະບວນການ ໃນການດໍາເນີນທຸລະກິດການທ່ອງທ່ຽວ, ການຕະຫຼາດການທ່ອງທ່ຽວ, ພື້ນຖານນິຕິກຳ ແລະ ການວາງແຜນການທ່ອງທ່ຽວ, ບູຮານວິທະຍາ ແລະ ການຄຸ້ມຄອງມໍລະດົກ. ມີທັກສະ ໃນການສຳຫຼວດອອກແບບແຫຼ່ງທ່ອງທ່ຽວ, ຮູ້ປະຫວັດສາດຂອງແຫຼ່ງທ່ອງທ່ຽວ ແລະ ວິທີການນຳທ່ຽວແບບອະນຸຮັກ ​ແລະ ທ່ອງທ່ຽວພູມີທັດສະຖານ ເປັນຕົ້ນ. 

ເປັນນັກວິຊາການ, ຜູ້ບໍລິຫານ, ນັກວາງແຜນ ແລະ ຄຸ້ມຄອງ ໃນກະຊວງ, ພະແນກ ແລະ ຫ້ອງການຂັ້ນແຂວງ ແລະ ເມືອງ, ບໍລິສັດ ແລະ ອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງກັບ ການທ່ອງທ່ຽວ ແລະ ການອະນຸຮັກສິ່ງແວດລ້ອມ ຫຼື ໜ່ວຍງານປ່າສະຫງວນແຫ່ງຕ່າງໆ.  ອີກທັງຍັງສາມາດປະກອບທຸລະ​ກິດການທ່ອງທ່ຽວເປັນຂອງຕົວເອງ ຫຼື ເປັນຜູ້ນຳທ່ຽວ.

    • ໝວດວິຊາເຕັກນິກ
    1. ເຄມີສິ່ງແວດລ້ອມ
    2. ນິເວດວິທະຍາປ່າໄມ້
    3. ວິທະຍາຕົ້ນໄມ້ໃຫຍ່
    4. ປຸງແຕ່ງອາຫານ
    5. ສຳຫຼວດແຕ້ມແຜນທີີ່
    6. ພື້ນຖານວະນະວັດວິທະຍາ
    7. ສະຖິຕິ, ວິເຄາະ ແລະ ນຳໃຊ້
    8. ການສ້າງຜະລິດຕະພັນທີ່ລະນຶກ
    9. ວາງແຜນ ແລະ ຄຸ້ມຄອງໂຄງການ
    • ໝວດທິດສະດີວິຊາສະເພາະ
    1. ຊົນເຜົ່າວິທະຍາ
    2. ທໍລະນີສາດ
    3. ອຸຕຸນິຍົມວິທະຍາ
    4. ຄຸ້ມຄອງເຄື່ອງປ່າຂອງດົງ
    5. ຄຸ້ມຄອງປ່າສະຫງວນ
    6. ຄຸ້ມຄອງສັດນ້ຳສັດປ່າ
    7. ວາງແຜນທ່ອງທ່ຽວອະນຸຮັກ
    8. ທ່ອງທ່ຽວປະຊາຊົນມີສ່ວນຮ່ວມ
    9. ການຕະຫຼາດການທ່ອງທ່ຽວ

ມະຫາວິທະຍາໄລແຫ່ງຊາດ

ໂທ 021 740 277